bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Leviticus 7
Leviticus 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 8 →
1
ຕໍ່ໄປນີ້ ແມ່ນລະບຽບການສຳລັບຖວາຍເພື່ອຊົດໃຊ້ແທນຄືນ ຊຶ່ງເປັນການຖວາຍອັນສັກສິດທີ່ສຸດ.
2
ສັດທີ່ຈະຖວາຍນີ້ຕ້ອງໃຫ້ຂ້າປາດຄໍທາງດ້ານເໜືອຂອງແທ່ນບູຊາ ບ່ອນຂ້າສັດເພື່ອຖວາຍບູຊາດ້ວຍໄຟ ແລະໃຫ້ຖອກເລືອດສັດໃສ່ທັງສີ່ດ້ານຂອງແທ່ນ.
3
ໃຫ້ເອົາໄຂມັນທັງໝົດອອກແລະຖວາຍເທິງແທ່ນບູຊາຄື: ໄຂມັນໃນຫາງ, ໄຂມັນທີ່ຕິດກັບເຄື່ອງໃນໄສ້ພຸງ,
4
ໝາກໄຂ່ຫລັງທັງສອງອັນກັບໄຂມັນທີ່ຢູ່ເທິງນັ້ນ ແລະໜັງບາງໆຫຸ້ມຫໍ່ຕັບ.
5
ປະໂຣຫິດຈະຕ້ອງເຜົາໄຂມັນທັງໝົດນັ້ນເທິງແທ່ນບູຊາ ເປັນພິທີຖວາຍບູຊາອາຫານດ້ວຍໄຟແກ່ພຣະເຈົ້າຢາເວ. ອັນນີ້ແມ່ນເຄື່ອງຖວາຍຊົດໃຊ້ແທນຄືນ.
6
ຜູ້ຊາຍທຸກໆຄົນໃນຄອບຄົວປະໂຣຫິດກິນຊີ້ນສັດທີ່ຖວາຍແລ້ວນັ້ນໄດ້, ແຕ່ຕ້ອງກິນໃນບ່ອນສັກສິດ ເພາະເປັນເຄື່ອງບໍຣິສຸດທີ່ສຸດ.
7
ລະບຽບການຂໍ້ໜຶ່ງທີ່ໃຊ້ປະຕິບັດກັບການຖວາຍເພື່ອລຶບລ້າງບາບ ແລະເພື່ອຊົດໃຊ້ແທນຄືນຄື: ຊີ້ນສັດນັ້ນເປັນຂອງປະໂຣຫິດຜູ້ເຮັດພິທີ.
8
ໜັງສັດທີ່ໄດ້ຖວາຍເປັນເຄື່ອງເຜົາບູຊາແລ້ວ ໃຫ້ເປັນຂອງປະໂຣຫິດຜູ້ເຮັດພິທີ.
9
ການຖວາຍພືດຜົນເປັນເມັດທຸກຄັ້ງ ທີ່ໄດ້ບົດເປັນແປ້ງແລະອົບໃນເຕົາ ຫລືຈືນໃສ່ໝໍ້ຂາງ ຫລືປີ້ງເທິງເຫລັກປີ້ງ ຕ້ອງເປັນຂອງປະໂຣຫິດຜູ້ເຮັດພິທີຖວາຍ.
10
ແຕ່ຖ້າພືດຜົນເປັນເມັດຍັງດິບຢູ່ແລະບໍ່ທັນໄດ້ຂົ້ວ ເຖິງແມ່ນວ່າຈະປົນກັບນໍ້າມັນຫລືແຫ້ງແລ້ວກໍຕາມ ໃຫ້ເປັນຂອງປະໂຣຫິດຜູ້ສືບເຊື້ອສາຍມາຈາກຄອບຄົວອາໂຣນ ໂດຍໃຫ້ແບ່ງປັນເປັນສ່ວນເທົ່າກັນ.
11
ຕໍ່ໄປນີ້ ແມ່ນລະບຽບການຕ່າງໆ ສຳລັບເຄື່ອງຖວາຍເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ.
12
ຖ້າຊາຍຄົນໜຶ່ງຖວາຍເພື່ອໂມທະນາຂອບພຣະຄຸນພຣະເຈົ້າ ລາວຈະຕ້ອງນຳເຄື່ອງຖວາຍນັ້ນມາພ້ອມກັບສັດທີ່ຈະຂ້າບູຊາເຊັ່ນ: ເຂົ້າຈີ່ບໍ່ມີເຊື້ອແປ້ງ ອາດເປັນກ້ອນເຮັດຈາກແປ້ງເຂົ້າທີ່ປົນກັບນໍ້າມັນໝາກກອກເທດ ຫລືເຂົ້າໜົມແຜ່ນບາງໆທີ່ທາດ້ວຍນໍ້າມັນໝາກກອກເທດ ຫລືເຂົ້າໜົມເປັນແຜ່ນເຮັດດ້ວຍແປ້ງເຂົ້າປົນກັບນໍ້າມັນໝາກກອກເທດ.
13
ນອກຈາກນີ້ ລາວຈະຕ້ອງນຳເຂົ້າຈີ່ບໍ່ມີເຊື້ອແປ້ງມາຖວາຍຕື່ມອີກ.
14
ລາວຈະຕ້ອງເອົາເຂົ້າຈີ່ສ່ວນໜຶ່ງຂອງແຕ່ລະຊະນິດ ຖວາຍແກ່ພຣະເຈົ້າຢາເວ; ສ່ວນນີ້ຈະເປັນຂອງປະໂຣຫິດຜູ້ເອົາເລືອດສັດໄປຊິດໃສ່ແທ່ນບູຊາ.
15
ຊີ້ນສັດຕ້ອງກິນໃນມື້ທີ່ຖວາຍບູຊາເທົ່ານັ້ນ; ຢ່າໃຫ້ມີຊີ້ນສັດສ່ວນໃດສ່ວນໜຶ່ງ ເຫຼືອໄວ້ຈົນເຖິງຕອນເຊົ້າຂອງມື້ໃໝ່.
16
ຖ້າຊາຍຄົນໜຶ່ງນຳເຄື່ອງມາຖວາຍບູຊາເພື່ອຄວາມສາມັກຄີທຳ ຕາມການແກ້ບະບົນຫລືໃຈສະໝັກກໍດີ ໃຫ້ລາວກິນເຄື່ອງຖວາຍບູຊາໃນມື້ຈັດພິທີນັ້ນ; ສ່ວນທີ່ເຫຼືອໃຫ້ລາວເອົາໄວ້ກິນໃນມື້ຕໍ່ໄປກໍໄດ້.
17
ຊີ້ນທຸກຊະນິດທີ່ປະໂຣຫິດປະໄວ້ຈົນເຖິງສາມມື້ໃຫ້ເຜົາໄຟຖິ້ມໝົດ.
18
ຖ້າຜູ້ໃດຍັງເອົາຊີ້ນທີ່ເຫຼືອຢູ່ນັ້ນມາກິນໃນມື້ທີສາມ ພຣະເຈົ້າກໍຈະບໍ່ຮັບການຖວາຍຂອງຊາຍຄົນນັ້ນ. ການຖວາຍນີ້ຈະຖືວ່າບໍ່ຖືກຍອມຮັບ ແຕ່ຈະຖືວ່າເປັນມົນທິນ ແລະຜູ້ໃດກໍຕາມທີ່ກິນຈະໄດ້ຮັບຜົນກຳ.
19
ຖ້າຊີ້ນສັດສ່ວນໃດໄປຖືກຂອງທີ່ເປັນມົນທິນ ຢ່າໄດ້ກິນຊີ້ນສ່ວນນັ້ນ ແຕ່ໃຫ້ເຜົາໄຟຖິ້ມເສຍ. ສຳລັບຊີ້ນສ່ວນອື່ນ ຄົນໃດທີ່ບໍ່ເປັນມົນທິນຕາມກົດບັນຍັດກິນຊີ້ນນັ້ນໄດ້
20
ແຕ່ຖ້າຄົນໃດທີ່ເປັນມົນທິນກິນຊີ້ນນັ້ນ ລາວຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະເຈົ້າຢາເວອີກຕໍ່ໄປ.
21
ເຊັ່ນດຽວກັນ ຖ້າຜູ້ໃດກິນຊີ້ນທີ່ຖວາຍນີ້ ຫລັງຈາກຕົນໄດ້ແຕະຕ້ອງສິ່ງທີ່ເປັນມົນທິນຕາມກົດບັນຍັດແລ້ວ ບໍ່ວ່າຈາກຄົນຫລືຈາກສັດກໍຕາມ ຜູ້ນັ້ນຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະເຈົ້າຢາເວອີກຕໍ່ໄປ.
22
ພຣະເຈົ້າຢາເວໄດ້ອອກລະບຽບການດັ່ງຕໍ່ໄປນີ້ມອບໃຫ້ໂມເຊ
23
ເພື່ອໃຫ້ປະຊາຊົນອິດສະຣາເອນປະຕິບັດຕາມຄື: ຢ່າກິນໄຂມັນຂອງງົວ ແກະຫລືແບ້.
24
ຢ່າກິນໄຂມັນສັດທີ່ຕາຍເອງ ຫລືທີ່ຖືກສັດປ່າກັດຕາຍ ແຕ່ຈະເອົາໄປເຮັດຢ່າງອື່ນກໍໄດ້.
25
ຖ້າຜູ້ໃດກິນໄຂມັນສັດ ທີ່ໄດ້ຖວາຍດ້ວຍໄຟເປັນອາຫານແກ່ພຣະເຈົ້າຢາເວຕາມພິທີແລ້ວ ຜູ້ນັ້ນຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະອົງອີກຕໍ່ໄປ.
26
ຊາວອິດສະຣາເອນບໍ່ວ່າພວກເຂົາຈະຢູ່ບ່ອນໃດກໍຕາມ ຢ່າເອົາເລືອດນົກຫລືເລືອດສັດ ມາກິນເປັນອາຫານ.
27
ຜູ້ໃດທີ່ຝ່າຝືນລະບຽບການນີ້ ຜູ້ນັ້ນຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະອົງອີກຕໍ່ໄປ.
28
ພຣະເຈົ້າຢາເວໄດ້ອອກລະບຽບການຕໍ່ໄປນີ້
29
ມອບໃຫ້ໂມເຊບອກປະຊາຊົນອິດສະຣາເອນປະຕິບັດຕາມ ດັ່ງນີ້: ຖ້າຜູ້ໃດນຳເຄື່ອງມາຖວາຍເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ ຜູ້ນັ້ນຕ້ອງນຳເຄື່ອງຖວາຍມາເປັນຂອງຖວາຍແກ່ພຣະເຈົ້າຢາເວ.
30
ຈົ່ງໃຫ້ລາວຖືມາໂດຍຕົນເອງຕາມພິທີຖວາຍບູຊາອາຫານດ້ວຍໄຟແກ່ພຣະເຈົ້າຢາເວ. ລາວຈະຕ້ອງເອົາໄຂມັນສັດພ້ອມທັງຊີ້ນໜ້າເອິກ ມາຖວາຍເປັນຂອງຖວາຍແກວ່ງໄປແກວ່ງມາຕໍ່ໜ້າພຣະເຈົ້າຢາເວ.
31
ປະໂຣຫິດຈະເປັນຜູ້ເຜົາໄຂມັນນັ້ນເທິງແທ່ນບູຊາ ແຕ່ຊີ້ນໜ້າເອິກນັ້ນຈະຕ້ອງເປັນຂອງອາໂຣນແລະພວກລູກຊາຍຂອງລາວ.
32
ຂາຂວາດ້ານຫລັງສັດຈະຕ້ອງມອບເປັນຂອງບຳລຸງແກ່ປະໂຣຫິດ
33
ສຳລັບປະໂຣຫິດຜູ້ຖວາຍເລືອດກັບໄຂມັນຕາມພິທີຖວາຍເພື່ອຄວາມສາມັກຄີທຳ, ຜູ້ນັ້ນຕ້ອງໄດ້ຮັບຊີ້ນຂາຂວາດ້ານຫລັງຂອງສັດນັ້ນ.
34
ຊີ້ນໜ້າເອິກແລະຊີ້ນຂາຂວາດ້ານຫລັງຂອງສັດ ທີ່ປະຊາຊົນອິດສະຣາເອນນຳມາຖວາຍເປັນຂອງມອບໃຫ້ອາໂຣນແລະພວກລູກຊາຍຂອງລາວ.
35
ອັນນີ້ເປັນສ່ວນອາຫານທີ່ຖວາຍແກ່ພຣະເຈົ້າຢາເວ ຊຶ່ງໄດ້ມອບໃຫ້ອາໂຣນແລະພວກລູກຊາຍຂອງຕົນ ໃນມື້ທີ່ສະຖາປະນາພວກເຂົາເປັນປະໂຣຫິດຮັບໃຊ້ຕໍ່ໜ້າພຣະເຈົ້າຢາເວ.
36
ໃນມື້ນັ້ນ ພຣະເຈົ້າຢາເວໄດ້ສັ່ງປະຊາຊົນອິດສະຣາເອນ ເອົາເຄື່ອງຖວາຍສ່ວນນັ້ນໃຫ້ແກ່ພວກປະໂຣຫິດ. ອັນນີ້ແມ່ນລະບຽບການ ທີ່ປະຊາຊົນອິດສະຣາເອນຕ້ອງເຊື່ອຟັງທຸກຍຸກທຸກສະໄໝສືບໄປ.
37
ສະນັ້ນ ທັງໝົດນີ້ຈຶ່ງແມ່ນລະບຽບການສຳລັບເຜົາເຄື່ອງຖວາຍບູຊາ, ຖວາຍພືດຜົນເປັນເມັດ, ຖວາຍເພື່ອລຶບລ້າງບາບ, ຖວາຍເພື່ອຊົດໃຊ້ແທນຄືນ, ຖວາຍສຳລັບການສະຖາປະນາ ແລະຖວາຍເພື່ອຄວາມສາມັກຄີທຳ.
38
ພຣະເຈົ້າຢາເວໄດ້ມອບຂໍ້ຄຳສັ່ງເຫຼົ່ານີ້ໃຫ້ແກ່ໂມເຊ ທີ່ເທິງພູເຂົາຊີນາຍ ໃນມື້ທີ່ເພິ່ນໄດ້ບອກປະຊາຊົນອິດສະຣາເອນ ໃຫ້ນຳເຄື່ອງມາຖວາຍບູຊາແກ່ພຣະເຈົ້າຢາເວຢູ່ໃນຖິ່ນແຫ້ງແລ້ງກັນດານຂອງຊີນາຍ.
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27