bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Leviticus 17
Leviticus 17
Lao Bible 2012 (ພຣະຄຳພີສັກສິ)
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 18 →
1
ພຣະເຈົ້າຢາເວໄດ້ສັ່ງໂມເຊ
2
ໃຫ້ມອບລະບຽບການດັ່ງຕໍ່ໄປນີ້ແກ່ອາໂຣນແລະພວກລູກຊາຍ ພ້ອມທັງປະຊາຊົນອິດສະຣາເອນທຸກຄົນ ແລະຈົ່ງກ່າວແກ່ພວກເຂົາວ່າ, ພຣະເຈົ້າຢາເວໄດ້ສັ່ງໄວ້ດັ່ງນີ້:
3
ຖ້າຄົນອິດສະຣາເອນຜູ້ໜຶ່ງຂ້າປາດຄໍງົວ ຫລືແກະ ຫລືແບ້ໂຕໜຶ່ງ ເພື່ອຖວາຍແກ່ພຣະເຈົ້າຢາເວໃນບ່ອນໃດກໍດີ ແທນທີ່ຈະເອົາມາຖວາຍທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມຈະໄດ້ເປັນເຄື່ອງຖວາຍແກ່ພຣະເຈົ້າຢາເວຕໍ່ໜ້າຫໍເຕັນສັກສິດຂອງພຣະເຈົ້າຢາເວ; ແມ່ນຄົນນັ້ນໄດ້ລະເມີດກົດບັນຍັດ ເພາະລາວໄດ້ເຮັດໃຫ້ເລືອດໄຫລອອກ ແລະລາວຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະອົງອີກຕໍ່ໄປ.
5
ຄວາມໝາຍຂອງຄຳສັ່ງນີ້ ເພື່ອໃຫ້ປະຊາຊົນນຳສັດທີ່ພວກເຂົາເຄີຍຂ້ານອກເມືອງນັ້ນ ມາຂ້າຖວາຍແກ່ພຣະເຈົ້າຢາເວ. ບັດນີ້ ພວກເຂົາຈະຕ້ອງນຳສັດເຫຼົ່ານັ້ນ ມາຫາປະໂຣຫິດທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ ແລະຂ້າສັດນັ້ນຕາມພິທີຖວາຍເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ.
6
ປະໂຣຫິດຈະຊິດເລືອດສັດໃສ່ຂ້າງທັງສີ່ຂອງແທ່ນບູຊາຂອງພຣະເຈົ້າຢາເວ ທີ່ຕັ້ງຢູ່ທາງເຂົ້າຫໍເຕັນບ່ອນຊຸມນຸມ ແລະເຜົາໄຂມັນເພື່ອໃຫ້ກິ່ນຫອມຫວນເປັນທີ່ພໍໃຈພຣະເຈົ້າຢາເວ.
7
ແລ້ວປະຊາຊົນອິດສະຣາເອນກໍຈະບໍ່ເຮັດຜິດອີກຕໍ່ໄປຄື: ຈະບໍ່ຂ້າສັດຂອງພວກເຂົາຖວາຍແກ່ຜີປີສາດແບ້. ປະຊາຊົນອິດສະຣາເອນຕ້ອງຢຶດຖືລະບຽບການນີ້ໄວ້ ທຸກຍຸກທຸກສະໄໝສືບໄປ.
8
ຖ້າຊາວອິດສະຣາເອນ ຫລືຊາວຕ່າງດ້າວຜູ້ໜຶ່ງຜູ້ໃດ ທີ່ອາໄສຢູ່ນຳຊຸມຊົນ ນຳເຄື່ອງມາເຜົາຖວາຍຫລືເຄື່ອງບູຊາອື່ນໆ
9
ມາຖວາຍແກ່ພຣະເຈົ້າຢາເວຢູ່ໃນບ່ອນໃດໆກໍຕາມ ນອກຈາກທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມແລ້ວ ຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະອົງອີກຕໍ່ໄປ.
10
ຖ້າຊາວອິດສະຣາເອນ ຫລືຄົນຕ່າງດ້າວຜູ້ໃດຜູ້ໜຶ່ງ ທີ່ອາໄສຢູ່ທ່າມກາງເຈົ້າ ກິນຊີ້ນທີ່ມີເລືອດຢູ່; ເຮົາຈະຕໍ່ສູ້ລາວ ແລະເຮົາຈະບໍ່ຖືຜູ້ນັ້ນວ່າເປັນປະຊາຊົນຂອງເຮົາອີກຕໍ່ໄປ.
11
ຊີວິດຂອງທຸກໆສິ່ງທີ່ເປັນຢູ່ແມ່ນຢູ່ໃນເລືອດ; ເພາະສະນັ້ນ ເຮົາຈຶ່ງໄດ້ສັ່ງໃຫ້ຖອກເລືອດທຸກຊະນິດໃສ່ເທິງແທ່ນບູຊາ ເພື່ອລຶບລ້າງການບາບທຸກຢ່າງຂອງປະຊາຊົນ. ເລືອດສາມາດລຶບລ້າງບາບໄດ້ ເພາະແມ່ນຊີວິດ.
12
ດັ່ງນັ້ນ ເຮົາຈຶ່ງໄດ້ບອກປະຊາຊົນອິດສະຣາເອນບໍ່ໃຫ້ພວກເຂົາ ຫລືຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງເຈົ້າ ກິນຊີ້ນທີ່ມີເລືອດຢູ່.
13
ຖ້າຊາວອິດສະຣາເອນຫລືຄົນຕ່າງດ້າວຜູ້ໜຶ່ງຜູ້ໃດ ທີ່ອາໄສຢູ່ທ່າມກາງເຈົ້າ ຈັບສັດ ຫລືນົກທີ່ບໍ່ເປັນມົນທິນຕາມກົດບັນຍັດໄດ້ ລາວຕ້ອງຂ້າສັດນັ້ນໂດຍໃຫ້ເລືອດໄຫລລົງໃສ່ດິນ ແລະເອົາຂີ້ຝຸ່ນດິນຖົມໄວ້.
14
ຊີວິດຂອງທຸກໆສິ່ງທີ່ເປັນຢູ່ ແມ່ນຢູ່ໃນເລືອດ ເພາະສະນັ້ນ ເຮົາຈຶ່ງໄດ້ບອກປະຊາຊົນອິດສະຣາເອນບໍ່ໃຫ້ກິນຊີ້ນສັດໃດໆທີ່ມີເລືອດຢູ່ ແລະຜູ້ໃດຜູ້ໜຶ່ງທີ່ຍັງຂືນກິນ ເຮົາຈະບໍ່ຖືຜູ້ນັ້ນວ່າ ເປັນປະຊາຊົນຂອງເຮົາອີກຕໍ່ໄປ.
15
ບຸກຄົນໃດໆ ບໍ່ວ່າຄົນອິດສະຣາເອນ ຫລືຄົນຕ່າງດ້າວກໍຕາມ ທີ່ໄດ້ກິນຊີ້ນສັດຕາຍເອງ ຫລືຖືກສັດປ່າກັດຕາຍ; ລາວຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ, ອາບນໍ້າຊຳລະຮ່າງກາຍ ແລະລາວຈະເປັນມົນທິນຈົນຮອດຄໍ່າ ຈົ່ງອາບນໍ້າຊັກເຄື່ອງ ຫລັງຈາກນັ້ນ ຈຶ່ງຖືວ່າຈະບໍ່ເປັນມົນທິນຕາມກົດບັນຍັດ.
16
ຖ້າລາວບໍ່ອາບນໍ້າຊັກເຄື່ອງ ລາວຈະໄດ້ຮັບໂທດກຳຂອງລາວ.
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 18 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27