bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Samuel 1
1 Samuel 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 2 →
1
ຍັງມີຊາຍຄົນໜຶ່ງຊື່ວ່າ ເອນການາ ຄົນໃນເຜົ່າເອຟຣາອິມ ຜູ້ທີ່ອາໄສຢູ່ໃນເມືອງຣາມາໃນເຂດເນີນພູເອຟຣາອິມ. ລາວເປັນລູກຊາຍຂອງເຢໂຣຮາມແລະຫລານຊາຍຂອງເອລີຮູ ແລະເປັນຄົນໃນຄອບຄົວໂຕຮູ ຊຶ່ງເປັນສ່ວນໜຶ່ງຂອງຕະກຸນຊູເຟ.
2
ເອນການາມີເມຍສອງຄົນ ຄືນາງຮັນນາແລະນາງເປນິນນາ. ນາງເປນິນນາມີລູກ, ແຕ່ນາງຮັນນາບໍ່ມີລູກ.
3
ທຸກໆປີໃດ ເອນການາໄດ້ອອກຈາກເມືອງຣາມາ ໄປນະມັດສະການ ແລະຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ ອົງຊົງຣິດອຳນາດຍິ່ງໃຫຍ່ທີ່ເມືອງຊີໂລ. ພວກທີ່ເປັນປະໂຣຫິດຂອງພຣະເຈົ້າຢາເວໃນເມືອງນີ້ແມ່ນໂຮຟະນີແລະຟີເນຮາ ລູກຊາຍສອງຄົນຂອງເອລີ.
4
ທຸກໆເທື່ອທີ່ເອນການາຖວາຍເຄື່ອງບູຊາຂອງຕົນ ລາວຈະແບ່ງເຄື່ອງຖວາຍນັ້ນໃຫ້ເປນິນນາ ແລະ ລູກຂອງນາງແຕ່ລະຄົນ.
5
ສ່ວນຮັນນານັ້ນ ລາວໄດ້ແບ່ງໃຫ້ສອງສ່ວນ ເພາະ ລາວຮັກນາງຫຼາຍ, ແຕ່ພຣະເຈົ້າຢາເວບໍ່ໃຫ້ນາງມີລູກ.
6
ເປນິນນາຄູ່ແຂ່ງຂອງນາງໄດ້ເຮັດໃຫ້ນາງເຈັບໃຈແລະອັບອາຍຢູ່ເລື້ອຍມາ ຍ້ອນພຣະເຈົ້າຢາເວບໍ່ໃຫ້ນາງຮັນນາມີລູກ.
7
ເຫດການເຊັ່ນນີ້ເກີດຂຶ້ນທຸກປີ ເທື່ອໃດທີ່ພວກເຂົາຂຶ້ນໄປທີ່ວິຫານຂອງພຣະເຈົ້າຢາເວ ເທື່ອນັ້ນເປນິນນາກໍເຮັດໃຫ້ຮັນນາໂສກເສົ້າເສຍໃຈຢ່າງຫລວງຫລາຍ ຈົນນາງຕ້ອງຮ້ອງໄຫ້ ແລະບໍ່ກິນຫຍັງໝົດ.
8
ເອນການາຜູ້ເປັນຜົວຈຶ່ງຖາມນາງວ່າ, “ຮັນນາເອີຍ ເປັນຫຍັງນ້ອງຈຶ່ງຮ້ອງໄຫ້ແລະບໍ່ກິນຫຍັງ? ເປັນຫຍັງນ້ອງຈຶ່ງໂສກເສົ້າຢູ່ເລື້ອຍໆ? ອ້າຍບໍ່ດີກວ່າລູກສິບຄົນສຳລັບນ້ອງຊັ້ນບໍ?”
9
ມີຄັ້ງໜຶ່ງ ຢູ່ໃນວິຫານຂອງພຣະເຈົ້າຢາເວທີ່ເມືອງຊີໂລ ຫລັງຈາກເອນການາກັບຄອບຄົວກິນເຂົ້າແລ້ວ ນາງຮັນນາກໍໜີໄປ. ນາງທຸກໃຈຫລາຍທີ່ສຸດ. ສະນັ້ນ ນາງຈຶ່ງຮ້ອງໄຫ້ດ້ວຍຄວາມຂົມຂື່ນ ໃນຂະນະທີ່ນາງພາວັນນາອະທິຖານຕໍ່ໜ້າພຣະເຈົ້າຢາເວຢູ່. ໃນເວລາດຽວກັນນັ້ນ ປະໂຣຫິດເອລີກໍນັ່ງຢູ່ທີ່ບ່ອນຂອງເພິ່ນໃກ້ປະຕູ.
11
ນາງຮັນນາສາບານຢ່າງໜັກແໜ້ນວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງຊົງຣິດອຳນາດຍິ່ງໃຫຍ່ ຂໍພຣະອົງຫລຽວເບິ່ງຄວາມໂສກເສົ້າຂອງຂ້ານ້ອຍ ແລະລະນຶກເຖິງຂ້ານ້ອຍດ້ວຍ ຂໍຢ່າລືມໄລຂ້ານ້ອຍເລີຍ ຖ້າພຣະອົງໂຜດລູກຊາຍໃຫ້ຂ້ານ້ອຍ ຂ້ານ້ອຍຂໍສັນຍາວ່າ ຈະອຸທິດຖວາຍເດັກນັ້ນແກ່ພຣະອົງຕະຫລອດຊົ່ວຊີວິດຂອງລາວ ແລະລາວຈະບໍ່ຕັດຜົມຂອງລາວຈັກເທື່ອ.”
12
ນາງຮັນນາພາວັນນາອະທິຖານຕໍ່ໜ້າພຣະເຈົ້າຢາເວເປັນເວລາຍາວນານ ສ່ວນເອລີນັ້ນກໍເຝົ້າສັງເກດເບິ່ງປາກຂອງນາງ.
13
ນາງພາວັນນາອະທິຖານຢູ່ໃນໃຈ ປາກຂອງນາງເໜັງຕີງແຕ່ບໍ່ໄດ້ຍິນສຽງ. ດັ່ງນັ້ນ ເອລີຈຶ່ງຄິດວ່ານາງເມົາເຫລົ້າ;
14
ເພິ່ນເວົ້າຕໍ່ນາງວ່າ, “ຢ່າເປັນຄົນຂີ້ເມົາເລີຍ ຈົ່ງເຊົາດື່ມເຫຼົ້າສາ.”
15
ນາງຕອບວ່າ, “ບໍ່ແມ່ນ ທ່ານເອີຍ ຂ້ານ້ອຍບໍ່ໄດ້ດື່ມເຫຼົ້າ, ແຕ່ຂ້ານ້ອຍທຸກໃຈໜັກ ຈຶ່ງພາວັນນາອະທິຖານລະບາຍຄວາມທຸກໜັກໃນຈິດວິນຍານຂອງຂ້ານ້ອຍຕໍ່ໜ້າພຣະເຈົ້າຢາເວ.
16
ຢ່າຄິດວ່າຂ້ານ້ອຍເປັນຍິງຊົ່ວຮ້າຍເລີຍ ຂ້ານ້ອຍພາວັນນາອະທິຖານຄວນຄາງຢູ່ຢ່າງນີ້ເພາະຂ້ານ້ອຍເປັນທຸກໜັກໃຈຫລາຍທີ່ສຸດຈົນເຖິງບັດນີ້.”
17
ເອລີກ່າວວ່າ, “ຈົ່ງໄປເປັນສຸກເຖີດ ຂໍພຣະເຈົ້າແຫ່ງຊາດອິດສະຣາເອນໂຜດໃຫ້ຕາມທີ່ເຈົ້າຮ້ອງຂໍຕໍ່ພຣະອົງນັ້ນເທີ້ນ.”
18
ນາງຕອບເພິ່ນວ່າ, “ຂໍທ່ານຈົ່ງຄິດເມດຕາຂ້ານ້ອຍເລື້ອຍໄປແດ່ທ້ອນ.” ແລ້ວນາງກໍຈາກໄປ. ນາງເລີ່ມກິນເຂົ້າແດ່ເລັກນ້ອຍແລະບໍ່ໄດ້ໂສກເສົ້າອີກຕໍ່ໄປ.
19
ເຊົ້າມື້ໃໝ່ມາ ເອນການາພ້ອມທັງຄອບຄົວໄດ້ລຸກແຕ່ເຊົ້າ. ຫລັງຈາກນະມັດສະການຕໍ່ໜ້າພຣະເຈົ້າຢາເວແລ້ວ ພວກເຂົາກໍໄດ້ກັບຄືນເມືອເຮືອນຂອງພວກເຂົາທີ່ຣາມາ. ເອນການາໄດ້ສົມສູ່ກັບນາງຮັນນາເມຍຂອງຕົນ ແລະພຣະເຈົ້າຢາເວກໍໄດ້ຊົງລະນຶກເຖິງນາງ.
20
ດັ່ງນັ້ນ ນາງຈຶ່ງຖືພາແລະເກີດລູກຊາຍຜູ້ໜຶ່ງ. ນາງຕັ້ງຊື່ໃຫ້ເດັກນັ້ນວ່າ ຊາມູເອນ ແລະອະທິບາຍວ່າ, “ເພາະຂ້ອຍຂໍເດັກຄົນນີ້ຈາກພຣະເຈົ້າຢາເວ.”
21
ຕໍ່ມາ ເອນການາແລະຄອບຄົວໄດ້ຂຶ້ນໄປທີ່ເມືອງຊີໂລອີກ ເພື່ອຖວາຍເຄື່ອງບູຊາປະຈຳປີ ແລະເຄື່ອງບູຊາພິເສດແກ່ພຣະເຈົ້າຢາເວຕາມທີ່ໄດ້ສາບານໄວ້.
22
ແຕ່ໃນຄັ້ງນີ້ ຮັນນາບໍ່ໄດ້ໄປນຳ ນາງເວົ້າກັບຜົວວ່າ, “ຊາມູເອນເຊົານົມເມື່ອໃດ ຂ້ອຍຈະເອົາລາວໄປເຝົ້າຕໍ່ໜ້າພຣະເຈົ້າຢາເວເມື່ອນັ້ນ ແລະລາວຈະຢູ່ທີ່ນັ້ນຕະຫລອດຊົ່ວຊີວິດຂອງລາວ.”
23
ເອນການາຕອບວ່າ, “ຈົ່ງເຮັດຕາມທີ່ເຈົ້າຄິດວ່າດີແລະຢູ່ເຮືອນຈົນກວ່າລູກເຊົານົມ ຂໍພຣະເຈົ້າຢາເວເຮັດໃຫ້ຄຳສັນຍາຂອງເຈົ້າ ເປັນຄວາມຈິງເທີ້ນ.” ດັ່ງນັ້ນ ນາງຮັນນາຈຶ່ງຢູ່ເຮືອນລ້ຽງລູກຂອງຕົນ.
24
ຫລັງຈາກເດັກນ້ອຍເຊົານົມແລ້ວ ນາງຈຶ່ງຕຽມເອົາງົວເຖິກອາຍຸສາມປີໜຶ່ງໂຕ, ແປ້ງເຂົ້າສິບກິໂລກຼາມ ແລະເຫຼົ້າອະງຸ່ນໜຶ່ງຖົງໜັງ ແລ້ວນາງກໍພາລູກທີ່ຍັງນ້ອຍຢູ່ນັ້ນ ໄປທີ່ວິຫານຂອງພຣະເຈົ້າຢາເວທີ່ເມືອງຊີໂລ.
25
ຫລັງຈາກຂ້າງົວແລ້ວ ພວກເຂົາກໍນຳເອົາເດັກນ້ອຍມາຫາເອລີ.
26
ນາງຮັນນາເວົ້າກັບເອລີວ່າ, “ຂໍອະໄພທ່ານເອີຍ ທ່ານຈື່ຂ້ານ້ອຍໄດ້ບໍ? ຂ້ານ້ອຍຄືຍິງທີ່ທ່ານເຄີຍເຫັນຢືນຢູ່ທີ່ນີ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວ.
27
ຂ້ານ້ອຍໄດ້ພາວັນນາອະທິຖານຂໍລູກນຳພຣະອົງ ແລະພຣະເຈົ້າຢາເວກໍໂຜດໃຫ້ຕາມທີ່ຂ້ານ້ອຍໄດ້ພາວັນນາອະທິຖານຂໍນັ້ນແລ້ວ.
28
ດັ່ງນັ້ນ ຂ້ານ້ອຍຈຶ່ງຂໍອຸທິດເດັກນີ້ໃຫ້ແກ່ພຣະເຈົ້າຢາເວ, ລາວຈະເປັນຂອງພຣະເຈົ້າຢາເວຕະຫລອດຊົ່ວຊີວິດຂອງລາວ.” ແລ້ວພວກເຂົາ ກໍນະມັດສະການຕໍ່ໜ້າພຣະເຈົ້າຢາເວຢູ່ທີ່ນັ້ນ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 2 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31