bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Samuel 12
1 Samuel 12
Lao Bible 2012 (ພຣະຄຳພີສັກສິ)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 13 →
1
ແລ້ວຊາມູເອນກໍກ່າວແກ່ປະຊາຊົນອິດສະຣາເອນວ່າ, “ຂ້າພະເຈົ້າປະຕິບັດຕາມສິ່ງທີ່ພວກເຈົ້າໄດ້ຂໍຮ້ອງແລ້ວ ຂ້າພະເຈົ້າໄດ້ແຕ່ງຕັ້ງກະສັດຄົນໜຶ່ງໃຫ້ປົກຄອງພວກເຈົ້າ
2
ແລະດຽວນີ້ພວກເຈົ້າກໍມີກະສັດໂຊນເປັນຜູ້ນຳພາ. ສຳລັບຂ້າພະເຈົ້າເອງນັ້ນເຖົ້າແກ່ແລະຜົມກໍຫງອກຫລາຍແລ້ວ ແລະພວກລູກຊາຍຂອງຂ້າພະເຈົ້າກໍຍັງຢູ່ນຳພວກເຈົ້າ. ຂ້າພະເຈົ້າເປັນຜູ້ນຳຂອງພວກເຈົ້າແຕ່ຍັງໜຸ່ມຈົນເຖິງດຽວນີ້.
3
ຂ້າພະເຈົ້າຢູ່ທີ່ນີ້ແລ້ວ ສະນັ້ນ ຖ້າຂ້າພະເຈົ້າເຮັດຜິດປະການໃດປະການໜຶ່ງ ຈົ່ງໃຫ້ພວກເຈົ້າຮ້ອງຟ້ອງຂ້າພະເຈົ້າດຽວນີ້ ຢູ່ຊ້ອງໜ້າພຣະເຈົ້າຢາເວ ແລະກະສັດທີ່ພຣະອົງໄດ້ເລືອກເອົາ. ຂ້າພະເຈົ້າເຄີຍໄດ້ເອົາງົວແລະລໍຂອງຜູ້ໃດບໍ? ຂ້າພະເຈົ້າໄດ້ສໍ້ໂກງແລະກົດຂີ່ຂົ່ມເຫັງຜູ້ໃດແດ່? ຂ້າພະເຈົ້າໄດ້ຮັບສິນບົນຈາກຜູ້ໃດບໍ? ຖ້າຂ້າພະເຈົ້າໄດ້ເຮັດສິ່ງໃດສິ່ງໜຶ່ງດັ່ງທີ່ໄດ້ກ່າວມານີ້ ຂ້າພະເຈົ້າຍິນດີຈ່າຍຄືນສິ່ງທີ່ຂ້າພະເຈົ້າເອົາໄປນັ້ນ.”
4
ປະຊາຊົນພາກັນຕອບວ່າ, “ທ່ານບໍ່ໄດ້ສໍ້ໂກງ ຫລືຂົ່ມເຫັງພວກຂ້ານ້ອຍແຕ່ຢ່າງໃດເລີຍ ແລະທ່ານກໍບໍ່ໄດ້ເອົາສິ່ງໃດສິ່ງໜຶ່ງຈາກຜູ້ໃດຜູ້ໜຶ່ງດ້ວຍ.”
5
ຊາມູເອນຕອບຄືນວ່າ, “ມື້ນີ້ ພຣະເຈົ້າຢາເວພ້ອມກັບກະສັດທີ່ພຣະອົງເລືອກເອົານັ້ນ ໄດ້ເປັນພະຍານຕໍ່ໜ້າພວກເຈົ້າວ່າ ພວກເຈົ້າບໍ່ພົບຄວາມຜິດໃດໆໃນຕົວຂ້າພະເຈົ້າ.” ພວກເຂົາຕອບວ່າ, “ແມ່ນແລ້ວ ພຣະອົງເປັນພະຍານໃຫ້ພວກຂ້ານ້ອຍ.”
6
ຊາມູເອນກ່າວຕໍ່ໄປອີກວ່າ, “ແມ່ນພຣະເຈົ້າຢາເວທີ່ໄດ້ເລືອກເອົາໂມເຊກັບອາໂຣນ ແລະເປັນຜູ້ນຳພາປູ່ຍ່າຕາຍາຍຂອງພວກເຈົ້າອອກມາຈາກປະເທດເອຢິບ.
7
ບັດນີ້ ຈົ່ງຢືນຢູ່ກັບທີ່ຂອງພວກເຈົ້ານັ້ນແຫຼະ ແລະຂ້າພະເຈົ້າຈະຟ້ອງພວກເຈົ້າຕໍ່ພຣະເຈົ້າຢາເວ ໂດຍຕັກເຕືອນພວກເຈົ້າ ໃຫ້ຈົດຈຳພາລະກິດອັນຍິ່ງໃຫຍ່ທັງໝົດທີ່ພຣະເຈົ້າຢາເວໄດ້ກະທຳນັ້ນ ເພື່ອຊ່ວຍພວກເຈົ້າແລະປູ່ຍ່າຕາຍາຍໃຫ້ພົ້ນ.
8
ເມື່ອຢາໂຄບແລະຄອບຄົວຂອງເພິ່ນໄດ້ໄປທີ່ປະເທດເອຢິບ ຊາວເອຢິບໄດ້ຂົ່ມເຫັງພວກເພິ່ນ. ຝ່າຍປູ່ຍ່າຕາຍາຍຂອງພວກເຈົ້າກໍໄດ້ຮ້ອງຂໍພຣະເຈົ້າຢາເວໃຫ້ຊ່ວຍເຫລືອ ແລະພຣະເຈົ້າຢາເວໄດ້ສົ່ງໂມເຊແລະອາໂຣນໃຫ້ນຳພາພວກເຂົາອອກມາຈາກປະເທດເອຢິບ ຈົນພວກເຂົາໄດ້ມາຕັ້ງຖິ່ນຖານຢູ່ໃນດິນແດນນີ້.
9
ແຕ່ປະຊາຊົນຊໍ້າພັດໄດ້ລືມໄລ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ; ສະນັ້ນ ພຣະອົງຈຶ່ງໃຫ້ພວກຟີລິດສະຕິນກັບກະສັດແຫ່ງໂມອາບແລະສີເສຣາ ແມ່ທັບຂອງເມືອງຮາໂຊມາຕໍ່ສູ້ ແລະພວກເຂົາໄດ້ເອົາຊະນະບັນພະບຸລຸດຂອງພວກເຈົ້າ.
10
ແລ້ວພວກເຂົາກໍຮ້ອງຫາພຣະເຈົ້າຢາເວ ແລະໄດ້ກ່າວວ່າ, ‘ພວກຂ້ານ້ອຍໄດ້ເຮັດບາບເພາະພວກຂ້ານ້ອຍໄດ້ຫັນໜີໄປຈາກພຣະເຈົ້າຢາເວ ແລະໄປຂາບໄຫວ້ບັນດາຮູບເຄົາຣົບຂອງພະບາອານແລະຂອງເຈົ້າແມ່ອັດສະຕາກ. ບັດນີ້ ຂໍພຣະອົງໂຜດຊ່ວຍພວກຂ້ານ້ອຍໃຫ້ພົ້ນຈາກມືຂອງພວກສັດຕູແດ່ທ້ອນ ແລະພວກຂ້ານ້ອຍຈະຮັບໃຊ້ພຣະອົງ.’
11
ແລ້ວພຣະເຈົ້າຢາເວກໍໄດ້ສົ່ງຄົນເຫຼົ່ານີ້ມາ ມີດັ່ງນີ້: ກີເດໂອນ, ບາຣັກ, ເຢັບທາ ແລະຜູ້ສຸດທ້າຍແມ່ນຂ້າພະເຈົ້າເອງ. ພວກເຮົາແຕ່ລະຄົນໄດ້ຊ່ວຍກອບກູ້ເອົາພວກເຈົ້າໃຫ້ພົ້ນຈາກມືຂອງພວກສັດຕູ ແລະພວກເຈົ້າໄດ້ຢູ່ຢ່າງປອດໄພ.
12
ແຕ່ເມື່ອພວກເຈົ້າເຫັນວ່າ ເຈົ້ານາຮາດກະສັດແຫ່ງອຳໂມນກຳລັງມາໂຈມຕີພວກເຈົ້າ ພວກເຈົ້າຈຶ່ງປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າອົງເປັນກະສັດຂອງພວກເຈົ້າ ໂດຍໄດ້ເວົ້າກັບຂ້າພະເຈົ້າວ່າ, ‘ພວກເຮົາຢາກໄດ້ກະສັດອົງໜຶ່ງມາປົກຄອງ.’
13
ນີ້ເດ ກະສັດທີ່ພວກເຈົ້າເລືອກເອົາ ພວກເຈົ້າໄດ້ຂໍເອົາກະສັດ ແລະບັດນີ້ ພຣະເຈົ້າຢາເວກໍໃຫ້ພວກເຈົ້າມີກະສັດແລ້ວ.
14
ຖ້າພວກເຈົ້າຢຳເກງພຣະເຈົ້າຢາເວ, ຮັບໃຊ້ພຣະອົງ, ເຊື່ອຟັງພຣະອົງ ແລະປະຕິບັດຕາມຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ແລະຖ້າພວກເຈົ້າກັບກະສັດຂອງພວກເຈົ້າຕິດຕາມພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄປ ທຸກສິ່ງຈະເປັນໄປໂດຍດີສຳລັບພວກເຈົ້າ.
15
ແຕ່ຖ້າພວກເຈົ້າບໍ່ເຊື່ອຟັງພຣະເຈົ້າຢາເວ ແລະທັງບໍ່ປະຕິບັດຕາມຂໍ້ຄຳສັ່ງຂອງພຣະເຈົ້າຢາເວ. ແລ້ວມືຂອງພຣະເຈົ້າຢາເວຈະຕໍ່ສູ້ພວກເຈົ້າແລະກະສັດຂອງພວກເຈົ້າດ້ວຍ.
16
ສະນັ້ນ ຈົ່ງພາກັນຢືນຢູ່ບ່ອນທີ່ພວກເຈົ້າຢືນຢູ່ນັ້ນແຫຼະ ແລະພວກເຈົ້າຈະໄດ້ເຫັນເຫດການອັນຍິ່ງໃຫຍ່ທີ່ພຣະເຈົ້າຢາເວກຳລັງຈະເຮັດຕໍ່ໜ້າຕໍ່ຕາຂອງພວກເຈົ້າ.
17
ດຽວນີ້ ເປັນລະດູແລ້ງແມ່ນບໍ່? ແຕ່ຂ້າພະເຈົ້າຈະພາວັນນາອະທິຖານຂໍໃຫ້ພຣະເຈົ້າຢາເວສົ່ງສຽງຟ້າຮ້ອງມາ ແລະຝົນກໍຈະຕົກລົງ. ເມື່ອພວກເຈົ້າໄດ້ເຫັນເຫດການນີ້ແລ້ວ ພວກເຈົ້າຈະຮູ້ວ່າເວລາທີ່ພວກເຈົ້າຂໍເອົາກະສັດຈາກພຣະອົງນັ້ນ ພວກເຈົ້າໄດ້ເຮັດຜິດຢ່າງຮ້າຍແຮງຕໍ່ພຣະເຈົ້າຢາເວ.”
18
ດັ່ງນັ້ນ ຊາມູເອນຈຶ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ແລະໃນມື້ນັ້ນເອງ ພຣະເຈົ້າຢາເວໄດ້ສົ່ງສຽງຟ້າຮ້ອງມາ ແລະຝົນກໍຕົກ. ແລ້ວປະຊາຊົນທຸກຄົນກໍເກີດຢ້ານກົວພຣະເຈົ້າຢາເວ ແລະ ຊາມູເອນ;
19
ພວກເຂົາໄດ້ເວົ້າກັບຊາມູເອນວ່າ, “ທ່ານເອີຍ ກະລຸນາພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານສຳລັບພວກຜູ້ຮັບໃຊ້ຂອງທ່ານແດ່ ເພື່ອພວກຂ້ານ້ອຍຈະບໍ່ຕາຍ. ບັດນີ້ ພວກຂ້ານ້ອຍຮູ້ແລ້ວວ່າ ນອກຈາກການບາບອື່ນໆທີ່ພວກຂ້ານ້ອຍໄດ້ເຮັດແລ້ວ ພວກຂ້ານ້ອຍຍັງໄດ້ເຮັດບາບອີກທີ່ໄດ້ຂໍເອົາກະສັດ.”
20
ຊາມູເອນຕອບວ່າ, “ຢ່າຢ້ານເລີຍ ເຖິງແມ່ນວ່າພວກເຈົ້າໄດ້ເຮັດສິ່ງທີ່ຊົ່ວຊ້າກໍຕາມ ແຕ່ຢ່າຫັນໜີໄປຈາກພຣະເຈົ້າຢາເວ; ແຕ່ຈົ່ງບົວລະບັດຮັບໃຊ້ພຣະເຈົ້າຢາເວດ້ວຍສຸດໃຈຂອງພວກເຈົ້າ.
21
ຢ່າຫລົງໄຫລໄປນຳພະທຽມ; ມັນຊ່ວຍເຫລືອຫຍັງພວກເຈົ້າບໍ່ໄດ້ ເພາະມັນບໍ່ແມ່ນພຣະແທ້.
22
ພຣະເຈົ້າຢາເວຈະບໍ່ປະຖິ້ມພວກຂອງພຣະອົງ ໂດຍເຫັນແກ່ນາມຊື່ອັນຍິ່ງໃຫຍ່ຂອງພຣະອົງ ເພາະພຣະເຈົ້າຢາເວໄດ້ຕັດສິນໃຈຮັບເອົາພວກເຈົ້າ ເປັນປະຊາຊົນຂອງພຣະອົງແລ້ວ.
23
ສ່ວນຂ້າພະເຈົ້າ ພຣະເຈົ້າຢາເວໄດ້ຫ້າມຂ້າພະເຈົ້າບໍ່ໃຫ້ຢຸດເຊົາພາວັນນາອະທິຖານສຳລັບພວກເຈົ້າ ເພາະການຢຸດເຊົາພາວັນນາອະທິຖານສຳລັບພວກເຈົ້ານັ້ນ ເປັນການຜິດຕໍ່ພຣະອົງ; ແຕ່ຂ້າພະເຈົ້າຈະສັ່ງສອນພວກເຈົ້າໃຫ້ຮູ້ສິ່ງດີແລະສິ່ງທີ່ຖືກຕ້ອງ.
24
ຈົ່ງຢຳເກງພຣະເຈົ້າຢາເວເທົ່ານັ້ນແລະບົວລະບັດຮັບໃຊ້ພຣະອົງຢ່າງສັດຊື່ ດ້ວຍສຸດໃຈຂອງພວກເຈົ້າ. ຈົ່ງຈົດຈຳພາລະກິດອັນຍິ່ງໃຫຍ່ ທີ່ພຣະອົງໄດ້ເຮັດເພື່ອພວກເຈົ້າ.
25
ແຕ່ຖ້າພວກເຈົ້າຍັງດຳເນີນຊີວິດຢູ່ໃນຄວາມບາບ ພວກເຈົ້າແລະກະສັດຂອງພວກເຈົ້າຈະຖືກທຳລາຍ.”
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31