bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Samuel 27
1 Samuel 27
Lao Bible 2012 (ພຣະຄຳພີສັກສິ)
← Chapter 26
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 28 →
1
ດາວິດຄິດໃນໃຈວ່າ, “ໃນມື້ໜຶ່ງຂ້າງໜ້າ ກະສັດໂຊນຈະຕ້ອງຂ້າເຮົາແນ່ໆ. ດີທີ່ສຸດແລ້ວ ເຮົາຄວນໜີໄປຢູ່ໃນດິນແດນຂອງພວກຟີລິດສະຕິນ ແລ້ວກະສັດໂຊນກໍຈະບໍ່ຕາມຫາຂ້າເຮົາໃນອິດສະຣາເອນນີ້ອີກຕໍ່ໄປ ແລະເຮົາກໍຈະປອດໄພ.”
2
ດັ່ງນັ້ນ ດາວິດພ້ອມດ້ວຍຄົນຂອງເພິ່ນຫົກຮ້ອຍຄົນ ຈຶ່ງໄດ້ໄປຫາເຈົ້າອາກີເຊລູກຊາຍຂອງມາອົກ ກະສັດຂອງເມືອງກາດ.
3
ດາວິດພ້ອມທັງຄົນຂອງເພິ່ນແລະຄອບຄົວທັງໝົດຂອງພວກເຂົາ ໄດ້ຕັ້ງຖິ່ນຖານຢູ່ໃນເມືອງກາດ. ດາວິດມີເມຍສອງຄົນ ຄືອາຮີໂນອາມຊາວຢິດຊະເຣນ ແລະອາບີກາຍເມຍໝ້າຍຂອງນາບານຊາວກາເມນ.
4
ເມື່ອກະສັດໂຊນໄດ້ຍິນວ່າດາວິດໜີໄປຢູ່ເມືອງກາດແລ້ວ ເພິ່ນຈຶ່ງເຊົາຕາມລ່າຫາດາວິດ.
5
ດາວິດໄດ້ເວົ້າກັບເຈົ້າອາກີເຊວ່າ, “ຖ້າທ່ານເມດຕາຂ້ານ້ອຍ ຂໍໃຫ້ທ່ານເອົາເມືອງໜຶ່ງນ້ອຍໆໃຫ້ຂ້ານ້ອຍອາໄສຢູ່. ທ່ານເອີຍ ທ່ານບໍ່ຈຳເປັນໃຫ້ຂ້ານ້ອຍຕ້ອງອາໄສຢູ່ນຳທ່ານໃນເມືອງເອກນີ້ດອກ.”
6
ດັ່ງນັ້ນ ເຈົ້າອາກີເຊຈຶ່ງມອບເມືອງຊິກລັກໃຫ້ແກ່ດາວິດ. ດ້ວຍເຫດນີ້ເອງ ເມືອງຊິກລັກຈຶ່ງຕົກເປັນຂອງກະສັດແຫ່ງຢູດາຍ ນັບຕັ້ງແຕ່ເວລານັ້ນເປັນຕົ້ນມາ.
7
ດາວິດໄດ້ອາໄສຢູ່ໃນຟີລິດສະຕິນເປັນເວລາໜຶ່ງປີກັບສີ່ເດືອນ.
8
ໃນສະໄໝນັ້ນ ດາວິດກັບທະຫານຂອງເພິ່ນກໍໄດ້ໂຈມຕີຊາວເກຊູ, ຊາວກີຣິຊີ ແລະຊາວອາມາເຫຼັກ ຊຶ່ງເປັນພວກທີ່ຢູ່ໃນດິນແດນນັ້ນດົນນານມາແລ້ວ. ເພິ່ນໄດ້ຫລອນໂຈມຕີດິນແດນຂອງພວກເຂົາ ໄປຈົນເຖິງເມືອງຊູເຣແລະລົງໄປເຖິງດິນແດນປະເທດເອຢິບ.
9
ດາວິດໄດ້ຂ້າທັງຊາຍແລະຍິງ ແລະຢຶດເອົາແກະ, ງົວ, ອູດ, ລໍ, ຕະຫລອດທັງເຄື່ອງນຸ່ງຫົ່ມຂອງພວກເຂົາດ້ວຍ ແລ້ວເພິ່ນກໍກັບຄືນມາຫາເຈົ້າອາກີເຊ.
10
ເຈົ້າອາກີເຊໄດ້ຖາມເພິ່ນວ່າ, “ໃນເທື່ອນີ້ ເຈົ້າໄປຫລອນໂຈມຕີຢູ່ທາງໃດ?” ດາວິດຕອບເພິ່ນວ່າ, “ໄປທາງໃຕ້ຂອງຢູດາຍ ຫລືເຂດແດນຂອງເຜົ່າເຢຣາເມເອນ ຫລືເຂດແດນທີ່ຊາວເກນິດອາໄສຢູ່.”
11
ດາວິດໄດ້ຂ້າທຸກໆຄົນ ທັງຊາຍແລະຍິງ ເພື່ອບໍ່ໃຫ້ມີຜູ້ໃດກັບຄືນມາເມືອງກາດ ເພື່ອລາຍງານເຖິງເຫດການທີ່ເພິ່ນກັບຄົນຂອງເພິ່ນໄດ້ກະທຳ. ຕະຫລອດເວລາທີ່ດາວິດຢູ່ໃນຟີລິດສະຕິນນີ້ ເພິ່ນໄດ້ປະຕິບັດເຊັ່ນນີ້ສະເໝີ.
12
ສ່ວນເຈົ້າອາກີເຊກໍໄວ້ເນື້ອເຊື່ອໃຈດາວິດ ເພິ່ນຄິດຢູ່ໃນໃຈວ່າ, “ຊາວອິດສະຣາເອນຄົນຊາດດຽວກັນກຽດຊັງດາວິດຫລາຍທີ່ສຸດ. ສະນັ້ນ ລາວຈະຕ້ອງຮັບໃຊ້ເຮົາຕະຫລອດຊີວິດຂອງລາວ.”
← Chapter 26
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 28 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31