bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Samuel 5
1 Samuel 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 6 →
1
ຫລັງຈາກພວກຟີລິດສະຕິນໄດ້ຢຶດຫີບຂອງພຣະເຈົ້າໄປແລ້ວ ພວກເຂົາກໍຫາມຫີບນີ້ອອກຈາກເອເບັນເອເຊ ໄປສູ່ເມືອງຂອງພວກເຂົາທີ່ອາຊະໂດດ,
2
ໄດ້ນຳໄປທີ່ວັດພະດາໂກນ ແລະຕັ້ງໄວ້ຢູ່ຂ້າງຮູບພະດາໂກນຂອງພວກເຂົາ.
3
ເມື່ອຊາວອາຊະໂດດຕື່ນຂຶ້ນມາໃນຕອນເຊົ້າໄດ້ເຫັນວ່າ ຮູບພະດາໂກນລົ້ມຂວໍ້າໜ້າລົງຕໍ່ໜ້າຫີບຂອງພຣະເຈົ້າຢາເວ. ສະນັ້ນ ພວກເຂົາຈຶ່ງຍົກເອົາຮູບພະນັ້ນໄປໄວ້ບ່ອນເກົ່າຄືນ.
4
ໃນມື້ຕໍ່ມາແຕ່ເດິກໆ ພວກເຂົາເຫັນຮູບພະນັ້ນລົ້ມຂວໍ້າໜ້າລົງ ຕໍ່ໜ້າຫີບຂອງພຣະເຈົ້າຢາເວອີກຄືເກົ່າ. ໃນເທື່ອນີ້ທັງຫົວແລະແຂນທັງສອງຂອງຮູບພະນັ້ນຫັກອອກ ແລະກອງກັນໄວ້ທີ່ປະຕູ ມີພຽງແຕ່ໂຕຂອງຮູບພະເທົ່ານັ້ນທີ່ຍັງເຫລືອຢູ່. (
5
ດ້ວຍເຫດນີ້ ໃນທຸກມື້ນີ້ ປະໂຣຫິດຂອງພະດາໂກນ ແລະຊາວເມືອງອາຊະໂດດທຸກຄົນ ທີ່ຂາບໄຫວ້ພະດາໂກນຈຶ່ງບໍ່ຍອມຢຽບບ່ອນນັ້ນ ແຕ່ຍ່າງຂ້າມຜ່ານໄປ.)
6
ພຣະເຈົ້າຢາເວໄດ້ລົງໂທດຊາວເມືອງອາຊະໂດດຢ່າງໜັກ ທັງເຮັດໃຫ້ພວກເຂົາຢ້ານກົວພຣະອົງຫລາຍທີ່ສຸດ. ພຣະອົງຍັງໄດ້ລົງໂທດພວກເຂົາ ຕະຫລອດທັງປະຊາຊົນທີ່ຢູ່ອ້ອມແອ້ມນັ້ນໂດຍໃຫ້ເກີດຕຸ່ມຝີ.
7
ເມື່ອພວກເຂົາໄດ້ເຫັນເຫດການດັ່ງນີ້ເກີດຂຶ້ນ ຈຶ່ງເວົ້າວ່າ, “ຢ່າເອົາຫີບຂອງພຣະເຈົ້າຂອງຊາດອິດສະຣາເອນຢູ່ນຳພວກເຮົາ ເພາະວ່າມືຂອງພຣະອົງໄດ້ລົງໂທດພວກເຮົາກັບພະດາໂກນຂອງພວກເຮົາ.”
8
ສະນັ້ນ ພວກເຂົາຈຶ່ງໃຊ້ພວກຜູ້ນຳຂ່າວໄປເຊີນເອົາກະສັດຟີລິດສະຕິນຫ້າຄົນມາ ແລະຖາມວ່າ, “ພວກເຮົາຄວນຈະເຮັດຢ່າງໃດກັບຫີບຂອງພຣະເຈົ້າແຫ່ງຊາດອິດສະຣາເອນນີ້?” ພວກເພິ່ນຕອບວ່າ, “ໃຫ້ເອົາຫີບຂອງພຣະເຈົ້າໄປທີ່ເມືອງກາດ.” ດັ່ງນັ້ນ ພວກເຂົາຈຶ່ງນຳເອົາຫີບຂອງພຣະເຈົ້າແຫ່ງຊາດອິດສະຣາເອນໄປທີ່ເມືອງກາດ ຊຶ່ງເປັນເມືອງຂອງພວກຟີລິດສະຕິນອີກເມືອງໜຶ່ງ.
9
ແຕ່ພໍຫີບໄປເຖິງທີ່ນັ້ນແລ້ວ ພຣະເຈົ້າຢາເວກໍລົງໂທດຊາວເມືອງນີ້ເຊັ່ນກັນ ຄືເຮັດໃຫ້ພວກເຂົາສັບສົນວຸ້ນວາຍຫຼາຍ. ພຣະອົງໄດ້ລົງໂທດພວກເຂົາໃຫ້ເກີດຕຸ່ມຝີທັງຜູ້ໜຸ່ມແລະຜູ້ເຖົ້າ.
10
ເມື່ອເປັນເຊັ່ນນີ້ ພວກເຂົາຈຶ່ງສົ່ງຫີບຂອງພຣະເຈົ້າແຫ່ງຊາດອິດສະຣາເອນໄປທີ່ເມືອງເອັກໂຣນ ຊຶ່ງເປັນເມືອງຂອງພວກຟີລິດສະຕິນອີກເມືອງໜຶ່ງ. ເມື່ອຫີບພັນທະສັນຍາຂອງພຣະເຈົ້ານັ້ນມາເຖິງເມືອງນີ້ແລ້ວ ປະຊາຊົນກໍພາກັນຮ້ອງຂຶ້ນວ່າ, “ພວກເຂົາໄດ້ນຳເອົາຫີບພັນທະສັນຍາຂອງພຣະເຈົ້າແຫ່ງຊາດອິດສະຣາເອນມາທີ່ນີ້ ເພື່ອໝາຍຈະຂ້າພວກເຮົາແລະປະຊາຊົນຂອງພວກເຮົາ.”
11
ດັ່ງນັ້ນ ພວກເຂົາຈຶ່ງເຊີນເອົາກະສັດແຫ່ງຟີລິດສະຕິນທັງໝົດມາ ແລະຂໍຮ້ອງວ່າ, “ຈົ່ງສົ່ງຫີບພັນທະສັນຍາຂອງພຣະເຈົ້າແຫ່ງຊາດອິດສະຣາເອນກັບຄືນເມືອບ່ອນເກົ່າສາ ເພື່ອວ່າພວກເຮົາແລະປະຊາຊົນຂອງພວກເຮົາຈະບໍ່ໄດ້ຖືກຂ້າຕາຍ.” ທົ່ວທັງເມືອງເລີຍເກີດສັບສົນວຸ້ນວາຍກັນຫຼາຍ ຍ້ອນວ່າພຣະເຈົ້າໄດ້ລົງໂທດພວກເຂົາຢ່າງໜັກ.
12
ແມ່ນແຕ່ພວກທີ່ລອດຕາຍມາໄດ້ກໍຍັງເປັນຕຸ່ມຝີ; ສະນັ້ນ ພວກເຂົາຈຶ່ງໄດ້ຂໍຮ້ອງໃຫ້ບັນດາພະຂອງພວກເຂົາຊ່ວຍເຫລືອ.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31