bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Samuel 2
1 Samuel 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 3 →
1
ນາງຮັນນາພາວັນນາອະທິຖານວ່າ, “ພຣະເຈົ້າຢາເວເຮັດໃຫ້ຈິດໃຈຂ້ານ້ອຍ ເຕັມລົ້ນດ້ວຍຄວາມຊົມຊື່ນຍິນດີໃຫຍ່; ຂ້ານ້ອຍດີໃຈຫລາຍ ຍ້ອນສິ່ງທີ່ພຣະອົງໄດ້ກະທຳນັ້ນ ຂ້ານ້ອຍຫົວເຍາະເຍີ້ຍໃສ່ເຫຼົ່າສັດຕູ ເພາະພຣະອົງຊ່ວຍຊູ ຈຶ່ງຊື່ນຊົມຍິນດີລົ້ນ.
2
ບໍ່ມີຜູ້ໃດບໍຣິສຸດດັ່ງພຣະເຈົ້າຢາເວ ບໍ່ມີພະຄຸ້ມຄອງອົງໃດເປັນດັ່ງພຣະເຈົ້າ.
3
ເຈົ້າຈົ່ງເຊົາເວົ້າຄຳໂອ້ອວດນັ້ນສາ ຈົ່ງໃຫ້ຄຳເວົ້າຈອງຫອງຂອງເຈົ້າມິດງຽບ. ເພາະພຣະເຈົ້າຢາເວ ເປັນພຣະເຈົ້າຜູ້ຮູ້ເຫັນ ພຣະອົງຕັດສິນທຸກການກະທຳ ຂອງມະນຸດ.
4
ຄັນທະນູທະຫານຜູ້ເກັ່ງກ້າກໍຫັກທັບລົງ ແຕ່ຜູ້ທີ່ອ່ອນແອຊໍ້າມີແຮງຂຶ້ນໃໝ່.
5
ຜູ້ທີ່ເຄີຍຢູ່ດີກິນດີກໍອອກຮັບຈ້າງຫາຢູ່ຫາກິນ ແຕ່ຜູ້ທີ່ຫິວໂຫຍຊໍ້າບໍ່ຫິວໂຫຍຕໍ່ໄປອີກ. ພັນລະຍາທີ່ເປັນໝັນນັ້ນໄດ້ລູກເຖິງເຈັດຄົນ ແຕ່ແມ່ມີລູກຫລາຍຄົນຊໍ້າບໍ່ມີລູກຕໍ່ໄປອີກ.
6
ພຣະເຈົ້າຢາເວຂ້າ ແລະໃຫ້ຊີວິດອີກໃໝ່ ຄືສົ່ງຄົນສູ່ແດນມໍຣະນາແລະໃຫ້ເປັນຄືນມາ.
7
ພຣະເຈົ້າຢາເວໃຫ້ບາງຄົນລຳບາກແລະຄົນອື່ນຮັ່ງມີ ພຣະອົງໃຫ້ບາງຄົນຖ່ອມຕົວ ແລະຄົນອື່ນຍິ່ງໃຫຍ່.
8
ພຣະອົງຍົກຄົນຍາກຈົນຂຶ້ນຈາກຂີ້ຝຸ່ນດິນ ແລະຊ່ວຍຊູຄົນຂັດສົນ ຈາກຄວາມລຳບາກ. ພຣະອົງໃຫ້ເຂົາເປັນເພື່ອນກັບບັນດາເຈົ້າຊາຍ ແລະໃຫ້ນັ່ງລົງໃນບ່ອນທີ່ມີກຽດ. ຮາກຖານແຜ່ນດິນໂລກເປັນຂອງພຣະເຈົ້າຢາເວໃດ ເທິງນັ້ນເອງທີ່ພຣະອົງໄດ້ສ້າງໂລກມະນຸດ.
9
ພຣະອົງຄຸ້ມຄອງຊີວິດຄົນທີ່ສັດຊື່ຕໍ່ພຣະອົງ ສ່ວນຄົນຊົ່ວຮ້າຍຈະຖືກດັບສູນໃນທີ່ມືດ; ມະນຸດບໍ່ຫ່ອນໄຊຊະນະໄດ້ດ້ວຍກຳລັງ ຄືໂດຍກຳລັງຂອງຕົນເອງທີ່ມີຢູ່ນັ້ນ.
10
ສັດຕູຂອງພຣະເຈົ້າຢາເວຈະຖືກດັບສູນ ຈາກສະຫວັນ ພຣະອົງຈະແຜດສຽງຕໍ່ສູ້. ພຣະເຈົ້າຢາເວຈະຕັດສິນທຸກຄົນ ທັງໝົດທີ່ສຸດປາຍແຜ່ນດິນໂລກ; ພຣະອົງຈະປະທານກຳລັງແກ່ກະສັດຂອງພຣະອົງ ແລະໃຫ້ໄຊຊະນະແກ່ກະສັດ ທີ່ພຣະອົງຊົງເລືອກ.”
11
ແລ້ວເອນການາກໍກັບຄືນເມືອເຮືອນຂອງຕົນທີ່ຣາມາ, ແຕ່ເດັກຊາຍຊາມູເອນໄດ້ອາໄສຢູ່ທີ່ເມືອງຊີໂລ ເພື່ອຮັບໃຊ້ພຣະເຈົ້າຢາເວນຳປະໂຣຫິດເອລີ.
12
ພວກລູກຊາຍຂອງເອລີເປັນຄົນຂີ້ໂກງ; ພວກເຂົາບໍ່ເອົາໃຈໃສ່ນັບຖືພຣະເຈົ້າຢາເວ
13
ຫລືບໍ່ຫົວຊານຳກົດລະບຽບຂອງພວກປະໂຣຫິດທີ່ຄວນປະຕິບັດຕໍ່ປະຊາຊົນ. ແຕ່ພວກເຂົາຊໍ້າເຮັດດັ່ງນີ້: ເມື່ອຜູ້ໃດຜູ້ໜຶ່ງຖວາຍເຄື່ອງບູຊາ ຄົນຮັບໃຊ້ຂອງປະໂຣຫິດຈະຖືເຫຼັກສາມງ່າມມາ ໃນຂະນະທີ່ຍັງຕົ້ມຊີ້ນຢູ່ໃນໝໍ້,
14
ລາວໃຊ້ເຫຼັກນັ້ນສັກລົງໄປໃນໝໍ້ ແລະຖ້າເຫຼັກນັ້ນສຽບຖືກຫຍັງຂຶ້ນມາ ສິ່ງນັ້ນ ຈະຕ້ອງເປັນຂອງປະໂຣຫິດ. ພວກເຂົາເຮັດຢ່າງນີ້ກັບຊາວອິດສະຣາເອນທຸກຄົນ ທີ່ມາຖວາຍເຄື່ອງບູຊາທີ່ເມືອງຊີໂລ.
15
ຍິ່ງໄປກວ່ານີ້ອີກ ກ່ອນທີ່ຈະເອົາໄຂມັນໄປເຜົາ ຄົນຮັບໃຊ້ຂອງປະໂຣຫິດຈະຕ້ອງມາເວົ້າຕໍ່ຜູ້ທີ່ຖວາຍເຄື່ອງບູຊານັ້ນວ່າ, “ຂໍເອົາຊີ້ນຕ່ອນໜຶ່ງໄປໃຫ້ປະໂຣຫິດປິ້ງກິນແດ່ ເພາະເພິ່ນບໍ່ຮັບເອົາຊີ້ນຕົ້ມ ເພິ່ນຢາກໄດ້ແຕ່ຊີ້ນດິບເທົ່ານັ້ນ.”
16
ຖ້າຊາຍຄົນນັ້ນຕອບວ່າ, “ຂໍໃຫ້ເອົາໄຂມັນນີ້ໄປເຜົາເສຍກ່ອນ ຈຶ່ງເອົາຕາມທີ່ເຈົ້າຕ້ອງການ.” ຄົນຮັບໃຊ້ຂອງປະໂຣຫິດຈະເວົ້າວ່າ, “ບໍ່ໄດ້ ຕ້ອງເອົາໃຫ້ຂ້ອຍດຽວນີ້ໂລດ; ຖ້າເຈົ້າບໍ່ຍອມໃຫ້ໂດຍດີ ຂ້ອຍຈະຕ້ອງໃຊ້ກຳລັງ.”
17
ບາບຂອງພວກລູກຊາຍຂອງເອລີນີ້ໜັກທີ່ສຸດຕໍ່ສາຍຕາຂອງພຣະເຈົ້າຢາເວ ເພາະພວກເຂົາໝິ່ນປະໝາດເຄື່ອງບູຊາທີ່ໄດ້ຖືກນຳມາຖວາຍແກ່ພຣະເຈົ້າຢາເວ.
18
ໃນຂະນະດຽວກັນນັ້ນ ເດັກຊາຍຊາມູເອນກໍສືບຕໍ່ບົວລະບັດຮັບໃຊ້ຕໍ່ໜ້າພຣະເຈົ້າຢາເວ ໂດຍນຸ່ງເສື້ອຄຸມຜ້າປ່ານເອໂຟດ.
19
ທຸກໆປີໃດ ແມ່ຂອງຊາມູເອນຕ້ອງຫຍິບເສື້ອລ່າມນ້ອຍໂຕໜຶ່ງມາໃຫ້ລາວ; ໃນເວລາທີ່ນາງແລະຜົວໄປຖວາຍເຄື່ອງບູຊາປະຈຳປີ.
20
ແລ້ວເອລີກໍອວຍພອນເອນການາກັບເມຍຂອງລາວ ໂດຍກ່າວແກ່ເອນການາວ່າ, “ຂໍພຣະເຈົ້າຢາເວໂຜດໃຫ້ເຈົ້າມີລູກຄົນອື່ນກັບເມຍຜູ້ນີ້ ເພື່ອແທນຜູ້ທີ່ເຈົ້າໄດ້ຖວາຍແກ່ພຣະເຈົ້າຢາເວນັ້ນເທີ້ນ.” ຫລັງຈາກນັ້ນ ພວກເຂົາກໍພາກັນກັບເມືອ.
21
ພຣະເຈົ້າຢາເວໄດ້ອວຍພອນນາງຮັນນາ ແລະນາງໄດ້ມີລູກຊາຍຕື່ມອີກສາມຄົນແລະລູກສາວສອງຄົນ. ສ່ວນເດັກຊາຍຊາມູເອນນັ້ນກໍເຕີບໃຫຍ່ຂຶ້ນໃນການບົວລະບັດຮັບໃຊ້ພຣະເຈົ້າຢາເວ.
22
ບັດນີ້ ເອລີກໍເຖົ້າແກ່ຫລາຍແລ້ວ ເພິ່ນໄດ້ຍິນເລື່ອງຕ່າງໆທີ່ລູກຊາຍຂອງຕົນໄດ້ເຮັດຕໍ່ຊາວອິດສະຣາເອນ ລວມທັງເລື່ອງທີ່ພວກເຂົາເປັນຊູ້ກັບພວກຜູ້ຍິງ ທີ່ມາບົວລະບັດຮັບໃຊ້ຢູ່ຕໍ່ໜ້າຫໍເຕັນບ່ອນຊຸມນຸມນັ້ນດ້ວຍ.
23
ເພິ່ນເວົ້າຕໍ່ພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດສິ່ງເຫຼົ່ານີ້? ທຸກໆຄົນບອກຂ້ອຍເຖິງພຶດຕິກຳອັນຊົ່ວຊ້າຂອງພວກເຈົ້າ.
24
ລູກເອີຍ ເຊົາເຮັດການນັ້ນສາເຖີດ ສິ່ງນີ້ເປັນບາບຮ້າຍແຮງ ຊຶ່ງປະຊາຊົນຂອງພຣະເຈົ້າຢາເວກຳລັງເວົ້າເຖິງຢູ່ສະເໝີ.
25
ຖ້າຜູ້ໃດຜູ້ໜຶ່ງເຮັດຜິດຕໍ່ຜູ້ອື່ນ ພຣະເຈົ້າປ້ອງກັນລາວໄວ້ໄດ້, ແຕ່ຜູ້ໃດຈະປ້ອງກັນຜູ້ໜຶ່ງທີ່ເຮັດຜິດຕໍ່ພຣະເຈົ້າຢາເວໄດ້?” ແຕ່ພວກເຂົາບໍ່ຟັງຄວາມພໍ່ຂອງພວກເຂົາ ເພາະພຣະເຈົ້າຢາເວໄດ້ຕັດສິນໃຈໄວ້ແລ້ວວ່າພຣະອົງຈະຂ້າພວກເຂົາ.
26
ເດັກຊາຍຊາມູເອນສືບຕໍ່ເຕີບໃຫຍ່ຂຶ້ນ ທັງໄດ້ຮັບຄວາມພໍໃຈຈາກພຣະເຈົ້າຢາເວແລະມະນຸດ.
27
ມີຄົນຂອງພຣະເຈົ້າຜູ້ໜຶ່ງໄດ້ມາຫາເອລີ ແລະກ່າວຕໍ່ເພິ່ນວ່າ, “ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ວ່າ, ‘ໃນຄາວທີ່ອາໂຣນ ບັນພະບຸລຸດຂອງເຈົ້າພ້ອມກັບຄອບຄົວຂອງລາວໄດ້ຕົກເປັນທາດຮັບໃຊ້ຂອງກະສັດເອຢິບນັ້ນ ເຮົາໄດ້ປາກົດໃຫ້ລາວເຫັນ.
28
ຈາກເຜົ່າທັງໝົດໃນຊາດອິດສະຣາເອນ ເຮົາໄດ້ເລືອກເອົາຄອບຄົວຂອງລາວໃຫ້ເປັນປະໂຣຫິດ ເພື່ອບົວລະບັດຮັບໃຊ້ເຮົາທີ່ແທ່ນບູຊາ ເພື່ອເຜົາເຄື່ອງຫອມແລະເພື່ອຖືເອໂຟດ ມາປຶກສາຫາລືກັບເຮົາ. ເຮົາໃຫ້ພວກເຂົາມີສິດຮັບເອົາສ່ວນແບ່ງຂອງເຄື່ອງບູຊາ ທີ່ເຜົາຢູ່ເທິງແທ່ນບູຊາ.
29
ແລ້ວເປັນຫຍັງເຈົ້າຈຶ່ງເບິ່ງເຄື່ອງບູຊາແລະເຄື່ອງຖວາຍ ທີ່ເຮົາຮຽກຮ້ອງເອົານຳປະຊາຊົນນັ້ນດ້ວຍໃຈໂລບມາກ. ເອລີ ເປັນຫຍັງເຈົ້າຈຶ່ງໃຫ້ກຽດພວກລູກຊາຍຂອງເຈົ້າຫລາຍກວ່າເຮົາ? ໂດຍປ່ອຍໃຫ້ພວກເຂົາຕຸ້ຍພີຂຶ້ນ ຍ້ອນສ່ວນດີທີ່ສຸດຂອງເຄື່ອງບູຊາທັງໝົດ ຊຶ່ງປະຊາຊົນນຳມາຖວາຍນັ້ນ?’
30
ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງປະກາດວ່າ, ‘ເຮົາໄດ້ສັນຍາໄວ້ແລ້ວວ່າ ຄົນໃນຄອບຄົວຂອງເຈົ້າແລະໃນຕະກຸນຂອງເຈົ້າຈະໄດ້ເປັນປະໂຣຫິດ ບົວລະບັດຮັບໃຊ້ເຮົາຕະຫລອດໄປ,’ ແຕ່ມາບັດນີ້ ພຣະເຈົ້າຢາເວຈຶ່ງປະກາດວ່າ ‘ຂໍໃຫ້ຄວາມນີ້ຫ່າງໄກຈາກເຮົາເຖີດ ເຮົາຈະໃຫ້ກຽດຜູ້ທີ່ໃຫ້ກຽດເຮົາ ແລະເຮົາຈະໝິ່ນປະໝາດຜູ້ທີ່ໝິ່ນປະໝາດເຮົາ.
31
ບັດນີ້ ເຖິງເວລາແລ້ວທີ່ເຮົາຈະຂ້າຊາຍໜຸ່ມທຸກຄົນ ໃນຄອບຄົວ ແລະ ໃນຕະກຸນຂອງເຈົ້າ ເພື່ອວ່າຈະບໍ່ມີຜູ້ຊາຍຄົນໃດໃນຄອບຄົວມີອາຍຸຍືນຍາວຈົນເຖິງເຖົ້າແກ່.
32
ເຈົ້າຈະໄດ້ຮັບຄວາມເດືອດຮ້ອນແລະຈະເບິ່ງດ້ວຍໃຈອິດສາ ພອນທຸກຢ່າງ ທີ່ເຮົາຈະໃຫ້ຄົນອື່ນໃນຊາດອິດສະຣາເອນ, ແຕ່ຈະບໍ່ມີຜູ້ໃດໃນຄອບຄົວຂອງເຈົ້າມີຊີວິດຢູ່ຕໍ່ໄປຈົນເຖິງເຖົ້າແກ່.
33
ເຖິງຢ່າງໃດກໍຕາມ ເຮົາຈະໃຫ້ຜູ້ໜຶ່ງໃນເຊື້ອສາຍຂອງເຈົ້າມີຊີວິດຢູ່; ລາວຈະໄດ້ເປັນປະໂຣຫິດບົວລະບັດຮັບໃຊ້ເຮົາ, ແຕ່ລາວ ຈະຕາບອດແລະສູນເສຍຄວາມຫວັງທຸກຢ່າງ ສ່ວນເຊື້ອສາຍຄົນອື່ນໆນັ້ນຈະຕາຍຢ່າງທາລຸນ.
34
ການນີ້ຈະເປັນໝາຍສຳຄັນແກ່ເຈົ້າ ເມື່ອໂຮຟະນີແລະຟີເນຮາລູກຊາຍທັງສອງຂອງເຈົ້າຕາຍໄປໃນວັນດຽວກັນ.
35
ເຮົາຈະເລືອກເອົາປະໂຣຫິດຜູ້ໜຶ່ງທີ່ສັດຊື່ຕໍ່ເຮົາ ແລະເຮົາຈະໃຫ້ລາວເຮັດທຸກໆສິ່ງທີ່ເຮົາຕ້ອງການ; ເຮົາຈະໃຫ້ລາວມີເຊື້ອສາຍເປັນຜູ້ບົວລະບັດຮັບໃຊ້ເຮົາຕະຫລອດໄປ ຢູ່ຕໍ່ໜ້າກະສັດທີ່ເຮົາເລືອກເອົາ.
36
ບໍ່ວ່າຜູ້ໃດກໍຕາມໃນເຊື້ອສາຍຂອງເຈົ້າທີ່ຍັງມີຊີວິດຢູ່ ລາວຈະຕ້ອງໄປຂໍເງິນກັບອາຫານນຳປະໂຣຫິດຜູ້ນັ້ນ ແລະຮ້ອງຂໍຮັບໃຊ້ບັນດາປະໂຣຫິດເພື່ອຈະໄດ້ມີຢູ່ມີກິນ.”’
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31