bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Samuel 7
1 Samuel 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 8 →
1
ສະນັ້ນ ຊາວກີຣີອາດເຢອາຣີມຈຶ່ງລົງມາເອົາຫີບຂອງພຣະເຈົ້າຢາເວໄປທີ່ເຮືອນຂອງຊາຍຄົນໜຶ່ງຜູ້ທີ່ອາໄສຢູ່ຕາມເນີນພູຊື່ວ່າ ອາບີນາດາບ. ພວກເຂົາໄດ້ແຕ່ງຕັ້ງເອເລອາຊາລູກຊາຍຂອງລາວ ໃຫ້ຮັບໜ້າທີ່ເບິ່ງແຍງຫີບຂອງພຣະເຈົ້າຢາເວ.
2
ຫີບນັ້ນຢູ່ໃນເມືອງກີຣີອາດເຢອາຣີມ ເປັນເວລາດົນນານເຖິງຊາວປີ. ໃນເວລານັ້ນ ຊາວອິດສະຣາເອນທຸກຄົນໄດ້ຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອ.
3
ຊາມູເອນໄດ້ກ່າວແກ່ປະຊາຊົນອິດສະຣາເອນວ່າ, “ຖ້າພວກເຈົ້າກັບຄືນມາຫາພຣະເຈົ້າຢາເວດ້ວຍສຸດໃຈຂອງພວກເຈົ້າ ພວກເຈົ້າຈະຕ້ອງກຳຈັດບັນດາພະຂອງຊາວຕ່າງຊາດ ແລະຮູບຂອງເຈົ້າແມ່ອັດສະຕາກ. ຈົ່ງອຸທິດພວກເຈົ້າເອງແກ່ພຣະເຈົ້າຢາເວດ້ວຍສຸດໃຈແລະຮັບໃຊ້ແຕ່ພຣະອົງເທົ່ານັ້ນ ແລະພຣະອົງກໍຈະຊ່ວຍເອົາພວກເຈົ້າໃຫ້ພົ້ນຈາກອຳນາດຂອງພວກຟີລິດສະຕິນ.”
4
ດັ່ງນັ້ນ ຊາວອິດສະຣາເອນຈຶ່ງໄດ້ກຳຈັດບັນດາຮູບພະບາອານ ແລະຮູບຂອງເຈົ້າແມ່ອັດສະຕາກ ແລະໄດ້ຮັບໃຊ້ພຣະເຈົ້າຢາເວແຕ່ເທົ່ານັ້ນ.
5
ຕໍ່ມາ ຊາມູເອນໄດ້ເອີ້ນເອົາຊາວອິດສະຣາເອນທຸກຄົນ ໃຫ້ໄປໂຮມກັນຢູ່ທີ່ເມືອງມີຊະປາ ໂດຍບອກວ່າ, “ຂ້ອຍຈະພາວັນນາອະທິຖານຕໍ່ພຣະເຈົ້າຢາເວເພື່ອພວກເຈົ້າຢູ່ໃນທີ່ນັ້ນ.”
6
ດັ່ງນັ້ນ ພວກເຂົາທຸກຄົນຈຶ່ງໄປເຕົ້າໂຮມກັນທີ່ເມືອງມີຊະປາ. ພວກເຂົາຕັກເອົານໍ້າແລະຖອກລົງຕໍ່ໜ້າພຣະເຈົ້າຢາເວ ແລະໃນວັນນັ້ນ ພວກເຂົາໄດ້ຖືສິນອົດອາຫານຕະຫລອດ. ພວກເຂົາເວົ້າວ່າ, “ພວກຂ້ານ້ອຍໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ.” (ແມ່ນໃນເມືອງມີຊະປານີ້ເອງ ທີ່ຊາມູເອນໄດ້ຕັດສິນປະຊາຊົນອິດສະຣາເອນ).
7
ເມື່ອພວກຟີລິດສະຕິນໄດ້ຍິນຂ່າວວ່າ ພວກອິດສະຣາເອນໄດ້ມາເຕົ້າໂຮມກັນຢູ່ເມືອງມີຊະປາ; ກະສັດຊາວຟີລິດສະຕິນທັງຫ້າຄົນພ້ອມກັບທະຫານຈຳນວນໜຶ່ງ ຈຶ່ງຕຽມຕົວອອກໄປໂຈມຕີພວກເຂົາ. ເມື່ອພວກອິດສະຣາເອນໄດ້ຍິນຂ່າວນີ້ ພວກເຂົາກໍເກີດຢ້ານກົວ
8
ແລະເວົ້າຕໍ່ຊາມູເອນວ່າ, “ຢ່າຢຸດພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ເພື່ອພຣະອົງຈະຊ່ວຍເຫລືອພວກເຮົາໃຫ້ພົ້ນຈາກພວກຟີລິດສະຕິນ.”
9
ຊາມູເອນຂ້າແກະໜຸ່ມໂຕໜຶ່ງ ແລະເຜົາທັງໂຕຖວາຍແກ່ພຣະເຈົ້າຢາເວ. ແລ້ວເພິ່ນກໍໄດ້ພາວັນນາອະທິຖານຂໍພຣະເຈົ້າຢາເວໂຜດຊ່ວຍເຫລືອຊາດອິດສະຣາເອນ ແລະພຣະເຈົ້າຢາເວກໍໄດ້ຕອບຄຳພາວັນນາອະທິຖານຂອງເພິ່ນ.
10
ໃນຂະນະທີ່ຊາມູເອນກຳລັງຖວາຍເຄື່ອງບູຊາຢູ່ນັ້ນ ພວກຟີລິດສະຕິນໄດ້ເຄື່ອນທັບເຂົ້າມາໂຈມຕີ. ແຕ່ພຣະເຈົ້າຢາເວເຮັດໃຫ້ພວກເຂົາໄດ້ຍິນສຽງຮ້ອງອັນໜ້າຢ້ານກົວຍິ່ງ. ສະນັ້ນ ພວກເຂົາຈຶ່ງສັບສົນວຸ້ນວາຍ ແລະແຕກໜີໄປດ້ວຍຄວາມແຕກຕື່ນຕົກໃຈ.
11
ແລ້ວຊາວອິດສະຣາເອນກໍຍົກທັບອອກມາຈາກເມືອງມີຊະປາ ແລະໄລ່ຕາມລ່າພວກເຂົາໄປຈົນຮອດເບັດຄາ ໂດຍຂ້າພວກເຂົາໄປຕາມທາງ.
12
ແລ້ວຊາມູເອນກໍໄດ້ເອົາຫີນກ້ອນໜຶ່ງມາຕັ້ງໄວ້ ຢູ່ລະຫວ່າງເມືອງມີຊະປາແລະເມືອງເຊນ ແລະເວົ້າວ່າ, “ພຣະເຈົ້າຢາເວຊ່ວຍເຫລືອພວກຂ້ານ້ອຍຕະຫລອດມາ” ແລະເພິ່ນໄດ້ໃສ່ຊື່ກ້ອນຫີນນັ້ນວ່າ, “ກ້ອນຫີນແຫ່ງຄວາມຊ່ວຍເຫລືອ.”
13
ສະນັ້ນ ພວກຟີລິດສະຕິນຈຶ່ງພ່າຍແພ້ໄປ ແລະພຣະເຈົ້າຢາເວກໍບໍ່ໄດ້ໃຫ້ພວກເຂົາ ບຸກລຸກເຂດແດນຂອງຊາວອິດສະຣາເອນອີກ ຕາບໃດທີ່ຊາມູເອນຍັງມີຊີວິດຢູ່.
14
ທຸກເມືອງຕັ້ງແຕ່ເມືອງເອັກໂຣນຈົນຮອດເມືອງກາດ ຊຶ່ງພວກຟີລິດສະຕິນຢຶດເອົາໄປນັ້ນ ກໍໄດ້ຄືນມາເປັນຂອງພວກອິດສະຣາເອນ ດັ່ງນັ້ນ ຊາວອິດສະຣາເອນຈຶ່ງໄດ້ດິນແດນທີ່ຖືກຢຶດໄປນັ້ນຄືນມາໝົດ. ຄວາມສະຫງົບສຸກໄດ້ເກີດມີລະຫວ່າງຊາວອິດສະຣາເອນແລະຊາວການາອານຄືກັນ.
15
ຊາມູເອນໄດ້ປົກຄອງຊາດອິດສະຣາເອນຕະຫລອດຊົ່ວຊີວິດຂອງເພິ່ນ.
16
ທຸກໆປີໃດ ເພິ່ນຕ້ອງໄປຕັດສິນຕາມເມືອງຕ່າງໆດັ່ງນີ້: ເບັດເອນ, ກິນການ, ມີຊະປາ;
17
ແລ້ວເພິ່ນກໍໄດ້ກັບຄືນເມືອເຮືອນຂອງເພິ່ນທີ່ເມືອງຣາມາ ບ່ອນທີ່ເພິ່ນຮັບໃຊ້ເປັນຜູ້ຕັດສິນຄວາມຄືກັນ. ຢູ່ໃນເມືອງຣາມານີ້ ເພິ່ນສ້າງແທ່ນບູຊາແທ່ນໜຶ່ງຂຶ້ນເພື່ອຖວາຍແກ່ພຣະເຈົ້າຢາເວ.
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31