bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Samuel 22
1 Samuel 22
Lao Bible 2012 (ພຣະຄຳພີສັກສິ)
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 23 →
1
ແລ້ວດາວິດກໍໄດ້ອອກຈາກເມືອງກາດໄປຢູ່ໃນຖໍ້າທີ່ໃກ້ກັບເມືອງອາດຸນລຳ. ເມື່ອພວກອ້າຍ ແລະພີ່ນ້ອງທັງຫລາຍໃນຄອບຄົວຂອງພໍ່ລາວໄດ້ຍິນວ່າລາວຢູ່ທີ່ນັ້ນ ພວກເຂົາຈຶ່ງພາກັນໄປສົມທົບກຳລັງກັບລາວ.
2
ນອກຈາກນີ້ແລ້ວຍັງມີປະມານ 400 ຄົນທີ່ໄດ້ໄປຫາດາວິດ ເປັນພວກທີ່ຖືກກົດຂີ່ຂົ່ມເຫັງ, ເປັນໜີ້ສິນ ແລະມີຄວາມຂັດຂ້ອງໝອງໃຈ. ແລ້ວດາວິດກໍໄດ້ກາຍເປັນຫົວໜ້າຂອງພວກເຂົາ.
3
ຕໍ່ມາ ດາວິດໄດ້ອອກຈາກບ່ອນນີ້ໄປທີ່ເມືອງມີຊະປາໃນດິນແດນໂມອາບ. ເພິ່ນໄດ້ກ່າວແກ່ກະສັດແຫ່ງໂມອາບວ່າ, “ຂໍໂຜດໃຫ້ພໍ່ແມ່ຂອງຂ້ານ້ອຍມາຢູ່ກັບທ່ານຊົ່ວຄາວ ຈົນກວ່າຂ້ານ້ອຍຈະຮູ້ຈັກວ່າ ພຣະເຈົ້າຈະກະທຳການຢ່າງໃດສຳລັບຂ້ານ້ອຍແທ້.”
4
ແລ້ວດາວິດກໍໄດ້ພາພໍ່ແມ່ໄປປະໄວ້ກັບກະສັດແຫ່ງໂມອາບ. ພໍ່ແມ່ຂອງດາວິດໄດ້ອາໄສຢູ່ໃນທີ່ນັ້ນ ຕະຫລອດຊົ່ວເວລາທີ່ດາວິດຍັງລີ້ໄພຢູ່ໃນຖໍ້າ.
5
ແລ້ວຜູ້ທຳນວາຍທີ່ຊື່ວ່າກາດ ກໍໄດ້ມາຫາດາວິດແລະບອກເພິ່ນວ່າ, “ໃຫ້ໜີໄປຈາກດິນແດນຢູດາຍນີ້ສາ ຢ່າຢູ່ໃນບ່ອນນີ້ຕໍ່ໄປ.” ດັ່ງນັ້ນ ດາວິດຈຶ່ງໄດ້ໜີໄປຢູ່ປ່າເຮເຣັດ.
6
ວັນໜຶ່ງທີ່ເມືອງກີເບອາ ກະສັດໂຊນຖືຫອກໃນມື ແລະນັ່ງຢູ່ທີ່ເນີນພູ ໃຕ້ຕົ້ນໄມ້ກົກໜຶ່ງຊື່ວ່າ ຕາມາຣີ ຝ່າຍຂ້າຣາຊການຂອງເພິ່ນທັງໝົດກໍຢືນອ້ອມຮອບເພິ່ນຢູ່. ຕໍ່ມາ ມີຄົນມາບອກເພິ່ນວ່າ ເຂົາໄດ້ພົບບ່ອນຢູ່ຂອງດາວິດແລະທະຫານຂອງເພິ່ນແລ້ວ.
7
ກະສັດໂຊນຈຶ່ງຖາມບັນດານາຍທະຫານວ່າ, “ຊາວເບັນຢາມິນເອີຍ ຈົ່ງຟັງເທີ້ນ ພວກເຈົ້າຄິດວ່າດາວິດຈະເອົານາກັບສວນອະງຸ່ນໃຫ້ພວກເຈົ້າທຸກຄົນຊັ້ນບໍ? ລາວຈະໃຫ້ພວກເຈົ້າເປັນນາຍທະຫານໃນກອງທັບຂອງລາວຊັ້ນບໍ?
8
ດ້ວຍເຫດນັ້ນບໍ ພວກເຈົ້າຈຶ່ງພວມກະບົດຕໍ່ເຮົາ? ໃນພວກເຈົ້າບໍ່ມີຜູ້ໃດເລີຍບອກເຮົາວ່າ ລູກຊາຍຂອງເຮົາເອງໄດ້ເຮັດສັນຍາມິດຕະພາບກັບດາວິດ. ບໍ່ມີຜູ້ໃດເລີຍສົນໃຈບອກເຮົາວ່າ ດາວິດຜູ້ຮັບໃຊ້ຂອງເຮົາເອງກຳລັງຊອກຫາຊ່ອງທາງທີ່ຈະຂ້າເຮົາ ແລະລູກຊາຍຂອງເຮົາເອງເປັນຜູ້ໃຫ້ກຳລັງໃຈ ແລະສະໜັບສະໜູນລາວ.”
9
ໂດເອັກຄົນເອໂດມທີ່ຢືນຢູ່ກັບພວກຂ້າຣາຊການຂອງກະສັດໂຊນຈຶ່ງຕອບວ່າ, “ຂ້ານ້ອຍໄດ້ເຫັນດາວິດໄປທີ່ເມືອງໂນບ ຫາອາຮີເມເຫຼັກລູກຊາຍຂອງອາຮີຕຸບ.
10
ອາຮີເມເຫຼັກໄດ້ຖາມພຣະເຈົ້າຢາເວໃຫ້ລາວວ່າ ລາວຄວນຈະເຮັດຢ່າງໃດ. ນອກຈາກນັ້ນ ເພິ່ນຍັງເອົາອາຫານແລະດາບຂອງໂກລີອາດ ຊາວຟີລິດສະຕິນໃຫ້ລາວດ້ວຍ.”
11
ດັ່ງນັ້ນ ກະສັດໂຊນຈຶ່ງສົ່ງຄົນໄປນຳເອົາປະໂຣຫິດອາຮີເມເຫຼັກລູກຊາຍຂອງອາຮີຕຸບ ພ້ອມດ້ວຍຍາດຕິພີ່ນ້ອງຂອງລາວທີ່ເປັນປະໂຣຫິດໃນເມືອງໂນບນັ້ນມາຫາຕົນ ແລະພວກເຂົາກໍໄດ້ພາກັນມາຫາເພິ່ນ.
12
ກະສັດໂຊນຈຶ່ງກ່າວແກ່ລາວວ່າ, “ອາຮີເມເຫຼັກເອີຍ ຈົ່ງຟັງເທີ້ນ.” ອາຮີເມເຫຼັກຕອບວ່າ, “ທ່ານເອີຍ ຍິນດີທີ່ຈະຮັບໃຊ້ທ່ານ.”
13
ກະສັດໂຊນໄດ້ຖາມລາວວ່າ, “ເປັນຫຍັງເຈົ້າກັບດາວິດຈຶ່ງຮ່ວມໃຈກັນກະບົດຕໍ່ເຮົາ? ເປັນຫຍັງເຈົ້າຈຶ່ງເອົາເຂົ້າຈີ່ແລະມອບດາບໃຫ້ແກ່ມັນ ແລ້ວທັງທູນຖາມພຣະເຈົ້າໃຫ້ມັນດ້ວຍ? ດຽວນີ້ມັນໄດ້ຫັນມາຕໍ່ສູ້ເຮົາແລະລໍຫາໂອກາດທີ່ຈະຂ້າເຮົາຢູ່.”
14
ອາຮີເມເຫຼັກຕອບວ່າ, “ດາວິດເປັນນາຍທະຫານຜູ້ທີ່ຊື່ສັດທີ່ສຸດຂອງທ່ານ! ທັງເປັນລູກເຂີຍຂອງທ່ານເອງ ເປັນຜູ້ບັນຊາການທະຫານຮັກສາທ່ານ ແລະທຸກຄົນທີ່ຢູ່ໃນວັງນີ້ກໍນັບຖືລາວເປັນຢ່າງສູງ.
15
ແມ່ນແທ້ ຂ້ານ້ອຍໄດ້ຖາມພຣະເຈົ້າໃຫ້ລາວ ແລະຂ້ານ້ອຍເຮັດເຊັ່ນນັ້ນກໍບໍ່ແມ່ນເທື່ອທຳອິດ. ຂໍທ່ານຢ່າຫາວ່າ ຂ້ານ້ອຍຫລືຜູ້ໃດຜູ້ໜຶ່ງໃນຄອບຄົວຂອງຂ້ານ້ອຍກະບົດຕໍ່ທ່ານເລີຍ. ຂ້ານ້ອຍບໍ່ໄດ້ຮູ້ຫຍັງກ່ຽວກັບເລື່ອງນີ້.”
16
ກະສັດກ່າວວ່າ, “ອາຮີເມເຫຼັກ ເຈົ້າພ້ອມດ້ວຍຍາດຕິພີ່ນ້ອງຂອງເຈົ້າ ຈະຕ້ອງຕາຍທັງໝົດ.”
17
ແລ້ວເພິ່ນກໍສັ່ງທະຫານຍາມທີ່ຢືນຢູ່ໃກ້ຕົນນັ້ນວ່າ, “ຂ້າບັນດາປະໂຣຫິດຂອງພຣະເຈົ້າຢາເວຖິ້ມເສຍ ເພາະພວກເຂົາຮ່ວມມືກັບດາວິດ ແລະບໍ່ບອກເຮົາວ່າດາວິດປົບໜີໄປໃສ ທັງໆທີ່ພວກເຂົາຮູ້ທຸກສິ່ງຢູ່.” ແຕ່ພວກທະຫານຍາມປະຕິເສດທີ່ຈະລົງມືຂ້າບັນດາປະໂຣຫິດຂອງພຣະເຈົ້າຢາເວ.
18
ສະນັ້ນ ກະສັດໂຊນຈຶ່ງສັ່ງໂດເອັກວ່າ, “ເຈົ້າຂ້າພວກເຂົາເສຍ.” ໂດເອັກໄດ້ຂ້າພວກເຂົາຖິ້ມທັງໝົດ. ໃນມື້ນັ້ນ ລາວໄດ້ຂ້າປະໂຣຫິດທີ່ມີຄຸນສົມບັດຖືເອໂຟດແປດສິບຫ້າຄົນ.
19
ກະສັດໂຊນຍັງໄດ້ສັ່ງໃຫ້ຂ້າຊາວເມືອງໂນບທັງໝົດຖິ້ມ ຊຶ່ງເປັນເມືອງຂອງບັນດາປະໂຣຫິດ ເຊັ່ນ: ຊາຍແລະຍິງ, ເດັກເກີດໃໝ່ແລະເດັກນ້ອຍ, ງົວ, ລໍ ແລະແກະທັງໝົດໄດ້ຖືກຂ້າຖິ້ມ.
20
ແຕ່ອາບີອາທາລູກຊາຍຄົນໜຶ່ງຂອງອາຮີເມເຫຼັກ ປົບໜີໄປຫາດາວິດໄດ້.
21
ລາວໄດ້ບອກດາວິດເຖິງການທີ່ກະສັດໂຊນ ໄດ້ສັງຫານໝູ່ພວກປະໂຣຫິດຂອງພຣະເຈົ້າຢາເວ.
22
ດາວິດຈຶ່ງເວົ້າຕໍ່ອາບີອາທາວ່າ, “ເມື່ອຂ້ອຍເຫັນໂດເອັກໃນວັນນັ້ນ ຂ້ອຍກໍຮູ້ໂລດວ່າລາວຕ້ອງໄປບອກໂຊນເປັນແນ່. ສະນັ້ນ ຂ້ອຍຈຶ່ງຂໍຮັບຜິດຊອບ ຕໍ່ການຕາຍຂອງຍາດຕິພີ່ນ້ອງຂອງເຈົ້າທຸກຄົນໃນຄັ້ງນີ້.
23
ໃຫ້ເຈົ້າຢູ່ກັບຂ້ອຍນີ້ແຫຼະ ແລະຢ່າຢ້ານເລີຍ ກະສັດໂຊນຢາກຂ້າທັງຂ້ອຍແລະເຈົ້າຄືກັນ, ແຕ່ຖ້າເຈົ້າຢູ່ກັບຂ້ອຍ ເຈົ້າຈະປອດໄພ.”
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 23 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31