bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Samuel 19
1 Samuel 19
Lao Bible 2012 (ພຣະຄຳພີສັກສິ)
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 20 →
1
ກະສັດໂຊນໄດ້ບອກໂຢນາທານລູກຊາຍຂອງຕົນ ແລະພວກຂ້າຣາຊການເຖິງແຜນການທີ່ຈະຂ້າດາວິດ. ແຕ່ໂຢນາທານຮັກດາວິດຫລາຍ
2
ດັ່ງນັ້ນ ລາວຈຶ່ງໄປບອກດາວິດວ່າ, “ພໍ່ຂ້ອຍພະຍາຍາມຈະຂ້າເຈົ້າ. ໃນມື້ອື່ນ ເຈົ້າຈົ່ງລະວັງຕົວໃຫ້ດີ ໃຫ້ເຈົ້າໄປລີ້ຢູ່ໃນບ່ອນຫຼົບຊ້ອນແລະຢູ່ທີ່ນັ້ນ.
3
ສ່ວນຂ້ອຍຈະໄປຢືນຄຽງຂ້າງພໍ່ຂ້ອຍໃນທົ່ງນາບ່ອນທີ່ເຈົ້າລີ້ຢູ່ ແລະຂ້ອຍຈະເວົ້າກັບເພິ່ນເຖິງເຈົ້າ. ຖ້າຂ້ອຍຮູ້ເລື່ອງໃດແລ້ວ ຂ້ອຍຈະບອກໃຫ້ເຈົ້າຮູ້.”
4
ໂຢນາທານໄດ້ກ່າວຊົມເຊີຍດາວິດຕໍ່ກະສັດໂຊນວ່າ, “ພໍ່ ຢ່າທຳລາຍດາວິດຄົນຮັບໃຊ້ຂອງພໍ່ເລີຍ ລາວບໍ່ເຄີຍເຮັດສິ່ງໃດຜິດຕໍ່ພໍ່ຈັກເທື່ອ, ກົງກັນຂ້າມ ທຸກສິ່ງທີ່ລາວເຮັດໄປນັ້ນເປັນຜົນດີອັນຍິ່ງໃຫຍ່ໃຫ້ແກ່ພໍ່.
5
ລາວໄດ້ສ່ຽງຊີວິດເມື່ອລາວໄດ້ຂ້າໂກລີອາດ ແລະພຣະເຈົ້າຢາເວໄດ້ນຳໄຊຊະນະອັນຍິ່ງໃຫຍ່ສຳລັບຊາດອິດສະຣາເອນ. ເມື່ອພໍ່ເຫັນເຊັ່ນນີ້ພໍ່ເອງກໍດີໃຈ. ດັ່ງນັ້ນ ເຫດໃດ ພໍ່ຈຶ່ງຢາກເຮັດຜິດຕໍ່ຜູ້ທີ່ບໍ່ມີຄວາມຜິດ ແລະຂ້າດາວິດໂດຍບໍ່ມີເຫດຜົນຫຍັງໝົດ?”
6
ເມື່ອກະສັດໂຊນໄດ້ຍິນໂຢນາທານເວົ້າດັ່ງນັ້ນ ເພິ່ນກໍສາບານໃນນາມຂອງພຣະເຈົ້າຢາເວອົງຊົງຊີວິດຢູ່ວ່າ ເພິ່ນຈະບໍ່ຂ້າດາວິດ.
7
ດັ່ງນັ້ນ ໂຢນາທານຈຶ່ງເອີ້ນດາວິດມາແລະບອກລາວທຸກສິ່ງ. ແລ້ວລາວກໍພາດາວິດເຂົ້າໄປຫາກະສັດໂຊນ ແລະດາວິດກໍໄດ້ຮັບໃຊ້ກະສັດເໝືອນດັ່ງແຕ່ກ່ອນ.
8
ຕໍ່ມາ ເສິກກັບພວກຟີລິດສະຕິນໄດ້ເກີດຂຶ້ນອີກ. ດາວິດໄດ້ບຸກໂຈມຕີພວກເຂົາໃຫ້ແຕກໜີແລະພ່າຍແພ້ໄປຢ່າງສິ້ນເຊີງ.
9
ວັນໜຶ່ງ ວິນຍານຊົ່ວຮ້າຍທີ່ພຣະເຈົ້າຢາເວໃຊ້ມານັ້ນ ໄດ້ເຂົ້າສິງກະສັດໂຊນອີກ. ເພິ່ນໄດ້ນັ່ງຢູ່ໃນວັງແລະຖືຫອກໃນມື, ຂະນະທີ່ດາວິດກໍກຳລັງດີດພິນຢູ່ໃນທີ່ນັ້ນ.
10
ກະສັດໂຊນພະຍາຍາມໃຊ້ຫອກແທງດາວິດຕິດກັບຝາ, ແຕ່ດາວິດຫລົບຫລີກທັນ ຫອກນັ້ນຈຶ່ງໄປສຽບກັບຝາ. ແລ້ວດາວິດກໍແລ່ນໜີໄປເພື່ອເອົາຊີວິດລອດ.
11
ໃນຕອນກາງຄືນວັນດຽວກັນນັ້ນ ກະສັດໂຊນໄດ້ສົ່ງທະຫານບາງຄົນ ໄປຜົກຈອບຢູ່ນອກເຮືອນຂອງດາວິດ ເພື່ອຈະຂ້າລາວໃນຕອນເຊົ້າຂອງວັນໃໝ່. ນາງມີການເມຍຂອງດາວິດຈຶ່ງເຕືອນລາວວ່າ, “ຖ້າເຈົ້າບໍ່ໜີໄປໃນຕອນກາງຄືນນີ້ ມື້ອື່ນເຊົ້າເຈົ້າຈະຕ້ອງຖືກຂ້າ.”
12
ນາງຊ່ວຍດາວິດໃຫ້ລົງໄປທາງປ່ອງຢ້ຽມແລະດາວິດໄດ້ປົບໜີໄປ.
13
ແລ້ວນາງກໍເອົາຮູບເຄົາຣົບປະຈຳເຮືອນມາວາງໄວ້ເທິງຕຽງ ເອົາໝອນທີ່ເຮັດດ້ວຍຂົນແກະວາງໃສ່ເທິງຮູບນັ້ນ ແລະເອົາຜ້າຫົ່ມປົກໄວ້.
14
ເມື່ອທະຫານຂອງກະສັດໂຊນເຂົ້າໄປເພື່ອຈະຈັບດາວິດ ນາງມີການຈຶ່ງບອກພວກເຂົາວ່າດາວິດໄຂ້,
15
ແຕ່ກະສັດໂຊນບອກພວກເຂົາໃຫ້ກັບໄປຫາດາວິດອີກ ພ້ອມທັງສັ່ງວ່າ, “ຈົ່ງຫາມດາວິດມາທັງຕຽງນອນແລະເຮົາຈະຂ້າມັນເອງ.”
16
ພວກເຂົາຈຶ່ງເຂົ້າໄປແລະພົບຮູບເຄົາຣົບປະຈຳເຮືອນເທິງຕຽງນອນ ທັງມີໝອນທີ່ເຮັດດ້ວຍຂົນແກະວາງທີ່ເທິງຫົວຂອງຮູບເຄົາຣົບນັ້ນ.
17
ກະສັດໂຊນຈຶ່ງຖາມມີການວ່າ, “ເປັນຫຍັງລູກຈຶ່ງຫລອກລວງພໍ່ເຊັ່ນນີ້ ໂດຍປ່ອຍໃຫ້ສັດຕູຂອງພໍ່ໜີໄປ.” ນາງຕອບວ່າ, “ລາວວ່າຈະຂ້າລູກຖິ້ມ ຖ້າລູກບໍ່ຊ່ວຍລາວໃຫ້ໜີໄປ.”
18
ສ່ວນດາວິດນັ້ນ ໄດ້ໜີໄປຫາຊາມູເອນທີ່ເມືອງຣາມາ ແລະບອກທຸກສິ່ງທີ່ກະສັດໂຊນໄດ້ເຮັດຕໍ່ຕົນສູ່ຊາມູເອນຟັງ ແລ້ວຊາມູເອນກັບດາວິດຈຶ່ງໄປພັກຢູ່ບ້ານນາໂຢດ.
19
ຕໍ່ມາ ມີຄົນມາບອກກະສັດໂຊນວ່າ ດາວິດຢູ່ທີ່ບ້ານນາໂຢດໃນເມືອງຣາມາ.
20
ດັ່ງນັ້ນ ກະສັດໂຊນຈຶ່ງສົ່ງຄົນອອກໄປຈັບລາວ. ເມື່ອໄປຮອດທີ່ນັ້ນພວກເຂົາໄດ້ເຫັນ ກຸ່ມຜູ້ທຳນວາຍພວມຟ້ອນ ແລະຮ້ອງໂຮ ຊຶ່ງມີຊາມູເອນເປັນຜູ້ນຳໜ້າ. ວິນຍານຂອງພຣະເຈົ້າໄດ້ເຂົ້າຄວບຄຸມທະຫານຂອງກະສັດໂຊນ ແລະພວກເຂົາກໍເຂົ້າຮ່ວມຟ້ອນນຳຄືກັນ.
21
ເມື່ອກະສັດໂຊນໄດ້ຍິນດັ່ງນັ້ນ ເພິ່ນຈຶ່ງສົ່ງຄົນອື່ນອອກໄປຕື່ມ ແລະພວກເຫຼົ່ານີ້ກໍເຂົ້າຮ່ວມຟ້ອນ ແລະໂຮຮ້ອງຄືກັນ. ເພິ່ນສົ່ງອອກໄປອີກເປັນພວກທີສາມ ແລະເຫດການນັ້ນກໍເກີດກັບຄົນເຫຼົ່ານີ້ຄືກັນ.
22
ແລ້ວເພິ່ນກໍອອກໄປທີ່ເມືອງຣາມາເອງ. ເມື່ອໄປຮອດນໍ້າສ້າງໃຫຍ່ທີ່ເສກູ ເພິ່ນຈຶ່ງຖາມຫາຊາມູເອນແລະດາວິດ ແລະເຂົາກໍບອກເພິ່ນວ່າທັງສອງຢູ່ທີ່ບ້ານນາໂຢດໃນຣາມາ.
23
ໃນຂະນະທີ່ເພິ່ນກຳລັງເດີນທາງໄປນັ້ນ ວິນຍານຂອງພຣະເຈົ້າເຂົ້າຄວບຄຸມເພິ່ນຄືກັນ. ເພິ່ນຈຶ່ງຟ້ອນແລະໂຮຮ້ອງໄປສຸດທາງຈົນເຖິງບ້ານນາໂຢດໃນຣາມາ.
24
ເພິ່ນແກ້ເຄື່ອງນຸ່ງອອກ, ຟ້ອນລຳ ແລະຮ້ອງໂຮຢູ່ຕໍ່ໜ້າຊາມູເອນ. ແລ້ວເພິ່ນກໍນອນເປືອຍກາຍຢູ່ຕະຫລອດວັນຕະຫລອດຄືນ. (ຄົນຈຶ່ງເວົ້າຊ່າລືກັນໄປວ່າ, “ໂຊນໄດ້ກາຍເປັນຜູ້ທຳນວາຍແລ້ວຫລືນີ້?”)
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 20 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31