bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Samuel 11
1 Samuel 11
Lao Bible 2012 (ພຣະຄຳພີສັກສິ)
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 12 →
1
ປະມານໜຶ່ງເດືອນຕໍ່ມາ ເຈົ້ານາຮາດກະສັດແຫ່ງອຳໂມນໄດ້ຍົກທັບມາໂຈມຕີເມືອງຢາເບັດກີເລອາດ ແລະປິດລ້ອມເມືອງໄວ້. ຊາວເມືອງຢາເບັດຈຶ່ງເວົ້າກັບເຈົ້ານາຮາດວ່າ, “ຈົ່ງເຮັດສັນຍາກັບພວກຂ້ານ້ອຍສາ ແລ້ວພວກຂ້ານ້ອຍກໍຈະຮັບທ່ານເປັນຜູ້ປົກຄອງ.”
2
ນາຮາດຕອບວ່າ, “ເຮົາຈະເຮັດສັນຍາກັບພວກເຈົ້າໃນເງື່ອນໄຂຂໍ້ໜຶ່ງຄື: ເຮົາຈະເຈາະແກ່ນຕາເບື້ອງຂວາທຸກຄົນ ເພື່ອນຳຄວາມອັບອາຍມາສູ່ຊາດອິດສະຣາເອນທັງໝົດ.”
3
ພວກຜູ້ນຳຊາວຢາເບັດຈຶ່ງເວົ້າວ່າ, “ຂໍໃຫ້ເວລາພວກເຮົາເຈັດວັນ ເພື່ອຈະໄດ້ໃຊ້ຄົນນຳຂ່າວໄປທົ່ວດິນແດນອິດສະຣາເອນ. ຖ້າບໍ່ມີຜູ້ໃດຊ່ວຍເຫລືອພວກເຮົາ ພວກເຮົາກໍຈະຍອມຈຳນົນຕໍ່ທ່ານ.”
4
ຄົນນຳຂ່າວໄດ້ມາທີ່ເມືອງກີເບອາບ່ອນທີ່ໂຊນຢູ່. ເມື່ອຄົນບອກຂ່າວນີ້ສູ່ຊາວເມືອງຟັງ ປະຊາຊົນກໍຮ້ອງໄຫ້ດ້ວຍຄວາມໝົດຫວັງ.
5
ສ່ວນໂຊນນັ້ນກຳລັງຈູງງົວມາແຕ່ນາ ເພິ່ນຖາມວ່າ, “ມີຫຍັງເກີດຂຶ້ນ? ເປັນຫຍັງທຸກຄົນຈຶ່ງຮ້ອງໄຫ້?” ພວກເຂົາບອກເລື່ອງທີ່ຄົນນຳຂ່າວຈາກຢາເບັດໄດ້ມາລາຍງານນັ້ນສູ່ລາວຟັງ.
6
ເມື່ອໂຊນໄດ້ຍິນຂ່າວນັ້ນ ພຣະວິນຍານຂອງພຣະເຈົ້າໄດ້ເຂົ້າຄວບຄຸມລາວ ແລະລາວໃຈຮ້າຍຂຶ້ນ.
7
ລາວໄດ້ຂ້າງົວເຖິກສອງໂຕແລະປາດຊີ້ນເປັນຕ່ອນໆ ແລ້ວໃຫ້ຄົນນຳຂ່າວມານັ້ນຖືໄປທົ່ວດິນແດນອິດສະຣາເອນ ພ້ອມທັງເຕືອນວ່າ, “ຜູ້ໃດກໍຕາມທີ່ບໍ່ຕິດຕາມໂຊນແລະຊາມູເອນໄປສູ່ສະໜາມຮົບ ງົວເຖິກຂອງຜູ້ນັ້ນຈະຕ້ອງຖືກຂ້າຢ່າງດຽວກັນນີ້ແຫຼະ.” ປະຊາຊົນອິດສະຣາເອນເກີດຢ້ານກົວຕໍ່ສິ່ງທີ່ພຣະເຈົ້າຢາເວອາດຈະກະທຳ. ສະນັ້ນ ພວກເຂົາໝົດທຸກຄົນຈຶ່ງພ້ອມກັນມາໂດຍບໍ່ມີການຍົກເວັ້ນ.
8
ໂຊນໃຫ້ພວກເຂົາເຕົ້າໂຮມກັນຢູ່ທີ່ເມືອງເບເຊັກ ໂດຍມີຈຳນວນພົນດັ່ງນີ້: ຊາວອິດສະຣາເອນສາມແສນຄົນ ແລະຊາວຢູດາສາມສິບພັນຄົນ.
9
ພວກເຂົາບອກຄົນນຳຂ່າວມາຈາກຢາເບັດກີເລອາດນັ້ນວ່າ, “ຈົ່ງບອກປະຊາຊົນຂອງພວກເຈົ້າວ່າ ມື້ອື່ນເຊົ້າກ່ອນທ່ຽງ ພວກຂ້ອຍຈະໄປຊ່ວຍກອບກູ້ເອົາພວກເຈົ້າ.” ເມື່ອຊາວຢາເບັດໄດ້ຮັບຂ່າວນັ້ນ ພວກເຂົາກໍຊົມຊື່ນຍິນດີຫຼາຍ ແລະເວົ້າຕໍ່ເຈົ້ານາຮາດວ່າ,
10
“ມື້ອື່ນ ພວກເຮົາຈະຍອມຈຳນົນຕໍ່ທ່ານ ທ່ານຈະເຮັດກັບພວກເຮົາຢ່າງໃດກໍໄດ້ ຕາມທີ່ທ່ານຕ້ອງການ.”
11
ມື້ໃໝ່ມາແຕ່ເດິກໆ ໂຊນໄດ້ແບ່ງທະຫານຂອງຕົນອອກເປັນສາມໝວດ. ເມື່ອເຊົ້າມາ ພວກເຂົາໄດ້ມຸ້ງໜ້າໄປສູ່ຄ້າຍຂອງພວກສັດຕູ ແລະໂຈມຕີຊາວອຳໂມນ. ພວກເຂົາໄດ້ຂ້າເປັນໝູ່ຊາວອຳໂມນຈົນຮອດທ່ຽງ. ສ່ວນພວກທີ່ລອດຊີວິດໄດ້ນັ້ນກໍແຕກຊະກັນໄປ ແຕ່ລະຄົນຕ່າງກໍແລ່ນໜີໄປເອົາຕົວລອດ.
12
ແລ້ວປະຊາຊົນອິດສະຣາເອນກໍເວົ້າຕໍ່ຊາມູເອນວ່າ, “ພວກທີ່ເວົ້າວ່າ, ໂຊນບໍ່ສົມທີ່ຈະເປັນກະສັດນັ້ນຢູ່ໃສ? ຈົ່ງໄປຈັບເອົາພວກເຂົາມາໃຫ້ພວກເຮົາຂ້າຖິ້ມເສຍ.”
13
ແຕ່ໂຊນເວົ້າວ່າ, “ມື້ນີ້ ຈະບໍ່ມີຜູ້ໃດຖືກປະຫານຊີວິດ ເພາະແມ່ນມື້ທີ່ພຣະເຈົ້າຢາເວຊ່ວຍກອບກູ້ເອົາຊາດອິດສະຣາເອນ.”
14
ແລ້ວຊາມູເອນກໍກ່າວວ່າ, “ໃຫ້ພວກເຮົາທຸກຄົນໄປທີ່ເມືອງກິນການ ແລະປະກາດແຕ່ງຕັ້ງໂຊນຢູ່ທີ່ນັ້ນອີກເທື່ອໜຶ່ງ ໃຫ້ເປັນກະສັດຂອງພວກເຮົາ.”
15
ດັ່ງນັ້ນ ພວກເຂົາທັງໝົດຈຶ່ງພາກັນໄປທີ່ເມືອງກິນການ. ແລະໃນທີ່ນັ້ນ ໂດຍຊ້ອງໜ້າພຣະເຈົ້າຢາເວ ພວກເຂົາໄດ້ປະກາດແຕ່ງຕັ້ງໂຊນໃຫ້ເປັນກະສັດ. ພວກເຂົາໄດ້ຖວາຍເຄື່ອງບູຊາເພື່ອຄວາມສາມັກຄີທຳຕໍ່ໜ້າພຣະເຈົ້າຢາເວ ແລະ ໂຊນພ້ອມກັບປະຊາຊົນອິດສະຣາເອນທຸກຄົນໄດ້ສະຫລອງຢ່າງຍິ່ງໃຫຍ່ໃນທີ່ນັ້ນ.
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 12 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31