bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Samuel 23
1 Samuel 23
Lao Bible 2012 (ພຣະຄຳພີສັກສິ)
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 24 →
1
ດາວິດໄດ້ຍິນວ່າຊາວຟີລິດສະຕິນກຳລັງຕີເອົາເມືອງເກອີລາ ແລະປຸ້ນສະດົມເອົາເຂົ້າທີ່ຫາກໍເກັບກ່ຽວໃໝ່.
2
ສະນັ້ນ ລາວຈຶ່ງຖາມພຣະເຈົ້າຢາເວວ່າ, “ຂ້ານ້ອຍຄວນຈະໄປໂຈມຕີພວກຟີລິດສະຕິນຫລືບໍ່?” ພຣະເຈົ້າຢາເວຕອບດາວິດວ່າ, “ຄວນໄປ ໂຈມຕີພວກເຂົາແລະຊ່ວຍເອົາເມືອງເກອີລາໄວ້.”
3
ແຕ່ຄົນຂອງດາວິດເວົ້າກັບລາວວ່າ, “ໃນຢູດາຍນີ້ ພວກເຮົາກໍຢ້ານກົວຢູ່ແລ້ວ ຖ້າພວກເຮົາໄປໂຈມຕີກອງທັບຂອງພວກຟີລິດສະຕິນທີ່ເມືອງເກອີລາ ກໍຍິ່ງເປັນໜ້າຢ້ານກົວໃຫຍ່!”
4
ສະນັ້ນ ດາວິດຈຶ່ງໄດ້ປຶກສານຳພຣະເຈົ້າຢາເວອີກ ແລະພຣະເຈົ້າຢາເວກໍຕອບດາວິດວ່າ, “ໄປໂຈມຕີເມືອງເກອີລາ ແລະເຮົາຈະໃຫ້ເຈົ້າມີໄຊຊະນະເໜືອພວກຟີລິດສະຕິນ.”
5
ດັ່ງນັ້ນ ດາວິດກັບຄົນຂອງເພິ່ນຈຶ່ງໄດ້ໄປໂຈມຕີພວກຟີລິດສະຕິນທີ່ເມືອງເກອີລາ. ພວກເຂົາໄດ້ຂ້າພວກຟີລິດສະຕິນຫລາຍຄົນ ແລະຢຶດເອົາສັດລ້ຽງຂອງພວກເຂົາ. ດັ່ງນັ້ນ ດາວິດຈຶ່ງຊ່ວຍກອບກູ້ເອົາຊາວເມືອງເກອີລາໃຫ້ພົ້ນ.
6
ເມື່ອອາບີອາທາລູກຊາຍຂອງອາຮີເມເຫຼັກ ໄດ້ປົບໜີໄປອາໄສຢູ່ນຳດາວິດທີ່ເມືອງເກອີລານັ້ນ ລາວໄດ້ເອົາເອໂຟດໄປນຳ.
7
ຕໍ່ມາ ໄດ້ມີຄົນມາບອກກະສັດໂຊນວ່າດາວິດຢູ່ທີ່ເມືອງເກອີລາ ແລະເພິ່ນກໍເວົ້າວ່າ, “ພຣະເຈົ້າມອບດາວິດໄວ້ໃນກຳມືຂອງເຮົາແລ້ວ. ລາວຫ້າງແຮ້ວໃສ່ຕົນເອງທີ່ເຂົ້າໄປຢູ່ໃນເມືອງທີ່ມີກຳແພງອ້ອມ ແລະທັງມີປະຕູອັນແໜ້ນໜາອີກດ້ວຍ.”
8
ດັ່ງນັ້ນ ກະສັດໂຊນຈຶ່ງເອີ້ນເອົາທະຫານຂອງຕົນອອກໄປເຮັດເສິກ ແລະມຸ່ງໜ້າໄປທີ່ເມືອງເກອີລາເພື່ອອ້ອມຈັບດາວິດກັບຄົນຂອງເພິ່ນ.
9
ເມື່ອດາວິດໄດ້ຍິນວ່າກະສັດໂຊນກຳລັງວາງແຜນໂຈມຕີຕົນ ເພິ່ນກໍສັ່ງປະໂຣຫິດອາບີອາທາວ່າ, “ເອົາເອໂຟດມາພີ້.”
10
ແລ້ວດາວິດກໍພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ຂ້ານ້ອຍໄດ້ຍິນວ່າກະສັດໂຊນກຳລັງວາງແຜນເດີນທາງມາທີ່ເມືອງເກອີລາ ເພື່ອຈະທຳລາຍເມືອງນີ້. ເພາະຂ້ານ້ອຍເອງຜູ້ຮັບໃຊ້ຂອງພຣະອົງເປັນຕົ້ນເຫດ.
11
ຊາວເມືອງເກອີລາຈະມອບຂ້ານ້ອຍໃຫ້ກະສັດໂຊນຫລືບໍ່? ເພິ່ນຈະມາແທ້ຕາມທີ່ຂ້ານ້ອຍໄດ້ຍິນນີ້ບໍ? ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ໂຜດຕອບຂ້ານ້ອຍດ້ວຍເຖີດ.” ພຣະເຈົ້າຢາເວຕອບວ່າ, “ໂຊນຈະມາແທ້.”
12
ດາວິດຖາມອີກວ່າ, “ຊາວເມືອງເກອີລາຈະມອບທະຫານຂອງຂ້ານ້ອຍກັບຂ້ານ້ອຍເອງ ໃຫ້ກະສັດໂຊນຫລືບໍ່?” ພຣະເຈົ້າຢາເວຕອບວ່າ, “ພວກເຂົາຈະມອບ”.
13
ດັ່ງນັ້ນ ດາວິດພ້ອມດ້ວຍທະຫານທັງໝົດປະມານຫົກຮ້ອຍຄົນ ຈຶ່ງອອກໜີຈາກເມືອງເກອີລາໃນທັນທີ ແລະເຄື່ອນຍ້າຍໄປເລື້ອຍໆ. ເມື່ອກະສັດໂຊນໄດ້ຍິນວ່າ ດາວິດໄດ້ປົບໜີຈາກເມືອງເກອີລາໄປແລ້ວ ເພິ່ນກໍໄດ້ລົ້ມເລີກແຜນການຂອງຕົນເສຍ.
14
ດາວິດໄດ້ລີ້ຢູ່ທີ່ແຖບເນີນພູໃນຖິ່ນແຫ້ງແລ້ງກັນດານໃກ້ກັບເມືອງຊີເຟ. ຝ່າຍກະສັດໂຊນນັ້ນກໍພະຍາຍາມຊອກຫາດາວິດຢູ່ເລື້ອຍໆ; ແຕ່ພຣະເຈົ້າຢາເວບໍ່ໄດ້ມອບລາວໃຫ້ກະສັດໂຊນ.
15
ດາວິດຮູ້ດີວ່າ ກະສັດໂຊນໄດ້ອອກຕາມຫາເພື່ອຈະຂ້າຕົນ. ດາວິດໄດ້ອາໄສຢູ່ທີ່ເມືອງໂຮເຣັດໃນຖິ່ນແຫ້ງແລ້ງກັນດານ ໃກ້ກັບເມືອງຊີເຟ.
16
ໂຢນາທານໄດ້ໄປຫາດາວິດທີ່ນັ້ນ ແລະໃຫ້ກຳລັງໃຈເພິ່ນດ້ວຍຄວາມເຊື່ອໝັ້ນວ່າ ພຣະເຈົ້າຢາເວຈະເປັນຜູ້ປົກປັກຮັກສາ
17
ໂດຍເວົ້າວ່າ, “ຢ່າຢ້ານເລີຍ ກະສັດໂຊນພໍ່ຂອງຂ້ອຍເຮັດຫຍັງໃຫ້ເຈົ້າບໍ່ໄດ້ດອກ. ເພິ່ນຮູ້ຈັກດີວ່າເຈົ້າຄົນດຽວເທົ່ານັ້ນ ທີ່ຈະເປັນກະສັດຂອງຊາດອິດສະຣາເອນ ແລະຂ້ອຍກໍຈະເປັນຜູ້ຮອງຂອງເຈົ້າ.”
18
ທັງສອງໄດ້ເຮັດພັນທະສັນຍາຢູ່ຊ້ອງໜ້າພຣະເຈົ້າຢາເວ. ດາວິດຍັງອາໄສຢູ່ທີ່ໂຮເຣັດ ສ່ວນໂຢນາທານນັ້ນໄດ້ຄືນເມືອເຮືອນຂອງຕົນ.
19
ມີຊາວເມືອງຊີເຟບາງຄົນໄດ້ໄປຫາກະສັດໂຊນຢູ່ທີ່ເມືອງກີເບອາ ແລະບອກເພິ່ນວ່າ, “ດາວິດກຳລັງລີ້ຢູ່ໃນເຂດແດນຂອງພວກຂ້ານ້ອຍທີ່ໂຮເຣັດຕາມເທິງພູຮາກີລາ ທາງພາກໃຕ້ຂອງຖິ່ນແຫ້ງແລ້ງກັນດານຢູດາຍ.
20
ພວກຂ້ານ້ອຍຮູ້ດີວ່າ ທ່ານຕ້ອງການຕົວຂອງດາວິດຫລາຍເທົ່າໃດ. ສະນັ້ນ ຂໍເຊີນທ່ານໄປທີ່ເຂດແດນຂອງພວກຂ້ານ້ອຍ ແລະພວກຂ້ານ້ອຍຈະມອບລາວໃຫ້ທ່ານ.”
21
ກະສັດໂຊນຕອບວ່າ, “ຂໍໃຫ້ພຣະເຈົ້າຢາເວອວຍພອນພວກເຈົ້າທີ່ມີນໍ້າໃຈອັນດີຕໍ່ເຮົາ.
22
ເພື່ອຄວາມແນ່ໃຈໃຫ້ພວກເຈົ້າໄປເບິ່ງອີກເທື່ອໜຶ່ງ ແລະຖາມເບິ່ງວ່າມັນຢູ່ບ່ອນໃດແທ້ໆ ແລະແມ່ນຜູ້ໃດແດ່ເຫັນມັນຢູ່ທີ່ນັ້ນ ເຮົາໄດ້ຍິນວ່າມັນເປັນຄົນທີ່ມີເລ້ຫລ່ຽມຫລາຍທີ່ສຸດ.
23
ສະນັ້ນ ຈົ່ງໄປສືບເບິ່ງຢ່າງຄັກແນ່ວ່າມັນຢູ່ບ່ອນໃດແທ້ໆ ແລະໃຫ້ນຳເອົາລາຍລະອຽດຕ່າງໆມາລາຍງານເຮົາທັນທີ ແລ້ວເຮົາຈະໄປກັບພວກເຈົ້າ. ຖ້າມັນຍັງຢູ່ໃນເຂດນັ້ນ ເຮົາຈະຕາມໄປຂ້າມັນ. ເຖິງແມ່ນວ່າເຮົາຈະຕ້ອງຊອກຄົ້ນຫາມັນທົ່ວທັງດິນແດນຢູດາຍກໍຕາມ.”
24
ດັ່ງນັ້ນ ພວກເຂົາຈຶ່ງໄດ້ກັບຄືນເມືອເມືອງຊີເຟກ່ອນກະສັດໂຊນ. ສ່ວນດາວິດແລະຄົນທັງຫລາຍຂອງຕົນນັ້ນໄດ້ອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານມາໂອນ ໃນອາຣາບາທາງທິດໃຕ້ຂອງເຢຊີໂມນ.
25
ກະສັດໂຊນກັບທະຫານຂອງເພິ່ນໄດ້ອອກໄປຊອກຫາດາວິດ ແຕ່ເພິ່ນຮູ້ເລື່ອງນີ້ກ່ອນ ຈຶ່ງໄດ້ປົບໜີໄປທີ່ເນີນພູຫີນ ໃນຖິ່ນແຫ້ງແລ້ງກັນດານມາໂອນ ແລະອາໄສຢູ່ໃນທີ່ນັ້ນ. ເມື່ອກະສັດໂຊນຮູ້ຂ່າວນີ້ ເພິ່ນກໍອອກຕາມລ່າດາວິດ.
26
ກະສັດໂຊນກັບທະຫານຂອງຕົນຢູ່ທາງພູເບື້ອງໜຶ່ງ ສ່ວນດາວິດກັບຄົນທັງຫລາຍຂອງເພິ່ນກໍຢູ່ທາງພູເບື້ອງໜຶ່ງອີກ. ໃນຂະນະທີ່ດາວິດກັບຄົນທັງຫລາຍຂອງຕົນກຳລັງປົບໜີຈາກກະສັດໂຊນກັບທະຫານຂອງເພິ່ນ ຊຶ່ງພວມໄລ່ຕາມມາເກືອບຈະຈັບພວກເພິ່ນໄດ້ນັ້ນ
27
ກໍມີຄົນນຳຂ່າວມາບອກກະສັດໂຊນວ່າ, “ພວກຟີລິດສະຕິນກຳລັງຮຸກຮານປະເທດຊາດບ້ານເມືອງ ຮີບກັບຄືນເມືອໄວໆ!”
28
ດັ່ງນັ້ນ ກະສັດໂຊນຈຶ່ງເລີກໄລ່ຕາມດາວິດ ແລະກັບຄືນໄປຕໍ່ສູ້ພວກຟີລິດສະຕິນ. ດ້ວຍເຫດນີ້ ບ່ອນນີ້ຈຶ່ງມີຊື່ວ່າເນີນພູແຫ່ງການແຍກຈາກກັນ.
29
ດາວິດໄດ້ອອກໜີໄປສູ່ອານາເຂດເອນເກດີ ແລະໄດ້ຫລົບລີ້ຢູ່ໃນທີ່ນັ້ນ.
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 24 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31