bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Samuel 18
1 Samuel 18
Lao Bible 2012 (ພຣະຄຳພີສັກສິ)
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 19 →
1
ເມື່ອກະສັດໂຊນແລະດາວິດໄດ້ສົນທະນາກັນຈົບລົງແລ້ວ ໂຢນາທານລູກຊາຍຂອງໂຊນກໍເກີດນິຍົມຊົມຊອບໃນຕົວຂອງດາວິດ ແລະຮັກລາວຫລາຍເທົ່າກັບຮັກຕົນເອງ.
2
ແຕ່ນັ້ນມາ ກະສັດໂຊນກໍເອົາດາວິດໄປຢູ່ນຳ ແລະບໍ່ໃຫ້ລາວກັບຄືນເມືອບ້ານພໍ່ຂອງຕົນ.
3
ແລ້ວໂຢນາທານກໍໄດ້ສາບານເປັນເພື່ອນທີ່ດີກັບດາວິດຕະຫລອດໄປ ເພາະເພິ່ນຮັກດາວິດເໝືອນຊີວິດຈິດໃຈຂອງຕົນເອງ.
4
ລາວໄດ້ແກ້ເສື້ອຊັ້ນນອກທີ່ຕົນນຸ່ງມອບໃຫ້ດາວິດ ພ້ອມທັງເຄື່ອງຮົບເຊັ່ນ: ດາບ, ຄັນທະນູ ແລະສາຍແອວ.
5
ດາວິດໄດ້ອອກໄປເຮັດວຽກດ້ວຍຄວາມສະຫຼຽວສະຫຼາດແລະສຳເລັດໜ້າທີ່ທຸກຢ່າງ ຕາມທີ່ກະສັດໂຊນໄດ້ສັ່ງ. ດັ່ງນັ້ນ ເພິ່ນຈຶ່ງແຕ່ງຕັ້ງລາວໃຫ້ເປັນນາຍທະຫານໃນກອງທັບຂອງເພິ່ນ. ເລື່ອງນີ້ໄດ້ສ້າງຄວາມພໍໃຈແກ່ບັນດານາຍທະຫານ ແລະພົນທະຫານທຸກຄົນຂອງໂຊນ.
6
ຫລັງຈາກທີ່ດາວິດໄດ້ຂ້າໂກລີອາດ ແລະຄືນມາພ້ອມພວກທະຫານແລ້ວ, ບັນດາຜູ້ຍິງຈາກຫລາຍເມືອງໃນຊາດອິດສະຣາເອນກໍໄດ້ເຂົ້າມາຫາກະສັດໂຊນ. ພວກເຂົາໄດ້ຮ້ອງເພງຢ່າງຊົມຊື່ນຍິນດີທັງຕີກອງ, ດີດພິນ ແລະຟ້ອນລຳ.
7
ໃນການສະເຫລີມສະຫລອງຄັ້ງນີ້ ພວກຜູ້ຍິງໄດ້ຮ້ອງເພງວ່າ, “ໂຊນໄດ້ຂ້າສັດຕູຫລາຍພັນຄົນ, ແຕ່ດາວິດນັ້ນໄດ້ຂ້າສັດຕູຫລາຍໝື່ນຄົນ.”
8
ກະສັດໂຊນບໍ່ພໍໃຈເມື່ອໄດ້ຍິນເພງນີ້ ສະນັ້ນ ເພິ່ນຈຶ່ງໂກດຮ້າຍຫລາຍ. ເພິ່ນເວົ້າວ່າ, “ສຳລັບດາວິດນັ້ນ ພວກເຂົາອ້າງວ່າໄດ້ຂ້າຫລາຍໝື່ນຄົນ, ແຕ່ສຳລັບເຮົາ ພວກເຂົາໄດ້ອ້າງວ່າເຮົາໄດ້ຂ້າຫລາຍພັນຄົນເທົ່ານັ້ນ. ພວກເຂົາຄົງຈະແຕ່ງຕັ້ງໃຫ້ເປັນກະສັດຕໍ່ໄປ.”
9
ນັບຕັ້ງແຕ່ວັນນັ້ນມາ ເພິ່ນກໍເກີດອິດສາແລະຈັບຕາເບິ່ງໃນຕົວດາວິດ.
10
ວັນຕໍ່ມາ ວິນຍານຊົ່ວຮ້າຍທີ່ອົງພຣະຜູ້ເປັນເຈົ້າໄດ້ສົ່ງມາ ກໍເຂົ້າສິງກະສັດໂຊນທັນທີ; ເພິ່ນໄດ້ເວົ້າລະເມີຢູ່ໃນເຮືອນຂອງຕົນດັ່ງຄົນບ້າ. ສ່ວນດາວິດນັ້ນດີດພິນຢູ່ດັ່ງທີ່ເຄີຍເຮັດມາທຸກວັນ ແລະກະສັດໂຊນກໍຖືຫອກຢູ່ໃນມື.
11
ກະສັດໂຊນກ່າວແກ່ຕົນເອງວ່າ, “ເຮົາຈະແທງມັນໃຫ້ຕິດກັບຝາ.” ແລະເພິ່ນໄດ້ຊັດຫອກໃສ່ດາວິດສອງເທື່ອ, ແຕ່ດາວິດຫລົບຫລີກທັນທຸກເທື່ອ.
12
ກະສັດໂຊນເກີດຢ້ານກົວດາວິດເພາະພຣະເຈົ້າຢາເວສະຖິດຢູ່ກັບລາວ, ແຕ່ພຣະອົງໄດ້ປະຖິ້ມເພິ່ນແລ້ວ.
13
ດັ່ງນັ້ນ ກະສັດໂຊນຈຶ່ງສົ່ງດາວິດໜີ ໂດຍແຕ່ງຕັ້ງລາວໃຫ້ເປັນຜູ້ບັນຊາການທະຫານໜຶ່ງພັນຄົນ. ດາວິດໄດ້ນຳໜ້າທະຫານຂອງຕົນອອກໄປສູ່ສະໜາມຮົບ.
14
ລາວໄດ້ປະຕິບັດສຳເລັດໜ້າທີ່ທຸກຢ່າງ ເພາະພຣະເຈົ້າຢາເວສະຖິດຢູ່ກັບລາວ.
15
ກະສັດໂຊນສັງເກດເຫັນດາວິດເຮັດສຳເລັດໜ້າທີ່ທຸກຢ່າງ ເພິ່ນກໍເກີດຢ້ານກົວລາວຫລາຍຂຶ້ນ.
16
ແຕ່ທຸກໆຄົນໃນຊາດອິດສະຣາເອນ ແລະຢູດາຕ່າງກໍຮັກດາວິດ ເພາະລາວເປັນຜູ້ນຳທີ່ເຮັດສຳເລັດໜ້າທີ່ທຸກຢ່າງ.
17
ຕໍ່ມາ ກະສັດໂຊນໄດ້ກ່າວແກ່ດາວິດວ່າ, “ນີ້ຄືເມຣາບລູກສາວຄົນກົກຂອງເຮົາ; ເຮົາຈະຍົກນາງໃຫ້ເປັນເມຍຂອງເຈົ້າ ແຕ່ເຈົ້າຕ້ອງຮັບໃຊ້ເຮົາໃນຖານະທີ່ເປັນທະຫານຜູ້ເກັ່ງກ້າແລະສັດຊື່ ແລະເຮັດເສິກເພື່ອພຣະເຈົ້າຢາເວ.” (ກະສັດໂຊນຄິດວ່າດ້ວຍວິທີນີ້ ເພິ່ນຈະບໍ່ເປັນຜູ້ສັງຫານດາວິດໂດຍຕົນເອງ ແຕ່ຈະປ່ອຍໃຫ້ພວກຟີລິດສະຕິນຂ້າລາວ.)
18
ດາວິດຕອບວ່າ, “ຂ້ານ້ອຍແມ່ນຜູ້ໃດແລະຄອບຄົວຂອງພໍ່ຂ້ານ້ອຍກໍບໍ່ມີຄວາມສຳຄັນຫຍັງ ດ້ວຍເຫດໃດຂ້ານ້ອຍຈຶ່ງຈະໄດ້ກາຍເປັນລູກເຂີຍຂອງກະສັດ?”
19
ແຕ່ເມື່ອເຖິງເວລາທີ່ຈະຍົກນາງເມຣາບໃຫ້ດາວິດ ກະສັດໂຊນກໍຍົກນາງໃຫ້ຊາຍຄົນໜຶ່ງຈາກເມືອງເມໂຮລາຊື່ວ່າ ອັດຣິເອນ.
20
ແຕ່ນາງມີການ ລູກສາວຄົນໜຶ່ງອີກຂອງກະສັດໂຊນໄດ້ຮັກດາວິດ; ເມື່ອກະສັດໂຊນຮູ້ເລື່ອງນີ້ເພິ່ນກໍດີໃຈ.
21
ເພິ່ນກ່າວແກ່ຕົນເອງວ່າ, “ເຮົາຈະຍົກມີການໃຫ້ດາວິດ ແລະເຮົາຈະໃຊ້ນາງດັກຈັບດາວິດໃຫ້ພວກຟີລິດສະຕິນຂ້າ.” ດັ່ງນັ້ນ ກະສັດໂຊນຈຶ່ງເວົ້າກັບດາວິດເປັນຄັ້ງທີສອງວ່າ, “ເຈົ້າຈະໄດ້ເປັນລູກເຂີຍຂອງເຮົາ.”
22
ເພິ່ນໄດ້ສັ່ງໃຫ້ຂ້າຣາຊການຊັ້ນຜູ້ໃຫຍ່ໄປເວົ້າກັບດາວິດເປັນທາງສ່ວນຕົວວ່າ, “ກະສັດພໍໃຈໃນຕົວເຈົ້າແລະນາຍທະຫານທຸກຄົນກໍມີຄວາມນິຍົມຊົມຊອບເຈົ້າ, ບັດນີ້ ແມ່ນໂອກາດອັນດີສຳລັບເຈົ້າແລ້ວ ທີ່ຈະໄດ້ແຕ່ງງານກັບລູກສາວຂອງເພິ່ນ.”
23
ສະນັ້ນ ພວກຂ້າຣາຊການຈຶ່ງໄປເວົ້າກັບດາວິດແລະລາວຕອບວ່າ, “ມັນເປັນກຽດອັນສູງສົ່ງສຳລັບຄົນຍາກຈົນທີ່ບໍ່ມີຄວາມສຳຄັນຫຍັງດັ່ງຂ້ອຍ ທີ່ຈະໄດ້ເປັນລູກເຂີຍຂອງກະສັດ.”
24
ພວກຂ້າຣາຊການໄດ້ໄປບອກໃຫ້ກະສັດໂຊນ ຕາມທີ່ດາວິດໄດ້ເວົ້າມານັ້ນ
25
ແລ້ວກະສັດໂຊນກໍໄດ້ສັ່ງພວກເຂົາໃຫ້ໄປບອກດາວິດວ່າ, “ກະສັດຕ້ອງການຄ່າດອງຈາກເຈົ້າພຽງແຕ່ໜັງຫຸ້ມປາຍອະໄວຍະວະລັບຂອງຊາວຟີລິດສະຕິນໜຶ່ງຮ້ອຍຄົນເທົ່ານັ້ນ ເພື່ອເປັນການລ້າງແຄ້ນສັດຕູຂອງເພິ່ນ.” (ອັນນີ້ຄືແຜນການທີ່ກະສັດໂຊນຢາກໃຫ້ດາວິດຖືກຂ້າໂດຍພວກຟີລິດສະຕິນ.)
26
ພວກຂ້າຣາຊການຂອງກະສັດໂຊນໄດ້ມາລາຍງານໃຫ້ດາວິດຮູ້ ຕາມທີ່ກະສັດໄດ້ເວົ້າ ແລະດາວິດກໍມີຄວາມຍິນດີໂດຍຄິດວ່າ ຕົນຈະໄດ້ເປັນລູກເຂີຍຂອງກະສັດ. ກ່ອນວັນກຳນົດໄວ້ສຳລັບການແຕ່ງງານ
27
ດາວິດແລະທະຫານຂອງຕົນໄດ້ຂ້າພວກຟີລິດສະຕິນສອງຮ້ອຍຄົນ. ລາວໄດ້ເອົາໜັງຫຸ້ມປາຍອະໄວຍະວະລັບຂອງພວກເຂົາມາໃຫ້ກະສັດໂຊນ ໂດຍເອົາອອກມານັບໃຫ້ເພິ່ນເບິ່ງທັງໝົດ ເພື່ອລາວຈະໄດ້ເປັນລູກເຂີຍຂອງເພິ່ນ. ດັ່ງນັ້ນ ກະສັດໂຊນຈຶ່ງມອບນາງມີການ ລູກສາວຂອງຕົນໃຫ້ແຕ່ງງານກັບດາວິດ.
28
ກະສັດໂຊນໄດ້ເຫັນຢ່າງຄັກແນ່ວ່າພຣະເຈົ້າຢາເວສະຖິດຢູ່ກັບດາວິດ ແລະມີການລູກສາວຂອງຕົນກໍຮັກດາວິດ.
29
ສະນັ້ນ ເພິ່ນຈຶ່ງຢ້ານກົວດາວິດຫລາຍຍິ່ງຂຶ້ນ ແລະຕັ້ງຕົວເປັນສັດຕູຕໍ່ລາວຕະຫລອດຊົ່ວຊີວິດຂອງເພິ່ນ.
30
ພວກຟີລິດສະຕິນໄດ້ຍົກທັບມາຕໍ່ສູ້ ແຕ່ໃນການສູ້ຮົບທຸກເທື່ອ ດາວິດຕີຊະນະຂ້າເສິກໄດ້ຢ່າງມີປະສິດທິພາບຫລາຍກວ່ານາຍທະຫານຄົນອື່ນໆຂອງກະສັດໂຊນ. ຜົນກໍຄືດາວິດໄດ້ກາຍເປັນຜູ້ມີຊື່ສຽງຫລາຍ.
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 19 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31