bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Samuel 16
1 Samuel 16
Lao Bible 2012 (ພຣະຄຳພີສັກສິ)
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 17 →
1
ພຣະເຈົ້າຢາເວໄດ້ກ່າວຕໍ່ຊາມູເອນວ່າ, “ເຈົ້າຍັງຈະໂສກເສົ້າເສຍໃຈນຳໂຊນອີກດົນປານໃດ? ເຮົາໄດ້ປົດລາວອອກຈາກຕຳແໜ່ງກະສັດແລ້ວ, ແຕ່ບັດນີ້ ຈົ່ງຖືນໍ້າມັນສັກສິດໄປທີ່ເມືອງເບັດເລເຮັມ ແລະຫາຊາຍຄົນໜຶ່ງທີ່ຊື່ວ່າ ເຢຊີ ເພາະເຮົາໄດ້ເລືອກເອົາລູກຊາຍຂອງລາວຄົນໜຶ່ງໃຫ້ເປັນກະສັດ.”
2
ຊາມູເອນຖາມວ່າ, “ຂ້ານ້ອຍຈະເຮັດເຊັ່ນນັ້ນໄດ້ຢ່າງໃດ? ຖ້າໂຊນໄດ້ຍິນເລື່ອງນີ້ ລາວຄົງຈະຂ້າຂ້ານ້ອຍເສຍ.” ພຣະເຈົ້າຢາເວຕອບວ່າ, “ໃຫ້ເຈົ້າເອົາລູກງົວໂຕໜຶ່ງໄປນຳ ແລະເວົ້າວ່າ, ເຈົ້າມາທີ່ນີ້ເພື່ອຖວາຍບູຊາແກ່ພຣະເຈົ້າຢາເວ.
3
ໃຫ້ເຈົ້າເຊີນເຢຊີມາຮ່ວມໃນການຖວາຍນັ້ນດ້ວຍ ແລ້ວເຮົາຈະບອກເຈົ້າວ່າຄວນຈະເຮັດຢ່າງໃດໃນຂັ້ນຕໍ່ໄປ. ເຈົ້າຈະເອົານໍ້າມັນສັກສິດຫົດສົງຊາຍຜູ້ໜຶ່ງ ທີ່ເຮົາບອກເຈົ້າວ່າຈະເປັນກະສັດ.”
4
ຊາມູເອນປະຕິບັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງ. ເມື່ອເພິ່ນເດີນທາງໄປທີ່ເມືອງເບັດເລເຮັມ, ພວກເຖົ້າແກ່ໃນເມືອງໄດ້ອອກມາຕ້ອນຮັບເພິ່ນ ທັງຢ້ານກົວຈົນຕົວສັ່ນເຊັນ ແລະຖາມວ່າ, “ທ່ານມາຢ້ຽມຢາມພວກຂ້ານ້ອຍຢ່າງສັນຕິຫລືບໍ່?”
5
ຊາມູເອນຕອບວ່າ, “ແມ່ນແລ້ວ ຂ້າພະເຈົ້າມາຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ ຈົ່ງຊຳລະຕົວໃຫ້ບໍຣິສຸດ ແລະໄປນຳຂ້າພະເຈົ້າ.” ເພິ່ນຍັງບອກເຢຊີ ແລະພວກລູກຊາຍຂອງເພິ່ນຊຳລະຕົວໃຫ້ບໍຣິສຸດ ແລະເຊີນພວກເຂົາມາຮ່ວມໃນການຖວາຍບູຊາດ້ວຍ.
6
ເມື່ອພວກເຂົາມາຮອດ ຊາມູເອນກໍຫລຽວເຫັນເອລີອາບລູກຊາຍຂອງເຢຊີ ເພິ່ນຈຶ່ງຄິດໃນໃຈວ່າ, “ຊາຍທີ່ຢືນຢູ່ຊ້ອງໜ້າພຣະເຈົ້າຢາເວ ຕ້ອງແມ່ນຜູ້ທີ່ພຣະເຈົ້າຢາເວເລືອກໄວ້ຢ່າງແນ່ນອນ.”
7
ແຕ່ພຣະເຈົ້າຢາເວກ່າວຕໍ່ເພິ່ນວ່າ, “ຢ່າໄດ້ສົນໃຈນຳຄວາມສູງ ແລະຄວາມງາມຂອງລາວເລີຍ. ເຮົາບໍ່ຮັບເອົາລາວເພາະການເບິ່ງຂອງພຣະເຈົ້າຢາເວບໍ່ຄືການເບິ່ງຂອງມະນຸດ. ມະນຸດເບິ່ງພາຍນອກແຕ່ພຣະເຈົ້າຢາເວເບິ່ງພາຍໃນຈິດໃຈ.”
8
ແລ້ວເຢຊີກໍໄດ້ເອີ້ນອາບີນາດາບລູກຊາຍອີກຜູ້ໜຶ່ງຂອງຕົນມາ ແລະພາລາວໄປຫາ ຊາມູເອນ, ແຕ່ ຊາມູເອນບອກວ່າ, “ບໍ່ແມ່ນ ພຣະເຈົ້າຢາເວບໍ່ໄດ້ເລືອກເອົາລາວ.”
9
ເຢຊີຈຶ່ງພາຊາມມາເຂົ້າມາແຕ່ ຊາມູເອນໄດ້ບອກວ່າ, “ບໍ່ແມ່ນ ພຣະເຈົ້າຢາເວບໍ່ໄດ້ເລືອກເອົາລາວ.”
10
ເຢຊີໄດ້ນຳລູກຊາຍທັງເຈັດຄົນຂອງຕົນມາຫາ ຊາມູເອນໂດຍວິທີນີ້, ແຕ່ຊາມູເອນໄດ້ກ່າວແກ່ເຢຊີວ່າ, “ບໍ່ແມ່ນ ພຣະເຈົ້າຢາເວບໍ່ໄດ້ເລືອກເອົາຜູ້ໃດຈັກຄົນໃນຄົນເຫຼົ່ານີ້.”
11
ແລ້ວ ຊາມູເອນກໍຖາມລາວວ່າ, “ເຈົ້າຍັງມີລູກຊາຍຢູ່ອີກບໍ?” ເຢຊີຕອບວ່າ, “ຍັງມີອີກຜູ້ໜຶ່ງ. ລາວເປັນລູກຫລ້າແຕ່ດຽວນີ້ລາວກຳລັງລ້ຽງແກະຢູ່.” ຊາມູເອນກ່າວວ່າ, “ຈົ່ງໄປນຳເອົາລາວມາທີ່ນີ້ ພວກເຮົາຈະບໍ່ຖວາຍເຄື່ອງບູຊາຈົນກວ່າລາວມາ.”
12
ດັ່ງນັ້ນ ເຢຊີຈຶ່ງໄດ້ສົ່ງຄົນໄປນຳເອົາດາວິດ. ລາວເປັນຄົນຜິວສົດໃສ, ເປັນຊາຍໜຸ່ມທີ່ມີສຸຂະພາບດີ ແລະຕາກໍເປັນແວວແຈ່ມໃສງາມດີ. ພຣະເຈົ້າຢາເວກ່າວວ່າ, “ແມ່ນຄົນນີ້ແຫຼະ ຈົ່ງເອົານໍ້າມັນສັກສິດຫົດສົງລາວ.”
13
ຊາມູເອນເອົານໍ້າມັນສັກສິດຫົດສົງດາວິດຕໍ່ໜ້າພວກອ້າຍໆຂອງລາວ. ໃນທັນໃດນັ້ນ ພຣະວິນຍານຂອງພຣະເຈົ້າຢາເວກໍຄວບຄຸມດາວິດ ແລະສະຖິດຢູ່ກັບລາວນັບຕັ້ງແຕ່ມື້ນັ້ນມາ ຊາມູເອນກໍກັບຄືນເມືອບ້ານເມືອງຂອງຕົນທີ່ຣາມາ.
14
ພຣະວິນຍານຂອງພຣະເຈົ້າຢາເວໄດ້ໜີໄປຈາກກະສັດໂຊນ ແລະວິນຍານຊົ່ວຮ້າຍຈາກພຣະເຈົ້າຢາເວກໍໄດ້ມາທໍລະມານເພິ່ນ.
15
ພວກທີ່ລໍຮັບໃຊ້ເພິ່ນນັ້ນໄດ້ເວົ້າວ່າ, “ພວກຂ້ານ້ອຍຮູ້ວ່າ ແມ່ນວິນຍານຊົ່ວຮ້າຍຈາກພຣະເຈົ້າໄດ້ມາທໍລະມານທ່ານ.
16
ດັ່ງນັ້ນ ທ່ານເອີຍ ຈົ່ງອອກຄຳສັ່ງມາເທີ້ນ ແລະພວກຂ້ານ້ອຍຈະໄປຊອກຫາຄົນທີ່ຮູ້ຈັກດີດພິນມາໃຫ້ທ່ານ. ເມື່ອໃດທີ່ວິນຍານຊົ່ວຮ້າຍຈາກພຣະເຈົ້າເຂົ້າມາສິງຢູ່ໃນທ່ານ ຊາຍຄົນນັ້ນຈະດີດພິນຂອງລາວ ແລະທ່ານກໍຈະເປັນປົກກະຕິ.”
17
ກະສັດໂຊນຈຶ່ງອອກຄຳສັ່ງໃຫ້ພວກທີ່ຄອຍຮັບໃຊ້ເພິ່ນນັ້ນວ່າ, “ຈົ່ງໄປຊອກຫາຜູ້ທີ່ຫລິ້ນພິນເກັ່ງໆແລະພາລາວມາຫາເຮົາ.”
18
ມີຄົນໜຶ່ງໃນຈຳນວນຄົນທີ່ຄອຍຮັບໃຊ້ກະສັດໂຊນນັ້ນເວົ້າວ່າ, “ເຢຊີ ຊາວເມືອງເບັດເລເຮັມມີລູກຊາຍຜູ້ໜຶ່ງທີ່ຫລິ້ນດົນຕຼີເກັ່ງ. ນອກຈາກນີ້ ລາວຍັງເປັນຄົນກ້າຫານ ແລະມີສີສັນສົດໃສ, ເປັນນັກຮົບທີ່ດີເດັ່ນ ແລະເປັນຜູ້ກ້າປາກກ້າເວົ້າ. ພຣະເຈົ້າຢາເວສະຖິດຢູ່ກັບລາວ.”
19
ດັ່ງນັ້ນ ກະສັດໂຊນຈຶ່ງສົ່ງຜູ້ນຳຂ່າວໄປບອກເຢຊີວ່າ, “ໃຫ້ເຈົ້າສົ່ງດາວິດ ລູກຊາຍຜູ້ທີ່ລ້ຽງແກະຂອງເຈົ້າມາຫາເຮົາ.”
20
ເຢຊີໄດ້ສົ່ງດາວິດໄປຫາກະສັດໂຊນພ້ອມກັບແບ້ນ້ອຍໂຕໜຶ່ງ, ລໍໂຕໜຶ່ງທີ່ບັນທຸກເຂົ້າຈີ່ ແລະນໍ້າອະງຸ່ນເຕັມຖົງໜຶ່ງ.
21
ດາວິດເຂົ້າໄປຫາກະສັດໂຊນ ແລະຖືກຮັບເຂົ້າເປັນຂ້າຣາຊການຄົນໜຶ່ງຂອງເພິ່ນ. ກະສັດໂຊນພໍໃຈນຳດາວິດຫລາຍ ຈຶ່ງເລືອກໃຫ້ລາວເປັນຄົນຖືອາວຸດປະຈຳຕົວຂອງເພິ່ນ.
22
ແລ້ວກະສັດໂຊນກໍສັ່ງຄວາມໄປບອກເຢຊີວ່າ, “ເຮົາພໍໃຈນຳດາວິດຫລາຍ ຂໍໃຫ້ລາວຢູ່ຮັບໃຊ້ເຮົາໃນທີ່ນີ້ສາ.”
23
ນັບຕັ້ງແຕ່ນັ້ນມາ ເມື່ອໃດວິນຍານຊົ່ວຮ້າຍຈາກພຣະເຈົ້າເຂົ້າສິງກະສັດໂຊນ ດາວິດກໍຈັບພິນຂອງຕົນຂຶ້ນມາດີດເມື່ອນັ້ນ ແລ້ວວິນຍານຊົ່ວຮ້າຍກໍອອກໜີໄປ. ກະສັດໂຊນຈຶ່ງຮູ້ສຶກສະບາຍຂຶ້ນ ແລະເປັນປົກກະຕິອີກ.
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 17 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31