bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Samuel 29
1 Samuel 29
Lao Bible 2012 (ພຣະຄຳພີສັກສິ)
← Chapter 28
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 30 →
1
ພວກຟີລິດສະຕິນໄດ້ນຳເອົາທະຫານຂອງຕົນໄປເຕົ້າໂຮມກັນຢູ່ທີ່ອາເຟັກ ຊຶ່ງໃນຂະນະດຽວກັນນັ້ນພວກອິດສະຣາເອນກໍໄດ້ຕັ້ງຄ້າຍ ຢູ່ທີ່ນໍ້າພຸໃນຮ່ອມພູຢິດຊະເຣນ.
2
ພວກເຈົ້ານາຍຟີລິດສະຕິນໄດ້ຍົກທັບເປັນກອງຮ້ອຍແລະກອງພັນ ມຸ່ງໜ້າອອກໄປ. ສ່ວນດາວິດກັບຄົນຂອງຕົນນັ້ນຢູ່ທາງຫລັງກັບເຈົ້າອາກີເຊ.
3
ເມື່ອແມ່ທັບຂອງພວກຟີລິດສະຕິນຫລຽວເຫັນພວກເຂົາຈຶ່ງຖາມວ່າ, “ພວກເຮັບເຣີເຫຼົ່ານີ້ມາເຮັດຫຍັງຢູ່ໃນທີ່ນີ້?” ເຈົ້າອາກີເຊຕອບວ່າ, “ຜູ້ນີ້ແມ່ນດາວິດຜູ້ຮັບໃຊ້ຂອງໂຊນ ກະສັດຂອງຊາດອິດສະຣາເອນ. ລາວຢູ່ນຳເຮົາມານານພໍສົມຄວນແລ້ວ. ນັບຕັ້ງແຕ່ມື້ທີ່ລາວໄດ້ມາຢູ່ນຳເຮົາ ລາວບໍ່ໄດ້ເຮັດຜິດຫຍັງໃຫ້ເຮົາເຫັນເລີຍ.”
4
ແຕ່ແມ່ທັບຂອງພວກຟີລິດສະຕິນໃຈຮ້າຍໃຫ້ເຈົ້າອາກີເຊ ແລະເວົ້າຕໍ່ລາວວ່າ, “ສົ່ງຊາຍຄົນນີ້ກັບເມືອເມືອງທີ່ທ່ານໄດ້ມອບໃຫ້ລາວສາ ຢ່າໃຫ້ລາວອອກໄປສູ່ສະໜາມຮົບກັບພວກເຮົາເລີຍ ເພາະລາວອາດຫັນກັບມາຕໍ່ສູ້ພວກເຮົາໃນເວລາສູ້ຮົບກັນກໍໄດ້. ແມ່ນຫຍັງຈະດີກວ່າສຳລັບລາວ ຖ້າບໍ່ແມ່ນການຂ້າຄົນຂອງພວກເຮົາ ເພື່ອໃຫ້ນາຍຂອງລາວພໍໃຈລາວຄືນ?
5
ບໍ່ແມ່ນດາວິດຄົນນີ້ບໍ ທີ່ພວກຜູ້ຍິງໄດ້ຮ້ອງເພງຊົມເຊີຍ ຕອນທີ່ພວກເຂົາຟ້ອນລຳທຳເພງນັ້ນວ່າ, ‘ໂຊນໄດ້ຂ້າຫລາຍພັນຄົນ ແຕ່ດາວິດໄດ້ຂ້າຫລາຍໝື່ນຄົນ.”’
6
ດັ່ງນັ້ນ ເຈົ້າອາກີເຊຈຶ່ງຮ້ອງດາວິດມາ ແລະບອກວ່າ, “ຂ້ອຍສາບານໂດຍພຣະເຈົ້າຢາເວອົງຊົງຊີວິດຢູ່ວ່າ ເຈົ້າໄດ້ສະແດງຄວາມຈົງຮັກພັກດີຕໍ່ຂ້ອຍ ແລະຂ້ອຍກໍພໍໃຈໃຫ້ເຈົ້າອອກໄປຕໍ່ສູ້ໃນສະໜາມຮົບນຳຂ້ອຍ. ນັບຕັ້ງແຕ່ມື້ທີ່ເຈົ້າໄດ້ມາຫາຂ້ອຍ ຂ້ອຍກໍບໍ່ເຫັນຄວາມຜິດໃນຕົວຂອງເຈົ້າແຕ່ຢ່າງໃດເລີຍ, ແຕ່ກະສັດຄົນອື່ນບໍ່ເຫັນດີໃນຕົວເຈົ້າ.
7
ດັ່ງນັ້ນ ຈົ່ງກັບຄືນເມືອຢ່າງສັນຕິສຸກ ແລະຢ່າເຮັດອັນໃດທີ່ເຮັດໃຫ້ພວກເຈົ້ານາຍຟີລິດສະຕິນບໍ່ພໍໃຈນຳເຈົ້າ.”
8
ດາວິດຕອບເຈົ້າອາກີເຊວ່າ, “ທ່ານເອີຍ ຂ້ານ້ອຍໄດ້ເຮັດຫຍັງຜິດແດ່? ທ່ານມີຫຍັງຕ້ອງຕິຂ້ານ້ອຍ? ນັບຕັ້ງແຕ່ມື້ທີ່ຂ້ານ້ອຍເລີ່ມເຂົ້າຮັບໃຊ້ທ່ານມາຈົນເຖິງປະຈຸບັນ ກໍເພື່ອຂ້ານ້ອຍຈະໄດ້ອອກໄປຕໍ່ສູ້ເຫຼົ່າສັດຕູຂອງທ່ານ ບໍ່ແມ່ນບໍ?”
9
ເຈົ້າອາກີເຊຕອບດາວິດວ່າ, “ຂ້ອຍເອງເຫັນພ້ອມ ຂ້ອຍຖືວ່າເຈົ້າເປັນຜູ້ສັດຊື່ດັ່ງເທວະດາຕົນໜຶ່ງຂອງພຣະເຈົ້າ, ແຕ່ບັນດາເຈົ້ານາຍຟີລິດສະຕິນຄົນອື່ນໆໄດ້ບອກວ່າ, ເຈົ້າຈະໄປສູ່ສະໜາມຮົບນຳບໍ່ໄດ້.
10
ສະນັ້ນ ດາວິດເອີຍ ໃນມື້ອື່ນເຊົ້າ ໃຫ້ພວກເຈົ້າທຸກຄົນທີ່ໄດ້ໜີຈາກກະສັດໂຊນມາຫາຂ້ອຍນັ້ນ ລຸກແຕ່ເຊົ້າໆ ແລະອອກໜີໄປໃນທັນທີທີ່ຟ້າສະຫວ່າງ.”
11
ໃນມື້ເຊົ້າຕໍ່ມາ ດາວິດພ້ອມກັບຄົນຂອງເພິ່ນກໍເລີ່ມອອກເດີນທາງໄປແຕ່ເຊົ້າໆ ກັບຄືນເມືອຟີລິດສະຕິນ. ຝ່າຍພວກຟີລິດສະຕິນກໍໄດ້ເດີນທາງຕໍ່ໄປສູ່ຢິດຊະເຣນ.
← Chapter 28
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 30 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31