bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Samuel 31
1 Samuel 31
Lao Bible 2012 (ພຣະຄຳພີສັກສິ)
← Chapter 30
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
1
ພວກຟີລິດສະຕິນໄດ້ເຮັດເສິກກັບພວກອິດສະຣາເອນຢູ່ທີ່ເທິງພູກິນໂບອາ. ໃນບ່ອນນັ້ນ ພວກອິດສະຣາເອນໄດ້ຖືກຂ້າເປັນຈຳນວນຫລວງຫລາຍ. ສ່ວນທີ່ເຫຼືອນັ້ນກໍໄດ້ປົບໜີໄປ ມີທັງກະສັດໂຊນແລະພວກລູກຊາຍຂອງເພິ່ນດ້ວຍ.
2
ແຕ່ພວກຟີລິດສະຕິນໄລ່ທັນ ຈຶ່ງໄດ້ຂ້າລູກຊາຍທັງສາມຂອງກະສັດໂຊນເຊັ່ນ: ໂຢນາທານ, ອາບີນາດາບ ແລະມັນກີຊູອາ.
3
ມີການຕໍ່ສູ້ກັນຢ່າງດຸເດືອດຢູ່ອ້ອມຮອບກະສັດໂຊນ. ສະນັ້ນ ເພິ່ນຈຶ່ງຖືກລູກທະນູຂອງສັດຕູແລະບາດເຈັບຢ່າງສາຫັດ.
4
ເພິ່ນເອີ້ນບອກຊາຍໜຸ່ມຜູ້ທີ່ຖືອາວຸດໃຫ້ເພິ່ນວ່າ, “ຈົ່ງຖອດດາບຂອງເຈົ້າອອກຂ້າຂ້ອຍສາ ເພື່ອພວກຟີລິດສະຕິນຄົນທີ່ບໍ່ໄດ້ຮັບພິທີຕັດ ຈະບໍ່ໄດ້ດູຖູກຂ້ອຍແລະຂ້າຂ້ອຍ.” ແຕ່ຊາຍໜຸ່ມຄົນນັ້ນຢ້ານໂພດຈຶ່ງບໍ່ກ້າຂ້າ. ສະນັ້ນ ກະສັດໂຊນຈຶ່ງຖອດດາບຂອງຕົນອອກມາແລະຂ້າຕົນເອງເສຍ.
5
ເມື່ອຊາຍໜຸ່ມເຫັນວ່າກະສັດໂຊນໄດ້ສິ້ນໃຈຕາຍໄປແລ້ວ ລາວກໍຊັກດາບອອກມາແລະຂ້າຕົນເອງຕາຍໄປກັບກະສັດໂຊນ.
6
ກະສັດໂຊນກັບລູກຊາຍສາມຄົນພ້ອມທັງຊາຍໜຸ່ມຜູ້ທີ່ຖືດາບໃຫ້ເພິ່ນນັ້ນ ໄດ້ຕາຍໄປຢ່າງນີ້ແຫລະ ຄົນຂອງໂຊນທຸກຄົນໄດ້ຕາຍໄປໃນວັນນັ້ນ.
7
ເມື່ອພວກອິດສະຣາເອນທີ່ຢູ່ທາງຮ່ອມພູຢິດຊະເຣນຟາກໜຶ່ງອີກ ແລະພວກທີ່ຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນໄດ້ຍິນຂ່າວວ່າ ທະຫານອິດສະຣາເອນໄດ້ປົບໜີໄປ ແລະກະສັດໂຊນກັບພວກລູກຊາຍກໍຖືກຂ້າແລ້ວ. ດັ່ງນັ້ນ ພວກເຂົາຈຶ່ງປະຖິ້ມບ້ານເຮືອນຂອງພວກຕົນແລະປົບໜີໄປ. ແລ້ວພວກຟີລິດສະຕິນກໍເຂົ້າມາຢຶດເອົາເມືອງ.
8
ວັນຕໍ່ມາ ຫລັງຈາກການສູ້ຮົບຢຸດຕິລົງແລ້ວ ພວກຟີລິດສະຕິນຈຶ່ງໄປຫາປົດເອົາເຄື່ອງຂອງຄົນທີ່ຕາຍໄປແລ້ວ. ພວກເຂົາໄດ້ພົບຊາກສົບຂອງກະສັດໂຊນ ພ້ອມກັບຊາກສົບຂອງລູກຊາຍທັງສາມຂອງເພິ່ນທີ່ເທິງພູກິນໂບອາ.
9
ພວກເຂົາຈຶ່ງຕັດເອົາຫົວກະສັດໂຊນ, ແກ້ເຄື່ອງອາວຸດອອກ ແລະສົ່ງຄົນນຳຂ່າວໄປທົ່ວຟີລິດສະຕິນ ເພື່ອແຈ້ງຂ່າວດີໄປເຖິງວັດຕ່າງໆທີ່ມີຮູບເຄົາຣົບ ແລະໄປເຖິງປະຊາຊົນຂອງພວກເຂົາທຸກໆຄົນ.
10
ແລ້ວພວກເຂົາກໍເອົາອາວຸດຂອງເພິ່ນໄປບັນຈຸໄວ້ຢູ່ໃນວັດຂອງເຈົ້າແມ່ອັດສະຕາກ ແລະຕອກຊາກສົບຂອງເພິ່ນໃສ່ກັບກຳແພງເມືອງເບັດຊານ.
11
ເມື່ອຊາວເມືອງຢາເບັດກີເລອາດໄດ້ຍິນວ່າ ພວກຟີລິດສະຕິນໄດ້ປະຕິບັດຕໍ່ກະສັດໂຊນເຊັ່ນນັ້ນ,
12
ຄົນທີ່ອົງອາດກ້າຫານ ກໍອອກເດີນທາງໄປທີ່ເມືອງເບັດຊານຕະຫລອດຄືນ. ພວກເຂົາໄດ້ເອົາຊາກສົບຂອງກະສັດໂຊນກັບຂອງພວກລູກຊາຍຂອງເພິ່ນລົງມາຈາກກຳແພງເມືອງ ແລະນຳຊາກສົບເຫຼົ່ານັ້ນໄປທີ່ເມືອງຢາເບັດ ແລະຈູດໃນທີ່ນັ້ນ.
13
ພວກເຂົາເອົາກະດູກໄປຝັງໄວ້ໃນເມືອງ ຢູ່ລຸ່ມກົກໄມ້ຕົ້ນໜຶ່ງຊື່ວ່າ ຕາມາຣີທີ່ເມືອງຢາເບັດ ແລະພາກັນອົດອາຫານເປັນເວລາເຈັດວັນ.
← Chapter 30
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31