bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Samuel 6
1 Samuel 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 7 →
1
ຫລັງຈາກຫີບຂອງພຣະເຈົ້າຢາເວຢູ່ໃນດິນແດນຟີລິດສະຕິນ ເປັນເວລາເຈັດເດືອນແລ້ວ
2
ປະຊາຊົນຈຶ່ງໄດ້ເຊີນເອົາພວກປະໂຣຫິດແລະພວກໝໍມົນມາ ແລະຖາມວ່າ, “ພວກເຮົາຄວນຈະເຮັດຢ່າງໃດກັບຫີບຂອງພຣະເຈົ້າຢາເວ? ຖ້າພວກເຮົາສົ່ງກັບຄືນໄປບ່ອນເກົ່າ ພວກເຮົາຄວນສົ່ງຫຍັງໄປພ້ອມແດ່?”
3
ພວກເຂົາຕອບວ່າ, “ຖ້າພວກເຈົ້າຈະສົ່ງຫີບຂອງພຣະເຈົ້າແຫ່ງຊາດອິດສະຣາເອນກັບຄືນໄປ ພວກເຈົ້າຕ້ອງສົ່ງເຄື່ອງຖວາຍໄປພ້ອມ ເພື່ອໃຫ້ເປັນການຊົດໃຊ້ບາບຂອງພວກເຈົ້າ. ຫີບພັນທະສັນຍານີ້ຈະຖືກສົ່ງຄືນໄປໂດຍບໍ່ມີຂອງຖວາຍບໍ່ໄດ້. ດ້ວຍການເຮັດເຊັ່ນນີ້ ພວກເຈົ້າຈຶ່ງຈະຫາຍດີຈາກພະຍາດ ແລະພວກເຈົ້າກໍຈະຮູ້ວ່າ ເປັນຫຍັງພຣະອົງຈຶ່ງຍັງສືບຕໍ່ລົງໂທດພວກເຈົ້າຢູ່.”
4
ປະຊາຊົນຖາມວ່າ, “ພວກເຮົາຈະສົ່ງຂອງຖວາຍຢ່າງໃດໄປໃຫ້ພຣະອົງ?” ພວກເຂົາຕອບວ່າ, “ຈົ່ງເຮັດຕຸ່ມຝີເປັນຄຳຫ້າກ້ອນແລະເປັນໜູຫ້າໂຕ ແນວລະຢ່າງສຳລັບກະສັດຫ້າຄົນ ເພາະພວກເຈົ້າທັງຫລາຍແລະກະສັດຫ້າຄົນນັ້ນ ເປັນພະຍາດຢ່າງດຽວກັນ.
5
ພວກເຈົ້າຕ້ອງເຮັດແບບຂອງຕຸ່ມຝີແລະຮູບໜູ ຊຶ່ງພວມທຳລາຍດິນແດນຂອງພວກເຈົ້ານັ້ນ ແລະພວກເຈົ້າຕ້ອງຍ້ອງຍໍໃຫ້ກຽດພຣະເຈົ້າຂອງຊາດອິດສະຣາເອນ. ບາງທີພຣະອົງຈະເຊົາລົງໂທດພວກເຈົ້າ, ບັນດາພະຂອງພວກເຈົ້າ ແລະດິນແດນຂອງພວກເຈົ້າກໍໄດ້.
6
ເປັນຫຍັງພວກເຈົ້າຈຶ່ງຈະເປັນຄົນດື້ດ້ານ ດັ່ງກະສັດເອຢິບແລະຊາວເອຢິບ. ຢ່າລືມວ່າ ພຣະເຈົ້າໄດ້ເຮັດໃຫ້ພວກເຂົາເປັນຄົນໂງ່ຈ້າສໍ່າໃດ ຈົນປ່ອຍໃຫ້ພວກອິດສະຣາເອນອອກໄປຈາກປະເທດເອຢິບ.
7
ດັ່ງນັ້ນ ຈົ່ງຈັດຕຽມເອົາກວຽນຄັນໃໝ່ໆລຳໜຶ່ງມາ ພ້ອມທັງງົວແມ່ສອງໂຕທີ່ຍັງບໍ່ທັນທຽມແອກ; ໃຫ້ເອົາງົວແມ່ນັ້ນທຽມແອກແລະໄລ່ລູກມັນເຂົ້າຄອກ.
8
ແລ້ວໃຫ້ນຳເອົາຫີບຂອງພຣະເຈົ້າຢາເວໃສ່ເທິງກວຽນ ແລະເອົາຮູບທີ່ເປັນກ້ອນຄຳຊຶ່ງພວກເຈົ້າສົ່ງໄປເປັນເຄື່ອງຖວາຍສຳລັບຊົດໃຊ້ບາບນັ້ນໃສ່ໃນກ່ອງ ແລະໃຫ້ວາງໄວ້ທີ່ຂ້າງຫີບພັນທະສັນຍາ. ແລ້ວປ່ອຍງົວແມ່ໃຫ້ແກ່ກວຽນໄປເອງ
9
ແລະໃຫ້ຊອມເບິ່ງມັນ. ຖ້າກວຽນນີ້ຕົງໄປທີ່ເມືອງເບັດເຊເມດ ກໍໝາຍຄວາມວ່າແມ່ນພຣະເຈົ້າຂອງຊາດອິດສະຣາເອນ ທີ່ໄດ້ສົ່ງຄວາມຈິບຫາຍອັນຮ້າຍແຮງນີ້ມາສູ່ພວກເຮົາ. ຖ້າບໍ່ເປັນເຊັ່ນນັ້ນແລ້ວ ພວກເຮົາກໍຈະຮູ້ໄດ້ວ່າບໍ່ແມ່ນພຣະອົງທີ່ໄດ້ສົ່ງໂຣກລະບາດນີ້ມາ, ແຕ່ມັນເປັນສິ່ງທີ່ໄດ້ເກີດຂຶ້ນແກ່ພວກເຮົາເທົ່ານັ້ນ.”
10
ພວກເຂົາກໍປະຕິບັດຕາມທີ່ໄດ້ຖືກແຈ້ງມານັ້ນຄື: ພວກເຂົາເອົາງົວແມ່ສອງໂຕໄປທຽມແອກ ແລະຂັງລູກມັນໄວ້ໃນຄອກ.
11
ພວກເຂົາເອົາຫີບຂອງພຣະເຈົ້າຢາເວ ພ້ອມທັງກ່ອງແບບຮູບໜູແລະຮູບຕຸ່ມຝີໃສ່ເທິງກວຽນ.
12
ແລ້ວງົວແມ່ນັ້ນກໍເລີ່ມອອກເດີນທາງໄປສູ່ເບັດເຊເມດ ແລະມຸ້ງໜ້າຕົງໄປທີ່ເມືອງນີ້ທັງຮ້ອງໄປພ້ອມ ໂດຍບໍ່ໄດ້ລ້ຽວອອກໄປຈາກທາງ. ຝ່າຍກະສັດຟີລິດສະຕິນທັງຫ້າກໍຕິດຕາມກວຽນນັ້ນໄປ ຈົນເຖິງຊາຍແດນຂອງເມືອງເບັດເຊເມດ.
13
ຊາວເບັດເຊເມດກຳລັງພາກັນກ່ຽວເຂົ້າຢູ່ໃນທົ່ງນາ; ເມື່ອຫລຽວເຫັນຫີບພັນທະສັນຍາກໍພາກັນຊົມຊື່ນຍິນດີຫຼາຍ.
14
ກວຽນນັ້ນໄດ້ມາຢຸດຢູ່ໃກ້ໂງ່ນຫີນໃຫຍ່ບ່ອນໜຶ່ງໃນນາຂອງຊາຍຜູ້ໜຶ່ງຊື່ວ່າ ໂຢຊວຍຊາວເມືອງເບັດເຊເມດ. ແລ້ວຊາວເມືອງກໍມ້າງໄມ້ກວຽນອອກເປັນທ່ອນໆ ແລະຂ້າງົວແມ່ສອງໂຕນັ້ນເຜົາເປັນເຄື່ອງບູຊາຖວາຍແກ່ພຣະເຈົ້າຢາເວ.
15
ພວກເລວີຈຶ່ງຍົກເອົາຫີບຂອງພຣະເຈົ້າຢາເວ ພ້ອມກັບກ່ອງທີ່ບັນຈຸກ້ອນຄຳນັ້ນໄປວາງໄວ້ຢູ່ທີ່ເທິງໂງ່ນຫີນບ່ອນໜຶ່ງ. ແລ້ວໃນມື້ນັ້ນ ຊາວເມືອງເບັດເຊເມດກໍຖວາຍເຄື່ອງເຜົາບູຊາກັບເຄື່ອງບູຊາອື່ນໆອີກແກ່ພຣະເຈົ້າຢາເວ.
16
ຝ່າຍກະສັດຟີລິດສະຕິນຫ້າຄົນນັ້ນ ຕ່າງກໍຈອບເບິ່ງເຫດການຢູ່ຕະຫລອດ ແລ້ວພວກເຂົາກໍໄດ້ກັບເມືອເມືອງເອັກໂຣນໃນມື້ນັ້ນເອງ.
17
ຄຳທີ່ເປັນຮູບຕຸ່ມຝີຫ້າກ້ອນຊຶ່ງພວກຟີລິດສະຕິນໄດ້ຈັດສົ່ງມາ ເປັນຂອງຖວາຍແກ່ພຣະເຈົ້າຢາເວເພື່ອຊົດໃຊ້ບາບນັ້ນ ແຕ່ລະກ້ອນແມ່ນສຳລັບແຕ່ລະເມືອງ ດັ່ງນີ້: ອາຊະໂດດ, ກາຊາ, ອາຊະເກໂລນ, ກາດ ແລະເອັກໂຣນ.
18
ສ່ວນກ້ອນຄຳທີ່ເປັນແບບຮູບໜູແມ່ນສຳລັບເມືອງຕ່າງໆຂອງພວກຟີລິດສະຕິນ ຊຶ່ງຖືກປົກຄອງໂດຍກະສັດຫ້າຄົນ ພ້ອມທັງເມືອງທີ່ມີປ້ອມປ້ອງກັນດ້ວຍ. ສ່ວນໂງ່ນຫີນໃນທົ່ງນາຂອງໂຢຊວຍທີ່ເບັດເຊເມດ ບ່ອນທີ່ຊາວເມືອງວາງຫີບຂອງພຣະເຈົ້າຢາເວໃສ່ນັ້ນ ກໍຍັງເປັນຫຼັກຖານພະຍານເຖິງເຫດການທີ່ໄດ້ເກີດຂຶ້ນນັ້ນຈົນເທົ່າເຖິງທຸກວັນນີ້.
19
ພຣະເຈົ້າຢາເວໄດ້ຂ້າຊາວເມືອງເບັດເຊເມດເຈັດສິບຄົນ ຍ້ອນພວກເຂົາຊ່ອງເບິ່ງຫີບຂອງພຣະເຈົ້າຢາເວ. ປະຊາຊົນໄດ້ໄວ້ທຸກໃຫ້ ເພາະພຣະເຈົ້າຢາເວໄດ້ໃຫ້ເກີດການເຂັ່ນຂ້າເປັນໝູ່ຢ່າງໜັກໃນທ່າມກາງພວກເຂົາ.
20
ດັ່ງນັ້ນ ຊາວເມືອງເບັດເຊເມດຈຶ່ງເວົ້າວ່າ, “ແມ່ນຜູ້ໃດທີ່ຈະຢືນຢູ່ຊ້ອງໜ້າຂອງພຣະເຈົ້າຢາເວ ພຣະເຈົ້າອົງບໍຣິສຸດນີ້ໄດ້? ພວກເຮົາຈະສົ່ງພຣະອົງໄປໃຫ້ຜູ້ໃດໄດ້ ເພື່ອໃຫ້ພົ້ນຈາກພວກເຮົາເສຍ?”
21
ແລ້ວພວກເຂົາກໍສົ່ງຄົນນຳຂ່າວໄປຫາຊາວກີຣີອາດເຢອາຣີມວ່າ, “ພວກຟີລິດສະຕິນໄດ້ສົ່ງຫີບຂອງພຣະເຈົ້າຢາເວຄືນມາແລ້ວ ຂໍໃຫ້ລົງມາເອົາສາ.”
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31