bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Samuel 24
1 Samuel 24
Lao Bible 2012 (ພຣະຄຳພີສັກສິ)
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 25 →
1
ເມື່ອກະສັດໂຊນກັບມາແຕ່ຕໍ່ສູ້ພວກຟີລິດສະຕິນແລ້ວ ກໍມີຄົນມາລາຍງານເພິ່ນວ່າ ດາວິດຢູ່ໃນຖິ່ນແຫ້ງແລ້ງກັນດານໃກ້ກັບເມືອງເອນເກດີ.
2
ກະສັດໂຊນຈຶ່ງເອົາທະຫານຜູ້ເກັ່ງກ້າທີ່ສຸດໃນຊາດອິດສະຣາເອນສາມພັນຄົນ ອອກໄປຊອກຫາດາວິດກັບຄົນທັງຫລາຍຂອງເພິ່ນ ຢູ່ທາງທິດຕາເວັນອອກຂອງໂງ່ນຫີນແບ້ປ່າ.
3
ກະສັດໂຊນໄດ້ເຂົ້າໄປຖ່າຍຢູ່ໃນຖໍ້າແຫ່ງໜຶ່ງ ໃກ້ໆກັບຄອກແກະທີ່ຢູ່ແປະແຄມທາງ. ພໍດີຢູ່ໃນຖໍ້ານັ້ນມີດາວິດກັບພວກຄົນຂອງລາວລີ້ຢູ່.
4
ພວກທະຫານຈຶ່ງເວົ້າກັບດາວິດວ່າ, “ນີ້ແມ່ນໂອກາດຂອງທ່ານແລ້ວ ພຣະເຈົ້າຢາເວໄດ້ມອບສັດຕູຂອງທ່ານໄວ້ຢູ່ໃນກຳມືຂອງທ່ານ ຕາມທີ່ພຣະອົງໄດ້ກ່າວໄວ້. ບັດນີ້ ຈົ່ງເຮັດກັບສັດຕູຂອງທ່ານຕາມທີ່ຕ້ອງການສາ.” ດາວິດຈຶ່ງຄານອອກມາຕັດສົ້ນເສື້ອລ່າມຂອງກະສັດໂຊນ ໂດຍທີ່ເພິ່ນບໍ່ຮູ້ຕົວ,
5
ແຕ່ພໍດາວິດເຮັດເຊັ່ນນັ້ນ ຫົວໃຈຂອງເພິ່ນກໍເຕັ້ນສຸດແຮງ
6
ສະນັ້ນ ເພິ່ນຈຶ່ງເວົ້າກັບຄົນທັງຫລາຍຂອງເພິ່ນວ່າ, “ຂໍພຣະເຈົ້າຢາເວຢ່າອະນຸຍາດໃຫ້ຂ້ອຍທຳຮ້າຍເຈົ້ານາຍຂອງຂ້ອຍ ຜູ້ທີ່ພຣະເຈົ້າຢາເວໄດ້ເຈີມຕັ້ງໄວ້; ຄືທີ່ຈະຢຽດມືຂອງຂ້ອຍໄປຕໍ່ສູ້ເພິ່ນ ເພາະເພິ່ນເປັນຜູ້ທີ່ພຣະເຈົ້າຢາເວໄດ້ເຈີມຕັ້ງໄວ້.”
7
ດັ່ງນັ້ນ ດາວິດຈຶ່ງຊັກຊວນຄົນທັງຫລາຍຂອງເພິ່ນບໍ່ໃຫ້ຕໍ່ສູ້ກະສັດໂຊນ. ກະສັດໂຊນລຸກຂຶ້ນ ແລະອອກມາຈາກຖໍ້າ ແລ້ວເພິ່ນກໍເດີນທາງຕໍ່ໄປ.
8
ສ່ວນດາວິດກໍຍ່າງອອກມາຕາມຫລັງແລະຮ້ອງໃສ່ເພິ່ນວ່າ, “ຂ້າແດ່ພະຣາຊາ” ກະສັດໂຊນຫລຽວຫລັງເບິ່ງໄປອ້ອມໆ ແລະດາວິດກໍຂາບລົງດ້ວຍຄວາມນັບຖື
9
ແລະຖາມວ່າ, “ເປັນຫຍັງທ່ານຈຶ່ງຟັງຄວາມຂອງປະຊາຊົນທີ່ບອກທ່ານວ່າ ຂ້ານ້ອຍກຳລັງພະຍາຍາມທຳຮ້າຍທ່ານ,
10
ທ່ານຄົງເຫັນດ້ວຍຕົນເອງແລ້ວວ່າ ເມື່ອຫວ່າງກີ້ນີ້ເອງຢູ່ໃນຖໍ້ານັ້ນ ພຣະເຈົ້າຢາເວໄດ້ມອບທ່ານໄວ້ໃນກຳມືຂອງຂ້ານ້ອຍ. ຄົນຂອງຂ້ານ້ອຍບາງຄົນບອກໃຫ້ຂ້ານ້ອຍສັງຫານທ່ານເສຍ, ແຕ່ຂ້ານ້ອຍຮູ້ສຶກອີດູຕົນທ່ານຈຶ່ງບອກພວກເຂົາວ່າ ຂ້ານ້ອຍບໍ່ຄວນທຳຮ້າຍທ່ານແຕ່ຢ່າງໃດ ເພາະທ່ານເປັນຜູ້ທີ່ພຣະເຈົ້າຢາເວໄດ້ເຈີມຕັ້ງໄວ້.
11
ພໍ່ຂ້ານ້ອຍເອີຍ ເບິ່ງສົ້ນເສື້ອລ່າມຂອງທ່ານທີ່ຂ້ານ້ອຍພວມຖືຢູ່ນີ້ດູ ຂ້ານ້ອຍຄວນຂ້າທ່ານຖິ້ມເສຍແລ້ວ, ແຕ່ຂ້ານ້ອຍພຽງແຕ່ໄດ້ຕັດເອົາສົ້ນເສື້ອເທົ່ານັ້ນ. ອັນນີ້ກໍເຮັດໃຫ້ທ່ານແນ່ໃຈໄດ້ແລ້ວວ່າ ຂ້ານ້ອຍບໍ່ໄດ້ກະບົດຫລືຄິດທຳຮ້າຍທ່ານແຕ່ຢ່າງໃດ. ແມ່ນວ່າຂ້ານ້ອຍບໍ່ໄດ້ເຮັດຫຍັງຜິດຕໍ່ທ່ານກໍຕາມ ແຕ່ທ່ານກໍຍັງຕາມລ່າຂ້ານ້ອຍຢູ່.
12
ຂໍໃຫ້ພຣະເຈົ້າຢາເວຕັດສິນວ່າ ລະຫວ່າງພວກເຮົາແມ່ນຜູ້ໃດຜິດແທ້ ຂໍໃຫ້ພຣະເຈົ້າຢາເວ ລົງໂທດທ່ານໃນສິ່ງທີ່ທ່ານໄດ້ເຮັດເພື່ອຕໍ່ສູ້ຂ້ານ້ອຍນັ້ນດ້ວຍເຖີດ ເພາະຂ້ານ້ອຍບໍ່ຄິດແມ່ນແຕ່ໜ້ອຍດຽວທີ່ຈະທຳຮ້າຍທ່ານ.
13
ທ່ານກໍຮູ້ຄຳບູຮານທີ່ມີກ່າວໄວ້ວ່າ ‘ຄົນຊົ່ວກໍເຮັດແຕ່ຄວາມຊົ່ວເທົ່ານັ້ນ.’ ດັ່ງນັ້ນ ຂ້ານ້ອຍຈຶ່ງບໍ່ທຳຮ້າຍທ່ານ.
14
ທ່ານຕາມລ່າຜູ້ໃດ? ແມ່ນຂ້ານ້ອຍບໍ ຂ້ານ້ອຍເປັນພຽງແຕ່ໝາຕາຍ ຫລືໂຕໝັດທີ່ໜ້າສັງເວດເທົ່ານັ້ນ
15
ພຣະເຈົ້າຢາເວຈະຕັດສິນດອກວ່າ ໃນເຮົາທັງສອງຄົນນີ້ແມ່ນຜູ້ໃດເປັນຝ່າຍຜິດ. ຂໍໃຫ້ພຣະອົງພິຈາລະນາເບິ່ງໃນເລື່ອງນີ້ເພື່ອປ້ອງກັນຂ້ານ້ອຍ ແລະຊ່ວຍຊູຂ້ານ້ອຍໃຫ້ພົ້ນຈາກກຳມືຂອງທ່ານດ້ວຍເທີ້ນ.”
16
ເມື່ອດາວິດເວົ້າສຸດແລ້ວ ກະສັດໂຊນກໍກ່າວວ່າ, “ດາວິດ ລູກຂອງພໍ່ ແມ່ນເຈົ້າແທ້ບໍ?” ແລ້ວເພິ່ນກໍຮ້ອງໄຫ້.
17
ເພິ່ນກ່າວແກ່ດາວິດວ່າ, “ເຈົ້າເປັນຝ່າຍຖືກແຕ່ຂ້ອຍເປັນຝ່າຍຜິດ. ເຈົ້າເຮັດດີທີ່ສຸດຕໍ່ຂ້ອຍ ໃນເມື່ອຂ້ອຍເຮັດຊົ່ວຕໍ່ເຈົ້າ.
18
ມື້ນີ້ ເຈົ້າໄດ້ສະແດງໃຫ້ຂ້ອຍເຫັນວ່າເຈົ້າດີຕໍ່ຂ້ອຍເທົ່າໃດ ຍ້ອນເຈົ້າບໍ່ໄດ້ຂ້າຂ້ອຍ ໂດຍທີ່ພຣະເຈົ້າຢາເວໄດ້ມອບຂ້ອຍໄວ້ຢູ່ໃນກຳມືຂອງເຈົ້າ.
19
ຄົນທີ່ຈັບສັດຕູຂອງຕົນໄດ້ ແລ້ວປ່ອຍໃຫ້ໄປຢ່າງປອດໄພຈະມີບໍ? ຂໍໃຫ້ພຣະເຈົ້າຢາເວອວຍພອນສິ່ງທີ່ເຈົ້າໄດ້ເຮັດກັບຂ້ອຍໃນມື້ນີ້ເທີ້ນ
20
ບັດນີ້ ຂ້ອຍຮູ້ຢ່າງຄັກແນ່ແລ້ວວ່າ ເຈົ້າຈະໄດ້ເປັນກະສັດຂອງຊາດອິດສະຣາເອນ ແລະອານາຈັກຈະຄົງຢູ່ສືບຕໍ່ໄປພາຍໃຕ້ການປົກຄອງຂອງເຈົ້າ.
21
ແຕ່ເຈົ້າຈົ່ງສາບານກັບຂ້ອຍໂດຍພຣະເຈົ້າຢາເວວ່າ ເຈົ້າຈະໄວ້ຊີວິດເຊື້ອສາຍຂອງຂ້ອຍ ແລະຊື່ຄອບຄົວຂອງຂ້ອຍຈະບໍ່ຖືກລືມໄລໄປຢ່າງໝົດສິ້ນ.”
22
ດາວິດໄດ້ສັນຍາວ່າຕົນຈະປະຕິບັດຕາມຄຳສັນຍານັ້ນ. ແລ້ວກະສັດໂຊນກໍກັບຄືນເມືອວັງຂອງເພິ່ນ ສ່ວນດາວິດກັບຄົນທັງຫລາຍຂອງເພິ່ນກໍກັບຄືນສູ່ບ່ອນຫລົບລີ້ຂອງພວກຕົນ.
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 25 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31