bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Samuel 13
1 Samuel 13
Lao Bible 2012 (ພຣະຄຳພີສັກສິ)
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 14 →
2
ກະສັດໂຊນໄດ້ເລືອກເອົາຊາຍສະກັນຊາວອິດສະຣາເອນສາມພັນຄົນ ໂດຍໄດ້ແບ່ງເອົາສອງພັນຄົນໃຫ້ຢູ່ກັບຕົນທີ່ມິກມາດ ແລະທີ່ເຂດເນີນພູຂອງເບັດເອນ, ແຕ່ທະຫານໜຶ່ງພັນຄົນນັ້ນ ເພິ່ນໃຫ້ໄປກັບໂຢນາທານລູກຊາຍຂອງຕົນ ທີ່ເມືອງກີເບອາໃນເຂດແດນຂອງເຜົ່າເບັນຢາມິນ. ສ່ວນທີ່ເຫຼືອນັ້ນ ເພິ່ນໄດ້ສັ່ງໃຫ້ກັບຄືນເມືອບ້ານເຮືອນຂອງໃຜລາວ.
3
ໂຢນາທານໄດ້ຂ້າຜູ້ບັນຊາການທະຫານຟີລິດສະຕິນ ໃນເມືອງເກບາ ແລະຊາວຟີລິດສະຕິນທັງໝົດກໍໄດ້ຍິນກ່ຽວກັບເລື່ອງນີ້. ແລ້ວກະສັດໂຊນກໍໄດ້ສົ່ງຄົນນຳຂ່າວເປົ່າແກໄປທົ່ວປະເທດ ເພື່ອເກນເອົາຊາວເຮັບເຣີເຂົ້າເຮັດເສິກ.
4
ເມື່ອຊາວອິດສະຣາເອນທັງໝົດໄດ້ຍິນຂ່າວວ່າ, ກະສັດໂຊນໄດ້ຂ້າຜູ້ບັນຊາການທະຫານຟີລິດສະຕິນ ແລະຊາວຟີລິດສະຕິນກໍກຽດຊັງພວກຕົນ. ສະນັ້ນ ພວກເຂົາຈຶ່ງຕອບສະໜອງຄຳຮຽກຮ້ອງ ເພື່ອເຂົ້າໄປສົມທົບກັບກະສັດໂຊນທີ່ເມືອງກິນການ.
5
ພວກຟີລິດສະຕິນໄດ້ທ້ອນໂຮມກຳລັງກັນມາຕໍ່ສູ້ພວກອິດສະຣາເອນ. ພວກເຂົາມີລົດຮົບສາມສິບພັນຄັນ, ທະຫານມ້າຫົກພັນຄົນ ແລະມີທະຫານຫລວງຫລາຍດັ່ງເມັດດິນຊາຍທີ່ຝັ່ງທະເລ. ພວກເຂົາໄດ້ໄປສູ່ມິກມາດທີ່ທາງຕາເວັນອອກຂອງເບັດອາເວນ ແລະຕັ້ງຄ້າຍຢູ່ທີ່ນັ້ນ.
6
ຕໍ່ມາ ພວກເຂົາໄດ້ບຸກໂຈມຕີພວກອິດສະຣາເອນຢ່າງດຸເດືອດ ຈົນພວກອິດສະຣາເອນຢູ່ໃນທ່າຈົນຕາແຈ. ພວກອິດສະຣາເອນບາງຄົນໄດ້ໜີໄປລີ້ຢູ່ໃນຖໍ້າ, ໃນໂກນ, ຢູ່ໃນລະຫວ່າງໂງ່ນຫີນ, ຢູ່ໃນຫລຸມ ແລະຢູ່ໃນນໍ້າສ້າງ.
7
ສ່ວນຄົນອື່ນໆອີກໄດ້ຂ້າມແມ່ນໍ້າຈໍແດນໜີໄປ ຢູ່ໃນເຂດແດນຂອງເມືອງກາດແລະເມືອງກີເລອາດ. ສ່ວນກະສັດໂຊນນັ້ນຍັງຢູ່ໃນເມືອງກິນການ ແລະປະຊາຊົນທີ່ຢູ່ນຳເພິ່ນກໍຕົກສະທ້ານຢ້ານກົວຫລາຍ.
8
ກະສັດໂຊນໄດ້ຄອຍຖ້າຢູ່ເຈັດວັນຕາມຄຳແນະນຳຂອງຊາມູເອນ, ແຕ່ຊາມູເອນຍັງບໍ່ທັນມາຮອດກິນການເທື່ອ. ສ່ວນປະຊາຊົນຕ່າງກໍຄ່ອຍໆໜີໄປຈາກກະສັດໂຊນ;
9
ດັ່ງນັ້ນ ເພິ່ນຈຶ່ງກ່າວແກ່ພວກເຂົາວ່າ, “ຈົ່ງເອົາເຄື່ອງເຜົາບູຊາກັບເຄື່ອງບູຊາເພື່ອຄວາມສາມັກຄີທຳມາໃຫ້ເຮົາ.” ເພິ່ນໄດ້ຖວາຍເຄື່ອງເຜົາບູຊານັ້ນ
10
ແລະພໍໝົດພິທີແລ້ວ ຊາມູເອນກໍມາເຖິງ. ກະສັດໂຊນຈຶ່ງອອກໄປຕ້ອນຮັບເພິ່ນ
11
ແຕ່ຊາມູເອນຖາມວ່າ, “ເຈົ້າໄດ້ເຮັດຫຍັງລົງໄປນັ້ນ?” ກະສັດໂຊນຈຶ່ງຕອບວ່າ, “ປະຊາຊົນກຳລັງໜີໄປຈາກຂ້າພະເຈົ້າ ແລະທ່ານເອງກໍບໍ່ທັນມາຕາມທີ່ໄດ້ກ່າວໄວ້; ນອກຈາກນີ້ອີກ ພວກຟີລິດສະຕິນກຳລັງທ້ອນໂຮມກັນຢູ່ທີ່ມິກມາດ.
12
ດັ່ງນັ້ນ ຂ້າພະເຈົ້າຈຶ່ງຄິດວ່າ, ‘ຊາວຟີລິດສະຕິນຈະມາໂຈມຕີທີ່ເມືອງກິນການນີ້ ແລະເຮົາກໍບໍ່ໄດ້ຂໍຄວາມເຫັນຈາກພຣະເຈົ້າຢາເວກ່ອນ.’ ສະນັ້ນ ຂ້າພະເຈົ້າຈຶ່ງຖວາຍເຄື່ອງບູຊາດ້ວຍໄຟຕາມທີ່ຕົນຮູ້ສຶກ.”
13
ຊາມູເອນຕອບວ່າ, “ເປັນການໂງ່ຈ້າທີ່ສຸດທີ່ເຮັດເຊັ່ນນັ້ນ ເຈົ້າບໍ່ໄດ້ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າທີ່ໄດ້ໃຫ້ແກ່ເຈົ້າ. ຖ້າເຈົ້າເຊື່ອຟັງແລ້ວ ພຣະເຈົ້າຢາເວກໍຈະໃຫ້ເຈົ້າແລະເຊື້ອສາຍຂອງເຈົ້າ ໄດ້ປົກຄອງຊາດອິດສະຣາເອນຕະຫລອດໄປ.
14
ແຕ່ບັດນີ້ ການປົກຄອງຂອງເຈົ້າຈະບໍ່ຍືນຍົງຕໍ່ໄປ ເພາະເຈົ້າບໍ່ເຊື່ອຟັງພຣະເຈົ້າຢາເວ. ພຣະເຈົ້າຢາເວຈະຊອກຫາຊາຍຄົນໜຶ່ງຕາມທີ່ພຣະອົງປະສົງ ແລະພຣະເຈົ້າຢາເວຈະແຕ່ງຕັ້ງລາວ ໃຫ້ເປັນຜູ້ປົກຄອງປະຊາຊົນຂອງພຣະອົງ.”
15
ຊາມູເອນຈຶ່ງຈາກເມືອງກິນການໄປຕາມທາງຂອງຕົນ. ສ່ວນປະຊາຊົນທີ່ຍັງເຫລືອຢູ່ກໍຕິດຕາມໂຊນໄປສົມທົບກັບທະຫານຂອງເພິ່ນ. ພວກເຂົາໄດ້ອອກຈາກເມືອງກິນການໄປ ຈົນຮອດເມືອງກີເບອາໃນເຂດແດນເບັນຢາມິນ. ກະສັດໂຊນໄດ້ກວດກາເບິ່ງທະຫານຂອງຕົນ ຈຶ່ງເຫັນວ່າມີຢູ່ປະມານຫົກຮ້ອຍຄົນ.
16
ກະສັດໂຊນກັບໂຢນາທານລູກຊາຍຂອງຕົນແລະພວກທະຫານ ໄດ້ຕັ້ງຄ້າຍຢູ່ທີ່ເມືອງເກບາໃນເຂດແດນເບັນຢາມິນ. ສ່ວນພວກຟີລິດສະຕິນນັ້ນໄດ້ຕັ້ງຄ້າຍຢູ່ທີ່ມິກມາດ.
17
ທະຫານຟິລິດສະຕິນໄດ້ຈາກຄ້າຍຂອງພວກເຂົາໄປຫາຫລອນໂຈມຕີ ໂດຍຈັດທະຫານເປັນສາມໝວດດັ່ງນີ້: ໝວດທີໜຶ່ງໄປທາງໂອຟະຣາໃນເຂດແດນຊູອານ,
18
ໝວດທີສອງໄປທາງເມືອງເບັດໂຮໂຣນ, ແລະໝວດທີສາມໄປທາງຊາຍແດນທີ່ຢູ່ຊື່ກັບຮ່ອມພູເຊບົວອິມແລະຖິ່ນແຫ້ງແລ້ງກັນດານ.
19
ໃນເວລານັ້ນ ຊາດອິດສະຣາເອນບໍ່ໄດ້ມີຊ່າງຕີເຫລັກອີກແລ້ວ ເພາະຊາວຟີລິດສະຕິນຫ້າມບໍ່ໃຫ້ຊາວເຮັບເຣີຕີດາບແລະຫອກ.
20
ຊາວອິດສະຣາເອນຈຳເປັນຕ້ອງເອົາໄຖ, ສຽມ, ຂວານ ແລະກ່ຽວ ຂອງພວກເຂົາໄປໃຫ້ພວກຟີລິດສະຕິນຝົນໃຫ້
21
ຄ່າຝົນຂວານແລະແປງໄມ້ບັງຄັບງົວ ຕົກເປັນເງິນໜຶ່ງຫລຽນ ແລະຄ່າຝົນໄຖແລະສຽມຕົກເປັນເງິນສອງຫລຽນ.
22
ສະນັ້ນ ໃນມື້ສູ້ຮົບກັນນັ້ນ ບໍ່ມີທະຫານອິດສະຣາເອນຄົນໃດມີດາບແລະຫອກ ນອກຈາກກະສັດໂຊນແລະໂຢນາທານລູກຊາຍຂອງເພິ່ນເທົ່ານັ້ນ.
23
ພວກຟີລິດສະຕິນໄດ້ສົ່ງທະຫານໝວດໜຶ່ງ ໄປທີ່ຊ່ອງແຄບມິກມາດເພື່ອປ້ອງກັນທີ່ນັ້ນໄວ້.
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 14 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31