bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Samuel 8
1 Samuel 8
Lao Bible 2012 (ພຣະຄຳພີສັກສິ)
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 9 →
1
ເມື່ອຊາມູເອນເຖົ້າແກ່ແລ້ວ ເພິ່ນໄດ້ໃຫ້ພວກລູກຊາຍຂອງຕົນ ຂຶ້ນເປັນຜູ້ປົກຄອງຊາດອິດສະຣາເອນແທນຕົນ.
2
ລູກຊາຍຜູ້ກົກຂອງເພິ່ນຊື່ວ່າໂຢເອນ ແລະລູກຊາຍຜູ້ຫລ້າຊື່ວ່າອາບີຢາ. ເຂົາທັງສອງເປັນຜູ້ຕັດສິນຢູ່ທີ່ເມືອງເບເອນເຊບາ.
3
ແຕ່ພວກເຂົາບໍ່ໄດ້ປະພຶດຕາມແບບຢ່າງຂອງພໍ່ ພວກເຂົາສົນໃຈນຳແຕ່ເງິນຄຳເທົ່ານັ້ນ. ດັ່ງນັ້ນ ພວກເຂົາຈຶ່ງຮັບສິນບົນແລະບໍ່ໄດ້ຕັດສິນຢ່າງສັດຊື່.
4
ແລ້ວພວກຜູ້ນຳຂອງຊາດອິດສະຣາເອນກໍມາປະຊຸມກັນ ແລະພາກັນໄປຫາຊາມູເອນທີ່ເມືອງຣາມາ.
5
ພວກເຂົາເວົ້າກັບເພິ່ນວ່າ, “ທ່ານເອີຍ ທ່ານກໍເຖົ້າແກ່ແລ້ວ; ພວກລູກຊາຍຂອງທ່ານບໍ່ໄດ້ປະພຶດຕາມແບບຢ່າງຂອງທ່ານເລີຍ. ສະນັ້ນ ຂໍທ່ານຈົ່ງແຕ່ງຕັ້ງກະສັດໃຫ້ເປັນຜູ້ປົກຄອງພວກຂ້ານ້ອຍສາ ເພື່ອພວກຂ້ານ້ອຍຈະມີກະສັດປົກຄອງດັ່ງປະເທດອື່ນໆ.”
6
ຊາມູເອນບໍ່ພໍໃຈໃນສິ່ງທີ່ພວກເຂົາຂໍຮ້ອງວ່າ, “ຂໍທ່ານຈົ່ງແຕ່ງຕັ້ງກະສັດໃຫ້ປົກຄອງພວກຂ້ານ້ອຍ.” ດັ່ງນັ້ນ ເພິ່ນຈຶ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວ
7
ແລະພຣະເຈົ້າຢາເວກ່າວວ່າ, “ຈົ່ງຟັງທຸກໆສິ່ງທີ່ປະຊາຊົນເວົ້າຕໍ່ເຈົ້າ. ພວກເຂົາບໍ່ໄດ້ປະຖິ້ມເຈົ້າ, ແຕ່ໄດ້ປະຖິ້ມເຮົາຕ່າງຫາກ ໂດຍບໍ່ຍອມຮັບເອົາເຮົາເປັນເຈົ້າຊີວິດຂອງພວກເຂົາຕໍ່ໄປ.
8
ນັບຕັ້ງແຕ່ເຮົາໄດ້ນຳພວກເຂົາອອກມາຈາກປະເທດເອຢິບພຸ້ນ ພວກເຂົາໄດ້ເຫີນຫ່າງຈາກເຮົາແລະໄປຂາບໄຫວ້ບັນດາພະອື່ນ. ດຽວນີ້ພວກເຂົາກຳລັງປະພຶດຕໍ່ເຈົ້າດັ່ງທີ່ພວກເຂົາເຄີຍປະພຶດຕໍ່ເຮົາ.
9
ສະນັ້ນ ເຈົ້າຈົ່ງຟັງພວກເຂົາ, ແຕ່ໃຫ້ຕັກເຕືອນພວກເຂົາຢ່າງໜັກແໜ້ນ ແລະທັງອະທິບາຍສູ່ພວກເຂົາໃຫ້ຮູ້ວ່າ ກະສັດຂອງພວກເຂົານັ້ນຈະປົກຄອງພວກເຂົາຢ່າງໃດ?”
10
ຊາມູເອນຈຶ່ງບອກປະຊາຊົນທີ່ມາຂໍໃຫ້ມີກະສັດ ຕາມທຸກໆສິ່ງທີ່ພຣະເຈົ້າຢາເວໄດ້ບອກເພິ່ນ.
11
ເພິ່ນອະທິບາຍວ່າ, “ກະສັດຂອງພວກເຈົ້າຈະປະຕິບັດຕໍ່ພວກເຈົ້າດັ່ງນີ້: ເພິ່ນຈະເອົາລູກຊາຍຂອງພວກເຈົ້າໄປເປັນທະຫານ, ບາງຄົນຈະເປັນທະຫານປະຈຳລົດຮົບ, ບາງຄົນຈະເປັນທະຫານມ້າ ແລະບາງຄົນຈະເປັນທະຫານໜ່ວຍກ້າຕາຍ.
12
ເພິ່ນຈະແຕ່ງຕັ້ງເຂົາບາງຄົນໃຫ້ເປັນນາຍພັນ ແລະໃຫ້ບາງຄົນເປັນນາຍຮ້ອຍ. ລູກຊາຍຂອງພວກເຈົ້າຈະຕ້ອງໄຖນາແລະກ່ຽວເຂົ້າໃຫ້ເພິ່ນ ແລະເຮັດອາວຸດແລະເຄື່ອງຮົບປະຈຳລົດຮົບໃຫ້ເພິ່ນ.
13
ສ່ວນລູກສາວຂອງພວກເຈົ້າຈະຕ້ອງແຕ່ງນໍ້າຫອມໃຫ້ເພິ່ນ ແລະເຮັດວຽກເປັນແມ່ຄົວແລະເປັນຜູ້ເຮັດເຂົ້າໜົມໃຫ້ເພິ່ນ.
14
ເພິ່ນຈະຢຶດເອົານາທົ່ງດີທີ່ສຸດຂອງພວກເຈົ້າ ພ້ອມທັງສວນອະງຸ່ນແລະສວນໝາກກອກເທດຂອງພວກເຈົ້າ ໄປໃຫ້ພວກຂ້າຣາຊການຂອງເພິ່ນ.
15
ເພິ່ນຈະຫັກເອົາໜຶ່ງສ່ວນສິບຂອງເຂົ້າສາລີແລະໝາກອະງຸ່ນຂອງພວກເຈົ້າ ສຳລັບນາຍທະຫານປະຈຳວັງແລະສຳລັບຂ້າຣາຊການຄົນອື່ນໆຂອງເພິ່ນ.
16
ເພິ່ນຈະເອົາບັນດາຄົນຮັບໃຊ້ທັງຊາຍຍິງກັບຝູງງົວ ແລະຝູງລໍໂຕດີທີ່ສຸດຂອງພວກເຈົ້າໄປໃຊ້ເຮັດວຽກໃຫ້ເພິ່ນ.
17
ເພິ່ນຈະຫັກເອົາໜຶ່ງສ່ວນສິບຂອງຝູງສັດຂອງພວກເຈົ້າ ແລະພວກເຈົ້າຈະເປັນທາດຮັບໃຊ້ຂອງເພິ່ນ.
18
ເມື່ອເວລາມາເຖິງ ພວກເຈົ້າຈະຈົ່ມຢ່າງຂົມຂື່ນໃນຈິດໃຈ ເພາະກະສັດທີ່ພວກເຈົ້າໄດ້ເລືອກເອົານັ້ນ, ແຕ່ພຣະເຈົ້າຢາເວຈະບໍ່ຟັງຄຳຈົ່ມໃດໆຂອງພວກເຈົ້າທັງສິ້ນ.”
19
ຝ່າຍປະຊາຊົນບໍ່ສົນໃຈຕໍ່ຄຳເວົ້າຂອງຊາມູເອນເລີຍ ແຕ່ກັບຕອບວ່າ, “ບໍ່! ພວກຂ້ານ້ອຍຕ້ອງການກະສັດ
20
ເພື່ອວ່າພວກຂ້ານ້ອຍຈະເປັນດັ່ງຊົນຊາດອື່ນໆ ໂດຍມີກະສັດຂອງຕົນເອງເພື່ອປົກຄອງພວກຂ້ານ້ອຍ ແລະເພື່ອນຳໜ້າພວກຂ້ານ້ອຍອອກໄປສູ່ສະໜາມຮົບ.”
21
ຊາມູເອນໄດ້ຟັງເລື່ອງຕ່າງໆທີ່ພວກເຂົາໄດ້ເວົ້າມາ ແລະເພິ່ນກໍນຳເອົາເລື່ອງເຫຼົ່ານັ້ນໄປກ່າວກັບພຣະເຈົ້າຢາເວ.
22
ພຣະເຈົ້າຢາເວໄດ້ກ່າວກັບຊາມູເອນວ່າ, “ຈົ່ງເຮັດໃນສິ່ງທີ່ພວກເຂົາຕ້ອງການ ແລະແຕ່ງຕັ້ງກະສັດໃຫ້ພວກເຂົາ.” ແລ້ວຊາມູເອນກໍບອກໃຫ້ພວກຜູ້ຊາຍອິດສະຣາເອນທັງໝົດກັບເມືອ.
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 9 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31