bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Samuel 3
1 Samuel 3
Lao Bible 2012 (ພຣະຄຳພີສັກສິ)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 4 →
1
ໃນສະໄໝນັ້ນ ເວລາທີ່ຊາມູເອນກຳລັງຮັບໃຊ້ພຣະເຈົ້າຢາເວພາຍໃຕ້ການນຳພາຂອງເອລີນັ້ນ ຖ້ອຍຄຳຈາກພຣະເຈົ້າຢາເວມີໜ້ອຍຫຼາຍ ແລະບໍ່ຄ່ອຍມີນິມິດຈາກພຣະອົງເລີຍ.
2
ໃນຄືນໜຶ່ງ ເອລີຜູ້ທີ່ເກືອບບໍ່ເຫັນຮຸ່ງແລ້ວ ພວມນອນຫລັບຢູ່ໃນຫ້ອງສ່ວນຕົວຂອງເພິ່ນ
3
ສ່ວນ ຊາມູເອນນັ້ນນອນຢູ່ທີ່ພຣະວິຫານຂອງພຣະເຈົ້າຢາເວ ບ່ອນທີ່ໄວ້ຫີບຂອງພຣະເຈົ້າ. ກ່ອນຮຸ່ງເຊົ້າເມື່ອຕະກຽງຍັງໄຕ້ຢູ່
4
ພຣະເຈົ້າຢາເວໄດ້ເອີ້ນຊາມູເອນ. ລາວຂານຕອບວ່າ, “ຂ້ານ້ອຍຢູ່ທີ່ນີ້.”
5
ແລ້ວລາວກໍແລ່ນໄປຫາເອລີ ແລະເວົ້າວ່າ, “ທ່ານເອີ້ນຂ້ານ້ອຍບໍ? ຂ້ານ້ອຍຢູ່ທີ່ນີ້ເດ.” ແຕ່ເອລີຕອບວ່າ, “ຂ້ອຍບໍ່ໄດ້ເອີ້ນເຈົ້າ ຈົ່ງກັບຄືນໄປນອນສາ.” ສະນັ້ນ ຊາມູເອນຈຶ່ງກັບຄືນໄປນອນ.
6
ພຣະເຈົ້າຢາເວໄດ້ເອີ້ນຊາມູເອນອີກ ແລະເດັກຊາຍຄົນນີ້ກໍລຸກຂຶ້ນໄປຫາເອລີ ແລະຖາມວ່າ, “ທ່ານເອີ້ນຂ້ານ້ອຍບໍ? ຂ້ານ້ອຍຢູ່ທີ່ນີ້ເດ.” ແຕ່ເອລີຕອບວ່າ, “ລູກເອີຍ ພໍ່ບໍ່ໄດ້ເອີ້ນເຈົ້າ ຈົ່ງກັບຄືນໄປນອນສາ.” ຊາມູເອນບໍ່ຮູ້ຈັກວ່າແມ່ນພຣະເຈົ້າຢາເວເອີ້ນຕົນ ເພາະພຣະເຈົ້າຢາເວຍັງບໍ່ເຄີຍກ່າວກັບລາວມາກ່ອນ.
8
ພຣະເຈົ້າຢາເວເອີ້ນຊາມູເອນອີກເປັນຄັ້ງທີສາມ; ລາວຈຶ່ງລຸກຂຶ້ນໄປຫາເອລີ ແລະຖາມວ່າ, “ທ່ານເອີ້ນຂ້ານ້ອຍບໍ? ຂ້ານ້ອຍຢູ່ທີ່ນີ້ເດ.” ແລ້ວເອລີກໍເຂົ້າໃຈວ່າແມ່ນພຣະເຈົ້າຢາເວທີ່ເປັນຜູ້ເອີ້ນເດັກຊາຍຄົນນີ້
9
ດັ່ງນັ້ນ ເພິ່ນຈຶ່ງບອກລາວວ່າ, “ຈົ່ງກັບຄືນໄປນອນສາ ແລະຖ້າເພິ່ນເອີ້ນເຈົ້າອີກ ໃຫ້ເຈົ້າຕອບວ່າ, ‘ພຣະເຈົ້າຢາເວເອີຍ ຜູ້ຮັບໃຊ້ຂອງພຣະອົງກຳລັງຟັງຢູ່ ຂໍພຣະອົງສັ່ງມາເຖີດ.”’ ດັ່ງນັ້ນ ຊາມູເອນຈຶ່ງກັບຄືນໄປນອນ.
10
ພຣະເຈົ້າຢາເວໄດ້ມາຢືນຢູ່ໃນບ່ອນນັ້ນ ແລະເອີ້ນເໝືອນດັ່ງແຕ່ກ່ອນວ່າ, “ຊາມູເອນ ຊາມູເອນເອີຍ!” ຊາມູເອນຕອບວ່າ, “ຜູ້ຮັບໃຊ້ຂອງພຣະອົງກຳລັງຟັງຢູ່ ຂໍພຣະອົງສັ່ງມາເຖີດ.”
11
ພຣະເຈົ້າຢາເວກ່າວແກ່ຊາມູເອນວ່າ, “ມື້ໜຶ່ງ ເຮົາຈະເຮັດສິ່ງອັນໜ້າຢ້ານກົວຫລາຍຕໍ່ປະຊາຊົນອິດສະຣາເອນ ເມື່ອທຸກຄົນໄດ້ຍິນເຖິງເລື່ອງນີ້ແລ້ວ ພວກເຂົາຈະຕ້ອງຢ້ານກົວທີ່ສຸດ.
12
ໃນມື້ນັ້ນ ເຮົາຈະເຮັດຕາມທີ່ເຮົາໄດ້ກ່າວໄວ້ຕໍ່ຄອບຄົວເອລີ ຕັ້ງແຕ່ຕົ້ນຈົນຈົບ.
13
ເຮົາໄດ້ບອກລາວແລ້ວວ່າ ເຮົາຈະລົງໂທດຄອບຄົວຂອງລາວຕະຫລອດໄປ ເພາະພວກລູກຊາຍຂອງລາວໄດ້ກ່າວຄຳຊົ່ວຊ້າຕໍ່ສູ້ເຮົາ. ສ່ວນເອລີເອງກໍຮູ້ຈັກວ່າພວກເຂົາເວົ້າດັ່ງນັ້ນ ແຕ່ລາວບໍ່ໄດ້ຫ້າມພວກເຂົາ.
14
ດ້ວຍເຫດນີ້ ເຮົາຈຶ່ງໄດ້ປະກາດຢ່າງໜັກແໜ້ນຕໍ່ຄອບຄົວຂອງເອລີວ່າ ບໍ່ມີເຄື່ອງບູຊາ ຫລືການຖວາຍໃດໆ ທີ່ຈະຍົກເອົາໂທດກຳອັນຮ້າຍແຮງນີ້ອອກໄປໄດ້.”
15
ຊາມູເອນນອນຫລັບໄປຈົນເຖິງມື້ເຊົ້າ ແລ້ວລາວກໍລຸກຂຶ້ນໄປໄຂປະຕູພຣະວິຫານຂອງພຣະເຈົ້າຢາເວ, ແຕ່ລາວບໍ່ກ້າບອກນິມິດນີ້ແກ່ເອລີ.
16
ເອລີຈຶ່ງເອີ້ນຫາລາວວ່າ, “ຊາມູເອນ ລູກເອີຍ.” ຊາມູເອນຕອບວ່າ, “ຂ້ານ້ອຍຢູ່ທີ່ນີ້”.
17
ເອລີຈຶ່ງຖາມວ່າ, “ພຣະອົງໄດ້ບອກເຈົ້າຫຍັງແດ່? ຢ່າປິດບັງພໍ່ເລີຍ. ຖ້າບໍ່ບອກພໍ່ໃນສິ່ງທີ່ພຣະອົງກ່າວແກ່ເຈົ້າ ພຣະເຈົ້າຈະລົງໂທດເຈົ້າຢ່າງຮ້າຍແຮງ.”
18
ດັ່ງນັ້ນ ຊາມູເອນຈຶ່ງບອກເພິ່ນທຸກຢ່າງໂດຍບໍ່ໄດ້ປິດບັງຫຍັງໝົດ. ເອລີໄດ້ເວົ້າວ່າ, “ພຣະອົງເປັນພຣະເຈົ້າຢາເວ; ພຣະອົງຈະກະທຳທຸກຢ່າງຕາມທີ່ພຣະອົງເຫັນວ່າດີທີ່ສຸດ.”
19
ໃນຂະນະທີ່ຊາມູເອນເຕີບໃຫຍ່ຂຶ້ນນັ້ນ ພຣະເຈົ້າຢາເວກໍສະຖິດຢູ່ນຳລາວ ທັງເຮັດໃຫ້ທຸກສິ່ງທີ່ຊາມູເອນເວົ້ານັ້ນເປັນຄວາມຈິງ.
20
ດັ່ງນັ້ນ ປະຊາຊົນອິດສະຣາເອນທຸກຄົນຕັ້ງແຕ່ເມືອງດານທາງພາກເໜືອ ຈົນເຖິງເບເອນເຊບາທາງພາກໃຕ້ ໄດ້ຮູ້ຈັກວ່າຊາມູເອນເປັນຜູ້ທຳນວາຍແທ້ຂອງພຣະເຈົ້າຢາເວ.
21
ໃນເມືອງຊີໂລ ບ່ອນທີ່ພຣະເຈົ້າຢາເວໄດ້ປາກົດຕໍ່ຊາມູເອນແລະກ່າວແກ່ລາວນັ້ນ ພຣະເຈົ້າຢາເວກໍສືບຕໍ່ປາກົດແກ່ຊາມູເອນໂດຍຖ້ອຍຄຳຂອງພຣະເຈົ້າຢາເວ.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 4 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31