bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Samuel 21
1 Samuel 21
Lao Bible 2012 (ພຣະຄຳພີສັກສິ)
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 22 →
1
ດາວິດໄດ້ໄປຫາປະໂຣຫິດອາຮີເມເຫຼັກທີ່ເມືອງໂນບ. ອາຮີເມເຫຼັກອອກມາພົບເພິ່ນດ້ວຍຕົວສັ່ນເຊັນ ແລະຖາມວ່າ, “ເຫດໃດທ່ານຈຶ່ງມາພຽງຄົນດຽວຢ່າງນີ້?”
2
ດາວິດຕອບວ່າ, “ຂ້າພະເຈົ້າມາກ່ຽວກັບທຸລະຂອງກະສັດ ເພິ່ນສັ່ງຂ້າພະເຈົ້າວ່າ ຢ່າບອກໃຫ້ຜູ້ໃດຮູ້ເຖິງເລື່ອງທີ່ເພິ່ນໃຊ້ຂ້າພະເຈົ້າມານີ້. ຂ້າພະເຈົ້າໄດ້ນັດໃຫ້ຄົນຂອງຂ້າພະເຈົ້າ ໄປພົບກັບຂ້າພະເຈົ້າຢູ່ໃນບ່ອນໜຶ່ງຕ່າງຫາກ.
3
ທ່ານມີອາຫານກິນບໍ? ຂ້າພະເຈົ້າຂໍເຂົ້າຈີ່ແດ່ຈັກຫ້າກ້ອນ ຫລືອັນໃດກໍໄດ້ຕາມທີ່ທ່ານມີຢູ່.”
4
ປະໂຣຫິດຕອບວ່າ, “ຂ້າພະເຈົ້າບໍ່ມີເຂົ້າຈີ່ທຳມະດາ ມີແຕ່ເຂົ້າຈີ່ບໍຣິສຸດສັກສິດເທົ່ານັ້ນ. ຖ້າຄົນຂອງທ່ານບໍ່ໄດ້ຮ່ວມເພດກັບຜູ້ຍິງມາກ່ອນໃນໄລຍະນີ້ ຂໍທ່ານຈົ່ງເອົາໄປໂລດ.”
5
ດາວິດຕອບວ່າ, “ແນ່ນອນທີ່ສຸດ ຄົນຂອງຂ້າພະເຈົ້າບໍ່ໄດ້ຮ່ວມ ທຸກເທື່ອທີ່ພວກເຂົາອອກໄປປະຕິບັດໜ້າທີ່ພວກເຂົາຕ້ອງຮັກສາຕົວໃຫ້ບໍຣິສຸດຢູ່ສະເໝີ. ເມື່ອມີການອອກໄປປະຕິບັດງານອັນພິເສດຢ່າງນີ້ແລ້ວ ພວກເຂົາຍິ່ງຮັກສາຕົວໃຫ້ບໍຣິສຸດຫລາຍຂຶ້ນ.”
6
ດັ່ງນັ້ນ ປະໂຣຫິດຈຶ່ງເອົາເຂົ້າຈີ່ບໍຣິສຸດສັກສິດນັ້ນໃຫ້ດາວິດ ເພາະເພິ່ນມີແຕ່ເຂົ້າຈີ່ທີ່ໄດ້ຖວາຍຕໍ່ໜ້າພຣະເຈົ້າຢາເວແລ້ວເທົ່ານັ້ນ ຊຶ່ງໄດ້ເອົາມາຈາກໂຕະສັກສິດ ແລະເອົາເຂົ້າຈີ່ໃໝ່ມາວາງໄວ້ແທນ.
7
ໃນມື້ນັ້ນ ໂດເອັກ ຄົນເອໂດມຫົວໜ້າຄົນລ້ຽງແກະຂອງກະສັດໂຊນກໍຢູ່ໃນທີ່ນັ້ນ ເພື່ອປະຕິບັດໜ້າທີ່ຕໍ່ໜ້າພຣະເຈົ້າຢາເວ.
8
ດາວິດຖາມອາຮີເມເຫຼັກວ່າ, “ທ່ານມີຫອກຫລືດາບ ພໍທີ່ຈະເອົາໃຫ້ຂ້າພະເຈົ້າໃຊ້ແດ່ບໍ? ກະສັດໄດ້ສັ່ງໃຫ້ຂ້າພະເຈົ້າອອກມາຢ່າງຟ້າວຟັ່ງໂພດ ເລີຍບໍ່ມີເວລາພໍທີ່ຈະເອົາດາບຫລືອາວຸດໃດໆຕິດຕົວມານຳ.”
9
ອາຮີເມເຫຼັກຕອບວ່າ, “ມີ ແມ່ນດາບຂອງໂກລີອາດຄົນຟີລິດສະຕິນ ຜູ້ທີ່ທ່ານໄດ້ຂ້າໃນຮ່ອມພູເອລານັ້ນ. ມັນຢູ່ທາງຫລັງຂອງເອໂຟດ ແລະມີຜ້າພັນໄວ້. ມັນເປັນອາວຸດຢ່າງດຽວເທົ່ານັ້ນທີ່ມີຢູ່ໃນທີ່ນີ້ ຖ້າທ່ານຢາກໄດ້ກໍເຊີນເອົາໄປໂລດ.” ດາວິດເວົ້າວ່າ, “ຈົ່ງເອົາໃຫ້ຂ້າພະເຈົ້າເຖີດ ບໍ່ມີດາບດວງໃດຈະດີໄປກວ່າດາບດວງນີ້.”
10
ສະນັ້ນ ດາວິດຈຶ່ງຈາກໄປໂດຍປົບໜີຈາກກະສັດໂຊນ ແລະໄດ້ໄປຫາເຈົ້າອາກີເຊແຫ່ງເມືອງກາດ.
11
ບັນດາຂ້າຣາຊການຂອງເຈົ້າອາກີເຊໄດ້ຖາມເພິ່ນວ່າ, “ບໍ່ແມ່ນດາວິດຄົນນີ້ບໍ ທີ່ເປັນກະສັດຂອງປະເທດນັ້ນ ທີ່ພວກຜູ້ຍິງຟ້ອນລຳທຳເພງຮ້ອງຊົມເຊີຍວ່າ ‘ໂຊນໄດ້ຂ້າສັດຕູຫລາຍພັນຄົນ, ແຕ່ດາວິດໄດ້ຂ້າຫລາຍໝື່ນຄົນ.”’
12
ດາວິດຮູ້ສຶກເຖິງອັນຕະລາຍຂອງຄຳເວົ້າເຫຼົ່ານີ້ ແລະລາວກໍຢ້ານກົວເຈົ້າອາກີເຊທີ່ສຸດ.
13
ດັ່ງນັ້ນ ເມື່ອໃດທີ່ດາວິດຢູ່ໃກ້ຄົນເຫຼົ່ານີ້; ລາວຈຶ່ງທຳທ່າເປັນຄົນເສຍຈິດ ແລະເຮັດຄືຄົນເປັນບ້າໂດຍຂີດຂຽນຕາມປະຕູເມືອງ ແລະໃຫ້ນໍ້າລາຍເຫີຍລົງໃສ່ໜວດ
14
ເມື່ອເປັນດັ່ງນັ້ນ ເຈົ້າອາກີເຊຈຶ່ງຖາມຂ້າຣາຊການຂອງຕົນວ່າ, “ເບິ່ງດູ ຊາຍຜູ້ນີ້ເປັນບ້າ ເປັນຫຍັງພວກເຈົ້າຈຶ່ງພາລາວມາຫາເຮົາ?
15
ເຮົາມີຄົນບ້າບໍ່ພຽງພໍຊັ້ນບໍ? ພວກເຈົ້າຈຶ່ງນຳຄົນບ້າຜູ້ນີ້ມາລົບກວນເຮົາ ໂດຍໃຫ້ລາວເຮັດບ້າໆບໍໆ ຢູ່ໃນວັງຂອງເຮົານີ້?”
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 22 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31