bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Proverbs 12
Proverbs 12
Lao Bible 2012 (ພຣະຄຳພີສັກສິ)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 13 →
1
ຄົນທີ່ມັກຮຽນຮູ້ກໍຢາກໃຫ້ຄົນເຕືອນເມື່ອຕົນເຮັດຜິດ, ແຕ່ຄົນໂງ່ຈ້າພັດກຽດຊັງການດັດແປງກໍ່ສ້າງ.
2
ພຣະເຈົ້າຢາເວພໍໃຈນຳຄົນດີ, ແຕ່ພຣະອົງກ່າວໂທດຄົນທີ່ວາງແຜນອັນຊົ່ວຮ້າຍ.
3
ມະນຸດບໍ່ຫ່ອນຕັ້ງຢູ່ໄດ້ດ້ວຍການຊົ່ວທີ່ຕົນກະທຳ, ແຕ່ຮາກຖານຂອງຄົນຊອບທຳຈະຢືນຢູ່ຢ່າງໝັ້ນຄົງ.
4
ເມຍທີ່ດີນຳກຽດສັກສີມາສູ່ຜົວ, ແຕ່ເມຍທີ່ຊົ່ວກໍເປັນດັ່ງກະດູກມີມະເຮັງ.
5
ຄົນສັດຊື່ຈະເຮັດກັບຄົນອື່ນຢ່າງເປັນທຳ, ແຕ່ຄົນຊົ່ວຫວັງຢາກຫລອກລວງເທົ່ານັ້ນ.
6
ຄຳເວົ້າຂອງຄົນຊົ່ວປະຫັດປະຫານ, ແຕ່ຄຳເວົ້າຂອງຄົນຊອບທຳຊ່ວຍຄົນໃຫ້ພົ້ນໄດ້.
7
ຄົນຊົ່ວຮ້າຍຫຼົ້ມຈົມ ແລະສິ້ນເຊື້ອສາຍ, ແຕ່ຄອບຄົວຂອງຄົນຊອບທຳຍັງດຳລົງຢູ່.
8
ຄົນມີປັນຍາຈະໄດ້ຮັບຄຳຍ້ອງຍໍ, ແຕ່ຄົນໂງ່ຈ້າຈະໄດ້ຮັບຄຳຫຍໍ້ຫຍັນ.
9
ເປັນຄົນທຳມະດາຫາລ້ຽງຊີບ, ກໍດີກວ່າຖືຕົນເປັນຄົນຍິ່ງໃຫຍ່ແຕ່ບໍ່ມີເຂົ້າກິນ.
10
ຄົນດີເປັນຫ່ວງນຳຝູງສັດຂອງຕົນ, ແຕ່ຄົນຊົ່ວຊ້າຊໍ້າໂຫດຮ້າຍຕໍ່ຝູງສັດ.
11
ພໍ່ນາທີ່ດຸໝັ່ນກໍມີຢູ່ມີກິນບໍ່ອຶດ, ແຕ່ຄົນໂງ່ຈ້າເສຍເວລາຍ້ອນໂຄງການທີ່ບໍ່ມີປະໂຫຍດ.
12
ຄົນຊົ່ວປາຖະໜາຫາກຳໄລໃນທາງສໍ້ໂກງ, ແຕ່ຄົນຊອບທຳບາກບັ່ນຫາກຳໄລໃນທາງຖືກຕ້ອງ.
13
ຄົນຊົ່ວຮ້າຍຖືກບ້ວງແຮ້ວຍ້ອນຄຳເວົ້າຂອງຕົນ, ແຕ່ຄົນສັດຊື່ກໍເອົາຕົວພົ້ນຈາກຄວາມເດືອດຮ້ອນ.
14
ຈາກຜົນແຫ່ງຖ້ອຍຄຳຂອງຕົນຄົນກໍອີ່ມໃຈໃນຄວາມດີ ແລະຜົນງານຈາກມືຂອງເຂົາກໍກັບມາຫາເຂົາ.
15
ຄົນໂງ່ຈ້າຄິດແຕ່ວ່າຕົນເອງຖືກສະເໝີ, ແຕ່ຄົນມີປັນຍາຍອມຟັງຄຳແນະນຳຂອງຄົນອື່ນ.
16
ຄົນໂງ່ຈ້າສະແດງຄວາມຮ້າຍອອກໃຫ້ເຫັນຢ່າງໄວວາ, ແຕ່ຄົນມີປັນຍາບໍ່ສົນໃຈຕໍ່ຄຳຄົນໝິ່ນປະໝາດ.
17
ຄຳພະຍານຈິງ ກໍ່ໃຫ້ເກີດຄວາມຍຸດຕິທຳ, ແຕ່ຄຳພະຍານເທັດ ກໍ່ໃຫ້ເກີດຄວາມບໍ່ຍຸດຕິທຳ.
18
ຄຳເວົ້າທີ່ບໍ່ຄິດ ເຮັດໃຫ້ເຈັບຊໍ້າດັ່ງດາບແທງ, ແຕ່ຄຳເວົ້າທີ່ມີປັນຍາ ປົວແປງໃຫ້ດີໄດ້.
19
ເວົ້າຄວາມຈິງຍືນຍົງຢູ່ຕະຫລອດ, ແຕ່ເວົ້າຄວາມຕົວະຢືນຢູ່ໄດ້ຊົ່ວຄາວ.
20
ຜູ້ວາງແຜນຊົ່ວ ກໍ່ໃຫ້ເກີດການແຕກຕື່ນຕົກໃຈ, ແຕ່ຜູ້ເຮັດການດີ ກໍ່ໃຫ້ເກີດຄວາມສຸກລົ້ນ.
21
ຄົນຊອບທຳນັ້ນ ບໍ່ພົບເຫດຮ້າຍ, ແຕ່ຄົນຊົ່ວຮ້າຍທັງຫລາຍ ພົບແຕ່ຄວາມເດືອດຮ້ອນ.
22
ພຣະເຈົ້າຢາເວກຽດຊັງຄົນເວົ້າຕົວະ, ແຕ່ຄົນທີ່ຮັກສາວາຈາ ພຣະອົງພໍໃຈຍິ່ງ.
23
ຄົນມີປັນຍາເກັບກຳຄວາມຮູ້ຢ່າງງຽບໆສຳລັບຕົນ, ແຕ່ຄົນອັບປັນຍາສະແດງຄວາມໂງ່ຈ້າຂອງຕົນອອກມາໃຫ້ຮູ້.
24
ວຽກໜັກຈະເຮັດໃຫ້ເຈົ້າມີອຳນາດ, ແຕ່ຄວາມຂີ້ຄ້ານຈະເຮັດໃຫ້ເຈົ້າເປັນທາດຮັບໃຊ້ຄົນ.
25
ຄວາມກະວົນກະວາຍ ເຮັດໃຫ້ຄວາມສຸກກາຍເປັນຄວາມທຸກ, ແຕ່ຄຳເວົ້າທີ່ດີ ເຮັດໃຫ້ມີໃຈຊື່ນບານ.
26
ຄົນຊອບທຳນຳໝູ່ຄູ່ໄປສູ່ທາງທີ່ຖືກຕ້ອງ, ແຕ່ທາງຂອງຄົນຊົ່ວນຳໃຫ້ຫລົງເສຍໄປ.
27
ຄົນຂີ້ຄ້ານຈະບໍ່ໄດ້ຮັບຕາມທີ່ຕົນປາຖະໜາ, ແຕ່ຄົນທີ່ດຸໝັ່ນຊອກຫາຈະໄດ້ສົມບັດທີ່ປະເສີດ.
28
ຄວາມຊອບທຳເປັນທາງໄປສູ່ຊີວິດ, ແຕ່ຄວາມຊົ່ວຮ້າຍ ເປັນທາງໄປສູ່ຄວາມຕາຍ.
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31