bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Proverbs 6
Proverbs 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 7 →
1
ລູກເອີຍ ເຈົ້າໄດ້ສັນຍາຮັບຜິດຊອບຕໍ່ໜີ້ສິນຂອງຄົນອື່ນບໍ?
2
ເຈົ້າຖືກຈັບຍ້ອນຖ້ອຍຄຳຈາກສົບຂອງເຈົ້າ ຫລືຖືກບ້ວງແຮ້ວຍ້ອນຄຳສັນຍາຈາກປາກຂອງເຈົ້າເອງບໍ?
3
ລູກເອີຍ ຖ້າເປັນດັ່ງນັ້ນ ເຈົ້າກໍຢູ່ໃຕ້ອຳນາດຂອງຄົນນັ້ນສາແລ້ວ ແຕ່ນີ້ແມ່ນວິທີອອກຂອງເຈົ້າເດີ: ຈົ່ງຟ້າວໄປຫາລາວແລະຂໍໃຫ້ລາວປ່ອຍເຈົ້າ.
4
ຢ່າໃຫ້ເຈົ້າໄດ້ນອນເສີຍຫລືຢຸດພັກຜ່ອນ.
5
ຈົ່ງອອກໜີຈາກບ້ວງແຮ້ວດັ່ງນົກຫລືກວາງທີ່ກຳລັງປົບໜີຈາກນາຍພານ.
6
ຄົນຂີ້ຄ້ານຄວນຮຽນຮູ້ເອົາບົດຮຽນຈາກຊີວິດຂອງມົດ
7
ພວກມັນບໍ່ມີຜູ້ນຳ ບໍ່ມີນາຍ ຫລືຜູ້ປົກຄອງ,
8
ແຕ່ພວກມັນສະສົມອາຫານໄວ້ໃນລະດູຮ້ອນເພື່ອຕຽມໄວ້ສຳລັບລະດູໜາວ.
9
ຄົນຂີ້ຄ້ານຈະນອນຢຽດຢູ່ດົນປານໃດ? ເມື່ອໃດນໍລາວຈຶ່ງຈະຕື່ນຂຶ້ນ?
10
ລາວເວົ້າວ່າ, “ຂ້ອຍຈະນອນພັກຜ່ອນໜ້ອຍໜຶ່ງ, ຂໍຢຽດເສັ້ນຢຽດເອັນ ມືກອດເອິກນອນພັກຜ່ອນບຶດໜຶ່ງເສຍກ່ອນ.”
11
ແຕ່ໃນຂະນະທີ່ລາວນອນຫລັບຢູ່ນັ້ນ ຄວາມທຸກລຳບາກກໍຈະມາໂຈມຕີລາວດັ່ງມີຄົນໜຶ່ງຖືອາວຸດມາປຸ້ນລາວ.
12
ຄົນໂລເລກັບຄົນຊົ່ວຮ້າຍມັກທ່ຽວໄປຫາຕົວະ.
13
ພວກເຂົາຍິກຄີ້ວລິ່ວຕາເພື່ອຫລອກລວງເຈົ້າ
14
ແຜນການອັນຊົ່ວຮ້າຍໃນແນວຄິດອັນເປິເປື້ອນຂອງພວກເຂົານັ້ນ ສ້າງຄວາມເດືອດຮ້ອນໃຫ້ທຸກບ່ອນ.
15
ດ້ວຍເຫດນັ້ນ ຄວາມພິນາດຈະທຳລາຍພວກເຂົາໂດຍບໍ່ຮູ້ຕົວ ແລະເຄາະຮ້າຍອັນເຖິງຕາຍກໍຈະຕົກຖືກພວກເຂົາເຈົ້າ.
16
ມີເຈັດຢ່າງທີ່ພຣະເຈົ້າຢາເວກຽດຊັງ ແລະຜ່ອນຜັນໃຫ້ບໍ່ໄດ້: ຕາທີ່ຈອງຫອງ ລີ້ນທີ່ເວົ້າຕົວະ ມືທີ່ຂ້າຄົນບໍ່ມີຄວາມຜິດ ໃຈທີ່ຄິດແຜນການຊົ່ວຮ້າຍ ຕີນທີ່ຟ້າວແລ່ນໄປເຮັດຊົ່ວ ຜູ້ທີ່ເວົ້າຄຳພະຍານບໍ່ຈິງຕໍ່ສູ້ຄົນອື່ນ ແລະຜູ້ທີ່ຫາເລື່ອງໃຫ້ພີ່ນ້ອງຜິດຖຽງກັນ.
20
ລູກເອີຍ ຈົ່ງເຮັດຕາມຄຳທີ່ພໍ່ບອກສອນ ແລະຢ່າລືມໄລຄຳສັ່ງສອນຂອງແມ່ເຈົ້າ.
21
ຈົ່ງຖືຮັກສາຖ້ອຍຄຳຂອງເພິ່ນໄວ້ສະເໝີ ແລະຝັງຖ້ອຍຄຳນັ້ນໄວ້ຢູ່ໃນຈິດໃຈເຈົ້າ.
22
ຄຳສັ່ງສອນຂອງເພິ່ນຈະນຳພາເມື່ອເຈົ້າເດີນທາງ ຄຸ້ມຄອງເຈົ້າຍາມກາງຄືນ ແລະແນະນຳເຈົ້າໃນເວລາກາງເວັນ.
23
ຄຳສັ່ງສອນຂອງເພິ່ນເປັນແສງແຈ້ງເຍືອງທາງເດີນ ຄຳບອກເຕືອນຂອງເພິ່ນສັ່ງສອນເຈົ້າໃຫ້ຮູ້ຈັກການດຳເນີນຊີວິດ.
24
ຖ້ອຍຄຳນັ້ນ ຮັກສາເຈົ້າໃຫ້ພົ້ນຈາກຍິງຊົ່ວໄດ້ ຄືຈາກຄຳເວົ້າອັນລໍ້ລວງຂອງເມຍຄົນອື່ນ.
25
ຢ່າໃຫ້ຄວາມງາມຂອງນາງເປັນທີ່ຍົວະເຍົ້າໃຈເຈົ້າໄດ້ ຢ່າໃຫ້ສາຍຕາອັນຫວານແກມລວງຂອງນາງ ເປັນແຮ້ວດັກຈັບເຈົ້າໄດ້.
26
ສຳລັບຍິງໂສເພນີນັ້ນ ຈ້າງນອນນຳໄດ້ດ້ວຍລາຄາພຽງໜ້ອຍດຽວ, ແຕ່ສຳລັບຍິງທີ່ມີຜົວແມ່ນຈະທຳລາຍຊີວິດຂອງເຈົ້າ.
27
ໃຜແດ່ທີ່ຫອບຖ່ານໄຟແດງໃສ່ໜ້າເອິກໂດຍເສື້ອຂອງຕົນບໍ່ໄໝ້?
28
ໃຜແດ່ທີ່ຍ່າງໃນຖ່ານໄຟແດງແລ້ວໂດຍທີ່ໄຟບໍ່ໄໝ້ຕີນ?
29
ຜູ້ທີ່ນອນນຳເມຍຂອງຊາຍອື່ນກໍເປັນອັນຕະລາຍ. ດັ່ງນີ້ແຫລະ ຜູ້ໃດກໍຕາມທີ່ເຮັດດັ່ງນີ້ ຈະໄດ້ຮັບໂທດຢ່າງທໍລະມານ.
30
ຄົນເຮົາບໍ່ຫ່ອນຊັງຄົນຂີ້ລັກໄດ້ ຖ້າລາວລັກຍ້ອນຄວາມຫິວ,
31
ແຕ່ຖ້າຖືກຈັບໄດ້ ລາວຕ້ອງຈ່າຍຄືນເຈັດເທົ່າ ຄືລາວຕ້ອງເສຍທຸກສິ່ງທີ່ຕົນມີຢູ່.
32
ແຕ່ຊາຍທີ່ຫລິ້ນຊູ້ເປັນຜູ້ໄຮ້ຄວາມຮູ້ສຶກ ລາວມີແຕ່ທຳລາຍຕົນເອງ.
33
ລາວຈະຖືກລົດກຽດແລະຖືກຕົບຕີ ລາວຈະເປັນທີ່ອັບອາຍຕໍ່ໄປເລື້ອຍໆ.
34
ຜົວເກີດໂມໂຫຂຶ້ນຍ້ອນຫຶງຫວງເມຍ ການແກ້ແຄ້ນຂອງລາວບໍ່ມີຂອບເຂດ.
35
ລາວຈະບໍ່ຍອມຮັບເອົາຄ່າທຳຂວັນໃດໆ ຂອງຂວັນກອງຖ້ວມຫົວ ກໍຈະບໍ່ຊ່ວຍໃຫ້ລາວຊ່ວງເຊົາໂມໂຫໄດ້.
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31