bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Proverbs 23
Proverbs 23
Lao Bible 2012 (ພຣະຄຳພີສັກສິ)
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 24 →
1
ເມື່ອເຈົ້ານັ່ງກິນເຂົ້າກັບຄົນສຳຄັນ ໃຫ້ຄິດສະເໝີວ່າຄົນນັ້ນແມ່ນໃຜ.
2
ຖ້າເຈົ້າເປັນຄົນກິນຫລາຍຈົ່ງຫັກຫ້າມຕົນເອງໄວ້.
3
ຢ່າໂລບມາກໃນອາຫານດີທີ່ຄົນຍໍມາໃຫ້ ລາວອາດເຮັດດ້ວຍເຈດຕະນາບໍ່ດີໃສ່ເຈົ້າກໍໄດ້.
4
ຈົ່ງສະຫລາດພໍທີ່ເຈົ້າເອງຈະບໍ່ຕົກເປັນທາດຂອງເງິນ,
5
ເພາະວ່າເງິນຂອງເຈົ້າອາດສູນເສຍໄປໃນພັບຕາດຽວກໍໄດ້ ເໝືອນກັບວ່າມັນມີປີກບິນໄປສູ່ຟ້າອາກາດໄດ້ດັ່ງນົກອິນຊີ.
6
ຢ່າກິນເຂົ້າຮ່ວມພາກັບຄົນຂີ້ຖີ່ ຫລືຄົນໂລບມາກຢາກຫລາຍໃນອາຫານຢ່າງດີທີ່ລາວຍົກມາ.
7
ລາວເວົ້າວ່າ, “ເຊີນກິນ ແລະເອົາຕື່ມອີກກໍໄດ້”, ແຕ່ທີ່ຈິງແລ້ວ ລາວບໍ່ໄດ້ໝາຍຄວາມວ່າຢ່າງນັ້ນເລີຍ. ລາວຄິດແບບໃດລາວກໍເປັນຄົນແບບນັ້ນ.
8
ແລ້ວເຈົ້າກໍຈະຮາກອອກມາ ສິ່ງທີ່ເຈົ້າກິນເຂົ້າໄປນັ້ນ ແລະຄຳປະຈົບປະແຈງຂອງເຈົ້າກໍຈະເປັນການເປົ່າໆ.
9
ຢ່າພະຍາຍາມເວົ້າໃຫ້ຄົນໂງ່ຈ້າເຂົ້າໃຈ ລາວບໍ່ຮູ້ຈັກຄຸນຄ່າສິ່ງທີ່ເຈົ້າເວົ້ານັ້ນດອກ.
10
ຢ່າຍົກຍ້າຍຫລັກເຂດແດນເດີມຈັກເທື່ອ ຫລືຢຶດທີ່ດິນຂອງລູກກຳພ້າ.
11
ຜູ້ປົກປ້ອງຄຸ້ມຄອງທີ່ເຂັ້ມແຂງຂອງພວກເຂົາກໍມີຣິດເດດ ແລະພຣະອົງຈະສູ້ຄະດີກັບເຈົ້າແທນພວກເຂົາ.
12
ຈົ່ງເອົາໃຈໃສ່ຕໍ່ຄຳສັ່ງສອນຂອງຄູ ແລະຕັ້ງໜ້າຮໍ່າຮຽນເອົາເທົ່າທີ່ເຈົ້າຮຽນໄດ້.
13
ຢ່າລັ່ງເລໃຈໃນການລົງໂທດລູກ ການແອບສອນທີ່ດີນັ້ນ ບໍ່ເຮັດໃຫ້ຕາຍດອກ,
14
ແຕ່ທີ່ຈິງແລ້ວເປັນການຊ່ວຍຊີວິດຂອງເຂົາໄວ້.
15
ລູກເອີຍ ຖ້າເຈົ້າກາຍເປັນຄົນມີປັນຍາ ພໍ່ຈະມີຄວາມສຸກທີ່ສຸດ.
16
ພໍ່ຈະພາກພູມໃຈ ເມື່ອໄດ້ຍິນລູກເວົ້າດ້ວຍຖ້ອຍຄຳທີ່ມີປັນຍາ.
17
ຢ່າອິດສາຄົນບາບ, ແຕ່ຈົ່ງຢຳເກງພຣະເຈົ້າຢາເວຢູ່ສະເໝີໃນຊີວິດຂອງເຈົ້າ
18
ຖ້າເປັນດັ່ງນີ້ ເຈົ້າຈະມີອະນາຄົດອັນແຈ່ມໃສ.
19
ລູກເອີຍ ຈົ່ງຟັງເທີ້ນ ຈົ່ງມີປັນຍາ ແລະຄິດໃຫ້ດີໆເຖິງທາງທີ່ເຈົ້າດຳເນີນຊີວິດ.
20
ຢ່າຮ່ວມສັງສັນກັບຜູ້ທີ່ດື່ມເຫຼົ້າໜັກ ຫລືກິນຫລາຍໂພດ.
21
ຄົນຂີ້ເມົາແລະຄົນຂີ້ໂລບຈະກາຍເປັນຄົນຍາກຈົນ ຖ້າເຈົ້າມີແຕ່ກິນກັບນອນບໍ່ດົນເຈົ້າກໍຈະນຸ່ງສົ້ງຂາດ.
22
ຈົ່ງຟັງຄວາມພໍ່ຂອງເຈົ້າ ຖ້າບໍ່ມີເພິ່ນເຈົ້າກໍບໍ່ມີຊີວິດ ເມື່ອແມ່ຂອງເຈົ້າເຖົ້າແກ່ ຈົ່ງຮູ້ຈັກບຸນຄຸນຂອງເພິ່ນ.
23
ຄວາມຈິງ, ປັນຍາ, ການຮຽນຮູ້ ແລະຄວາມເຂົ້າໃຈເປັນຂອງມີຄ່າທີ່ຄວນຊື້ຫາມາໄວ້ ສິ່ງເຫຼົ່ານີ້ທັງໝົດມີຄ່າສູງທີ່ສຸດ ເກີນກວ່າທີ່ເຈົ້າຈະຂາຍອອກໄປ.
24
ຄວາມສຸກຂອງພໍ່ແມ່ນ ຄືມີລູກເປັນຄົນຊອບທຳ ເມື່ອລູກມີປັນຍາ ພໍ່ກໍພາກພູມໃຈນຳ.
25
ຈົ່ງເຮັດໃຫ້ພໍ່ແມ່ພາກພູມໃຈໃນຕົວເຈົ້າ ແລະຈົ່ງເຮັດໃຫ້ແມ່ຂອງເຈົ້າມີຄວາມສຸກ.
26
ລູກເອີຍ ຂໍໃຈຂອງເຈົ້າໃຫ້ເຮົາເທາະ ແລະຈົ່ງໃຫ້ຕາຂອງເຈົ້າສັງເກດເບິ່ງແບບຢ່າງທັງຫຼາຍຂອງເຮົາ.
27
ຍິງໂສເພນີແລະຍິງຜິດສິນທຳນັ້ນ ເປັນບ້ວງແຮ້ວເຖິງແກ່ຄວາມຕາຍ.
28
ພວກເຂົາຄອຍຖ້າເຈົ້າດັ່ງຂະໂມຍ ແລະເຮັດໃຫ້ຊາຍຫລາຍຄົນກາຍເປັນຜູ້ບໍ່ສັດຊື່.
29
ຈົ່ງອ້າງເອົາຄົນໜຶ່ງທີ່ດື່ມເຫຼົ້າເກັ່ງມາໃຫ້ຂ້ອຍເບິ່ງດູ ຄືຜູ້ທີ່ລອງດື່ມເຫຼົ້າໃໝ່ນາໆຊະນິດຢ່າງບໍ່ຢຸດຢັ້ງ ແລ້ວຂ້ອຍກໍຈະໃຫ້ເຈົ້າເຫັນຜູ້ທີ່ມີຄວາມທຸກແລະຄວາມເສຍໃຈ ເປັນຜູ້ສ້າງແຕ່ຄວາມເດືອດຮ້ອນຢູ່ສະເໝີ ແລະຈົ່ມທຸກຢູ່ເລື້ອຍໆ ຕາຂອງລາວແດງກໍ່າແລະມີຮອຍຊໍ້າຕາມຕົນຕົວ.
31
ສະນັ້ນ ຢ່າຄິດສະອອນນຳເຫຼົ້າອະງຸ່ນເລີຍ ເຖິງແມ່ນວ່າມັນເປັນຟອງສີແດງງາມເມື່ອເຈົ້າສັ່ນ ແລະສົດໃສຈົນສ່ອງເຫັນເງົາ ເມື່ອມັນຍອບລົງກໍຕາມ,
32
ແຕ່ເມື່ອເຈົ້າດື່ມລົງໄປແລ້ວ ເຈົ້າຈະຮູ້ສຶກເຈັບປວດດັ່ງຖືກງູພິດກັດ.
33
ຕາເຈົ້າຈະມືດມົນ ແລະເຈົ້າຈະບໍ່ສາມາດຄິດ ຫລືເວົ້າໄດ້ຢ່າງແຈ່ມແຈ້ງ.
34
ເຈົ້າຈະຮູ້ສຶກດັ່ງຢູ່ໃນກາງມະຫາສະໝຸດ ແລະດັ່ງຢູ່ໃນເຮືອໃບຖືກໂຍກເຍກໄປມາຈົນເຮັດໃຫ້ວິນວຽນ.
35
ເຈົ້າຈະເວົ້າຂຶ້ນວ່າ, “ຂ້ອຍຖືກຕ່ອຍ, ຂ້ອຍຖືກຕົບຕີ, ແຕ່ບໍ່ຮູ້ສຶກເຈັບປວດແລະບໍ່ຈື່ຈຳຫຍັງໝົດ ເປັນຫຍັງຂ້ອຍຈຶ່ງລຸກຂຶ້ນບໍ່ໄດ້ ອີກຈັກສອງສາມຈອກຄົງດີ.”
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 24 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31