bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Proverbs 29
Proverbs 29
Lao Bible 2012 (ພຣະຄຳພີສັກສິ)
← Chapter 28
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 30 →
1
ຄົນທີ່ສືບຕໍ່ດື້ດ້ານຕໍ່ຄຳບອກສອນ ກໍຈະຫຼົ້ມຈົມຈົນເຫລືອແກ້ໃນມື້ໜຶ່ງ.
2
ເມື່ອຄົນຊອບທຳຄອງອຳນາດ ປະຊາຊົນກໍເປັນສຸກ ແຕ່ເມື່ອຄົນອະທຳຄອງອຳນາດປະຊາຊົນກໍເປັນທຸກ.
3
ລູກທີ່ເຫັນຄຸນຄ່າຂອງປັນຍາ ບິດາກໍພາກພູມໃຈນຳ. ຄົນໂງ່ງ່າວເສຍເງິນຍ້ອນໃຊ້ຈ່າຍກັບໂສເພນີ.
4
ເມື່ອກະສັດເປັນຫ່ວງນຳຄວາມຍຸດຕິທຳ ປະເທດຊາດກໍເຂັ້ມແຂງ, ແຕ່ເມື່ອເພິ່ນເປັນຫ່ວງນຳແຕ່ເງິນຄຳ ເພິ່ນກໍຈະເຮັດໃຫ້ປະເທດຊາດຫຼົ້ມຈົມລົງໄດ້.
5
ຄົນທີ່ປະຈົບປະແຈງໝູ່ຄູ່ ກໍຫ້າງແຮ້ວໃສ່ຕົນເອງ.
6
ຄົນຊົ່ວຮ້າຍຖືກແຮ້ວໃນບາບກຳຂອງຕົນ ໃນຂະນະທີ່ຄົນສັດຊື່ ມີຄວາມສຸກແລະມີອິດສະລະພາບ.
7
ຄົນດີຮູ້ຈັກສິດທິຂອງຄົນທຸກ, ແຕ່ຄົນຊົ່ວບໍ່ເຂົ້າໃຈໃນເລື່ອງນີ້ເລີຍ.
8
ຄົນທີ່ບໍ່ນັບຖືຜູ້ອື່ນ ພາໃຫ້ທັງເມືອງຫຍຸ້ງຍາກ ຄົນມີປັນຍາກໍໃຫ້ທຸກສິ່ງສະຫງົບສຸກໄດ້.
9
ເມື່ອຄົນມີປັນຍາຟ້ອງຄົນໂງ່ຈ້າ ຄົນໂງ່ຈ້າກໍມີແຕ່ເວົ້າຈາດົ່ງດັງຫຍໍ້ຫຍັນ.
10
ຄົນກະຫາຍເລືອດກຽດຊັງຄົນສັດຊື່, ແຕ່ຄົນຊອບທຳຈະຄຸ້ມຄອງ ຊີວິດຂອງລາວໄວ້.
11
ຄົນໂງ່ຈ້າເປັ່ງຄວາມໂມໂຫອອກມາ, ແຕ່ວ່າຄົນທີ່ຢັ້ງຄິດກໍທົນທານແລະອົດທົນໄວ້ໄດ້.
12
ຖ້າຜູ້ປົກຄອງເອົາໃຈໃສ່ຕໍ່ຄຳລາຍງານບໍ່ຈິງ, ຂ້າຣາຊການຂອງເພິ່ນທັງໝົດຈະເປັນຄົນຂີ້ຕົວະ.
13
ຄົນທຸກແລະຜູ້ຂົ່ມເຫັງຄົນທຸກນັ້ນ ມີສິ່ງທີ່ເໝືອນກັນ ຄືພຣະເຈົ້າຢາເວປະທານຄວາມສະຫວ່າງໃຫ້ແກ່ຕາຂອງເຂົາທັງສອງ.
14
ຖ້າກະສັດປົກປ້ອງສິດທິຂອງຄົນທຸກ ເພິ່ນກໍຈະປົກຄອງໄດ້ດົນນານ.
15
ການແອບສອນແລະການວາງລະບຽບນັ້ນເປັນການດີສຳລັບເດັກ ຖ້າລູກເຮັດຕາມໃຈຕົນເອງ ແມ່ກໍຈະໄດ້ຮັບຄວາມອັບອາຍຂາຍໜ້າ.
16
ເມື່ອຄົນຊົ່ວຄອງອຳນາດ ອາດຊະຍາກຳກໍທະວີຄູນ, ແຕ່ຄົນຊອບທຳຈະເຫັນລາວຫຼົ້ມຈົມລົງໃນມື້ໜຶ່ງ.
17
ຈົ່ງຕີສອນລູກຂອງເຈົ້າ ແລະພວກເຂົາຈະໃຫ້ເຈົ້າໄດ້ເຊົາເມື່ອຍ ພວກເຂົາຈະໃຫ້ຄວາມປິຕິຍິນດີແກ່ໃຈຂອງເຈົ້າ.
18
ຊົນຊາດໃດທີ່ບໍ່ມີນິມິດ ຊົນຊາດນັ້ນກໍຈະຈິບຫາຍ, ແຕ່ຄວາມສຸກເປັນຂອງຄົນທີ່ຖືຮັກສາກົດບັນຍັດຂອງພຣະເຈົ້າ.
19
ພຽງແຕ່ໃຊ້ຖ້ອຍຄຳເທົ່ານັ້ນ ຈະສອນຄົນຮັບໃຊ້ບໍ່ໄດ້ ເຖິງແມ່ນວ່າພວກເຂົາເຂົ້າໃຈ, ແຕ່ພວກເຂົາກໍຈະບໍ່ເຮັດຕາມ.
20
ຄົນໂງ່ຈ້າກໍຍັງມີຄວາມຫວັງກວ່າຄົນທີ່ເວົ້າບໍ່ຄິດ.
21
ຜູ້ທີ່ລ້ຽງດູຄົນຮັບໃຊ້ຕາມໃຈພວກເຂົາຕັ້ງແຕ່ພວກເຂົາຍັງເປັນເດັກນ້ອຍມາ, ມື້ໜຶ່ງ ລາວຈະເປັນເຈົ້າຂອງທຸກສິ່ງທີ່ເຈົ້າມີ.
22
ຄົນທີ່ໂມໂຫງ່າຍ ກໍ່ໃຫ້ເກີດຜິດຖຽງກັນ ແລະນຳຄວາມເດືອດຮ້ອນມາໃຫ້.
23
ການອວດດີພາໃຫ້ຕົນຕົກຕໍ່າ, ແຕ່ການຖ່ອມຕົວນັ້ນເຮັດໃຫ້ຄົນນັບຖື.
24
ຜູ້ທີ່ສົມຮູ້ຮ່ວມຄິດກັບຄົນຂີ້ລັກ ກໍເປັນສັດຕູຕໍ່ຕົນເອງ ລາວຈະຖືກບອກໃຫ້ສາບານ, ແຕ່ບໍ່ກ້າເປີດເຜີຍຄວາມຈິງໄດ້.
25
ຜູ້ທີ່ກັງວົນນຳຄົນເວົ້າໃຫ້ ກໍເປັນອັນຕະລາຍ, ແຕ່ຜູ້ທີ່ໄວ້ວາງໃຈໃນພຣະເຈົ້າຢາເວ ກໍມີຄວາມປອດໄພ.
26
ທຸກຄົນຍ່ອມຕ້ອງການຄົນດີມາປົກຄອງ, ແຕ່ຄວາມຍຸດຕິທຳໄດ້ມາທາງພຣະເຈົ້າຢາເວເທົ່ານັ້ນ.
27
ຄົນຊອບທຳກຽດຊັງຄົນຊົ່ວແລະຄົນຊົ່ວກໍກຽດຊັງຄົນຊອບທຳ.
← Chapter 28
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 30 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31