bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Proverbs 13
Proverbs 13
Lao Bible 2012 (ພຣະຄຳພີສັກສິ)
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 14 →
1
ລູກທີ່ມີປັນຍາຍ່ອມໃສ່ໃຈເມື່ອພໍ່ແອບສອນ, ແຕ່ຄົນອວດດີບໍ່ຍອມຮັບຜິດຈັກເທື່ອ.
2
ຄົນດີຈະໄດ້ຮັບບຳເໜັດຍ້ອນຄຳເວົ້າ, ແຕ່ຄົນຊົ່ວຮ້າຍມັກການໂຫດຮ້າຍທາລຸນ.
3
ຜູ້ທີ່ລະວັງຄຳເວົ້າກໍຮັກສາຊີວິດໃຫ້ປອດໄພ, ແຕ່ຜູ້ທີ່ເວົ້າບໍ່ຄິດກໍທຳລາຍຕົນເອງຖິ້ມ.
4
ຄົນຂີ້ຄ້ານຈະບໍ່ໄດ້ສິ່ງທີ່ຕົນໄຝ່ຝັນ, ແຕ່ຄົນດຸໝັ່ນຈະໄດ້ຕາມທີ່ຕົນຕ້ອງການທັງນັ້ນ.
5
ຄົນສັດຊື່ກຽດຊັງຄຳເວົ້າຕົວະ ແຕ່ຄົນຊົ່ວເວົ້າແຕ່ສິ່ງທີ່ເປັນຕາຊັງ ແລະສິ່ງທີ່ອັບອາຍຂາຍໜ້າ.
6
ຜູ້ທີ່ປະພຶດຊອບຄວາມສັດຊື່ຍ່ອມຄຸ້ມຄອງລາວ, ແຕ່ຄວາມຊົ່ວຂວໍ້າຄົນບາບຖິ້ມ.
7
ຜູ້ທີ່ທຳຕົນເໝືອນຄົນຮັ່ງມີ, ແຕ່ບໍ່ມີອັນໃດເລີຍກໍມີ ຜູ້ອື່ນທີ່ທຳຕົນເໝືອນຄົນທຸກຍາກ, ແຕ່ພັດມີຊັບສົມບັດຫລາຍ.
8
ຄົນຮັ່ງມີອາດໃຊ້ເງິນໄຖ່ຊີວິດໄວ້ໄດ້, ແຕ່ຄົນຍາກຈົນບໍ່ຄ່ອຍມີຄົນຂູ່ເຂັນ.
9
ຄົນຊອບທຳເປັນດັ່ງໂຄມທີ່ສ່ອງແຈ້ງ, ແຕ່ຄົນຊົ່ວເປັນດັ່ງຕະກຽງທີ່ກຳລັງຈະມອດ.
10
ຄຳຫຍາບຊ້າສ້າງແຕ່ເລື່ອງເດືອດຮ້ອນເກາະຜິດ. ການຍອມຟັງຄວາມຄິດເຫັນ ພາໃຫ້ຕົນເປັນຄົນສະຫລາດ.
11
ຊັບທີ່ຫາໄດ້ງ່າຍກໍສູນເສຍໄປໄວ, ແຕ່ຊັບທີ່ຫາດ້ວຍເຫື່ອໄຄກໍສະສົມໄວ້ໄດ້.
12
ຈິດໃຈຖືກທຳລາຍເມື່ອສິ້ນຫວັງ, ແຕ່ຄວາມປາຖະໜາທີ່ເກີດເປັນຈິງເປັນຕົ້ນໄມ້ທີ່ໃຫ້ຊີວິດ.
13
ຖ້າເຈົ້າປະຕິເສດຖ້ອຍຄຳຂອງພຣະເຈົ້າ ກໍນຳຄວາມເດືອດຮ້ອນມາສູ່ຕົນ ເຮັດຕາມຖ້ອຍຄຳແລ້ວເຈົ້າກໍຈະປອດໄພ.
14
ຄຳບອກສອນຂອງນັກປາດເປັນນໍ້າພຸແຫ່ງຊີວິດ ມັນຈະຊ່ວຍໃຫ້ຫວິດມົ້ມຈາກບ້ວງແຮ້ວຂອງຄວາມຕາຍ.
15
ຜູ້ທີ່ມີປັນຍາ ຍ່ອມໄດ້ຮັບຄວາມນັບຖື, ແຕ່ຜູ້ທີ່ຄົດລ້ຽວ ຍ່ອມນຳຕົນໄປສູ່ໄພພິບັດ.
16
ຄົນທີ່ຢັ່ງຮູ້ ຄິດກ່ອນຈຶ່ງກະທຳ, ແຕ່ຄົນໂງ່ຈ້າ ເຜີຍແບຄວາມໂງ່ງ່າວຂອງຕົນອອກໃຫ້ເຫັນ.
17
ຜູ້ສົ່ງຂ່າວທີ່ໄວ້ໃຈບໍ່ໄດ້ ກໍນຳຄວາມເດືອດຮ້ອນມາ, ແຕ່ວ່າຜູ້ສົ່ງຂ່າວທີ່ເຊື່ອຖື ກໍນຳສັນຕິສຸກມາໃຫ້.
18
ຜູ້ທີ່ບໍ່ຮຽນຮູ້ຈະຍາກຈົນແລະໄຮ້ກຽດ ຜູ້ທີ່ໄດ້ຮັບກຽດຄືຜູ້ຍອມຟັງການແອບສອນ.
19
ໄດ້ຕາມໃຈມັກໃຫ້ເກີດຄວາມຮູ້ສຶກທີ່ດີ, ແຕ່ຄົນໂງ່ຈ້າບໍ່ປະຕິເສດຈາກຫົນທາງແຫ່ງຄວາມຊົ່ວ.
20
ຄົບຄົນດີມີສີແກ່ຕົວ ຄົບຄົນຊົ່ວພາຕົວໝົ່ນໝອງ.
21
ຄວາມລຳບາກຕິດຕາມຄົນບາບໄປທຸກແຫ່ງທຸກຫົນ, ແຕ່ຄວາມຈະເລິນຮຸ່ງເຮືອງເປັນບຳເໜັດຂອງຄົນຊອບທຳ.
22
ຄົນດີປະຊັບສົມບັດໄວ້ໃຫ້ລູກຫລານ, ແຕ່ຊັບສົມບັດຂອງຄົນບາບກໍສະສົມໄວ້ສຳລັບຄົນຊອບທຳ.
23
ໄຮ່ນາຂອງຄົນທຸກອາດເກີດອາຫານໄດ້ຢ່າງອຸດົມສົມບູນ, ແຕ່ຄວາມບໍ່ຍຸດຕິທຳເຮັດໃຫ້ຄວາມອຸດົມສົມບູນຖືກທຳລາຍ.
24
ຜູ້ທີ່ບໍ່ເອົາໄມ້ແສ້ຂ້ຽນລູກ ກໍກຽດຊັງລູກຂອງຕົນ, ແຕ່ຜູ້ທີ່ຮັກລູກກໍຮີບຕີສອນລູກນັ້ນ.
25
ຄົນຊອບທຳມີກິນຢູ່ບໍ່ຂາດ ແຕ່ຄົນຊົ່ວຮ້າຍພັດຫິວຢູ່ເລື້ອຍໄປ.
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 14 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31