bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Proverbs 16
Proverbs 16
Lao Bible 2012 (ພຣະຄຳພີສັກສິ)
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 17 →
1
ມະນຸດເປັນຜູ້ວາງແຜນ, ແຕ່ພຣະເຈົ້າຢາເວເປັນຜູ້ໃຫ້ຄຳຊີ້ຂາດ.
2
ມະນຸດຄິດວ່າຕົນເຮັດທຸກສິ່ງຖືກຕ້ອງ, ແຕ່ພຣະເຈົ້າຢາເວຢັ່ງຮູ້ພາຍໃນຈິດໃຈ.
3
ຈົ່ງມອບແຜນການທັງສິ້ນໄວ້ກັບພຣະເຈົ້າຢາເວ ແລະທຸກສິ່ງກໍຈະສຳເລັດຜົນ.
4
ທຸກສິ່ງທີ່ພຣະເຈົ້າຢາເວໄດ້ເຮັດກໍມີເປົ້າໝາຍແນ່ນອນ ແລະຊາຕາກຳຂອງຄົນອະທຳກໍຄືຄວາມພິນາດ.
5
ພຣະເຈົ້າຢາເວກຽດຊັງທຸກຄົນທີ່ເວົ້າຄຳຫຍາບຊ້າຈອງຫອງ, ໂທດກຳຈະຕ້ອງມາເຖິງພວກເຂົາຢ່າງແນ່ແທ້.
6
ຈົ່ງສັດຊື່ແລະທ່ຽງທຳແລະພຣະເຈົ້າກໍຈະຍົກບາບໃຫ້, ຈົ່ງຢຳເກງພຣະເຈົ້າຢາເວແລະສິ່ງຊົ່ວຮ້າຍຈະບໍ່ມາຖືກເຈົ້າ.
7
ເມື່ອເຈົ້າເຮັດໃຫ້ພຣະເຈົ້າຢາເວພໍໃຈເຈົ້າກໍເຮັດໃຫ້ ສັດຕູກາຍເປັນມິດ.
8
ມີລາຍໄດ້ໜ້ອຍທີ່ໄດ້ມາດ້ວຍຄວາມສັດຊື່ ກໍດີກວ່າມີລາຍໄດ້ຫລາຍທີ່ໄດ້ມາດ້ວຍການສໍ້ໂກງ.
9
ມະນຸດວາງແຜນການ, ແຕ່ພຣະເຈົ້າຢາເວປະທານຄວາມສຳເລັດໃຫ້.
10
ກະສັດເວົ້າດ້ວຍອຳນາດທີ່ມາຈາກພຣະເຈົ້າ ເພິ່ນຈຶ່ງຕັດສິນໃຈຖືກຕ້ອງເລື້ອຍໆ.
11
ພຣະເຈົ້າຢາເວຢາກໃຫ້ຕາຊິງກັບການວັດແທກຖືກຕ້ອງແລະການຄ້າຂາຍເປັນທຳ.
12
ບັນດາກະສັດບໍ່ຫ່ອນທົນຕໍ່ຄວາມຊົ່ວຊ້າ ເພາະວ່າຄວາມຍຸດຕິທຳພາໃຫ້ການປົກຄອງປະເທດເຂັ້ມແຂງ.
13
ກະສັດຢາກໄດ້ຍິນສົບປາກທີ່ເວົ້າຄວາມຈິງ ແລະເພິ່ນຍິ່ງພໍໃຈນຳຜູ້ເວົ້າເຊັ່ນນັ້ນ.
14
ຄົນມີປັນຍາຍ່ອມເຮັດໃຫ້ກະສັດມີຄວາມສຸກ ຖ້າກະສັດເກີດໂມໂຫກໍເຮັດໃຫ້ບາງຄົນຕ້ອງເສຍຊີວິດ.
15
ຮອຍຍິ້ມຂອງກະສັດເປັນສັນຍານແຫ່ງຊີວິດ ແລະຄຸນງາມຄວາມດີຂອງເພິ່ນເປັນດັ່ງເມກທີ່ນຳຝົນປາຍລະດູມາ.
16
ມີປັນຍາແລະຄວາມຮູ້ ກໍດີກວ່າມີເງິນຄຳຕັ້ງຫລວງຫລາຍ.
17
ຄົນດີຜີກໜີຈາກທາງຊົ່ວໄດ້ສັນໃດ ຜູ້ທີ່ເຝົ້າລະວັງທາງເດີນກໍຊ່ວຍຊີວິດຂອງຕົນໄດ້ສັນນັ້ນ.
18
ຄວາມອວດຕົວຈອງຫອງນຳໄປສູ່ການທຳລາຍ ແລະຄຳເວົ້າຫຍາບຊ້າກໍນຳໄປສູ່ການຫຼົ້ມຈົມ.
19
ຖ່ອມໃຈຢູ່ກັບຄົນທຸກໄຮ້ ກໍດີກວ່າເປັນຫຸ້ນສ່ວນໃນສິ່ງຂອງຂອງຄົນອວດດີປຸ້ນມາ.
20
ຈົ່ງເອົາໃຈໃສ່ເຮັດຕາມຄຳບອກສອນ ແລະເຈົ້າຈະສຳເລັດຜົນ ຈົ່ງໄວ້ວາງໃຈໃນພຣະເຈົ້າຢາເວ ແລະເຈົ້າຈະມີຄວາມສຸກ.
21
ຜູ້ທີ່ເຂົ້າໃຈດີກໍເປັນຄົນມີປັນຍາ ຄຳເວົ້າອັນໜ້າຮັກກໍຊະນະໃຈຄົນ.
22
ສຳລັບຄົນມີປັນຍານັ້ນ ປັນຍາເປັນນໍ້າພຸແຫ່ງຊີວິດ, ແຕ່ການສອນຄົນໂງ່ຈ້ານັ້ນ ເປັນການເສຍເວລາ.
23
ຄົນສະຫລາດຄິດກ່ອນຈຶ່ງເວົ້າ ແລ້ວຄຳເວົ້າເຮັດໃຫ້ເກີດການເຊື່ອຖື.
24
ຄຳເວົ້າດີເປັນດັ່ງນໍ້າເຜິ້ງຄືຫວານຊື່ນ ແລະຊ່ວຍຊູສຸຂະພາບຂອງເຈົ້າໃຫ້ເຂັ້ມແຂງ.
25
ທາງທີ່ມະນຸດຄິດວ່າຖືກຕ້ອງ ອາດນຳໄປສູ່ຄວາມຕາຍ.
26
ຄວາມຫິວເຮັດໃຫ້ຄົນງານດຸໝັ່ນ ເພາະຄວາມຕ້ອງການຕອບສະໜອງຄວາມຫິວນັ້ນ.
27
ຄົນຊົ່ວຮ້າຍແຈກຈ່າຍແນວບໍ່ດີ ລີ້ນລາວເປັນດັ່ງໄຟທີ່ລຸກໄໝ້ດ້ວຍຄຳເວົ້າອັນຊົ່ວຊ້າ.
28
ຄົນເລ້ຫລ່ຽມກໍ່ໃຫ້ເກີດການຜິດຖຽງກັນ ຄົນມັກເວົ້າຂວັນນິນທາທຳລາຍມິດຕະພາບ.
29
ຄົນທີ່ໃຊ້ຄວາມຮຸນແຮງຫລອກລວງໝູ່ເພື່ອນ ແລະນຳເຂົາເຈົ້າໄປສູ່ຄວາມຈິບຫາຍ.
30
ຄົນທີ່ຂະຫຍິບຕາຍິ້ມແຍ້ມໃຫ້ຄ່ອຍລະວັງເອົາ ໃຈເຂົາຄິດຮ້າຍໝາຍແຕ່ທຳລາຍຄົນ.
31
ຊີວິດທີ່ຍືນໝັ້ນເປັນບຳເໜັດຂອງຜູ້ຊອບທຳ ຜົມຫງອກເປັນມົງກຸດອັນມີສະຫງ່າຣາສີ.
32
ມີຄວາມອົດທົນກໍດີກວ່າມີອຳນາດ ຄວບຄຸມຕົນເອງໄດ້ກໍດີກວ່າຄວບຄຸມເມືອງທັງໝົດ.
33
ມະນຸດໃຊ້ສະຫລາກຢາກຮູ້ພຣະປະສົງ, ແຕ່ແມ່ນພຣະເຈົ້າຢາເວເອງທີ່ເປັນຜູ້ໃຫ້ຄຳຊີ້ຂາດ.
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 17 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31