bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Proverbs 28
Proverbs 28
Lao Bible 2012 (ພຣະຄຳພີສັກສິ)
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 29 →
1
ຄົນຊົ່ວຮ້າຍແລ່ນໜີໄປໂດຍບໍ່ມີໃຜໄລ່ຕາມ, ແຕ່ຄົນສັດຊື່ກ້າຫານດັ່ງສິງໂຕໜຶ່ງ.
2
ເມື່ອປະເທດຊາດເຮັດບາບ ກໍຈະມີຜູ້ປົກຄອງຄົນໃໝ່ແລ້ວຄົນໃໝ່ອີກຕໍ່ໄປ. ແຕ່ປະເທດຊາດຈະເຂັ້ມແຂງແລະໝັ້ນຄົງ ເມື່ອມີຜູ້ນຳທີ່ສະຫລາດແລະຢັ່ງຮູ້.
3
ຄົນມີອຳນາດທີ່ຂົ່ມເຫັງຄົນທຸກ ກໍສໍ່າກັບຜົນລະປູກທີ່ຖືກຝົນທຳລາຍ.
4
ຜູ້ທີ່ບໍ່ນັບຖືກົດໝາຍກໍກາຍເປັນຝ່າຍຂອງຄົນຊົ່ວຮ້າຍ, ແຕ່ຜູ້ທີ່ນັບຖືກົດໝາຍກໍກາຍເປັນຝ່າຍຕໍ່ຕ້ານເຂົາເຈົ້າ.
5
ຄົນຊົ່ວຮ້າຍບໍ່ຮູ້ວ່າຄວາມຍຸດຕິທຳເປັນຢ່າງໃດ, ແຕ່ຜູ້ທີ່ເຂົ້າໃຈຄືຜູ້ທີ່ສະແຫວງຫາພຣະເຈົ້າຢາເວ.
6
ເປັນຄົນທຸກແລະສັດຊື່ ກໍດີກວ່າເປັນຄົນຮັ່ງມີແຕ່ຄົດໂກງ.
7
ຄົນໜຸ່ມທີ່ນັບຖືກົດໝາຍກໍກາຍເປັນຄົນສະຫລາດ, ເປັນໝູ່ກັບຄົນຂີ້ໂລບກໍເຮັດໃຫ້ພໍ່ແມ່ອັບອາຍ.
8
ເປັນຄົນຮັ່ງມີຍ້ອນໂກງດອກເບ້ຍແລະເອົາປຽບຄົນອື່ນ ຊັບສົມບັດຂອງຕົນກໍຈະຖືກເອົາໄປໃຫ້ຄົນໃຈບຸນທີ່ເຮັດດີຕໍ່ຄົນທຸກ.
9
ຜູ້ໃດທີ່ບໍ່ປະຕິບັດຕາມກົດບັນຍັດ ພຣະເຈົ້າກໍຈະກຽດຊັງຄຳພາວັນນາອະທິຖານຂອງຜູ້ນັ້ນ.
10
ຜູ້ໃດທີ່ຫລອກລວງຄົນສັດຊື່ໃຫ້ເຮັດຊົ່ວ ຄວາມຊົ່ວນັ້ນຈະນຳສະໜອງຜູ້ນັ້ນເອງ. ຄົນບໍ່ມີຄວາມຜິດຈະໄດ້ຮັບບຳເໜັດຢ່າງດີຍິ່ງ.
11
ຄົນຮັ່ງມີມັກຄິດວ່າຕົນມີປັນຍາ, ແຕ່ວ່າຄົນທຸກທີ່ຮູ້ແຈ້ງເຫັນຈິງກໍຮູ້ຈັກຫລາຍກວ່າ.
12
ເມື່ອຄົນດີມີອຳນາດທຸກຄົນກໍປິຕິຍິນດີ, ແຕ່ເມື່ອມີຄົນຊົ່ວປົກຄອງ ປະຊາຊົນຕ່າງກໍໜີໄປຫລົບລີ້.
13
ຜູ້ທີ່ຊ້ອນເຊື່ອງບາບກຳໄວ້ ຊີວິດຈະບໍ່ຈະເລີນຮຸ່ງເຮືອງ. ຜູ້ທີ່ສາລະພາບບາບກຳຂອງຕົນ ພຣະເຈົ້າຈະເມດຕາຜູ້ນັ້ນ.
14
ຜູ້ທີ່ຢຳເກງຢູ່ສະເໝີຈະມີຄວາມສຸກ ຄົນດື້ດ້ານໃຈແຂງກໍຈະພິນາດ.
15
ໂຕສິງຮ້ອງແຜດສຽງ ໝີຕຽມກະໂດດຄຸບສັນໃດ ຜູ້ປົກຄອງຊົ່ວກໍພ້ອມທີ່ຈະຂົ່ມເຫັງຄົນທຸກສັນນັ້ນ.
16
ຜູ້ປົກຄອງທີ່ບໍ່ມີສາມັນສຳນຶກກໍມັກກົດຂີ່ປະຊາຊົນ ຜູ້ກຽດຊັງການສໍ້ໂກງກໍປົກຄອງດົນນານໄດ້.
17
ຜູ້ມີໂທດຖານຂ້າຄົນ ກໍກຳລັງແລ່ນໄປສູ່ຂຸມຝັງສົບຢ່າພະຍາຍາມຢັບຢັ້ງລາວໄວ້.
18
ຜູ້ທີ່ໃຊ້ຊີວິດໃນທາງສັດຊື່ກໍຈະປອດໄພ ຜູ້ທີ່ບໍ່ສັດຊື່ກໍຈະລົ້ມລົງທັນທີ.
19
ພໍ່ນາທີ່ດຸໝັ່ນມີຢູ່ມີກິນພຽງພໍ ຄົນທີ່ນັ່ງເສຍເວລາຈະທຸກຈົນຢູ່ເລື້ອຍ.
20
ຄົນສັດຊື່ໃຊ້ຊີວິດເຕັມດ້ວຍຄວາມສຸກ, ແຕ່ຄົນທີ່ຢາກຮັ່ງມີໄວກໍຈະໜີໄປບໍ່ພົ້ນໂທດ.
21
ຄວາມລຳອຽງເປັນຄວາມຜິດ, ແຕ່ຜູ້ຕັດສິນບາງຄົນກໍເຮັດຜິດຍ້ອນຮັບສິນບົນພຽງເລັກນ້ອຍ.
22
ຄົນເຫັນແກ່ຕົວຟ້າວຟັ່ງຢາກຮັ່ງຢາກມີ ຄວາມຍາກຈົນຈະໂຈມຕີລາວເມື່ອໃດແມ່ນບໍ່ຮູ້.
23
ບອກສອນກັນຕາມຊື່ ກໍດີກວ່າປະຈົບປະແຈງ ເພາະຕໍ່ມາລາວຈະຊົມເຊີຍເຈົ້າ.
24
ຜູ້ທີ່ຄິດວ່າ, “ການລັກເອົາເຄື່ອງຂອງພໍ່ແມ່ນັ້ນບໍ່ຜິດຫຍັງ” ລາວບໍ່ມີຫຍັງດີລື່ນກວ່າຄົນຂີ້ລັກ.
25
ຄົນເຫັນແກ່ຕົວ ສ້າງແຕ່ຄວາມເດືອດຮ້ອນ ຜູ້ທີ່ໄວ້ວາງໃຈໃນພຣະເຈົ້າຢາເວຈະຈະເລີນຮຸ່ງເຮືອງ.
26
ເຮັດຕາມໃຈບັນຊາພາໃຫ້ໂງ່ຈ້າ ເຮັດຕາມຄຳຂອງຄົນມີປັນຍາຈຶ່ງຈະປອດໄພ.
27
ຜູ້ທີ່ໃຫ້ທານແກ່ຄົນທຸກ ຈະບໍ່ຂັດສົນເລີຍ ຜູ້ທີ່ເມີນເສີຍຕໍ່ເຂົາ ຈະມີຫລາຍຄົນສາບແຊ່ງ.
28
ເມື່ອຄົນບໍ່ດີຄອງອຳນາດປະຊາຊົນກໍຫລົບລີ້ຊ້ອນຕົວ, ແຕ່ເມື່ອລາວໝົດອຳນາດໄປຄົນຊອບທຳຈະຂຶ້ນປົກຄອງແທນທີ່.
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 29 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31