bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Proverbs 8
Proverbs 8
Lao Bible 2012 (ພຣະຄຳພີສັກສິ)
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 9 →
1
ຈົ່ງຟັງເທີ້ນ ປັນຍາກຳລັງປະກາດອອກໄປ ປັນຍາເຮັດໃຫ້ຄົນທັງຫລາຍໄດ້ຍິນສຽງເອີ້ນ.
2
ປັນຍາຢືນຢູ່ເທິງເນີນພູໃກ້ຖະໜົນຍ່າງ ທີ່ທາງສີ່ແຍກປັນຍາກໍຢືນຢູ່ທີ່ນັ້ນ.
3
ປັນຍາຢືນຢູ່ທີ່ປາກປະຕູທາງເຂົ້າເມືອງ ໃກ້ກັບປະຕູ ປັນຍາປະກາດຂຶ້ນວ່າ,
4
“ເຮົາຮຽກຮ້ອງຫາເຈົ້າ ໂອ ມະນຸດເອີຍ ເຮົາເອີ້ນຫາທຸກຄົນທີ່ເທິງແຜ່ນດິນໂລກ.
5
ຜູ້ບໍ່ຮູ້ດຽງສານັ້ນ ຈົ່ງຮຽນຮູ້ໃຫ້ເປັນຜູ້ໃຫຍ່ ຜູ້ໂງ່ຈ້າ ກໍຈົ່ງຮຽນຮູ້ໃຫ້ເຂົ້າໃຈເທີ້ນ
6
ຈົ່ງຟັງຖ້ອຍຄຳທີ່ເຮົາກ່າວນີ້ສຳຄັນຫລາຍ ທຸກສິ່ງທີ່ເຮົາເວົ້າຈາລ້ວນແຕ່ຖືກຕ້ອງທັງສິ້ນ.
7
ສິ່ງທີ່ເຮົາເວົ້າ ລ້ວນແຕ່ເປັນຄວາມຈິງ ການໂອ້ລົມອັນຜິດໆ ເຮົາກຽດຊັງທັງສິ້ນ.
8
ທຸກໆສິ່ງທີ່ເຮົາເວົ້າ ລ້ວນແຕ່ເປັນຄວາມຈິງ ບໍ່ມີຄຳໃດ ທີ່ບິດເບືອນແລະລໍ້ລວງຈັກດີ້.
9
ຜູ້ທີ່ຮູ້ແຈ້ງເຫັນຈິງທຸກສິ່ງກໍແຈ່ມແຈ້ງດີ ທຸກສິ່ງເປັນເລື່ອງງ່າຍສຳລັບຜູ້ທີ່ຮູ້ຈັກດີ.
10
ຈົ່ງເລືອກເອົາຄຳສັ່ງສອນຂອງເຮົານັ້ນ ແທນທີ່ຈະເລືອກເອົາເງິນ ຈົ່ງເລືອກເອົາຄວາມຮູ້ຫລາຍກວ່າ ເລືອກຊອກຫາຄຳນໍ້າໜຶ່ງ.
11
ເພາະເຮົາຄືປັນຍາມີຄ່າກວ່າເພັດພອຍ ສິ່ງທີ່ເຈົ້າປາຖະໜາຈະທຽບກັບປັນຍາບໍ່ໄດ້.
12
ເຮົາເປັນປັນຍາຄືຜູ້ທີ່ຮູ້ແຈ້ງເຫັນຈິງ ເຮົາຮູ້ຈັກປະພຶດໃນທາງທີ່ຊອບ.
13
ການຍ້ອງຍໍໃຫ້ກຽດພຣະເຈົ້າຢາເວ ແມ່ນການກຽດຊັງສິ່ງທີ່ຊົ່ວຮ້າຍ ເຮົາຊັງຄວາມຫຍາບຊ້າແລະການອວດດີ ທາງຊົ່ວຮ້າຍອັບປີແລະຄຳເວົ້າຕົວະ.
14
ເຮົາມີຄຳແນະນຳທີ່ດີ ແລະສະຕິປັນຍາທີ່ຖືກຕ້ອງ ເຮົາມີຄວາມເຂົ້າໃຈແລະມີກຳລັງດ້ວຍ.
15
ເຮົາຊ່ວຍກະສັດໃຫ້ໄດ້ຂຶ້ນປົກຄອງເມືອງ ແລະຜູ້ປົກຄອງໃຫ້ອອກກົດໝາຍຖືກຕ້ອງ.
16
ຜູ້ປົກຄອງທຸກຄົນທົ່ວທັງໂລກ ໄດ້ປົກຄອງເພາະເຮົາຊ່ວຍເຫຼືອພວກເຂົາ ລວມທັງພວກມີຍົດສັກ ແລະເຈົ້າຂຸນມຸນນາຍດ້ວຍ.
17
ເຮົາຮັກພວກທີ່ຮັກເຮົາ ຜູ້ທີ່ຊອກຫາເຮົາກໍພົບເຮົາໄດ້.
18
ເຮົາມີຊັບສົມບັດແລະມີກຽດ ເພື່ອຈະຢິບຍື່ນໃຫ້ຄົນ ຕະຫລອດທັງຄວາມຈະເລີນຮຸ່ງເຮືອງ ແລະຄວາມສຳເລັດຜົນດ້ວຍ.
19
ສິ່ງທີ່ໄດ້ຈາກເຮົາກໍດີກວ່າຄຳບໍຣິສຸດ ໝາກຜົນຂອງເຮົາ ກໍດີກວ່າເງິນສົດຫລາຍເທົ່າ.
20
ເຮົາຍ່າງໃນຮ່ອມແຫ່ງຄວາມຊອບທຳ ຕາມທາງເດີນແຫ່ງຄວາມຍຸດຕິທຳດ້ວຍ.
21
ເຮົາເອົາຊັບສົມບັດໃຫ້ພວກທີ່ຮັກເຮົາ ແລະບັນຈຸຊັບໄວ້ເຕັມເຮືອນຂອງພວກເຂົາເຈົ້າ.
22
ພຣະເຈົ້າຢາເວສ້າງເຮົາກ່ອນສິ່ງທັງໝົດ ເປັນກິດຈະການທຳອິດດົນນານມາແລ້ວ.
23
ເຮົາໄດ້ຖືກສ້າງມາຕັ້ງແຕ່ປະຖົມມະການ ເປັນສິ່ງທຳອິດກ່ອນໂລກຖືກສ້າງຂຶ້ນມາພຸ້ນ.
24
ເຮົາໄດ້ເກີດມາກ່ອນມະຫາສະໝຸດ ເມື່ອຍັງບໍ່ທັນມີບໍ່ນໍ້າພຸທັງຫລາຍພຸ້ນ.
25
ເຮົາໄດ້ເກີດມາກ່ອນພູຜາທັງຫລາຍ ກ່ອນພູນ້ອຍຕັ້ງຢູ່ໃນບ່ອນຂອງມັນ
26
ກ່ອນພຣະເຈົ້າໄດ້ສ້າງແຜ່ນດິນໂລກມາ ທົ່ງໄຮ່ທົ່ງນາແມ່ນແຕ່ດິນກຳທຳອິດພຸ້ນ.
27
ເຮົາຢູ່ທີ່ນັ້ນເມື່ອຊົງຕັ້ງຟ້າສະຫວັນ, ເມື່ອຊົງຄຶງຂອບຟ້າກວມມະຫາສະໝຸດໄວ້.
28
ເມື່ອຊົງເຮັດໃຫ້ມີເມກໃນທ້ອງຟ້າ ໄຂບໍ່ນໍ້າທັງຫລາຍຂອງມະຫາສະໝຸດນັ້ນ
29
ແລະວາງຂອບເຂດໃຫ້ນໍ້າໃນທ້ອງທະເລ ເພື່ອບໍ່ໃຫ້ຂຶ້ນກາຍຕາມທີ່ພຣະອົງໄດ້ສັ່ງໄວ້. ເຮົາໄດ້ຢູ່ໃນທີ່ນັ້ນແລ້ວແຕ່ໃດໆມາ ເວລາທີ່ຊົງວາງຮາກຖານແຜ່ນດິນໂລກ.
30
ເຮົາຢູ່ໃກ້ຊິດຕິດແທດຄຽງຂ້າງພຣະອົງ ດັ່ງນັກສະຖາປານິກຄືນັກກໍ່ສ້າງຜູ້ໜຶ່ງ ເຮົາເປັນບໍ່ເກີດຂອງຄວາມຊົມຊື່ນຍິນດີຂອງພຣະອົງ ປະຈຳວັນມ່ວນຊື່ນຢູ່ເລື້ອຍໆຢູ່ຊ້ອງໜ້າພຣະອົງ
31
ມີຄວາມສຸກສຳລານຢູ່ກັບໂລກມະນຸດເຮົາ ແລະພຶງພໍໃຈຢູ່ກັບມວນມະນຸດຊາດ.
32
ບັດນີ້ ຈົ່ງຟັງເຮົາເຖີດ ຄົນໜຸ່ມທັງຫລາຍ ຈົ່ງເຮັດຕາມທີ່ເຮົາກ່າວແລະມີຄວາມສຸກໄດ້.
33
ຈົ່ງຍອມຟັງສິ່ງທີ່ເຈົ້າໄດ້ຮັບສັ່ງສອນມາ ຢ່າລະເລີຍ, ແຕ່ໃຫ້ເປັນຄົນມີປັນຍາເຖີດ.
34
ຄົນທີ່ຟັງເຮົານັ້ນ ລາວຈະມີຄວາມສຸກ ຄືຜູ້ທີ່ຄອຍຢູ່ທີ່ປະຕູເຮືອນຂອງເຮົາທຸກໆວັນ.
35
ຄົນໃດທີ່ພົບເຮົານັ້ນ ລາວກໍພົບຊີວິດ ແລະພຣະເຈົ້າຢາເວຈະພຶງພໍໃຈນຳລາວ.
36
ຄົນທີ່ບໍ່ພົບເຮົານັ້ນ ກໍທຳຮ້າຍຕົນເອງ ຄົນທີ່ກຽດຊັງເຮົາກໍຮັກຄວາມຕາຍເທົ່ານັ້ນ.”
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 9 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31