bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Proverbs 24
Proverbs 24
Lao Bible 2012 (ພຣະຄຳພີສັກສິ)
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 25 →
1
ຢ່າອິດສາຄົນຊົ່ວແລະຢ່າປາຖະໜາເປັນໝູ່ກັບເຂົາເຈົ້າ.
2
ພວກເຂົາຫາແຕ່ກໍ່ຄວາມເດືອດຮ້ອນເທົ່ານັ້ນ ພວກເຂົາອ້າປາກເວົ້າເມື່ອໃດ ກໍເຮັດໃຫ້ຄົນເຈັບໃຈເມື່ອນັ້ນ.
3
ມີປັນຍາແລະມີຄວາມເຂົ້າໃຈຈຶ່ງສ້າງເຮືອນໄດ້.
4
ມີຄວາມຮູ້ຈຶ່ງໄດ້ຂອງມີຄ່າ ແລະງົດງາມມາບັນຈຸໄວ້ເຕັມເຮືອນ.
5
ເປັນຄົນມີປັນຍາກໍດີກວ່າເປັນຄົນມີກຳລັງ, ແມ່ນແລ້ວ ຄວາມຮູ້ສຳຄັນກວ່າກຳລັງ.
6
ເພາະວ່າໂດຍການນຳທີ່ສະຫລາດ ເຈົ້າກໍສາມາດເຂົ້າສູ່ສະໜາມຮົບໄດ້. ຍິ່ງເຈົ້າມີທີ່ປືກສາຫລາຍເທົ່າໃດ ເຈົ້າກໍຍິ່ງຫວັງໄດ້ຊະນະຫລາຍເທົ່ານັ້ນ.
7
ຄຳເວົ້າທີ່ມີປັນຍາກໍເລິກໂພດສຳລັບຄົນໂງ່ຈ້າ ເມື່ອມີການສົນທະນາເຖິງເລື່ອງສຳຄັນລາວກໍບໍ່ມີຫຍັງຈະເວົ້າ.
8
ຖ້າເຈົ້າວາງແຜນຊົ່ວຮ້າຍຢູ່ເລື້ອຍໆ ເຈົ້າຈະມີຊື່ສຽງໃນຖານະເປັນຜູ້ກໍ່ຄວາມວຸ້ນວາຍ.
9
ການປອງຮ້າຍໃດໆທີ່ຄົນໂງ່ຈ້າຄິດຂຶ້ນ ແມ່ນເປັນບາບທັງນັ້ນ. ຄົນທີ່ຢຽບຫຍາມຄົນອື່ນ ກໍເປັນທີ່ກຽດຊັງຂອງຄົນທັງຫລາຍ.
10
ຖ້າເຈົ້າເປັນຄົນອ່ອນແອໃນຍາມຄັບຂັນ ເຈົ້າກໍເປັນຄົນອ່ອນແອແທ້ໆ.
11
ຢ່າລັ່ງເລໃຈທີ່ຈະຊ່ວຍຄົນກຳລັງຈະຖືກປະຫານຊີວິດຢ່າງບໍ່ຍຸດຕິທຳ.
12
ເຈົ້າອາດເວົ້າວ່າບໍ່ແມ່ນທຸລະຂອງເຈົ້າ, ແຕ່ພຣະເຈົ້າຮູ້ແລະຕັດສິນຄວາມຕັ້ງໃຈຂອງເຈົ້າ. ພຣະອົງເຝົ້າເບິ່ງເຈົ້າຢູ່ ພຣະອົງຮູ້ຈັກທຸກຢ່າງດີ ແລະພຣະອົງຈະຕອບແທນຕາມທີ່ເຈົ້າໄດ້ເຮັດນັ້ນ.
13
ລູກເອີຍ ຈົ່ງກິນນໍ້າເຜິ້ງເພາະມັນແຊບດີ ນໍ້າເຜິ້ງຈາກຮັງມີຣົດຫວານ
14
ການຮູ້ຈັກປັນຍາກໍດີສຳລັບຈິດໃຈຂອງເຈົ້າ ຈົ່ງຮັບເອົາປັນຍາ ແລະເຈົ້າຈະມີອະນາຄົດອັນແຈ່ມໃສ.
15
ຢ່າເປັນດັ່ງຄົນຊົ່ວຮ້າຍທີ່ວາງແຜນປຸ້ນຄົນສັດຊື່ ຫລືຢຶດບ້ານເຮືອນຂອງລາວໄປ.
16
ບໍ່ວ່າຄົນສັດຊື່ນັ້ນຈະຫຼົ້ມຈົມເຖິງເຈັດຄັ້ງກໍຕາມ ລາວກໍຈະລຸກຂຶ້ນຕັ້ງຕົວໃໝ່ໄດ້ສະເໝີ, ແຕ່ຄົນຊົ່ວຮ້າຍນັ້ນລົ້ມລົງຄັ້ງດຽວ ແຕ່ຈະລຸກຂຶ້ນບໍ່ໄດ້ ແລະຄວາມພິນາດຈິບຫາຍນັ້ນມັນທຳລາຍຄົນຊົ່ວຮ້າຍລົງເລີຍ.
17
ຢ່າດີໃຈເມື່ອສັດຕູຂອງເຈົ້າໄດ້ຮັບໄພພິບັດ ແລະຢ່າດີໃຈເມື່ອລາວສະດຸດລົ້ມ.
18
ຖ້າເຈົ້າສົມນໍ້າໜ້າລາວພຣະເຈົ້າຢາເວຮູ້ຈັກແລະພຣະອົງກໍບໍ່ມັກ ແລະບາງທີພຣະອົງອາດບໍ່ລົງໂທດລາວກໍໄດ້.
19
ຢ່າອຸກໃຈຍ້ອນຄົນຊົ່ວ ຢ່າຄິດອິດສາເຂົາເຈົ້າ.
20
ຄົນຊົ່ວຮ້າຍບໍ່ມີອະນາຄົດດີເລີຍ ຊີວິດຂອງເຂົາເປັນດັ່ງໂຄມໄຟທີ່ຈວນຈະມອດ.
21
ລູກເອີຍ ຈົ່ງຢຳເກງພຣະເຈົ້າຢາເວ ແລະໃຫ້ກຽດແກ່ກະສັດ. ຢ່າມີສ່ວນໃນພວກທີ່ກະບົດຕໍ່ພວກເພິ່ນ,
22
ຄົນຢ່າງນັ້ນກໍຈະຖືກທຳລາຍໄດ້ໃນຊົ່ວບຶດດຽວ ແລະຜູ້ໃດຮູ້ບໍ່ວ່າແມ່ນໄພພິບັດຢ່າງໃດທີ່ພຣະອົງທັງສອງນຳມາ?
23
ຄົນມີປັນຍາຍັງໄດ້ກ່າວຕື່ມອີກດັ່ງນີ້: ບໍ່ເປັນການດີເລີຍ ທີ່ຕັດສິນເຂົ້າຂ້າງອອກຂາ.
24
ຖ້າຜູ້ຕັດສິນປະກາດວ່າຄົນເຮັດຜິດນັ້ນບໍ່ມີຄວາມຜິດ ລາວກໍຈະຖືກຄົນດ່າຄົນຊັງ,
25
ແຕ່ຖ້າຜູ້ຕັດສິນລົງໂທດຄົນເຮັດຜິດ ລາວກໍຈະຈະເລີນຮຸ່ງເຮືອງ ແລະຊົມຊື່ນຍິນດີໃນຊື່ສຽງດີທີ່ຕົນໄດ້ຮັບ.
26
ຄຳຕອບທີ່ສັດຊື່ ເປັນເຄື່ອງໝາຍແຫ່ງການເປັນເພື່ອນແທ້.
27
ຢ່າປຸກເຮືອນແລະສ້າງຄອບຄົວ ຈົນກວ່າເຈົ້າເຮັດໄຮ່ໄຖນາແລ້ວໆ ແລະແນ່ໃຈວ່າເຈົ້າສາມາດກຸ້ມຕົນເອງໄດ້.
28
ຢ່າເປັນພະຍານບໍ່ຈິງຕໍ່ສູ້ຜູ້ບໍ່ມີຄວາມຜິດ ຫລືກ່າວຄຳຕົວະກ່ຽວກັບລາວ.
29
ຢ່າເວົ້າວ່າ, “ຂ້ອຍຈະເຮັດຕໍ່ລາວດັ່ງທີ່ລາວເຮັດຕໍ່ຂ້ອຍ ຂ້ອຍຈະແກ້ແຄ້ນລາວຄືນ.”
30
ມື້ໜຶ່ງ ຂ້ອຍໄດ້ຍ່າງຜ່ານໄປທີ່ທົ່ງນາ ແລະສວນອະງຸ່ນຂອງຄົນໂງ່ຈ້າ.
31
ສວນນັ້ນເຕັມໄປດ້ວຍພຸ່ມໜາມ ແລະມີຫຍ້າປົ່ງຂຶ້ນທົ່ວໄປ ກຳແພງຫີນທີ່ອ້ອມຮອບສວນນັ້ນກໍເພພັງລົງ.
32
ຂ້ອຍຄິດພິຈາລະນາເບິ່ງສິ່ງທີ່ໄດ້ເຫັນນັ້ນ ແລະໄດ້ຖອດຖອນເອົາບົດຮຽນດັ່ງນີ້:
33
ເຊືອບຫລັບໄປໜ້ອຍໜຶ່ງ ພໍຢຽດເສັ້ນຢຽດເອັນ ເອົາມືໄຂ່ວກັນພັກຜ່ອນຈັກໜ້ອຍໜຶ່ງ,
34
ແຕ່ໃນຂະນະທີ່ເຈົ້າກຳລັງນອນຫລັບຢູ່ນັ້ນ ຄວາມຍາກຈົນຈະມາຖືກເຈົ້າດັ່ງພວກນັກປຸ້ນທີ່ຖືອາວຸດມາໂຈມຕີ.
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 25 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31