bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Proverbs 30
Proverbs 30
Lao Bible 2012 (ພຣະຄຳພີສັກສິ)
← Chapter 29
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 31 →
1
ຕໍ່ໄປນີ້ແມ່ນຖ້ອຍຄຳຂອງອາກູລູກຊາຍຂອງຢາເກ: “ຂ້າແດ່ພຣະເຈົ້າ ຂ້ານ້ອຍອິດເມື່ອຍອ່ອນແຮງ ຂ້າແດ່ພຣະເຈົ້າ ຂ້ານ້ອຍອິດເມື່ອຍອ່ອນແຮງ.
2
ຂ້ານ້ອຍເປັນເໝືອນສັດໂຕໜຶ່ງ ແທນທີ່ຈະເປັນຄົນ ຂ້ານ້ອຍຂາດຄວາມຮູ້ສຶກ ສົມກັບທີ່ຄົນຄວນມີນັ້ນ.
3
ຂ້ານ້ອຍບໍ່ເຄີຍຮຽນຮູ້ເຖິງເລື່ອງຂອງປັນຍາ ແລະບໍ່ຮູ້ຫຍັງເລີຍກ່ຽວກັບເລື່ອງຂອງຜູ້ບໍຣິສຸດ.
4
ຜູ້ໃດທີ່ມີຄວາມຮອບຮູ້ ກ່ຽວກັບສະຫວັນແດ່ເດ? ຜູ້ໃດແດ່ທີ່ເຄີຍໃຊ້ມືຂອງຕົນຈັບລົມ? ຫລືເອົາຜ້າມາຫໍ່ນໍ້າເໝືອນດັ່ງຫໍ່ສິ່ງຂອງໄດ້? ຫລືໝາຍເຂດແດນທີ່ເທິງແຜ່ນດິນໂລກເຮົາ? ເພິ່ນຄືໃຜ? ເຈົ້າຮູ້ບໍ່ໃຜເປັນລູກຂອງເພິ່ນ?
5
ທຸກຖ້ອຍຄຳຂອງພຣະເຈົ້າເປັນທີ່ໄວ້ໃຈໄດ້ສະເໝີ ພຣະອົງເປັນຄືໂລ້ຕ້ານທານສຳລັບຜູ້ທີ່ຊອກຫາໃຫ້ພຣະອົງປົກປ້ອງ.
6
ຢ່າຕື່ມຫຍັງໃສ່ຖ້ອຍຄຳຂອງພຣະອົງ ຖ້າບໍ່ດັ່ງນັ້ນ ພຣະອົງຈະຕຳໜິ ແລະຢືນຢັນວ່າເຈົ້າເປັນຄົນຂີ້ຕົວະ.”
7
ຂໍພຣະອົງຊ່ວຍໃຫ້ຂ້ານ້ອຍມີສອງຢ່າງ ກ່ອນທີ່ຂ້ານ້ອຍຕາຍໄປຄື:
8
ຂໍຢ່າໃຫ້ຂ້ານ້ອຍເປັນຄົນຂີ້ຕົວະ ແລະຂໍຢ່າໃຫ້ຂ້ານ້ອຍເປັນຄົນຮັ່ງມີ ຫລືເປັນຄົນທຸກ. ສະນັ້ນ ໂຜດໃຫ້ຂ້ານ້ອຍມີອາຫານຕາມຄວາມເໝາະສົມ.
9
ຖ້າຂ້ານ້ອຍມີຫລາຍເກີນໄປ ຂ້ານ້ອຍອາດເວົ້າວ່າຂ້ານ້ອຍບໍ່ຕ້ອງການພຣະເຈົ້າຢາເວກໍໄດ້, ແຕ່ຖ້າຂ້ານ້ອຍທຸກໂພດ ຂ້ານ້ອຍອາດເປັນຄົນຂີ້ລັກແລະກະບົດ ຊຶ່ງຈະນຳຄວາມເສຍຫາຍມາສູ່ພຣະນາມພຣະເຈົ້າຂອງຂ້ານ້ອຍ.
10
ຢ່າຕິຕຽນຄົນຮັບໃຊ້ຕໍ່ໜ້ານາຍຂອງລາວຈັກເທື່ອ ເຈົ້າຈະຖືກດ່າແລະເຈັບຊໍ້າໃຈຍ້ອນ.
11
ຜູ້ທີ່ດ່າພໍ່ແລະບໍ່ຊົມເຊີຍແມ່ຂອງຕົນ ຄົນຢ່າງນີ້ກໍມີ.
12
ຜູ້ທີ່ຄິດວ່າຕົນສະອາດບໍຣິສຸດ ໃນເມື່ອຕົນເປິເປື້ອນທີ່ສຸດ ຄົນຢ່າງນີ້ກໍມີ.
13
ຜູ້ທີ່ຄິດວ່າຕົນເປັນຄົນດີເລີດ ດີເລີດສໍ່າໃດກັນເດ ຄົນຢ່າງນີ້ກໍມີ.
14
ຜູ້ທີ່ເອົາປຽບຢ່າງໂຫດຫ້ຽມຕໍ່ຄົນທຸກແລະຄົນຂັດສົນນັ້ນ ຄືວິທີໃຊ້ຊີວິດຂອງເຂົາ ຄົນຢ່າງນີ້ກໍມີ.
15
ຄົນທີ່ຂູດເນື້ອເຖືອໜັງມີລູກສາວຢູ່ສອງຄົນ ແລະທັງສອງຊື່ວ່າ, “ເອົາມາ! ເອົາມາ!” ມີຢູ່ສີ່ຢ່າງທີ່ບໍ່ຮູ້ອີ່ມເປັນຈັກເທື່ອຄື:
16
ແດນມໍຣະນາ ຍິງທີ່ບໍ່ມີລູກ ດິນແຫ້ງແລ້ງທີ່ຕ້ອງການຝົນ ແລະໄຟທີ່ລຸກໄໝ້ມອດບໍ່ໄດ້.
17
ຜູ້ທີ່ເຍາະເຍີ້ຍພໍ່ ຫລືຊັງແມ່ຂອງຕົນທີ່ເຖົ້າແກ່ແລ້ວ ຈະຖືກຝູງແຮ້ງ ຫລືຝູງກາເຈາະແກ່ນຕາແລະກັດກິນ.
18
ມີຢູ່ສີ່ຢ່າງທີ່ຂ້ອຍບໍ່ເຂົ້າໃຈແລະອັດສະຈັນໃຈທີ່ສຸດຄື:
19
ນົກອິນຊີທີ່ບິນໄປມາໃນທ້ອງຟ້າ ງູທີ່ເລືອໄປມາເທິງໂງ່ນຫີນ ເຮືອທີ່ແລ່ນໄປມາໃນທະເລ ແລະຊາຍຍິງທີ່ຮັກກັນ.
20
ຍິງທີ່ບໍ່ສັດຊື່ ກໍປະພຶດດັ່ງນີ້: ນາງຫລິ້ນຊູ້ເໝືອນກັບກິນແລ້ວເຊັດປາກ ແລະບອກວ່າ, “ຂ້ອຍບໍ່ໄດ້ເຮັດຜິດຫຍັງ.”
21
ມີຢູ່ສີ່ຢ່າງທີ່ໂລກຜ່ອນສັ້ນຜ່ອນຍາວໃຫ້ບໍ່ໄດ້ດັ່ງນີ້:
22
ທາດຮັບໃຊ້ກາຍເປັນກະສັດ ຄົນໂງ່ຈ້າທີ່ມີຢູ່ມີກິນຕາມໃຈມັກ
23
ຜູ້ຍິງເປັນຕາຊັງກໍຍັງໄດ້ຜົວ ແລະສາວໃຊ້ຂຶ້ນແທນນາຍຍິງຂອງຕົນ.
24
ຢູ່ໃນໂລກນີ້ມີສັດສີ່ຈຳພວກທີ່ເປັນສັດນ້ອຍໆ ແລະສະຫລາດຫລັກແຫລມທີ່ສຸດຄື:
25
ມົດ ມັນອ່ອນແອ, ແຕ່ມັນຮິບໂຮມເອົາອາຫານໄວ້ໃນຍາມຮ້ອນ.
26
ຕຸ່ນ ມັນບໍ່ແຂງແຮງຄືກັນ, ແຕ່ມັນເຮັດທີ່ຢູ່ຂອງມັນໃສ່ເທິງໂງ່ນຫີນ.
27
ຕັກແຕນ ມັນບໍ່ມີກະສັດ, ແຕ່ມັນເຄື່ອນຍ້າຍໄປມາຢ່າງເປັນລະບຽບ.
28
ຂີ້ກ້ຽມ ເຈົ້າຈັບໂຕໜຶ່ງໄວ້ໄດ້, ແຕ່ເຈົ້າກໍເຫັນມັນຫລາຍໂຕຢູ່ໃນຣາຊວັງ.
29
ມີສິ່ງທີ່ມີຊີວິດຢູ່ສີ່ປະເພດຊຶ່ງເປັນໜ້າຈັບໃຈເມື່ອມັນຍ່າງຍ້າຍໄປມາຄື:
30
ສິງ ເປັນສັດທີ່ແຂງແຮງກວ່າໝູ່ ແລະບໍ່ຢ້ານຫຍັງເລີຍ,
31
ແບ້, ໄກ່ໂອກ ທີ່ເປັນເຈົ້າທ່າເຈົ້າທາງ ແລະບັນດາກະສັດ ທີ່ນຳໜ້າປະຊາຊົນຂອງຕົນ.
32
ຖ້າເຈົ້າເປັນຄົນອວດດີແລະວາງແຜນຊົ່ວ ຈົ່ງຢຸດຄິດສາກ່ອນ.
33
ຖ້າເຈົ້າບີບນໍ້ານົມ ເຈົ້າຈະໄດ້ເນີຍກິນ ຖ້າເຈົ້າຊັດດັງຄົນອື່ນ ເລືອດດັງກໍຈະອອກ ຖ້າເຈົ້າຊວນໃຫ້ໂມໂຫ ເຈົ້າຈະໄດ້ຮັບຄວາມເດືອດຮ້ອນ.
← Chapter 29
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 31 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31