bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Proverbs 9
Proverbs 9
Lao Bible 2012 (ພຣະຄຳພີສັກສິ)
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 10 →
1
ປັນຍາໄດ້ສ້າງເຮືອນຂອງຕົນດ້ວຍເສົາເຈັດຕົ້ນ.
2
ປັນຍາໄດ້ຂ້າສັດສຳລັບງານກິນລ້ຽງສະຫລອງ ປົນເຄື່ອງເທດໃສ່ເຫຼົ້າອະງຸ່ນ ແລະຈັດແຈງໂຕະໄວ້ດ້ວຍ.
3
ປັນຍາສົ່ງສາວໃຊ້ທັງຫລາຍອອກໄປເອີ້ນຈາກທີ່ສູງສຸດຢູ່ໃນເມືອງວ່າ,
4
“ຈົ່ງເຂົ້າມາເຖີດຄົນໂງ່ຈ້າເອີຍ.” ແລະຕໍ່ຄົນໂງ່ຈ້ານັ້ນປັນຍາໄດ້ເວົ້າວ່າ,
5
“ຈົ່ງມາກິນເຂົ້າແລະດື່ມເຫຼົ້າອະງຸ່ນທີ່ເຮົາໄດ້ປະສົມໄວ້.
6
ຈົ່ງໜີຈາກໝູ່ທີ່ໂງ່ຈ້ານັ້ນສາ ແລ້ວເຈົ້າກໍຈະມີຊີວິດຢູ່ ຈົ່ງເດີນຕາມທາງແຫ່ງຄວາມຮອບຮູ້.”
7
ຖ້າເຈົ້າບອກສອນຄົນອວດດີຜູ້ໜຶ່ງ ເຈົ້າກໍຈະໄດ້ຮັບແຕ່ການດູໝິ່ນນິນທາ. ຖ້າເຈົ້າຕັກເຕືອນຄົນຊົ່ວຜູ້ໜຶ່ງ ເຈົ້າກໍຈະໄດ້ຮັບແຕ່ຄວາມເຈັບປວດ.
8
ຢ່າບອກສອນຄົນທີ່ອວດດີຈັກເທື່ອ ເພາະລາວຈະຊັງເຈົ້າຍ້ອນຄຳບອກສອນນັ້ນ ແຕ່ຖ້າເຈົ້າບອກສອນຄົນມີປັນຍາ ລາວຈະນັບຖືເຈົ້າ.
9
ທຸກສິ່ງທີ່ເຈົ້າເວົ້າກັບຄົນມີປັນຍາຈະເພີ່ມປັນຍາໃຫ້ລາວ. ສິ່ງໃດທີ່ເຈົ້າບອກຄົນຊອບທຳກໍເທົ່າກັບເພີ່ມຄວາມຮູ້ແກ່ລາວຕື່ມຂຶ້ນ.
10
ການຢຳເກງພຣະເຈົ້າຢາເວເປັນບໍ່ເກີດແຫ່ງປັນຍາ. ຖ້າເຈົ້າຮູ້ອົງບໍຣິສຸດເຈົ້າກໍມີຄວາມຮູ້ແຈ້ງເຫັນຈິງ.
11
ປັນຍາຈະເຮັດໃຫ້ເຈົ້າມີຊີວິດຍືນຍາວ.
12
ຖ້າເຈົ້າມີປັນຍາ ເຈົ້າເອງກໍຈະໄດ້ຮັບຜົນກຳໄລເພີ່ມ, ແຕ່ຖ້າເຈົ້າບໍ່ຍອມຮັບປັນຍາ ເຈົ້າເອງກໍຈະທົນທຸກ.
13
ຄວາມໂງ່ຈ້າເປັນດັ່ງແມ່ຍິງທີ່ມັກຈົ່ມວ່າ ອັບປັນຍາ ແລະໜ້າດ້ານ.
14
ນາງນັ່ງທີ່ປະຕູເຮືອນຂອງຕົນ ຫລືນັ່ງຢູ່ບ່ອນສູງໆໃນເມືອງ
15
ແລະເອີ້ນໃສ່ຄົນຜ່ານໄປມາ ຜູ້ທີ່ໃສ່ໃຈກິດທຸລະຂອງຕົນເອງວ່າ,
16
“ຄົນໂງ່ຈ້າເອີຍ ລ້ຽວເຂົ້າມາພີ້” ນາງເວົ້າຕໍ່ຄົນໂງ່ຈ້າວ່າ,
17
“ນໍ້າທີ່ລັກມາກໍຫວານກວ່າ ເຂົ້າທີ່ລັກມາກໍແຊບດີ.”
18
ຜູ້ທີ່ຕົກເປັນເຫຍື່ອຂອງນາງບໍ່ຮູ້ຈັກວ່າມີຄົນຕາຍຢູ່ທີ່ນັ້ນ ຜູ້ທີ່ເຂົ້າໄປແລ້ວນັ້ນ ບັດນີ້ ກໍຢູ່ໃນແດນມໍຣະນາເສຍແລ້ວ.
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 10 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31