bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Proverbs 4
Proverbs 4
Lao Bible 2012 (ພຣະຄຳພີສັກສິ)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 5 →
1
ພວກລູກໆເອີຍ ຈົ່ງຟັງສິ່ງທີ່ພໍ່ຂອງພວກເຈົ້າບອກສອນ ຈົ່ງຕັ້ງຈິດຕັ້ງໃຈຟັງ ແລະພວກເຈົ້າກໍຈະມີຄວາມເຂົ້າໃຈ.
2
ສິ່ງທີ່ພໍ່ບອກສອນພວກເຈົ້ານີ້ເປັນສິ່ງທີ່ດີ ສະນັ້ນ ຈົ່ງພາກັນຈື່ຈຳເອົາໄວ້ໝົດທຸກສິ່ງ.
3
ເມື່ອພໍ່ຍັງເປັນເດັກນ້ອຍຢູ່ນັ້ນ ຄືເປັນລູກຄົນດຽວຂອງພໍ່ແມ່
4
ປູ່ຂອງເຈົ້າກໍໄດ້ບອກສອນພໍ່ເໝືອນກັນ ເພິ່ນເຄີຍເວົ້າວ່າ, “ຈົ່ງຈື່ຈຳຄຳທີ່ພໍ່ບອກສອນແລະຢ່າລືມໄລຈັກເທື່ອ. ຈົ່ງເຮັດຕາມຄຳທີ່ພໍ່ບອກສອນແລະເຈົ້າຈະມີຊີວິດຢູ່.
5
ຈົ່ງຮັບເອົາປັນຍາແລະຄວາມຮູ້ແຈ້ງເຫັນຈິງ ຢ່າລືມໄລແລະຢ່າຫລີກໜີຈາກຖ້ອຍຄຳແຫ່ງປາກຂອງເຮົາ.
6
ຢ່າປະຖິ້ມປັນຍາ ເພາະປັນຍາຈະຄຸ້ມຄອງເຈົ້າໄວ້ ຈົ່ງຮັກແພງປັນຍາ ແລະປັນຍາຈະຮັກສາເຈົ້າໄວ້ໃຫ້ປອດໄພ.
7
ປັນຍາແມ່ນສິ່ງສຳຄັນອັນສຸດຍອດ. ສະນັ້ນ ຈົ່ງຫາເອົາປັນຍາໃຫ້ໄດ້ ຈົ່ງຍອມເສຍທຸກສິ່ງທີ່ເຈົ້າມີຢູ່ເພື່ອຈະກາຍເປັນຄົນມີປັນຍາ.
8
ຈົ່ງຮັກແພງປັນຍາ ແລະປັນຍາຈະເຮັດໃຫ້ເຈົ້າຍິ່ງໃຫຍ່ ຈົ່ງກອດເອົາປັນຍາໄວ້ ເພາະປັນຍາຈະນຳເອົາກຽດສັກສີມາສູ່ເຈົ້າ.
9
ປັນຍາຈະເປັນມົງກຸດອັນສະຫງ່າຣາສີເທິງຫົວຂອງເຈົ້າ.”
10
ລູກເອີຍ ຈົ່ງຟັງ ຈົ່ງເອົາໃຈໃສ່ຕໍ່ຄຳທີ່ພໍ່ບອກສອນ ເພື່ອເຈົ້າຈະມີຊີວິດຍືນຍາວ.
11
ພໍ່ໄດ້ບອກສອນເຈົ້າເຖິງປັນຍາ ແລະການດຳເນີນຊີວິດໃນທາງອັນຖືກຕ້ອງ.
12
ບໍ່ມີສິ່ງໃດທີ່ຈະຂັດຂວາງທາງເດີນຂອງເຈົ້າ ຖ້າເຈົ້າດຳເນີນຊີວິດຢ່າງຄົນມີປັນຍາ ເມື່ອເຈົ້າແລ່ນ ເຈົ້າຈະບໍ່ເຕະສະດຸດລົ້ມ.
13
ຈົ່ງຈື່ຈຳເອົາໄວ້ສະເໝີສິ່ງທີ່ເຈົ້າໄດ້ຮຽນຮູ້ມາແລ້ວນັ້ນ. ການສຶກສາຄືຊີວິດຂອງເຈົ້າ ຈົ່ງເຝົ້າຮັກສາເອົາສິ່ງນີ້ໄວ້ໃຫ້ດີ.
14
ຢ່າຍ່າງຕາມທາງຂອງຄົນຊົ່ວຮ້າຍ ຢ່າເຮັດຕາມແບບຢ່າງຂອງຄົນບໍ່ດີ.
15
ຢ່າເຮັດເຊັ່ນນັ້ນເດີ ຈົ່ງຫລີກເວັ້ນຈາກຄວາມຊົ່ວ ຈົ່ງຜີກໜີແລະເດີນໄປຕາມທາງຂອງເຈົ້າ.
16
ຄົນຊົ່ວບໍ່ຫ່ອນນອນຫລັບໄດ້ຈົນກວ່າພວກເຂົາໄດ້ໄປເຮັດຜິດມາ. ພວກເຂົານອນມືນຕາ ຈົນກວ່າໄດ້ທຳຮ້າຍຄົນແລ້ວຈຶ່ງນອນຫລັບໄດ້.
17
ການຊົ່ວຊ້າແລະການຮຸນແຮງຄືເຄື່ອງກິນແລະເຄື່ອງດື່ມຂອງພວກເຂົາ.
18
ທາງຂອງຄົນຊອບທຳເດີນໄປນັ້ນເປັນດັ່ງຕາເວັນຂຶ້ນໃນຍາມເຊົ້າ ໂດຍສ່ອງແສງເຫລື້ອມໃສຂຶ້ນໄປຈົນກວ່າກາງເວັນມາຮອດ.
19
ສ່ວນທາງຂອງຄົນຊົ່ວຮ້າຍນັ້ນກໍມືດມິດດັ່ງກາງຄືນ. ພວກເຂົາລົ້ມລົງແຕ່ບໍ່ເຫັນສິ່ງທີ່ພວກເຂົາສະດຸດລົ້ມນັ້ນໄດ້.
20
ລູກເອີຍ ຈົ່ງເອົາໃຈໃສ່ໃນສິ່ງທີ່ພໍ່ບອກສອນ. ຈົ່ງຟັງຖ້ອຍຄຳຂອງພໍ່.
21
ຢ່າປ່ອຍໃຫ້ຖ້ອຍຄຳນັ້ນໜີໄປຈາກເຈົ້າ ຈົ່ງຈື່ຈຳແລະເກັບກຳເອົາຖ້ອຍຄຳນັ້ນໄວ້ໃນໃຈເຈົ້າ.
22
ຖ້ອຍຄຳເຫຼົ່ານັ້ນຈະໃຫ້ຊີວິດແກ່ຜູ້ທີ່ຄົ້ນພົບ ແລະປິ່ນປົວເນື້ອກາຍຂອງຜູ້ນັ້ນທັງສິ້ນ.
23
ຈົ່ງລະວັງສິ່ງທີ່ເຈົ້າຄິດຢູ່ໃນໃຈໃຫ້ດີ ເພາະຊີວິດຂອງຄົນຖືກຫລໍ່ຫລອມຂຶ້ນໂດຍຄວາມນຶກຄິດ.
24
ຢ່າໃຫ້ປາກເຈົ້າເວົ້າຈັກເທື່ອເຖິງສິ່ງທີ່ບໍ່ເປັນຄວາມຈິງ. ຢ່າຫຍຸ້ງກ່ຽວກັບສິ່ງໃດໆທີ່ພົວພັນກັບການຫລອກລວງ.
25
ຈົ່ງໃຫ້ສາຍຕາເຈົ້າຈ້ອງເບິ່ງຊື່ໜ້າຄົນ ແນມໄປຢ່າງຊື່ກົງດ້ວຍຄວາມໜັກແໜ້ນ.
26
ຈົ່ງວາງແຜນຢ່າງຮອບຄອບໃນສິ່ງທີ່ເຈົ້າກະທຳ ແລະສິ່ງໃດໆທີ່ເຈົ້າກະທຳໄປກໍຈະເປັນການຖືກຕ້ອງ.
27
ຈົ່ງຫລີກເວັ້ນຈາກຄວາມຊົ່ວ ແລະຍ່າງຊື່ກົງໄປ ຢ່າກ້າວອອກໄປຈາກທາງເດີນທີ່ຖືກຕ້ອງ.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 5 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31