bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Proverbs 21
Proverbs 21
Lao Bible 2012 (ພຣະຄຳພີສັກສິ)
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 22 →
1
ພຣະເຈົ້າຢາເວຄວບຄຸມຈິດໃຈຂອງກະສັດໄດ້ງ່າຍດັ່ງຊີ້ທາງໃຫ້ສາຍນໍ້າລ່ອງໄຫລ.
2
ທຸກສິ່ງທີ່ມະນຸດເຮັດເບິ່ງຄືຖືກຕ້ອງໝົດ, ແຕ່ຢ່າລືມວ່າແມ່ນໃນຈິດໃຈທີ່ພຣະເຈົ້າຢາເວພິຈາລະນາເບິ່ງ.
3
ສຳລັບພຣະເຈົ້າຢາເວແລ້ວ ເຮັດສິ່ງທີ່ຖືກຕ້ອງແລະເປັນທຳ ກໍມີຄ່າກວ່ານຳເຄື່ອງບູຊາມາຖວາຍໃຫ້.
4
ການຫລອກລວງແລະການອວດດີ ສິ່ງເຫຼົ່ານີ້ເປັນບາບກຳທີ່ຄວບຄຸມຄົນຊົ່ວຮ້າຍ.
5
ການວາງແຜນຢ່າງຖ້ວນຖີ່ພາໃຫ້ເກີດຜົນດີ ການວາງແຜນຢ່າງໄວວາພາໃຫ້ທຸກໄດ້.
6
ຊັບສົມບັດທີ່ໄດ້ມາໂດຍທາງບໍ່ຊອບກໍສູນເສຍຢ່າງໄວວາ, ແຕ່ເປັນຄືບ້ວງແຮ້ວທີ່ນຳພາໄປສູ່ຄວາມຕາຍ.
7
ຄົນຊົ່ວຮ້າຍຮັບເຄາະເພາະຄວາມໂຫດຫ້ຽມຂອງຕົນ ເຂົາບໍ່ຍອມປະພຶດໃນສິ່ງທີ່ຖືກຕ້ອງ.
8
ຄົນມີຄວາມຜິດຍ່າງໃນທາງທີ່ຄົດລ້ຽວ ຄົນບໍ່ມີຄວາມຜິດເຮັດໃນສິ່ງທີ່ຖືກຕ້ອງ.
9
ອາໄສຢູ່ເທິງຫລັງຄາເຮືອນ ກໍດີກວ່າຢູ່ຮ່ວມເຮືອນກັບເມຍທີ່ຈູ້ຈີ້.
10
ຄົນຊົ່ວຮ້າຍຫິວໂຫຍຢາກເຮັດຊົ່ວ ສ່ວນຄວາມເມດຕານັ້ນເຂົາບໍ່ມີຕໍ່ໃຜເລີຍ.
11
ເມື່ອຄົນຫລອກລວງຖືກລົງໂທດ ແມ່ນແຕ່ຄົນທີ່ບໍ່ຮູ້ຄິດກໍໄດ້ຮັບບົດຮຽນ.
12
ພຣະເຈົ້າອົງຊົງຊອບທຳນັ້ນ ຮູ້ວ່າຄົນຊົ່ວຮ້າຍເປັນຢູ່ຢ່າງໃດ ແລະນຳເຂົາໄປສູ່ໄພພິບັດໄວຂຶ້ນ.
13
ຜູ້ທີ່ບໍ່ຍອມຟັງຄຳຂໍຮ້ອງຂອງຄົນທຸກ ກໍຈະບໍ່ໄດ້ຮັບຄວາມຊ່ວຍເຫລືອເມື່ອຕົນຮ້ອງຂໍ.
14
ໃຜໃຈຮ້າຍເຈົ້າຈົ່ງເອົາຂອງຂວັນໃຫ້ລັບໆແລ້ວຄວາມຮ້າຍນັ້ນກໍຈະຜ່ອນຄາຍລົງ.
15
ຄົນຊອບທຳມີຄວາມສຸກເມື່ອໄດ້ຮັບຄວາມຍຸດຕິທຳ, ແຕ່ຄົນຊົ່ວພັດໄດ້ຮັບຄວາມສິ້ນຫວັງ.
16
ຄວາມຕາຍພວມຄອຍຖ້າຜູ້ທີ່ຫັນເຫໜີຈາກແນວທາງທີ່ດີ.
17
ຜູ້ທີ່ມັກສະໜຸກຈະທຸກລຳບາກ ຜູ້ທີ່ມັກດື່ມເຫຼົ້າແກ້ມອາຫານແພງໆຈະບໍ່ຮັ່ງມີຈັກເທື່ອ.
18
ເມື່ອຄົນຊົ່ວຊອກຫາເຮັດໃຫ້ຄົນດີທົນທຸກແລ້ວ ການທົນທຸກນັ້ນກໍຈະສະໜອງເຂົາຄືນ.
19
ຢູ່ຖິ່ນແຫ້ງແລ້ງກັນດານ ກໍດີກວ່າຢູ່ຮ່ວມເຮືອນຊານກັບເມຍທີ່ມັກຈົ່ມແລະຈູ້ຈີ້.
20
ຄົນມີປັນຍາໃຊ້ຊີວິດຢ່າງຮັ່ງມີແລະຫລູຫລາ, ແຕ່ຄົນໂງ່ຈ້າຫາໄດ້ໄວເທົ່າໃດ ກໍຈ່າຍໝົດໄວເທົ່ານັ້ນ.
21
ຄົນສັດຊື່ແລະມີໃຈເມດຕາຈະໄດ້ຊີວິດຍືນຍາວ ລາວຈະໄດ້ຮັບຄວາມນັບຖືແລະຄວາມເປັນທຳດ້ວຍ.
22
ນາຍພົນທີ່ສະຫລາດສາມາດຢຶດເມືອງທີ່ມີທະຫານໆ ພ້ອມທັງທະລຸກຳແພງເມືອງອັນເຂັ້ມແຂງທີ່ປ້ອງກັນເຂົາໄວ້ນັ້ນ.
23
ຄົນທີ່ລະວັງຄຳເວົ້າ ຄວາມເດືອດຮ້ອນບໍ່ມາຕຳ.
24
ຄົນໂອຫັງອວດດີດູຖູກທຸກແນວ ການປະພຶດຂອງລາວກໍລ້ວນແຕ່ຂີ້ສະຫາວທັງນັ້ນ.
25
ຄົນຂີ້ຄ້ານທີ່ບໍ່ຍອມເຮັດວຽກ ກໍກຳລັງຂ້າຕົນເອງໃຫ້ຕາຍ.
26
ບາງຄົນໃຊ້ຊີວິດຢູ່ເພື່ອໂລບມາກໂລພາ, ແຕ່ວ່າຄົນຊອບທຳສາມາດໃຫ້ດ້ວຍໃຈສັດທາຍິ່ງ.
27
ເຄື່ອງຖວາຍບູຊາຂອງຄົນຊົ່ວເປັນໜ້າກຽດຊັງ ໂດຍສະເພາະເມື່ອເຂົາຖວາຍດ້ວຍເຈດຕະນາອັນບໍ່ດີ.
28
ຄຳພະຍານຂອງຄົນຂີ້ຕົວະເປັນທີ່ເຊື່ອຖືບໍ່ໄດ້, ແຕ່ຄຳເວົ້າຂອງຄົນທີ່ຄິດຮອບຄອບກໍເປັນທີ່ຍອມຮັບນັບຖື.
29
ຄົນຊອບທຳນັ້ນໝັ້ນໃຈໃນຕົນເອງ ສ່ວນຄົນຊົ່ວຊ້າທຳທ່າເປັນຄົນດີທຸກວິທີ.
30
ຄວາມເຂົ້າໃຈຄວາມຫລັກແຫລມແຖມປັນຍາ ກໍບໍ່ມີຄຸນຄ່າ ຖ້າພຣະເຈົ້າຢາເວຕໍ່ສູ້ເຂົາ.
31
ແມ່ນວ່າມີຝູງມ້າຕຽມເຮັດເສິກກໍດີ, ແຕ່ແມ່ນພຣະເຈົ້າຢາເວທີ່ເປັນຜູ້ໃຫ້ໄຊຊະນະ.
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 22 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31