bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Proverbs 5
Proverbs 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 6 →
1
ລູກເອີຍ ຈົ່ງເອົາໃຈໃສ່ຟັງປັນຍາແລະຄວາມຮູ້ແຈ້ງເຫັນຈິງ.
2
ແລ້ວເຈົ້າກໍຈະຮູ້ຈັກປະພຶດຕົນຢ່າງເໝາະສົມ ແລະຖ້ອຍຄຳຂອງເຈົ້າຈະສະແດງໃຫ້ເຫັນວ່າເຈົ້າມີຄວາມຮູ້.
3
ຮີມສົບເມຍຂອງຊາຍອື່ນອາດຫວານຊື່ນດັ່ງນໍ້າເຜິ້ງ ແລະການຈູບຂອງນາງອາດຫລ່ຽນໄຫລດັ່ງນໍ້າມັນໝາກກອກເທດ,
4
ແຕ່ໃນທີ່ສຸດ ນາງບໍ່ໄດ້ປະຫຍັງໄວ້ໃຫ້ນອກຈາກຄວາມຂົມຂື່ນແລະເຈັບປວດ.
5
ນາງຈະນຳເອົາເຈົ້າລົງໄປໃນໂລກຂອງຄົນຕາຍ ຫົນທາງທີ່ນາງຍ່າງແມ່ນນຳໄປສູ່ຄວາມຕາຍ.
6
ນາງບໍ່ຢູ່ໃນທາງທີ່ນຳໄປສູ່ຊີວິດ, ແຕ່ເດີນໂຊເຊໄປແລະບໍ່ຮູ້ຈັກຄັກແນ່ວ່າແມ່ນຫຍັງກຳລັງເກີດຂຶ້ນ.
7
ພວກລູກໆເອີຍ ບັດນີ້ຈົ່ງຟັງພໍ່ເທີ້ນ ແລະຢ່າລືມໄລຄຳທີ່ພໍ່ບອກສອນ.
8
ຈົ່ງຫລີກໜີຈາກຜູ້ຍິງຢ່າງນັ້ນ ແມ່ນແຕ່ປະຕູເຮືອນຂອງນາງກໍຢ່າສູ່ໄປໃກ້
9
ຖ້າເຈົ້າໄປ ເຈົ້າຈະເອົາກຽດທີ່ເຄີຍມີໃຫ້ຄົນອື່ນ ແລະພວກເຈົ້າຈະຕາຍແຕ່ຍັງໜຸ່ມດ້ວຍນໍ້າມືຂອງພວກທີ່ຂາດຄວາມເມດຕາ.
10
ແມ່ນແລ້ວ ຄົນແປກໜ້າຈະເອົາຊັບສິນທັງໝົດຂອງພວກເຈົ້າໄປ ແລະສິ່ງທີ່ພວກເຈົ້າຊອກຫາມາໄດ້ທັງໝົດກໍຈະຕົກເປັນຂອງຄົນອື່ນ.
11
ເຈົ້າຈະນອນຄວນຄາງຕາຍຢູ່ເທິງຕຽງ ເນື້ອໜັງຕົນຕົວຂອງເຈົ້າຈະມີແນວກັດກິນ
12
ແລະເຈົ້າກໍຈະເວົ້າວ່າ, “ຊັ້ນແຫລະ ເພາະຂ້ອຍບໍ່ມັກໃຫ້ຄົນອື່ນຕັກເຕືອນ ແລະບໍ່ຍອມໃຫ້ຜູ້ອື່ນດັດແປງກໍ່ສ້າງ.
13
ຂ້ອຍບໍ່ໄດ້ຟັງຄຳຂອງຄູສັ່ງສອນ. ຂ້ອຍບໍ່ໄດ້ເອົາໃຈໃສ່ຕໍ່ຄຳເວົ້າຂອງເພິ່ນ.
14
ແລະໃນທັນໃດນັ້ນ ຂ້ອຍພົບວ່າຕົນເອງໄດ້ຖືກຂາຍໜ້າໃນທ່າມກາງມະຫາຊົນ.”
15
ຈົ່ງສັດຊື່ຕໍ່ເມຍຂອງເຈົ້າ ແລະມອບຄວາມຮັກໃຫ້ແກ່ນາງແຕ່ຜູ້ດຽວ.
16
ລູກທີ່ເຈົ້າໄດ້ນຳຍິງຄົນອື່ນບໍ່ມີຫຍັງດີສຳລັບເຈົ້າ.
17
ລູກຂອງເຈົ້າຄວນໃຫຍ່ຂຶ້ນມາເພື່ອຊ່ວຍເຫລືອເຈົ້າ ແລະບໍ່ແມ່ນສຳລັບຊ່ວຍຜູ້ອື່ນ.
18
ສະນັ້ນ ຈົ່ງເປັນສຸກຢູ່ກັບເມຍຂອງເຈົ້າ ແລະຈົ່ງພົບຄວາມຊົມຊື່ນຍິນດີກັບຍິງທີ່ເຈົ້າແຕ່ງງານນຳ
19
ຄືຜູ້ທີ່ເປັນໜ້າຮັກດັ່ງກວາງແມ່ ແລະງາມສະຫງ່າດັ່ງເຍືອງຜາ. ຈົ່ງໃຫ້ສະເໜ່ຂອງນາງເຮັດໃຫ້ເຈົ້າມີຄວາມສຸກໃຈ ຈົ່ງໃຫ້ຄວາມຮັກຂອງນາງຈັບໃຈຂອງເຈົ້າໄວ້.
20
ລູກເອີຍ ເປັນຫຍັງເຈົ້າຈຶ່ງຕ້ອງເອົາຄວາມຮັກຂອງເຈົ້າໃຫ້ແກ່ຍິງອື່ນ? ເປັນຫຍັງເຈົ້າຈຶ່ງໄປຫາຄວາມສຸກກັບເມຍຂອງຊາຍອື່ນ?
21
ພຣະເຈົ້າຢາເວເຫັນທຸກໆສິ່ງທີ່ເຈົ້າເຮັດເດີ ບໍ່ວ່າເຈົ້າໄປທາງໃດພຣະອົງກຳລັງເຝົ້າເບິ່ງຢູ່.
22
ຄວາມຜິດນັ້ນ ຄຸມຂັງຜູ້ທີ່ເຮັດຜິດ ການບາບຂອງຄົນຊົ່ວກໍເປັນບ້ວງແຮ້ວ. ພວກເຂົາຖືກຈັບໃນຕາໜ່າງແຫ່ງບາບຂອງພວກເຂົາເອງ.
23
ພວກເຂົາຕາຍໄປເພາະພວກເຂົາບໍ່ມີການຄວບຄຸບຕົນເອງ. ຄວາມໂງ່ຈ້າອັນສຸດຂີດຂອງພວກເຂົາສົ່ງພວກເຂົາໄປສູ່ຂຸມຝັງສົບ.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31