bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Proverbs 2
Proverbs 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 3 →
1
ລູກເອີຍ ຈົ່ງຮໍ່າຮຽນເອົາສິ່ງທີ່ພໍ່ບອກສອນ ແລະຢ່າລືມສິ່ງທີ່ພໍ່ບອກໃຫ້ປະພຶດ.
2
ຈົ່ງໃຊ້ຫູຟັງສິ່ງທີ່ມີປັນຍາ ແລະຈົ່ງໃສ່ໃຈປະຕິບັດຕາມຄວາມເຂົ້າໃຈໃນປັນຍານັ້ນ.
3
ໃຫ້ສະແຫວງຫາຄວາມຮູ້ ແລະວິງວອນຂໍຄວາມເຂົ້າໃຈ.
4
ຈົ່ງຊອກຫາປັນຍາດັ່ງເຈົ້າຊອກຫາເງິນ ຫລືຂຸມຊັບທີ່ຖືກເຊື່ອງໄວ້.
5
ຖ້າເຮັດເຊັ່ນນີ້ ເຈົ້າກໍຈະຮູ້ຈັກຄວາມຢຳເກງພຣະເຈົ້າຢາເວ ແລະເຈົ້າຈະບັນລຸຜົນສຳເລັດໃນການຮຽນຮູ້ເຖິງພຣະເຈົ້າ.
6
ແມ່ນພຣະເຈົ້າຢາເວທີ່ເປັນຜູ້ໂຜດໃຫ້ປັນຍາ, ຄວາມຮູ້ ແລະຄວາມເຂົ້າໃຈແມ່ນມາຈາກພຣະອົງ.
7
ພຣະອົງຊົງສະສົມສະຕິປັນຍາໄວ້ໃຫ້ຄົນທ່ຽງທຳ ພຣະເຈົ້າຊົງເປັນໂລ້ໃຫ້ແກ່ຜູ້ທີ່ດຳເນີນໃນຄວາມສັດຊື່.
8
ພຣະອົງຊົງປົກປ້ອງທາງຂອງຄວາມຍຸດຕິທຳ ແລະເຝົ້າຮັກສາທາງຂອງຄົນທີ່ເຊື່ອໃນພຣະອົງ.
9
ຖ້າເຈົ້າເຊື່ອຟັງເຮົາ ເຈົ້າກໍຈະຮູ້ຈັກສິ່ງທີ່ຖືກຕ້ອງ ສິ່ງທີ່ເປັນທຳແລະສິ່ງທີ່ດີງາມ, ເຈົ້າຈະເຂົ້າໃຈແນວທາງອັນດີງາມທຸກຢ່າງ.
10
ເຈົ້າຈະກາຍເປັນຄົນມີປັນຍາ ແລະຄວາມຮູ້ຂອງເຈົ້າກໍຈະໃຫ້ເຈົ້າມີຄວາມສຸກສະບາຍໃຈ.
11
ຄວາມເຂົ້າໃຈອັນແທ້ຈິງກັບຄວາມສະຫລາດຈະປົກປ້ອງເຈົ້າ
12
ແລະຈະກີດກັ້ນເຈົ້າໄວ້ບໍ່ໃຫ້ປະພຶດຜິດ ສິ່ງເຫຼົ່ານີ້ຈະຮັກສາເຈົ້າໄວ້ໃຫ້ພົ້ນຈາກຄົນທີ່ມັກສ້າງຄວາມເດືອດຮ້ອນທາງວາຈາຄື:
13
ຄົນທີ່ໄດ້ປະຖິ້ມຊີວິດອັນຊອບທຳ ແລະໄປດຳເນີນຊີວິດໃນຄວາມມືດມົນແຫ່ງບາບ,
14
ຄົນທີ່ພົບຄວາມສະໜຸກໃນທາງປະພຶດຊົ່ວ ແລະຄົນທີ່ພໍອົກພໍໃຈໃນການຊົ່ວຮ້າຍນັ້ນ,
15
ຄືຄົນທີ່ທັງຊີວິດຂອງເຂົາລ້ວນແຕ່ຄົດໂກງທັງສິ້ນ.
16
ເຈົ້າຈະສາມາດປ້ອງກັນຕົວໄດ້ຈາກຍິງຊົ່ວແຜດສະຫຍາ ທີ່ຊອກຫາລໍ້ລວງເຈົ້າໃຫ້ເຮັດຜິດດ້ວຍຄຳເວົ້າຈາອັນຮຽບຮ້ອຍ
17
ເປັນຍິງທີ່ບໍ່ສັດຊື່ຕໍ່ຜົວຄົນທຳອິດຂອງຕົນ ແລະລືມໄລຄຳສາບານອັນສັກສິດທີ່ຕົນເຄີຍມີ.
18
ຖ້າເຈົ້າໄປບ່ອນນາງຢູ່ອາໄສ ກໍເທົ່າກັບເຈົ້າໄດ້ເດີນໄປສູ່ຄວາມຕາຍເສຍແລ້ວ.
19
ບໍ່ມີໃຜທີ່ໄປຫານາງແລ້ວ ເຄີຍກັບຄືນມາ ລາວບໍ່ໄດ້ຄືນມາສູ່ຫົນທາງແຫ່ງຊີວິດອີກຈັກເທື່ອ.
20
ສະນັ້ນ ເຈົ້າຈຶ່ງຕ້ອງເອົາແບບຢ່າງຂອງຄົນຜູ້ດີ ແລະດຳເນີນຊີວິດຂອງຕົນຕາມທາງຊອບທຳ.
21
ເພາະຄົນຊອບທຳຈະໄດ້ຢູ່ໃນດິນແດນ ແລະຄົນສັດຊື່ຄົງຢູ່ໃນນັ້ນ.
22
ແຕ່ພຣະເຈົ້າຈະຕັດຄົນຊົ່ວຮ້າຍອອກໄປຈາກດິນແດນ ແລະຄົນຄົດໂກງຈະຖືກຖອນຮາກອອກຈາກແຜ່ນດິນນັ້ນ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31