bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Chronicles 1
1 Chronicles 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 2 →
1
ອາດາມເປັນພໍ່ຂອງເຊດ, ເຊດເປັນພໍ່ຂອງເອໂນດ, ເອໂນດເປັນພໍ່ຂອງເກນານ,
2
ເກນານເປັນພໍ່ຂອງມະຫາລາເລນ, ມະຫາລາເລນເປັນພໍ່ຂອງຢາເຣັດ.
3
ຢາເຣັດເປັນພໍ່ຂອງເອນົກ ແລະເອນົກເປັນພໍ່ຂອງເມທູເສລາ; ເມທູເສລາເປັນພໍ່ຂອງລາເມັກ,
4
ແລະລາເມັກເປັນພໍ່ຂອງໂນອາ. ໂນອາມີລູກຊາຍສາມຄົນ ດັ່ງນີ້: ເຊມ, ຮາມ ແລະຢາເຟດ.
5
ພວກລູກຊາຍຂອງຢາເຟດ ມີດັ່ງນີ້: ໂກເມ, ມາກົກ, ມາດາຍ, ຢາວານ, ຕູບານ, ເມເຊັກ ແລະຕີຣາດ. ພວກນີ້ເປັນປູ່ຍ່າຕາຍາຍຕໍ່ໆມາຂອງຊົນຊາດທີ່ໄດ້ໃສ່ຊື່ຂອງພວກເຂົາ.
6
ເຊື້ອສາຍຂອງໂກເມ ມີດັ່ງນີ້: ຊາວອັດຊະເກນາດ, ຣີຟາດ ແລະໂຕກາມາ.
7
ເຊື້ອສາຍຂອງຢາວານ ມີດັ່ງນີ້: ຊາວເອລີຊາ, ສະເປນ, ໄຊປຣັດ ແລະໂຣເດັດ.
8
ພວກລູກຊາຍຂອງຮາມ ມີດັ່ງນີ້: ກູເຊ, ເອຢິບ, ລີເບຍແລະການາອານ. ພວກນີ້ເປັນປູ່ຍ່າຕາຍາຍຕໍ່ໆມາຂອງຊົນຊາດທີ່ໃສ່ຊື່ຂອງພວກເຂົາ.
9
ເຊື້ອສາຍຂອງກູເຊ ມີດັ່ງນີ້: ຊາວເຊບາ, ຮາວິລາ, ສັບຕາ, ຣາອາມາ ແລະສັບເຕກາ. ເຊື້ອສາຍຂອງຣາອາມາ ແມ່ນຊາວເຊບາແລະຊາວເດດານ.
10
ກູເຊມີລູກຊາຍຜູ້ໜຶ່ງຊື່ວ່ານິມໂຣດ ແລະລາວໄດ້ກາຍເປັນນັກປົກຄອງຜູ້ຍິ່ງໃຫຍ່ຄົນທຳອິດໃນໂລກ.
11
ເຊື້ອສາຍຂອງເອຢິບ ມີດັ່ງນີ້: ຊາວລູດີອາ, ອານາມ, ເລຮາບ, ນັບຕູ,
12
ປາທະຣູ, ກັດສະລູ ແລະຊາວກະເຣເຕ (ຊຶ່ງເປັນຕົ້ນຕະກຸນຂອງຊາວຟີລິດສະຕິນ).
13
ພວກລູກຊາຍຂອງການາອານ ມີດັ່ງນີ້: ຊີໂດນແລະເຫັດ. ທັງສອງນີ້ເປັນປູ່ຍ່າຕາຍາຍຕໍ່ໆມາຂອງຊົນຊາດທີ່ໃສ່ຊື່ຂອງພວກເຂົາ.
14
ການາອານຍັງເປັນປູ່ຍ່າຕາຍາຍຂອງຊົນຊາດ ດັ່ງຕໍ່ໄປນີ້: ເຢບຸດ, ອາໂມ, ກີກາຊີ,
15
ຮີວີ, ອາກກີ, ສີນີ,
16
ອາກວາດີ, ເຊມາຣີ ແລະຮາມັດ.
17
ພວກລູກຊາຍຂອງເຊມ ມີດັ່ງນີ້: ເອລາມ, ອັດຊູເຣ, ອາກປັກຊາດ, ລູດ, ອາຣາມ, ອູເຊ, ຮຸນ, ເກເຕີ ແລະເມເຊັກ. ພວກນີ້ເປັນປູ່ຍ່າຕາຍາຍຂອງຊົນຊາດຕໍ່ໆມາທີ່ໃສ່ຊື່ຂອງພວກເຂົາ.
18
ອາກປັກຊາດເປັນພໍ່ຂອງເຊລາແລະເຊລາເປັນພໍ່ຂອງເອເບ.
19
ເອເບມີລູກຊາຍສອງຄົນ; ຜູ້ໜຶ່ງຊື່ວ່າ ເປເລັກ ແລະກ່ອນຈະໃສ່ຊື່ນີ້ກໍເພາະສະໄໝນັ້ນຄົນໃນໂລກໄດ້ແບ່ງແຍກກັນ. ສ່ວນຜູ້ໜຶ່ງອີກຊື່ວ່າ ໂຢກທານ.
20
ໂຢກທານ ເປັນພໍ່ຂອງ: ອານໂມດາດ, ເຊເລັບ, ຮາຊາມາເວດ, ເຢຣາ,
21
ຮາໂດຣາມ, ອູຊານ, ດີກະລາ,
22
ເອບານ, ອາບີມາເອນ, ເຊບາ,
23
ໂອຟີ, ຮາວີລາ ແລະໂຢບັບ, ຊົນຊາດທັງໝົດນີ້ເປັນເຊື້ອສາຍຂອງໂຢກທານ.
24
ສາຍຄອບຄົວຕັ້ງແຕ່ເຊມຫາອັບຣາມ ມີດັ່ງນີ້: ເຊມ, ອາກປັກຊາດ, ເຊລາ,
25
ເອເບ, ເປເລັກ, ເຣອູ,
26
ເສຣຸກ, ນາໂຮ, ເຕຣາ,
27
ແລະອັບຣາມ (ເອີ້ນກັນອີກວ່າອັບຣາຮາມ).
28
ອັບຣາຮາມມີລູກຊາຍສອງຄົນຊື່ວ່າ ອີຊາກແລະອິດຊະມາເອນ.
29
ລູກຊາຍຂອງອິດຊະມາເອນໄດ້ກາຍເປັນຫົວໜ້າຂອງສິບສອງເຜົ່າ ມີດັ່ງນີ້: ເນບາໂຢດ, ເກດາ, ອັດເບເອນ, ມິບສາມ,
30
ມີຊະມາ, ດູມາ, ມາສາ, ຮາດັດ, ເຕມາ,
31
ເຢຕູເຣ, ນາຟິດ ແລະເກເດມາ, ພວກດັ່ງກ່າວເປັນລູກຊາຍຂອງອິດຊະມາເອນ.
32
ອັບຣາຮາມມີເມຍນ້ອຍຄົນໜຶ່ງຊື່ວ່າ ເກຕູຣາ ແລະນາງໄດ້ເກີດລູກຊາຍຫົກຄົນ ມີດັ່ງນີ້: ຊິມຣານ, ໂຢກຊານ, ເມດານ, ມີດີອານ, ອີຊະບາກ ແລະຊູອາ. ໂຢກຊານມີລູກຊາຍສອງຄົນ ດັ່ງນີ້: ເຊບາແລະເດດານ.
33
ມີດີອານມີລູກຊາຍຫ້າຄົນ ດັ່ງນີ້: ເອຟາ, ເອເຟ, ຮານົກ, ອາບີດາ ແລະເອນດາອາ, ທັງໝົດນີ້ແມ່ນເຊື້ອສາຍຂອງເກຕູຣາ.
34
ອີຊາກລູກຊາຍຂອງອັບຣາຮາມມີລູກຊາຍສອງຄົນຊື່ວ່າ ເອຊາວແລະຢາໂຄບ.
35
ພວກລູກຊາຍຂອງເອຊາວ ມີດັ່ງນີ້: ເອລີຟັດ, ເຣອູເອນ, ເຢອຸດ, ຢາລາມ ແລະໂກຣາ.
36
ພວກລູກຊາຍຂອງເອລີຟັດ ມີດັ່ງນີ້: ເຕມານ, ໂອມາກ, ເຊຟີ, ຄາຕາມ, ເກນາດ, ຕີມນາ ແລະອາມາເຫຼັກ.
37
ພວກລູກຊາຍຂອງເຣອູເອນ ມີດັ່ງນີ້: ນາຮາດ, ເຊຣາ, ຊາມມາ ແລະມິດຊາ.
38
ພວກລູກຊາຍຂອງເສອີ ມີດັ່ງນີ້: ໂລຕັນ, ໂຊບານ, ຊີເບໂອນ, ອານາ, ດີໂຊນ, ເອເຊ ແລະດີຊານ
39
ພວກລູກຊາຍຂອງໂລຕັນ ມີດັ່ງນີ້: ໂຮຣີແລະໂຮມາມ. (ໂລຕັນມີນ້ອງສາວຜູ້ໜຶ່ງຊື່ວ່າ ຕີມນາ.)
40
ພວກລູກຊາຍຂອງໂຊບານ ມີດັ່ງນີ້: ອາລີອານ, ມານາຮາດ, ເອບານ, ເຊຟີ ແລະໂອນາມ. ຊີເບໂອນມີລູກຊາຍສອງຄົນຊື່ວ່າ ອາອີຢາ ແລະອານາ.
41
ພວກລູກຊາຍຂອງອານາ ມີດັ່ງນີ້: ດີໂຊນ ແລະດີໂຊນເປັນພໍ່ຂອງຮຳຣານ, ເອຊະບານ, ອີທະຣານ ແລະເກຣານ.
42
ພວກລູກຊາຍຂອງເອເຊ ມີດັ່ງນີ້: ບິນຮານ, ຊາອາວານ ແລະຢາອາການ. ພວກລູກຊາຍຂອງດີຊານ ມີດັ່ງນີ້: ອູເຊແລະອາຣານ.
43
ບັນດາກະສັດທີ່ໄດ້ປົກຄອງອານາຈັກເອໂດມສືບຕໍ່ກັນມາ ກ່ອນສະໄໝທີ່ມີກະສັດປົກຄອງໃນປະເທດອິດສະຣາເອນ ມີດັ່ງນີ້: ເບລາ ລູກຊາຍຂອງເບອໍ ຈາກເມືອງດິນຮາບາ.
44
ເມື່ອເບລາຕາຍໄປແລ້ວ ໂຢບັບ ລູກຊາຍຂອງເຊຣາ ຈາກເມືອງໂບຊະຣາ ກໍໄດ້ຂຶ້ນປົກຄອງແທນ.
45
ເມື່ອໂຢບັບຕາຍໄປແລ້ວ ຮູຊາມ ຈາກເມືອງເຕມານ ກໍໄດ້ຂຶ້ນປົກຄອງແທນ.
46
ເມື່ອຮູຊາມຕາຍໄປແລ້ວ ຮາດັດ ລູກຊາຍຂອງເບດັດ ຈາກເມືອງອາວິດ ກໍໄດ້ຂຶ້ນປົກຄອງແທນ. (ຜູ້ທີ່ເອົາຊະນະຊາວມີດີອານຢູ່ໃນນາຂອງໂມອາບ).
47
ເມື່ອຮາດັດຕາຍໄປແລ້ວ ສາມລາ ຈາກເມືອງມາສະເຣກາ ກໍໄດ້ຂຶ້ນປົກຄອງແທນ.
48
ເມື່ອສາມລາຕາຍໄປແລ້ວ ຊາອູນ ຊາວແຄມແມ່ນໍ້າເມືອງເຣໂຮໂບດ ກໍໄດ້ຂຶ້ນປົກຄອງແທນ.
49
ເມື່ອຊາອູນຕາຍໄປແລ້ວ ບາອານຮານານ ລູກຊາຍຂອງອັກໂບ ກໍໄດ້ຂຶ້ນປົກຄອງແທນ.
50
ເມື່ອບາອານຮານານຕາຍໄປແລ້ວ ຮາດັດ ຈາກເມືອງປາອີ ກໍໄດ້ຂຶ້ນປົກຄອງແທນ. (ເມຍຂອງເພິ່ນຊື່ວ່າ ເມເຮຕາເບນ ຜູ້ເປັນລູກສາວຂອງມັດເຣັດ ແລະຫລານສາວຂອງເມຊາຮາບ). ແລະຮາດັດໄດ້ຕາຍໄປ
51
ປະຊາຊົນໃນເອໂດມໄດ້ແບ່ງອອກເປັນຫລາຍເຜົ່າ ມີດັ່ງນີ້: ຕີມນາ, ອານວາ, ເຢເທັດ,
52
ໂອໂຮລີບາມາ, ເອລາ, ປີໂນນ,
53
ເກນາດ, ເຕມານ, ມິບຊາ,
54
ມັກດິເອນ ແລະອີຣາມ, ພວກເຫົ່ລານີ້ແມ່ນຊົນເຜົ່າຂອງເອໂດມ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 2 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29