bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Chronicles 4
1 Chronicles 4
Lao Bible 2012 (ພຣະຄຳພີສັກສິ)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 5 →
1
ຄົນເຫຼົ່ານີ້ແມ່ນເຊື້ອສາຍບາງສ່ວນຂອງຢູດາ ມີດັ່ງນີ້: ເປເຣັດ, ເຮຊະໂຣນ, ການໝີ, ຮູເຣ ແລະໂຊບານ.
2
ໂຊບານເປັນພໍ່ຂອງເຣອາອີຢາ ແລະເຣອາອີຢາເປັນພໍ່ຂອງຢາຮາດ; ຢາຮາດເປັນພໍ່ຂອງອາຮູມາຍແລະລາຮາດ ຊຶ່ງເປັນບັນພະບຸລຸດຂອງຊົນຊາດໂຊຣາ.
3
ຮູເຣແມ່ນລູກຊາຍກົກຂອງກາເລັບທີ່ໄດ້ກັບນາງເອຟຣັດ. ແມ່ນເຊື້ອສາຍຂອງຮູເຣທີ່ເປັນຜູ້ໄດ້ສ້າງເມືອງເບັດເລເຮັມ. ຮູເຣມີລູກຊາຍສາມຄົນ ດັ່ງນີ້: ເອຕາມ, ເປນູເອນ ແລະເອເຊ. ເອຕາມມີລູກຊາຍ ສາມຄົນດັ່ງນີ້: ຢິດຊະເຣນ, ອີຊະມາ ແລະອີດະບັດ ແລະມີລູກສາວຜູ້ໜຶ່ງຊື່ວ່າ ຮັດເຊເລນໂປນີ. ເປນູເອນໄດ້ສ້າງເມືອງເກໂດເຣ ແລະເອເຊໄດ້ສ້າງເມືອງຮູຊາ.
5
ອາຊະຮູຜູ້ໄດ້ສ້າງເມືອງເຕກົວ ມີເມຍສອງຄົນດັ່ງນີ້: ເຮລາແລະນາອາຣາ.
6
ລາວມີລູກຊາຍກັບນາງນາອາຣາສີ່ຄົນ ດັ່ງນີ້: ອາຮູດຊຳ, ເຮເຟ, ເຕເມນີ ແລະຮາຮັດສະຕາຣີ.
7
ແລະລາວຍັງມີລູກຊາຍກັບນາງເຮລາສາມຄົນ ດັ່ງນີ້: ເຊເຣດ, ອີຊະຮາດ ແລະເອັດນັນ.
8
ໂກເຊເປັນພໍ່ຂອງອານຸບແລະໂຊເບບາ ແລະເປັນບັນພະບຸລຸດຂອງຕະກຸນຕ່າງໆ ທີ່ສືບເຊື້ອສາຍມາຈາກອາຮາເຮນລູກຊາຍຂອງຮາຣູມ.
9
ມີຊາຍຄົນໜຶ່ງຊື່ວ່າຢາເບດ ແລະລາວໄດ້ຮັບການນັບຖືຫລາຍກວ່າໝູ່ໃນຄອບຄົວ. ແມ່ຂອງລາວໄດ້ໃສ່ຊື່ໃຫ້ວ່າຢາເບດ ເພາະເມື່ອຄອດລາວອອກມານັ້ນ ນາງໄດ້ຮັບຄວາມເຈັບປວດຫລາຍ.
10
ແຕ່ຢາເບດໄດ້ພາວັນນາອະທິຖານຕໍ່ພຣະເຈົ້າແຫ່ງຊາດອິດສະຣາເອນວ່າ, “ໂອ ພຣະເຈົ້າເອີຍ ໂຜດອວຍພອນຂ້ານ້ອຍ ແລະໃຫ້ຂ້ານ້ອຍມີດິນແດນຢ່າງຫລວງຫລາຍແດ່ທ້ອນ. ໂຜດສະຖິດຢູ່ນຳຂ້ານ້ອຍແລະຮັກສາຂ້ານ້ອຍ ໃຫ້ພົ້ນຈາກການຊົ່ວຮ້າຍນາໆປະການແດ່ທ້ອນ ຊຶ່ງອາດເຮັດໃຫ້ຂ້ານ້ອຍໄດ້ຮັບຄວາມເຈັບປວດ.” ພຣະເຈົ້າໄດ້ໃຫ້ສິ່ງທີ່ລາວໄດ້ພາວັນນາອະທິຖານຂໍນັ້ນ.
11
ເກລຸບອ້າຍຂອງຊູຮາ ມີລູກຊາຍຜູ້ໜຶ່ງຊື່ວ່າ ເມຮີ. ເມເຮຍເປັນພໍ່ຂອງເອຊະໂຕນ,
12
ແລະເອຊະໂຕນມີລູກຊາຍສາມຄົນ ດັ່ງນີ້: ເບັດຣາພາ, ປາເສຢາ ແລະເຕຮີນນາ. ເຕຮີນນາເປັນຜູ້ສ້າງເມືອງນາຮາດ. ພວກເຊື້ອສາຍຂອງຄົນເຫຼົ່ານີ້ໄດ້ອາໄສຢູ່ໃນເມືອງເຣກາ.
13
ເກນາດມີລູກຊາຍສອງຄົນດັ່ງນີ້: ໂອດນີເອນແລະເສຣາອີຢາ. ໂອດນີເອນມີລູກຊາຍສອງຄົນເຊັ່ນກັນ ດັ່ງນີ້: ຮາທັດ ແລະເມໂອໂນໄທ.
14
ເມໂອໂນໄທເປັນພໍ່ຂອງໂອຟະຣາ. ເສຣາອີຢາເປັນພໍ່ຂອງໂຢອາບ ຜູ້ທີ່ໄດ້ກໍຕັ້ງບ້ານແຫ່ງຮ່ອມພູຊ່າງສີມື ຊຶ່ງເປັນບ່ອນທີ່ພວກນາຍຊ່າງສີມືທຸກຄົນອາໄສຢູ່.
15
ກາເລັບລູກຊາຍຂອງເຢຟຸນເນ ມີລູກຊາຍສາມຄົນດັ່ງນີ້: ອີຣູ, ເອລາ ແລະນາອາມ. ເອລາເປັນພໍ່ຂອງເກນາດ.
16
ເຢຮັນເລເລນມີລູກຊາຍສີ່ຄົນ ດັ່ງນີ້: ຊີເຟ, ຊີຟາ, ຕີຣີອາ ແລະອາສາເຣນ.
17
ເອຊະຣາ ມີລູກຊາຍສີ່ຄົນ ດັ່ງນີ້: ເຢເທ, ເມເຣດ, ເອເຟ ແລະຢາໂລນ. ເມເຣດໄດ້ແຕ່ງງານກັບບີທີຢາ ລູກສາວຂອງກະສັດຟາໂຣແຫ່ງປະເທດເອຢິບ; ແລະພວກເຂົາມີລູກສາວຄົນໜຶ່ງຊື່ວ່າ ມີຣີອາມ ແລະມີລູກຊາຍສອງຄົນຊື່ວ່າ ຊາມມາຍ ແລະອີຊະບາ. ອີຊະບາໄດ້ສ້າງເມືອງເອຊະເຕມົວ. ເມເຣດຍັງໄດ້ແຕ່ງງານກັບຍິງຄົນໜຶ່ງໃນເຜົ່າຢູດາເຊັ່ນກັນ ແລະພວກເຂົາມີລູກຊາຍສາມຄົນ ດັ່ງນີ້: ເຢເຣັດຜູ້ໄດ້ສ້າງເມືອງເກໂດເຣ; ເຮເບຜູ້ໄດ້ສ້າງເມືອງໂສໂກ; ແລະເຢກູທິເອນຜູ້ໄດ້ສ້າງເມືອງຊາໂນອາ.
19
ໂຮດີຢາໄດ້ແຕ່ງງານກັບເອື້ອຍຂອງນາຮາມ. ເຊື້ອສາຍຂອງພວກເຂົາໄດ້ກໍ່ຕັ້ງຕະກຸນຄາມ ຊຶ່ງໄດ້ອາໄສຢູ່ໃນເມືອງເກອີລາ ແລະຕະກຸນມາອາກາດໄດ້ອາໄສຢູ່ໃນເມືອງເອຊະເຕມົວ.
20
ຊີໂມນມີລູກຊາຍສີ່ຄົນ ດັ່ງນີ້: ອາມໂນນ, ຣິນນາ, ເບນຮານານ ແລະຕີໂລນ. ອີຊີມີລູກຊາຍສອງຄົນ ດັ່ງນີ້: ໂຊເຮັດແລະເບນໂຊເຫັດ.
21
ເຊລາແມ່ນລູກຊາຍຄົນໜຶ່ງໃນບັນດາລູກຊາຍທັງຫລາຍຂອງຢູດາ. ເຊື້ອສາຍຂອງເພິ່ນ ມີດັ່ງນີ້: ເອຣະຜູ້ທີ່ໄດ້ສ້າງເມືອງເລກາ; ລາອາດາຜູ້ທີ່ໄດ້ສ້າງເມືອງມາເຣຊາ; ຕະກຸນຂອງຊ່າງຕໍ່າຜ້າຜູ້ທີ່ໄດ້ອາໄສຢູ່ເມືອງເບັດອາຊະເບອາ;
22
ໂຢກີມແລະປະຊາຊົນທີ່ໄດ້ອາໄສຢູ່ໃນເມືອງໂກເຊບາ; ແລະໂຢອາດກັບສາຣາບຜູ້ທີ່ໄດ້ແຕ່ງງານກັບຍິງຊາວໂມອາບ; ແລະຕໍ່ມາໄດ້ຕັ້ງຖິ່ນຖານຢູ່ເລີຍທີ່ເບັດເລເຮັມ. (ສ່ວນຂະນົບທຳນຽມເຫຼົ່ານີ້ເປັນເລື່ອງບູຮານຫລາຍ.)
23
ພວກເຂົາເປັນຊ່າງປັ້ນໝໍ້ຮັບໃຊ້ກະສັດ ແລະໄດ້ອາໄສຢູ່ໃນເມືອງເນຕາອີມແລະເກເດຣາ.
24
ຊີເມໂອນມີລູກຊາຍຫ້າຄົນ ດັ່ງນີ້: ເນມູເອນ, ຢາມິນ, ຢາຣິບ, ເຊຣາ ແລະຊາອູນ.
25
ລູກຊາຍຂອງຊາອູນແມ່ນຊານລູມ, ຫລານຊາຍຂອງເພິ່ນແມ່ນມິບສາມ ແລະເຫຼັນຂອງເພິ່ນແມ່ນມີຊະມາ.
26
ແລ້ວເຊື້ອສາຍທີ່ສືບຕໍ່ຈາກມີຊະມາ ມີດັ່ງນີ້: ຮາມມູເອນ, ຊັກກູເຣ ແລະຊີເມອີ.
27
ຊີເມອີມີລູກຊາຍສິບຫົກຄົນແລະລູກສາວຫົກຄົນ ແຕ່ພີ່ນ້ອງຂອງລາວມີລູກບໍ່ຫລາຍຄົນ ແລະຕະກຸນທັງໝົດຂອງພວກເຂົາບໍ່ມີຄົນເພີ່ມຂຶ້ນຫລາຍເທົ່າກັບເຜົ່າຢູດາ.
28
ນັບລົງໄປເຖິງສະໄໝຂອງກະສັດດາວິດ ເຊື້ອສາຍຂອງຊີເມໂອນໄດ້ອາໄສຢູ່ໃນເມືອງ ດັ່ງຕໍ່ໄປນີ້: ເບເອນເຊບາ, ໂມລາດາ, ຮາຊາຊູອານ,
29
ບີນຮາ, ເອເຊມ, ໂຕລາດ,
30
ເບທູເອນ, ໂຮມາ, ຊິກລັກ,
31
ເບັດມັກກາໂບດ, ຮາຊາສູສິມ, ເບັດບີຣີ ແລະຊາອາຣາອິມ.
32
ພວກເຂົາຍັງໄດ້ອາໄສຢູ່ໃນບ່ອນອື່ນໆອີກ ດັ່ງນີ້: ເອຕາມ, ອາອິນ, ຣິມໂມນ, ໂຕເກນ ແລະອາຊານ,
33
ແລະບ້ານທັງຫລາຍທີ່ຢູ່ອ້ອມແອ້ມນັ້ນ ໄກໄປຈົນເຖິງທິດຕາເວັນຕົກສ່ຽງໃຕ້ຂອງເມືອງບາອາລາດ. ນີ້ແຫລະ ຄືການບັນທຶກສຳມະໂນຄົວແລະບ່ອນຕ່າງໆທີ່ພວກເຂົາອາໄສຢູ່.
34
ບຸກຄົນດັ່ງຕໍ່ໄປນີ້ແມ່ນຫົວໜ້າຕະກຸນຂອງພວກເຂົາ ມີດັ່ງນີ້: ເມໂຊບັບ, ຢາມເລັກ, ໂຢຊາ ຜູ້ເປັນລູກຊາຍຂອງອາມາຊີຢາ,
35
ໂຢເອນ, ເຢຮູ (ເປັນລູກຊາຍຂອງໂຢຊີບີຢາ, ຫລານຊາຍຂອງເສຣາອີຢາ, ເຫຼັນຂອງອາສີເອນ),
36
ເອລີໂອນາຍ, ຢາອາໂກບາດ, ເຢໂຊຮາອີຢາ, ອາສາອີຢາ, ອາດີເອນ, ເຢສີມີເອນ, ເບນາອີຢາ.
37
ຊີຊາ (ລູກຊາຍຂອງຊິບຟີ, ຫລານຊາຍຂອງອັນໂລນ, ເຊື້ອສາຍຂອງເຢດາອີຢາ, ຊິມຣີ ແລະເຊມາອີຢາ).
38
ຊື່ເຫຼົ່ານີ້ເປັນຜູ້ນຳໃນຄອບຄົວ ຍ້ອນຄອບຄົວຂອງພວກເຂົາສືບຕໍ່ເພີ່ມຂຶ້ນ,
39
ພວກເຂົາຈຶ່ງໄດ້ແຜ່ຜາຍກະຈາຍອອກໄປ ທາງທິດຕາເວັນຕົກເກືອບຮອດເກຣາກ ແລະໄດ້ລ້ຽງຝູງແກະຂອງພວກເຂົາຢູ່ທາງພາກຕາເວັນອອກຂອງຮ່ອມພູໃນບ່ອນທີ່ຕັ້ງເມືອງຢູ່.
40
ພວກເຂົາໄດ້ພົບທົ່ງຫຍ້າຢ່າງອຸດົມສົມບູນ ທັງກວ້າງຂວາງແລະງຽບສະຫງົບດີຢູ່ນອກເມືອງ. ປະຊາຊົນທີ່ໄດ້ອາໄສຢູ່ກ່ອນພວກເຂົາແມ່ນຊາວຮາມ.
41
ໃນສະໄໝຂອງກະສັດເຮເຊກີຢາແຫ່ງອານາຈັກຢູດາຍ ພວກຜູ້ຊາຍທີ່ມີຊື່ໃນຂ້າງເທິງນັ້ນໄດ້ໄປທີ່ເມືອງເກຣາກ ແລະທຳລາຍເຕັນກັບຕູບຂອງປະຊາຊົນທີ່ອາໄສຢູ່ທີ່ນັ້ນ. ພວກເຂົາຂັບໄລ່ປະຊາຊົນເຫຼົ່ານັ້ນອອກໄປ ແລະໄດ້ຕັ້ງຫຼັກແຫຼ່ງຢູ່ທີ່ນັ້ນຢ່າງຖາວອນ ຍ້ອນບ່ອນນີ້ມີດິນທີ່ອຸດົມສົມບູນສຳລັບຝູງແກະຂອງພວກເຂົາ.
42
ຄົນໃນເຜົ່າຂອງຊີເມໂອນອື່ນໆ ຫ້າຮ້ອຍຄົນໄດ້ພາກັນໄປ ທີ່ທາງທິດຕາເວັນອອກຂອງເມືອງເອໂດມ. ພວກຜູ້ນຳຂອງພວກເຂົາ ຜູ້ທີ່ເປັນລູກຊາຍຂອງອີຊີ ມີດັ່ງນີ້: ເປລາຕີຢາ, ເນອາຣີຢາ, ເຣຟາອີຢາ ແລະອຸດຊີເອນ.
43
ຢູ່ໃນທີ່ນັ້ນ ພວກເຂົາໄດ້ສັງຫານຊາວອາມາເຫຼັກຜູ້ທີ່ລອດຊີວິດມາໄດ້ ແລະໄດ້ອາໄສຢູ່ທີ່ນັ້ນຈົນເຖິງທຸກວັນນີ້.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 5 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29