bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Chronicles 2
1 Chronicles 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 3 →
1
ຢາໂຄບມີລູກຊາຍສິບສອງຄົນ ດັ່ງນີ້: ຣູເບັນ, ຊີເມໂອນ, ເລວີ, ຢູດາ, ອິດຊາຄາ, ເຊບູໂລນ,
2
ດານ, ໂຢເຊັບ, ເບັນຢາມິນ, ເນັບທາລີ, ກາດ ແລະອາເຊ.
3
ຢູດາມີລູກຊາຍຫ້າຄົນ. ລູກຊາຍສາມຄົນທີ່ເກີດຈາກນາງບັດຊູອາ ຊາວການາອານ ມີດັ່ງນີ້: ເອຣະ, ໂອນານ ແລະເຊລາ. ເອຣະຜູ້ເປັນລູກຊາຍກົກໄດ້ເຮັດຊົ່ວຮ້າຍຕໍ່ສາຍຕາຂອງພຣະເຈົ້າຢາເວ ແລະພຣະອົງຈຶ່ງຂ້າລາວ.
4
ລູກຊາຍສອງຄົນທີ່ເກີດຈາກນາງຕາມາລູກໃພ້ຂອງຕົນ ມີດັ່ງນີ້: ເປເຣັດແລະເຊຣາ.
5
ເປເຣັດມີລູກຊາຍສອງຄົນຊື່ວ່າ ເຮຊະໂຣນແລະຮາມູນ.
6
ເຊຣານ້ອງຊາຍຂອງລາວ ມີລູກຊາຍຫ້າຄົນ ດັ່ງນີ້: ຊິມຣີ, ເອທານ, ເຮມານ, ການໂກນ ແລະດາກດາ.
7
ອາການ ລູກຊາຍຂອງການໝີແລະໜຶ່ງໃນເຊື້ອສາຍຂອງເຊຣາ ໄດ້ນຳຄວາມຈິບຫາຍມາສູ່ປະຊາຊົນອິດສະຣາເອນ ໂດຍຮັກສາຂອງທີ່ປຸ້ນມາໄດ້ໄວ້ ຊຶ່ງຂອງເຫຼົ່ານັ້ນໄດ້ມອບຖວາຍແລ້ວ.
8
ເອທານມີລູກຊາຍຜູ້ໜຶ່ງຊື່ວ່າ ອາຊາຣີຢາ.
9
ເຮຊະໂຣນມີລູກຊາຍສາມຄົນ ດັ່ງນີ້: ເຢຣາເມເອນ, ຣາມ ແລະເຄລູໄບ (ກາເລັບ).
10
ເຊື້ອສາຍຄອບຄົວທີ່ສືບຈາກຣາມເຖິງເຢຊີ ມີດັ່ງນີ້: ຣາມເປັນພໍ່ຂອງອຳມີນາດາບ, ອຳມີນາດາບເປັນພໍ່ຂອງນາໂຊນ, (ບຸກຄົນສຳຄັນຂອງເຜົ່າຢູດາຍ)
11
ນາໂຊນເປັນພໍ່ຂອງສານໂມນ, ສານໂມນເປັນພໍ່ຂອງໂບອາດ,
12
ໂບອາດເປັນພໍ່ຂອງໂອເບັດ ແລະໂອເບັດເປັນພໍ່ຂອງເຢຊີ.
13
ເຢຊີມີລູກຊາຍເຈັດຄົນ. ເມື່ອໄລ່ຕາມລຳດັບອາຍຸແລ້ວ ມີດັ່ງນີ້: ເອລີອາບ, ອາບີນາດາບ, ຊາມມາ,
14
ເນທາເນນ, ຣັດດາຍ,
15
ໂອເຊມ ແລະດາວິດ.
16
ເພິ່ນຍັງມີລູກສາວສອງຄົນ ດັ່ງນີ້: ນາງເຊຣູອີຢາ ແລະນາງອາບີກາຍ. ນາງເຊຣູອີຢາລູກສາວຂອງເຢຊີມີລູກຊາຍສາມຄົນ ດັ່ງນີ້: ອາບີໄຊ, ໂຢອາບ ແລະອາສາເຮນ.
17
ນາງອາບີກາຍລູກສາວຜູ້ໜຶ່ງອີກໄດ້ແຕ່ງງານກັບເຢເທີ ຜູ້ສືບເຊື້ອສາຍມາຈາກອິດຊະມາເອນ ແລະພວກເຂົາມີລູກຊາຍຜູ້ໜຶ່ງຊື່ວ່າ ອາມາສາ.
18
ກາເລັບລູກຊາຍຂອງເຮຊະໂຣນໄດ້ແຕ່ງງານກັບນາງອາຊູບາ ແລະມີລູກສາວຜູ້ໜຶ່ງຊື່ວ່າ ເຢຣີໂອດ. ນາງມີ ລູກຊາຍສາມຄົນ ດັ່ງນີ້: ເຢເຊ, ໂຊບັບ ແລະອາກໂດນ.
19
ຫລັງຈາກອາຊູບາໄດ້ຕາຍໄປແລ້ວ ກາເລັບກໍໄດ້ແຕ່ງງານກັບເອຟຣັດ ແລະພວກເຂົາມີລູກຊາຍຜູ້ໜຶ່ງຊື່ວ່າ ຮູເຣ.
20
ລູກຊາຍຂອງຮູເຣຊື່ວ່າ ອູຣິ ແລະຫລານຊາຍຊື່ວ່າ ເບຊາເລນ.
21
ເມື່ອເຮຊະໂຣນມີອາຍຸໄດ້ຫົກສິບປີ ເພິ່ນໄດ້ແຕ່ງງານກັບລູກສາວຂອງມາກີ ນ້ອງສາວຂອງກີເລອາດ ພວກເຂົາມີລູກຊາຍຜູ້ໜຶ່ງຊື່ວ່າ ເສກຸບ,
22
ແລະເສກຸບມີລູກຊາຍຜູ້ໜຶ່ງຊື່ວ່າ ຢາອີ ຢາອີໄດ້ປົກຄອງ ຊາວສາມເມືອງໃນເຂດແດນກີເລອາດ.
23
ແຕ່ເພິ່ນໄດ້ໃຊ້ກຳລັງຢຶດເອົາອານາຈັກຕ່າງໆຂອງເກຊູ ແລະຂອງອາຣາມຫົກສິບຕົວເມືອງ ລວມທັງໝູ່ບ້ານທັງຫລາຍຂອງຢາອີແລະເກນາດ ຕະຫລອດທັງເມືອງຕ່າງໆທີ່ຢູ່ອ້ອມແອ້ມນັ້ນ. ຊາວເມືອງທີ່ອາໄສຢູ່ທີ່ນັ້ນ ແມ່ນໄດ້ສືບເຊື້ອສາຍມາຈາກມາກີ ຜູ້ເປັນພໍ່ຂອງກີເລອາດ.
24
ຫລັງຈາກເຮຊະໂຣນໄດ້ຕາຍໄປແລ້ວ ກາເລັບຜູ້ເປັນລູກຊາຍຈຶ່ງໄດ້ແຕ່ງງານກັບນາງເອຟຣັດ ເມຍໝ້າຍຂອງພໍ່ຕົນ. ພວກເຂົາມີລູກຊາຍຜູ້ໜຶ່ງຊື່ວ່າອາຊະຮູ ຜູ້ທີ່ໄດ້ສ້າງເມືອງເຕກົວ.
25
ເຢຣາເມເອນລູກຊາຍກົກຂອງເຮຊະໂຣນມີລູກຊາຍຫ້າຄົນ ດັ່ງນີ້: ຣາມເປັນລູກກົກ, ບູນາ, ໂອເຣນ, ໂອເຊມ ແລະອາຮີຢາ.
26
ຣາມມີລູກຊາຍສາມຄົນ ດັ່ງນີ້: ມາອາ, ຢາມິນ ແລະເອເກ. ເຢຣາເມເອນມີເມຍອີກຜູ້ໜຶ່ງຊື່ວ່າ ອາຕາຣາ ແລະພວກເຂົາມີລູກຊາຍຜູ້ໜຶ່ງຊື່ວ່າ ໂອນາມ.
28
ໂອນາມມີລູກຊາຍສອງຄົນຊື່ວ່າ ຊາມມາຍແລະຢາດາ ແລະຊາມມາຍມີລູກຊາຍສອງຄົນ ດັ່ງນີ້: ນາດາບແລະອາບີຊູ.
29
ອາບີຊູໄດ້ແຕ່ງງານກັບຍິງຜູ້ໜຶ່ງຊື່ວ່າ ອາບີໄຮ ແລະພວກເຂົາມີລູກຊາຍສອງຄົນ ດັ່ງນີ້: ອາບານແລະໂມລິດ.
30
ນາດາບອ້າຍຂອງອາບີຊູມີລູກຊາຍສອງຄົນຊື່ວ່າ ເສເລັດແລະອັບປາອິມ, ແຕ່ເສເລັດໄດ້ຕາຍໄປໂດຍບໍ່ມີລູກ.
31
ອັບປາອິມເປັນພໍ່ຂອງອີຊີ ແລະອີຊີເປັນພໍ່ຂອງເຊຊານ ແລະເຊຊານເປັນພໍ່ຂອງອາຮະໄລ.
32
ຢາດານ້ອງຂອງຊາມມາຍມີລູກຊາຍສອງຄົນຊື່ວ່າ ເຢເທີ ແລະ ໂຢນາທານ; ແຕ່ເຢເທີໄດ້ຕາຍໄປໂດຍບໍ່ມີລູກ.
33
ໂຢນາທານມີລູກຊາຍສອງຄົນຊື່ວ່າ ເປເລັດແລະຊາຊາ. ທັງໝົດນີ້ແມ່ນເຊື້ອສາຍຂອງເຢຣາເມເອນ.
34
ເຊຊານບໍ່ມີລູກຜູ້ຊາຍ ມີແຕ່ລູກຜູ້ຍິງ ລາວມີຄົນຮັບໃຊ້ຊາຍຊາວເອຢິບຜູ້ໜຶ່ງຊື່ວ່າ ຢາຣະຮາ
35
ແລະໄດ້ຍົກລູກສາວຄົນໜຶ່ງໃຫ້ແຕ່ງງານກັບຄົນຮັບໃຊ້ຜູ້ນີ້ ພວກເຂົາມີລູກຊາຍຜູ້ໜຶ່ງຊື່ວ່າ ອັດໄຕ.
36
ສາຍຄອບຄົວແຕ່ອັດໄຕເຖິງເອລີຊາມາ ມີດັ່ງນີ້: ອັດໄຕເປັນພໍ່ຂອງນາທານ, ນາທານເປັນພໍ່ຊາບັດ,
37
ຊາບັດເປັນພໍ່ຂອງເອຟະລານ, ເອຟະລານເປັນພໍ່ຂອງໂອເບັດ,
38
ໂອເບັດເປັນພໍ່ຂອງເຢຮູ, ເຢຮູເປັນພໍ່ຂອງອາຊາຣີຢາ,
39
ອາຊາຣີຢາເປັນພໍ່ຂອງເຮເລັດ, ເຮເລັດເປັນພໍ່ຂອງເອເລອາສາ,
40
ເອເລອາສາເປັນພໍ່ຂອງສີສະໝາຍ, ສີສະໝາຍເປັນພໍ່ຂອງຊານລູມ,
41
ຊານລູມເປັນພໍ່ຂອງເຢກາມີຢາ ແລະເຢກາມີຢາເປັນພໍ່ຂອງເອລີຊາມາ.
42
ລູກຊາຍກົກຂອງກາເລັບນ້ອງຂອງເຢຣາເມເອນຊື່ວ່າ ເມຊາ ລາວເປັນພໍ່ຂອງຊີເຟ ຊີເຟເປັນພໍ່ຂອງມາເຣຊາ ແລະມາເຣຊາເປັນພໍ່ຂອງເຮັບໂຣນ.
43
ເຮັບໂຣນມີລູກຊາຍສີ່ຄົນ ດັ່ງນີ້: ໂກຣາ, ຕັບປູອາ, ເຣເກມ ແລະເຊມາ.
44
ເຊມາເປັນພໍ່ຂອງຣາຮາມ ແລະເປັນປູ່ຂອງຢອກເກອາມ. ເຣເກມ ອ້າຍຂອງເຊມາ ເປັນພໍ່ຂອງຊາມມາຍ
45
ຊາມມາຍເປັນພໍ່ຂອງມາໂອນ ແລະມາໂອນເປັນພໍ່ຂອງເບັດຊູເຣ.
46
ກາເລັບມີເມຍນ້ອຍຜູ້ໜຶ່ງຊື່ວ່າ ເອຟາ. ໂດຍທາງນາງເອຟາ ເພິ່ນມີລູກຊາຍສາມຄົນ ດັ່ງນີ້: ຮາຣານ, ໂມຊາ ແລະກາເຊ. ຮາຣານມີລູກຊາຍຜູ້ໜຶ່ງຄືກັນຊື່ວ່າ ກາເຊ.
47
ມີຊາຍຄົນໜຶ່ງຊື່ວ່າ ຢາດາຍ. ລາວມີລູກຊາຍຢູ່ຫົກຄົນ ດັ່ງນີ້: ເຣເຄມ, ໂຢທາມ, ເກຊານ, ເປເລດ, ເອຟາ ແລະຊາອາບ.
48
ກາເລັບມີເມຍນ້ອຍຜູ້ອື່ນອີກຊື່ວ່າ ມາອາກາ ແລະນາງໄດ້ເກີດລູກຊາຍໃຫ້ເພິ່ນສອງຄົນ ດັ່ງນີ້: ເຊເບ ແລະຕີຮານາ.
49
ຕໍ່ມາ ນາງກໍມີລູກຊາຍອີກສອງຄົນ ດັ່ງນີ້: ຊາອາບ ຜູ້ທີ່ໄດ້ສ້າງເມືອງມາດມານນາ ແລະເຊວາ ຜູ້ທີ່ໄດ້ສ້າງເມືອງມັກເບນາ ແລະກີເບອາ. ນອກນີ້ ກາເລັບຍັງມີລູກສາວຄົນໜຶ່ງຊື່ວ່າ ອັກສາ.
50
ຕໍ່ໄປນີ້ແມ່ນເຊື້ອສາຍຂອງກາເລັບອີກ ດັ່ງນີ້: ຮູເຣແມ່ນລູກຊາຍກົກຂອງກາເລັບທີ່ໄດ້ກັບນາງເອຟຣັດ ເມຍຂອງເພິ່ນ. ໂຊບານລູກຊາຍຂອງຮູເຣ ຜູ້ທີ່ໄດ້ສ້າງເມືອງກີຣີອາດເຢອາຣີມ.
51
ສານມາລູກຊາຍຜູ້ທີສອງ ຜູ້ທີ່ໄດ້ສ້າງເມືອງເບັດເລເຮັມ ແລະຮາເຣັບລູກຊາຍຜູ້ທີສາມ ຜູ້ທີ່ໄດ້ສ້າງເມືອງເບັດກາເດ.
52
ໂຊບານ ຜູ້ທີ່ໄດ້ສ້າງເມືອງກີຣີອາດເຢອາຣີມ ເປັນບັນພະບຸລຸດຂອງປະຊາຊົນເມືອງຮາໂລເອ, ປະຊາຊົນເຄິ່ງໜຶ່ງຂອງຊາວເມນູໂຮດ,
53
ແລະຕະກຸນຕ່າງໆທີ່ໄດ້ອາໄສຢູ່ໃນເມືອງກີຣີອາດເຢອາຣີມ ມີດັ່ງນີ້: ຊາວອີທາ, ປູທະ, ຊູມາ ແລະມິດຊະຣາ. (ປະຊາຊົນໃນເມືອງຕ່າງໆຂອງໂຊຣາ ແລະເອຊະຕາໂອນ ເປັນສະມາຊິກຂອງຄອບຄົວເຫຼົ່ານີ້.)
54
ສານມາ ຜູ້ທີ່ໄດ້ສ້າງເມືອງເບັດເລເຮັມ ຊາວເນໂຕຟັດ ຊາວອາໂຣດເບັດໂຢອາບ ແລະເຄິ່ງໜຶ່ງຂອງຊາວມານາຮາດກັບຊາວໂຊເຣ.
55
ຕະກຸນຕ່າງໆຂອງຜູ້ຊ່ຽວຊານທາງການຂຽນ ແລະລອກເອກະສານ ທີ່ອາໄສຢູ່ຕາມເມືອງຢາເບດ ມີດັ່ງນີ້: ຕີຣາດ, ຊີເມອາດ ແລະສູກາດ. ພວກເຂົາແມ່ນຊາວເກນິດ ທີ່ໄດ້ແຕ່ງງານກັບຊາວເຣກາບ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29