bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Chronicles 22
1 Chronicles 22
Lao Bible 2012 (ພຣະຄຳພີສັກສິ)
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 23 →
1
ດັ່ງນັ້ນ ກະສັດດາວິດຈຶ່ງກ່າວວ່າ, “ບ່ອນນີ້ຈະເປັນທີ່ຕັ້ງວິຫານຂອງພຣະເຈົ້າຢາເວ ພຣະເຈົ້າ. ນີ້ແມ່ນແທ່ນບູຊາທີ່ຊາວອິດສະຣາເອນໃຊ້ເພື່ອເຜົາເຄື່ອງບູຊາ.”
2
ກະສັດດາວິດໄດ້ສັ່ງໃຫ້ຊາວຕ່າງດ້າວທັງໝົດ ທີ່ອາໄສຢູ່ໃນຊາດອິດສະຣາເອນມາເຕົ້າໂຮມກັນ ແລະໃຫ້ພວກເຂົາເຮັດວຽກ. ບາງຄົນໃນພວກເຂົາໄດ້ຕຽມສະກັດຫີນເພື່ອສ້າງວິຫານຂອງພຣະເຈົ້າ.
3
ເພິ່ນຈັດຫາເຫຼັກເປັນຈຳນວນຫລວງຫລາຍ ສຳລັບເຮັດຕະປູກັບບານພັບເພື່ອໃຊ້ຈັບປະຕູໄມ້ ແລະທອງສຳຣິດເປັນຈຳນວນຫລວງຫລາຍຈົນເກີນກວ່າທີ່ຈະຊັ່ງນໍ້າໜັກໄດ້.
4
ຊາວຊີໂດນກັບຊາວຕີເຣໄດ້ນຳໄມ້ສົນສີດາເປັນທ່ອນ ຈຳນວນຫລວງຫລາຍມາໃຫ້.
5
ກະສັດດາວິດຄິດວ່າ, “ວິຫານທີ່ໂຊໂລໂມນລູກຊາຍເຮົາຈະສ້າງຂຶ້ນສຳລັບພຣະເຈົ້າຢາເວນີ້ຕ້ອງງາມ ແລະເປັນທີ່ຊ່າລືກັນໄປທົ່ວໂລກ, ແຕ່ລາວຍັງໜຸ່ມ ແລະຂາດປະສົບການ. ດັ່ງນັ້ນ ເຮົາຈຶ່ງຕ້ອງເປັນຜູ້ຈັດຕຽມສິ່ງຕ່າງໆໄວ້ໃຫ້ລາວ.” ສະນັ້ນ ກະສັດດາວິດຈຶ່ງໄດ້ຈັດຫາວັດສະດຸກໍ່ສ້າງໄວ້ ເປັນຈຳນວນຫລວງຫລາຍກ່ອນເພິ່ນຕາຍໄປ.
6
ກະສັດດາວິດໄດ້ເອີ້ນໂຊໂລໂມນລູກຊາຍຂອງເພິ່ນມາ ແລະສັ່ງລາວໃຫ້ສ້າງວິຫານສຳລັບພຣະເຈົ້າຢາເວພຣະເຈົ້າແຫ່ງຊາດອິດສະຣາເອນ.
7
ກະສັດດາວິດກ່າວແກ່ລາວວ່າ, “ລູກເອີຍ ພໍ່ຢາກຈະສ້າງວິຫານເພື່ອນາມຊື່ຂອງພຣະເຈົ້າຢາເວ ພຣະເຈົ້າຂອງພໍ່.
8
ແຕ່ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາຫາພໍ່ວ່າ ພໍ່ໄດ້ຂ້າຄົນຢ່າງຫລວງຫລາຍ ແລະເຮັດເສິກມາຕະຫລອດ. ສະນັ້ນ ເພາະການນອງເລືອດທັງໝົດທີ່ພໍ່ໄດ້ກະທຳມານັ້ນ ພຣະອົງຈຶ່ງບໍ່ໃຫ້ພໍ່ສ້າງວິຫານສຳລັບນາມຊື່ຂອງພຣະອົງ.
9
ເຖິງຢ່າງໃດກໍຕາມ, ພຣະອົງໄດ້ສັນຍາກັບພໍ່ວ່າ ‘ເຈົ້າຈະມີລູກຊາຍຜູ້ໜຶ່ງ ຜູ້ທີ່ຈະປົກຄອງປະເທດຢ່າງສະຫງົບສຸກ ເພາະເຮົາຈະໃຫ້ລາວຢູ່ເຢັນເປັນສຸກພົ້ນຈາກສັດຕູທັງປວງ. ລາວຈະຊື່ວ່າ ໂຊໂລໂມນ ເພາະໃນອານາຈັກຂອງລາວ ເຮົາຈະໃຫ້ຊາດອິດສະຣາເອນຢູ່ເຢັນເປັນສຸກ ແລະມີຄວາມປອດໄພ.
10
ລາວຈະເປັນຜູ້ສ້າງວິຫານໃຫ້ເຮົາ ແລະລາວຈະເປັນລູກຊາຍຂອງເຮົາ ແລະເຮົາຈະເປັນພໍ່ຂອງລາວ. ເຊື້ອວົງຂອງລາວຈະປົກຄອງຊາດອິດສະຣາເອນຕະຫລອດໄປ.”’
11
ກະສັດດາວິດກ່າວຕໍ່ໄປວ່າ, “ບັດນີ້ລູກເອີຍ ຂໍໃຫ້ພຣະເຈົ້າຢາເວສະຖິດຢູ່ກັບເຈົ້າ ແລະຂໍໃຫ້ເຈົ້າຈະເລີນຂື້ນເຖີດ ເພື່ອເຈົ້າຈະສ້າງວິຫານສຳລັບພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າໃຫ້ສຳເລັດ.
12
ແລະຂໍພຣະເຈົ້າຢາເວໂຜດໃຫ້ເຈົ້າມີຄວາມເຂົ້າໃຈອັນເລິກເຊິ່ງ ແລະປະກອບດ້ວຍສະຕິປັນຍາ ແລະຕັ້ງເຈົ້າໄວ້ເພື່ອປົກຄອງຊາດອິດສະຣາເອນ ແລະໃຫ້ເຈົ້າຖືຮັກສາກົດບັນຍັດຂອງພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ.
13
ຖ້າເຈົ້າຍອມເຮັດຕາມກົດບັນຍັດທັງໝົດ ຊຶ່ງພຣະເຈົ້າຢາເວໄດ້ມອບໃຫ້ໂມເຊສຳລັບຊາດອິດສະຣາເອນນັ້ນ ເຈົ້າກໍຈະຈະເລີນຂື້ນ. ຈົ່ງເດັດດ່ຽວແລະກ້າຫານ ຢ່າໃຫ້ສິ່ງໃດສິ່ງໜຶ່ງເຮັດໃຫ້ເຈົ້າຕ້ອງຢ້ານກົວເລີຍ.
14
ສຳລັບການສ້າງວິຫານຂອງພຣະເຈົ້າຢາເວນັ້ນ ພໍ່ໄດ້ລົງແຮງສະສົມຄຳໄວ້ແລ້ວ ຫລາຍກວ່າສາມພັນສີ່ຮ້ອຍໂຕນ ແລະເງິນອີກຫລາຍກວ່າສາມສິບສີ່ພັນໂຕນ. ນອກນີ້ຍັງມີທອງສຳຣິດແລະເຫຼັກ ທີ່ຖືກຈັດຫາໄວ້ໂດຍບໍ່ຈຳກັດຈຳນວນແລ້ວ. ພໍ່ຍັງໄດ້ຈັດຫາໄມ້ແລະຫີນໄວ້ເຊັ່ນດຽວກັນ ແຕ່ເຈົ້າຕ້ອງຫາມາຕື່ມອີກ.
15
ເຈົ້າມີຄົນເຮັດວຽກຢ່າງຫລວງຫລາຍ. ຄົນເຫຼົ່ານັ້ນເປັນຊ່າງສະກັດຫີນ ຊ່າງກໍ່ແລະຊ່າງໄມ້ ພ້ອມທັງຊ່າງສີມືທຸກຊະນິດເຊັ່ນ:
16
ຊ່າງຄຳ, ຊ່າງເງິນ, ຊ່າງທອງສຳຣິດ ແລະຊ່າງເຫລັກ. ບັດນີ້ ຈົ່ງເລີ່ມເຮັດວຽກສາ ຂໍພຣະເຈົ້າຢາເວສະຖິດຢູ່ນຳເຈົ້າເທີ້ນ.”
17
ກະສັດດາວິດສັ່ງພວກຜູ້ນຳຊາວອິດສະຣາເອນໝົດທຸກຄົນໃຫ້ຊ່ວຍໂຊໂລໂມນ
18
ເພິ່ນກ່າວວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສະຖິດຢູ່ນຳພວກເຈົ້າ ແລະໄດ້ໃຫ້ພວກເຈົ້າມີຄວາມສະຫງົບສຸກຮອບດ້ານ. ພຣະອົງໄດ້ໃຫ້ຂ້າພະເຈົ້າຮົບຊະນະຊົນຊາດທັງປວງທີ່ອາໄສຢູ່ໃນດິນແດນນີ້; ບັດນີ້ ພວກເຂົາຢູ່ໃຕ້ອຳນາດຂອງພຣະເຈົ້າຢາເວ ແລະໃຕ້ອຳນາດຂອງພວກເຈົ້າຊຶ່ງເປັນໄພ່ພົນຂອງພຣະອົງ.
19
ສະນັ້ນ ຈົ່ງສະແຫວງຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າດ້ວຍສຸດໃຈແລະສຸດຈິດ. ຈົ່ງລົງມືກໍ່ສ້າງສະຖານທີ່ສັກສິດຂອງພຣະເຈົ້າຢາເວ ພຣະເຈົ້າ ເພື່ອຈະໄດ້ເອົາຫີບພັນທະສັນຍາຂອງພຣະເຈົ້າຢາເວ ແລະເຄື່ອງສັກສິດອື່ນໆຂອງພຣະເຈົ້າ ເຂົ້າມາໃນວິຫານທີ່ສ້າງໄວ້ສຳລັບນາມຊື່ຂອງພຣະເຈົ້າຢາເວ.”
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 23 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29