bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Chronicles 29
1 Chronicles 29
Lao Bible 2012 (ພຣະຄຳພີສັກສິ)
← Chapter 28
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
1
ແລ້ວກະສັດດາວິດກໍປະກາດຕໍ່ທີ່ປະຊຸມທັງໝົດວ່າ, “ໂຊໂລໂມນລູກຊາຍຂອງຂ້າພະເຈົ້າແມ່ນຜູ້ທີ່ພຣະເຈົ້າໄດ້ເລືອກເອົາ, ແຕ່ລາວຍັງໜຸ່ມ ແລະຂາດປະສົບການ. ພາລະກິດນີ້ເປັນວຽກທີ່ຍິ່ງໃຫຍ່ຫລາຍ ເພາະບໍ່ແມ່ນວຽກສຳລັບສ້າງຣາຊວັງໃຫ້ມະນຸດຢູ່, ແຕ່ເປັນວຽກທີ່ສ້າງວິຫານສຳລັບພຣະເຈົ້າຢາເວ ພຣະເຈົ້າ.
2
ຂ້າພະເຈົ້າໄດ້ພະຍາຍາມຈັດຕຽມວັດສະດຸຕ່າງໆໄວ້ ສຳລັບສ້າງພຣະວິຫານ ເປັນຕົ້ນ: ຄຳ, ເງິນ, ທອງສຳຣິດ, ເຫຼັກ, ໄມ້, ຫີນມີຄ່າແລະພອຍ, ຫີນລາຍແລະຫີນອ່ອນ ເປັນຈຳນວນຫລວງຫລາຍ.
3
ນອກຈາກສິ່ງທັງໝົດທີ່ໄດ້ຖືກຈັດຫາໄວ້ນັ້ນ ຂ້າພະເຈົ້າຍັງໄດ້ມອບເງິນແລະຄຳຈາກຊັບສົມບັດສ່ວນຕົວຂອງຂ້າພະເຈົ້າໃຫ້ຕື່ມ ເພາະຂ້າພະເຈົ້າຮັກວິຫານຂອງພຣະເຈົ້າ.
4
ຂ້າພະເຈົ້າມອບຄຳສົດຈາກໂອເຟຍກວ່າໜຶ່ງຮ້ອຍໂຕນ ແລະເງິນສົດສອງຮ້ອຍຫົກສິບຫ້າໂຕນ ສຳລັບໃຊ້ຕົບແຕ່ງຝາຂອງພຣະວິຫານ ແລະສຳລັບເຮັດສິ່ງຂອງຕ່າງໆທີ່ພວກຊ່າງສີມືຈະລົງມືເຮັດ. ບັດນີ້ ຜູ້ໃດອີກແດ່ທີ່ມີໃຈເຫລື້ອມໃສສັດທາ ຢາກຖວາຍແກ່ພຣະເຈົ້າຢາເວ?”
6
ແລ້ວບັນດາຫົວໜ້າຕະກຸນຕ່າງໆ, ບັນດາເຈົ້າໜ້າທີ່ຂອງເຜົ່າຕ່າງໆ, ບັນດາຜູ້ບັນຊາການກອງທັບ ແລະບັນດາຜູ້ບໍລິຫານຊັບສົມບັດຂອງກະສັດ ກໍໄດ້ສະໝັກໃຈຖວາຍສິ່ງຂອງເພື່ອວຽກງານການກໍ່ສ້າງພຣະວິຫານ
7
ດັ່ງຕໍ່ໄປນີ້: ຄຳໜຶ່ງຮ້ອຍເກົ້າສິບໂຕນ, ເງິນສາມຮ້ອຍແປດສິບໂຕນ, ທອງສຳຣິດຫົກຮ້ອຍເຈັດສິບຫ້າໂຕນ ແລະເຫຼັກສາມພັນເຈັດຮ້ອຍຫ້າສິບໂຕນ.
8
ສ່ວນຜູ້ທີ່ມີຫີນມີຄ່າກໍໄດ້ຖວາຍໃຫ້ຄັງວິຫານຂອງພຣະເຈົ້າຢາເວ ຊຶ່ງເຢຮີເອນຄົນເລວີໃນຕະກຸນເກໂຊນເປັນຜູ້ບໍລິຫານ.
9
ປະຊາຊົນຖວາຍດ້ວຍໃຈເຫລື້ອມໃສສັດທາໃຫ້ແກ່ພຣະເຈົ້າຢາເວ ແລະພວກເຂົາຕ່າງກໍມີຄວາມຊົມຊື່ນຍິນດີທີ່ມີຄົນຖວາຍຢ່າງຫລວງຫລາຍ. ສ່ວນກະສັດດາວິດຍິ່ງມີຄວາມສຸກໃຈຫລາຍທີ່ສຸດ.
10
ກະສັດດາວິດໄດ້ສັນລະເສີນພຣະເຈົ້າຢາເວຕໍ່ໜ້າທີ່ປະຊຸມທັງຫລາຍ. ເພິ່ນກ່າວວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນບັນພະບຸລຸດຂອງຂ້ານ້ອຍ ຂໍໃຫ້ພຣະອົງຈົ່ງໄດ້ຮັບຄຳຍົກຍໍສັນລະເສີນຕະຫລອດໄປເທີ້ນ
11
ຂ້າແດ່ພຣະເຈົ້າຢາເວ ພຣະອົງຊົງຍິ່ງໃຫຍ່ແລະຊົງຣິດເດດ, ມີໄຊຊະນະ, ງົດງາມແລະເຕັມປ່ຽມດ້ວຍສະຫງ່າຣາສີ. ທຸກໆສິ່ງໃນຈັກກະວານແລະທີ່ເທິງແຜ່ນດິນໂລກກໍເປັນຂອງພຣະອົງ, ຂ້າແດ່ພຣະເຈົ້າຢາເວ ພຣະອົງເປັນຈອມກະສັດປົກຄອງເໜືອສັບພະທຸກສິ່ງ.
12
ຄວາມຮັ່ງມີແລະຊັບສົມບັດທັງໝົດກໍມາຈາກພຣະອົງທັງສິ້ນ; ພຣະອົງປົກປ້ອງຄຸ້ມຄອງສັບພະທຸກສິ່ງດ້ວຍກຳລັງ ແລະຣິດເດດຂອງພຣະອົງເອງ ແລະພຣະອົງບັນດານໃຫ້ຜູ້ໃດຜູ້ໜຶ່ງຍິ່ງໃຫຍ່ແລະເຂັ້ມແຂງໄດ້.
13
ບັດນີ້ ພຣະເຈົ້າຂອງຂ້ານ້ອຍເອີຍ ພວກຂ້ານ້ອຍຂໍໂມທະນາຂອບພຣະຄຸນ ແລະຍ້ອງຍໍສັນລະເສີນພຣະນາມອັນຮຸ່ງເຮືອງຂອງພຣະອົງ.
14
ຕາມທີ່ຈິງແລ້ວ ປະຊາຊົນຂອງພຣະອົງແລະຂ້ານ້ອຍເອງຈະຖວາຍສິ່ງໃດໆໃຫ້ແກ່ພຣະອົງບໍ່ໄດ້ດອກ ເພາະທຸກສິ່ງເປັນຂອງຂວັນມາຈາກພຣະອົງທັງສິ້ນ ແລະພວກຂ້ານ້ອຍກໍພຽງແຕ່ຖວາຍສິ່ງທີ່ເປັນຂອງພຣະອົງຄືນໃຫ້ພຣະອົງເທົ່ານັ້ນ.
15
ພວກຂ້ານ້ອຍມີຊີວິດທີ່ຜ່ານມາ ດັ່ງຄົນທີ່ຖືກເນລະເທດແລະຄົນຕ່າງດ້າວ ເໝືອນບັນພະບຸລຸດຂອງພວກຂ້ານ້ອຍທີ່ເຄີຍເປັນມາ. ຊີວິດຂອງພວກຂ້ານ້ອຍປຽບດັ່ງເງົາທີ່ຜ່ານພົ້ນໄປ ແລະພວກຂ້ານ້ອຍກໍບໍ່ອາດຫລີກລ້ຽງຈາກຄວາມຕາຍໄດ້.
16
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ພວກຂ້ານ້ອຍໄດ້ນຳເອົາຊັບສົມບັດທັງໝົດນີ້ມາສ້າງວິຫານ ເພື່ອເປັນການຍ້ອງຍໍໃຫ້ກຽດພຣະນາມອັນບໍຣິສຸດຂອງພຣະອົງ; ແຕ່ສິ່ງເຫຼົ່ານັ້ນລ້ວນແຕ່ມາຈາກພຣະອົງ ແລະເປັນຂອງພຣະອົງທັງສິ້ນ.
17
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍຮູ້ວ່າພຣະອົງທົດສອບເບິ່ງຈິດໃຈຂອງມະນຸດທຸກຄົນ ແລະພໍໃຈກັບປະຊາຊົນທີ່ເປັນນໍ້າໜຶ່ງໃຈດຽວກັນ. ຂ້ານ້ອຍຂໍມອບສິ່ງທັງໝົດນີ້ໃຫ້ພຣະອົງດ້ວຍໃຈເຫລື້ອມໃສສັດທາ ແລະຂ້ານ້ອຍເຫັນວ່າປະຊາຊົນທີ່ມາເຕົ້າໂຮມກັນທີ່ນີ້ ພວກເຂົາມີຄວາມສຸກໃຈຫລາຍສໍ່າໃດ ທີ່ໄດ້ນຳເອົາເຄື່ອງຂອງມາຖວາຍແກ່ພຣະອົງ.
18
ຂ້າແດ່ພຣະເຈົ້າຢາເວພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະຢາໂຄບບັນພະບຸລຸດຂອງຂ້ານ້ອຍເອີຍ ຂໍໂຜດຮັກສາການອຸທິດຕົວຢ່າງນີ້ ໄວ້ໃຫ້ເຂັ້ມແຂງຢູ່ໃນຈິດໃຈປະຊາຊົນຂອງພຣະອົງຕະຫລອດໄປ ແລະຮັກສາພວກເຂົາໃຫ້ສັດຊື່ຕໍ່ພຣະອົງສືບໆໄປດ້ວຍເທີ້ນ.
19
ຂໍໂຜດໃຫ້ໂຊໂລໂມນລູກຊາຍຂອງຂ້ານ້ອຍມີໃຈປາຖະໜາອັນເຕັມລົ້ນ ທີ່ຈະປະຕິບັດຕາມທຸກໆສິ່ງທີ່ພຣະອົງໄດ້ສັ່ງ ແລະທີ່ຈະກໍ່ສ້າງພຣະວິຫານ ຊຶ່ງຂ້ານ້ອຍໄດ້ຈັດຕຽມໄວ້ແລ້ວນີ້ດ້ວຍ.”
20
ແລ້ວກະສັດດາວິດກໍໄດ້ສັ່ງປະຊາຊົນວ່າ, “ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າສາ” ແລະທີ່ປະຊຸມທັງໝົດກໍຍ້ອງຍໍສັນລະເສີນພຣະເຈົ້າຢາເວ ພຣະເຈົ້າແຫ່ງບັນພະບຸລຸດຂອງພວກເຂົາ ພ້ອມທັງໄດ້ຂາບລົງ ແລະຍ້ອງຍໍໃຫ້ກຽດຕໍ່ໜ້າພຣະເຈົ້າຢາເວ ແລະກະສັດຂອງພວກຕົນ.
21
ວັນຕໍ່ມາ ພວກເຂົາໄດ້ຂ້າສັດຖວາຍບູຊາໃຫ້ແກ່ພຣະເຈົ້າຢາເວກ່ອນ ແລ້ວຈຶ່ງນຳມາໃຫ້ປະຊາຊົນ. ພວກເຂົາຍັງຂ້າສັດເຜົາທັງໂຕຖວາຍທີ່ເທິງແທ່ນບູຊາເຊັ່ນ: ງົວເຖິກໜຶ່ງພັນໂຕ, ແກະເຖິກໜຶ່ງພັນໂຕ ແລະລູກແກະໜຶ່ງພັນໂຕ. ພວກເຂົາຍັງໄດ້ນຳເຫຼົ້າອະງຸ່ນມາຖວາຍຄືກັນ.
22
ສະນັ້ນ ພວກເຂົາຈຶ່ງສຸກໃຈຫລາຍໃນມື້ນັ້ນ ໃນເມື່ອໄດ້ກິນແລະໄດ້ດື່ມຢູ່ຊ້ອງໜ້າພຣະເຈົ້າຢາເວ. ອັນນີ້ເປັນເທື່ອທີສອງ ທີ່ພວກເຂົາໄດ້ປະກາດແຕ່ງຕັ້ງໂຊໂລໂມນໃຫ້ຂຶ້ນເປັນກະສັດ. ໃນນາມຂອງພຣະເຈົ້າຢາເວ ພວກເຂົາໃຊ້ນໍ້າມັນສັກສິດຫົດສົງເຈີມໂຊໂລໂມນໃຫ້ຂຶ້ນເປັນຜູ້ປົກຄອງຂອງພວກເຂົາ ແລະແຕ່ງຕັ້ງຊາດົກໃຫ້ເປັນປະໂຣຫິດຂອງພວກເຂົາ.
23
ດັ່ງນັ້ນ ໂຊໂລໂມນຈຶ່ງໄດ້ຂຶ້ນເປັນກະສັດແທນດາວິດພໍ່ຂອງຕົນ ຜູ້ທີ່ພຣະເຈົ້າຢາເວໄດ້ຕັ້ງຂຶ້ນ. ເພິ່ນເປັນກະສັດທີ່ປະສົບຄວາມສຳເລັດ ແລະປະຊາຊົນອິດສະຣາເອນທັງຊາດກໍເຊື່ອຟັງເພິ່ນ.
24
ບັນດາເຈົ້າໜ້າທີ່ແລະນາຍພົນທະຫານທັງຫລາຍ ຕະຫລອດທັງລູກຊາຍທັງໝົດຂອງກະສັດດາວິດ ຕ່າງກໍໄດ້ສັນຍາວ່າ ຈະສັດຊື່ຕໍ່ກະສັດໂຊໂລໂມນ.
25
ພຣະເຈົ້າຢາເວໄດ້ເຮັດໃຫ້ຊົນຊາດທັງໝົດເກງກົວກະສັດໂຊໂລໂມນ ແລະພຣະອົງໄດ້ບັນດານໃຫ້ເພິ່ນມີກຽດຍິ່ງໃຫຍ່ກວ່າກະສັດໃດໆທີ່ປົກຄອງປະເທດອິດສະຣາເອນ.
26
ກະສັດດາວິດລູກຊາຍຂອງເຢຊີໄດ້ປົກຄອງທົ່ວທັງຊາດອິດສະຣາເອນ
27
ເປັນເວລາສີ່ສິບປີ. ເພິ່ນປົກຄອງຢູ່ທີ່ເຮັບໂຣນເຈັດປີ ແລະຢູ່ທີ່ນະຄອນເຢຣູຊາເລັມສາມສິບສາມປີ.
28
ເພິ່ນໄດ້ຕາຍໄປເມື່ອເຖົ້າແກ່ຊະຣາຫລາຍແລ້ວ ທັງຮັ່ງມີ ແລະໄດ້ຮັບຄວາມເຄົາຣົບນັບຖືຢ່າງສູງ. ໂຊໂລໂມນລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດແທນ.
29
ປະຫວັດຂອງກະສັດດາວິດ ແຕ່ຕົ້ນຈົນຈົບແມ່ນໄດ້ຖືກບັນທຶກໄວ້ ໃນບົດບັນທຶກຂອງຜູ້ທຳນວາຍສາມຄົນ ດັ່ງນີ້: ຊາມູເອນ, ນາທານ ແລະກາດ.
30
ບົດບັນທຶກນັ້ນໄດ້ບອກເຖິງການປົກຄອງອຳນາດ ແລະເຫດການທີ່ເກີດຂຶ້ນແກ່ເພິ່ນ, ແກ່ຊາດອິດສະຣາເອນ ແລະແກ່ອານາຈັກທັງຫລາຍທີ່ຢູ່ອ້ອມຮອບນັ້ນ.
← Chapter 28
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29