bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Chronicles 18
1 Chronicles 18
Lao Bible 2012 (ພຣະຄຳພີສັກສິ)
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 19 →
1
ຕໍ່ມາ ກະສັດດາວິດໄດ້ໂຈມຕີພວກຟີລິດສະຕິນອີກ ແລະໄດ້ຮົບຊະນະພວກເຂົາ. ເພິ່ນໄດ້ຢຶດເອົາເມືອງກາດ ແລະໝູ່ບ້ານທີ່ຢູ່ອ້ອມແອ້ມນັ້ນ.
2
ເພິ່ນຍັງໄດ້ເອົາຊະນະຊາວໂມອາບ. ພວກເຂົາໄດ້ຕົກຢູ່ໃຕ້ອຳນາດຂອງເພິ່ນ ແລະໄດ້ເສຍສ່ວຍໃຫ້ເພິ່ນ.
3
ຕໍ່ມາ ກະສັດດາວິດໄດ້ໂຈມຕີກະສັດຮາດາເດເຊແຫ່ງຊີເຣຍຂອງໂຊບາ ເພາະຮາດາເດເຊພະຍາຍາມຢຶດເອົາເຂດແດນທາງດ້ານເໜືອຂອງແມ່ນໍ້າເອີຟຣັດ.
4
ກະສັດດາວິດຢຶດລົດຮົບໄດ້ພັນຄັນ ແລະຈັບທະຫານມ້າໄດ້ເຈັດພັນຄົນ ແລະທະຫານລາບຊາວພັນຄົນ, ແຕ່ເພິ່ນຮັກສາມ້າແລະລົດຮົບໄວ້ພຽງແຕ່ຮ້ອຍຄັນເທົ່ານັ້ນ ແລະສ່ວນມ້າທີ່ເຫຼືອນັ້ນເພິ່ນຕັດເອັນຄະໜ່ອງໝົດ.
5
ເມື່ອຊາວຊີເຣຍແຫ່ງດາມັສກັດໄດ້ສົ່ງກອງທັບມາຊ່ວຍກະສັດຮາດາເດເຊແຫ່ງໂຊບາ ກະສັດດາວິດກໍດັກໂຈມຕີ ແລະຂ້າທະຫານຊາວສອງພັນຄົນ.
6
ແລ້ວເພິ່ນກໍຕັ້ງຄ້າຍທະຫານຢູ່ໃນເຂດແດນຂອງພວກເຂົາ. ພວກເຂົາໄດ້ຕົກຢູ່ໃຕ້ອຳນາດຂອງເພິ່ນ ແລະໄດ້ເສຍສ່ວຍໃຫ້ເພິ່ນ. ພຣະເຈົ້າຢາເວໄດ້ໃຫ້ກະສັດດາວິດເອົາຊະນະທຸກໆບ່ອນ.
7
ກະສັດດາວິດໄດ້ຢຶດເອົາໂລ້ຄຳ ຊຶ່ງຂ້າຣາຊການຂອງກະສັດຮາດາເດເຊໄດ້ຖືໄປນຳນັ້ນ ມາທີ່ນະຄອນເຢຣູຊາເລັມ.
8
ເພິ່ນໄດ້ຂົນເອົາທອງສຳຣິດເປັນຈຳນວນຫລວງຫລາຍ ມາຈາກເມືອງຕິບຮາດ ແລະເມືອງກູນ ຊຶ່ງຢູ່ພາຍໃຕ້ການປົກຄອງຂອງກະສັດຮາດາເດເຊ. (ຕໍ່ມາ ກະສັດໂຊໂລໂມນໄດ້ເອົາທອງສຳຣິດເຫຼົ່ານີ້ມາເຮັດຖັງນໍ້າ, ເສົາ ແລະເຄື່ອງໃຊ້ຕ່າງໆສຳລັບພຣະວິຫານ.)
9
ກະສັດໂຕອີແຫ່ງຮາມັດໄດ້ຍິນວ່າ ກະສັດດາວິດໄດ້ເອົາຊະນະກອງທັບທັງໝົດຂອງກະສັດຮາດາເດເຊແຫ່ງໂຊບາ.
10
ສະນັ້ນ ເພິ່ນຈຶ່ງສົ່ງຮາໂດຣາມ ລູກຊາຍຂອງເພິ່ນມາອວຍພອນກະສັດດາວິດ ແລະສະແດງຄວາມດີໃຈນຳທີ່ເພິ່ນໄດ້ເອົາຊະນະກະສັດຮາດາເດເຊ ຜູ້ທີ່ເຈົ້າໂຕອີໄດ້ສູ້ຮົບມາຕັ້ງຫລາຍຄັ້ງແລ້ວ. ເພິ່ນໄດ້ນຳຂອງຂວັນທີ່ເຮັດດ້ວຍຄຳ, ເງິນ ແລະທອງສຳຣິດມາມອບໃຫ້ກະສັດດາວິດ.
11
ກະສັດດາວິດໄດ້ຖວາຍສິ່ງເຫຼົ່ານີ້ແກ່ພຣະເຈົ້າຢາເວພ້ອມດ້ວຍເງິນ ແລະຄຳ ທີ່ເພິ່ນຢຶດມາໄດ້ຈາກຊົນຊາດຕ່າງໆ ເປັນຕົ້ນໄດ້ມາແຕ່ເອໂດມ, ໂມອາບ, ອຳໂມນ, ຟີລິດສະຕິນ ແລະອາມາເຫຼັກ.
12
ອາບີໄຊ ລູກຊາຍນາງເຊຣູອີຢາໄດ້ເອົາຊະນະຊາວເອໂດມຢູ່ໃນຮ່ອມພູເກືອ ໂດຍໄດ້ຂ້າສັດຕູ ສິບແປດພັນຄົນ.
13
ລາວໄດ້ຕັ້ງຄ້າຍທະຫານຢູ່ທົ່ວດິນແດນເອໂດມ ແລະປະຊາຊົນໃນທີ່ນັ້ນໄດ້ຕົກຢູ່ໃຕ້ອຳນາດຂອງກະສັດດາວິດ. ພຣະເຈົ້າຢາເວໄດ້ໃຫ້ກະສັດດາວິດຮົບຊະນະ ໃນທຸກທີ່ທຸກບ່ອນທີ່ເພິ່ນໄດ້ໄປ.
14
ກະສັດດາວິດໄດ້ປົກຄອງທົ່ວທັງປະເທດອິດສະຣາເອນ ແລະໃຫ້ປະຊາຊົນຂອງຕົນໄດ້ຮັບຄວາມທ່ຽງທຳ ແລະຄວາມຍຸດຕິທຳສະເໝີມາ.
15
ໂຢອາບ ອ້າຍຂອງອາບີໄຊເປັນຜູ້ບັນຊາການທະຫານ; ເຢໂຮຊາຟັດ ລູກຊາຍຂອງອາຮີລຸດເປັນຜູ້ຮັບຜິດຊອບບັນທຶກ;
16
ຊາດົກລູກຊາຍຂອງອາຮີຕຸບ ແລະອາຮີເມເຫຼັກລູກຊາຍຂອງອາບີອາທາ ທັງສອງຄົນເປັນປະໂຣຫິດ; ເສຣາອີຢາ ເປັນເລຂາທິການປະຈຳຣາຊສຳນັກ;
17
ເບນາອີຢາລູກຊາຍຂອງເຢໂຮຍອາດາເປັນຫົວໜ້າຊາວເກເຣັດແລະຊາວເປເລັດ; ແລະບັນດາລູກຊາຍຂອງກະສັດດາວິດດຳລົງຕຳແໜ່ງສູງເພື່ອຮັບໃຊ້ພໍ່ຂອງຕົນ.
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 19 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29