bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Chronicles 24
1 Chronicles 24
Lao Bible 2012 (ພຣະຄຳພີສັກສິ)
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 25 →
1
ຄົນເຫຼົ່ານີ້ໄດ້ສືບເຊື້ອສາຍມາຈາກອາໂຣນ. ອາໂຣນມີລູກຊາຍສີ່ຄົນດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະອີທາມາ.
2
ນາດາບແລະອາບີຮູຕາຍໄປກ່ອນພໍ່ ແລະບໍ່ໄດ້ສືບເຊື້ອສາຍໃຫ້ຜູ້ໃດເລີຍ; ດັ່ງນັ້ນ ເອເລອາຊາແລະອີທາມາ ນ້ອງຂອງພວກເຂົາຈຶ່ງຂຶ້ນເປັນປະໂຣຫິດ.
3
ກະສັດດາວິດຈັດເຊື້ອສາຍຂອງອາໂຣນເປັນສອງໝວດ ຕາມໜ້າທີ່ການຂອງພວກເຂົາ. ຊາດົກຜູ້ສືບເຊື້ອສາຍມາຈາກເອເລອາຊາ ແລະອາຮີເມເຫຼັກຜູ້ສືບເຊື້ອສາຍມາຈາກອີທາມາ ເປັນຜູ້ຊ່ວຍເພິ່ນໃນວຽກງານນີ້.
4
ເຊື້ອສາຍຂອງເອເລອາຊາໄດ້ຖືກແບ່ງອອກເປັນສິບຫົກໝວດ ສ່ວນເຊື້ອສາຍຂອງອີທາມາໄດ້ຖືກແບ່ງອອກເປັນແປດໝວດ; ການເຮັດເຊັ່ນນີ້ເພາະເຊື້ອສາຍຂອງເອເລອາຊາມີເພດຊາຍ ເປັນຫົວໜ້າຄອບຄົວຫລາຍກວ່າ.
5
ໃນເມື່ອທັງເຊື້ອສາຍຂອງເອເລອາຊາ ແລະອີທາມາ ມີເຈົ້າໜ້າທີ່ໃນພຣະວິຫານ ແລະຜູ້ນຳທາງດ້ານຈິດວິນຍານໃນທ່າມກາງພວກເຂົາ. ດັ່ງນັ້ນ ການມອບໝາຍໜ້າທີ່ຈຶ່ງໃຊ້ສະຫລາກ.
6
ເຊື້ອສາຍຂອງເອເລອາຊາ ແລະຂອງອີທາມາໄດ້ປ່ຽນຜຽນກັນໃຊ້ສະຫລາກ. ແລ້ວພວກເຂົາກໍໄປຈົດຊື່ນຳເຊມາອີຢາລູກຊາຍຂອງເນທາເນນຜູ້ເປັນເລຂາທິການຂອງຊາວເລວີ. ກະສັດ, ບັນດາຂ້າຣາຊການ, ປະໂຣຫິດຊາດົກ, ອາຮີເມເຫຼັກຜູ້ເປັນລູກຊາຍຂອງອາບີອາທາ ແລະບັນດາຫົວໜ້າຄອບຄົວຂອງປະໂຣຫິດ ແລະຂອງຊາວເລວີ ທັງໝົດຕ່າງກໍຮູ້ເຫັນເປັນພະຍານນຳ.
7
ຕໍ່ໄປ ແມ່ນຊາວສີ່ຄອບຄົວທີ່ໄດ້ຖືກມອບໝາຍໜ້າທີ່ໃຫ້ຮັບຜິດຊອບເປັນລຳດັບ ດັ່ງນີ້: ທີໜຶ່ງເຢໂຮຍອາຣິບ; ທີສອງເຢດາອີຢາ; ທີສາມຮາຣິມ; ທີສີ່ເສໂອຣິມ; ທີຫ້າມັນກີຢາ; ທີຫົກມີຢາມິນ; ທີເຈັດຮັກກົດ; ທີແປດອາບີຢາ; ທີເກົ້າເຢຊູອາ; ທີສິບເຊການີຢາ; ທີສິບເອັດເອລີອາຊິບ; ທີສິບສອງຢາກິມ; ທີສິບສາມຮຸບປາ; ທີສິບສີ່ເຢເຊເບອັບ; ທີສິບຫ້າບີນກາ; ທີສິບຫົກອີມເມ; ທີສິບເຈັດເຮຊີຣະ; ທີສິບແປດຮັບປີເຊດ; ທີສິບເກົ້າເປທາຮີຢາ; ທີຊາວເຢເຮຊະເກນ; ທີຊາວເອັດຢາກິນ; ທີຊາວສອງກາມູນ; ທີຊາວສາມເດລາອີຢາ; ທີຊາວສີ່ມາອາຊີຢາ.
8
ຄົນເຫຼົ່ານີ້ໄດ້ຖືກຈົດຊື່ໄວ້ຕາມໜ້າທີ່ ຊຶ່ງໄດ້ຮັບມອບໝາຍໃຫ້ເຮັດໃນວິຫານຂອງພຣະເຈົ້າຢາເວ ແລະເຮັດໜ້າທີ່ຊຶ່ງອາໂຣນບັນພະບຸລຸດຂອງພວກເຂົາໄດ້ວາງໄວ້; ເພື່ອປະຕິບັດຕາມຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນ.
9
ຄົນເຫຼົ່ານີ້ເປັນຫົວໜ້າຄອບຄົວທີ່ສືບເຊື້ອສາຍມາຈາກເລວີມີດັ່ງນີ້: ເຢເດອີຢາ ເຊື້ອສາຍຂອງອຳຣາມ ສືບມາທາງຊູບາເອນ;
10
ອີຊີຢາ ເຊື້ອສາຍຂອງເຣຮາບີຢາ;
11
ຢາຮາດ ເຊື້ອສາຍຂອງອີຊະຮາ ສືບມາທາງເຊໂລໂມດ;
12
ເຢຣິຢາ, ອາມາຣີຢາ, ເຢຮາຊີເອນ ແລະເຢກາມີອາມລູກຊາຍຂອງເຮັບໂຣນ ຕາມລຳດັບອາຍຸ;
13
ຊາເມຍ ເຊື້ອສາຍຂອງອຸດຊີເອນ ສືບມາທາງມີກາ;
14
ເຊກາຣີຢາ ສືບມາທາງອິດຊີຢາ. ລາວເປັນນ້ອງຊາຍຂອງມີກາ;
15
ມາຮະລີ, ມູຊີ ແລະຢາອາຊີຢາ, ເຊື້ອສາຍຂອງເມຣາຣີ.
16
ສ່ວນຢາອາຊີຢານັ້ນມີລູກຊາຍສາມຄົນ ດັ່ງນີ້: ໂຊຮາມ, ຊັກກູເຣ ແລະອິບຣີ.
17
ມາຮະລີມີລູກຊາຍສອງຄົນ: ເອເລອາຊາແລະກີເຊ. ເອເລອາຊາບໍ່ມີລູກຊາຍ ແຕ່ກີເຊນັ້ນມີລູກຊາຍຜູ້ໜຶ່ງຊື່ວ່າ ເຢຣາເມເອນ.
19
ສ່ວນມູຊີນັ້ນມີລູກຊາຍສາມຄົນ ດັ່ງນີ້: ມາຮະລີ, ເອເດ ແລະເຢຣີໂມດ. ຄົນເຫຼົ່ານີ້ແມ່ນຄອບຄົວຕ່າງໆຂອງຊາວເລວີ.
20
ຫົວໜ້າຂອງແຕ່ລະຄອບຄົວ ແລະນ້ອງຊາຍຂອງພວກເຂົາກໍເໝືອນກັນ ໄດ້ໃຊ້ສະຫລາກເລືອກເອົາໜ້າທີ່ ຊຶ່ງໄດ້ຖືກມອບໝາຍໃຫ້ ເໝືອນກັນກັບຍາດຕິພີ່ນ້ອງຂອງພວກເຂົາຄືບັນດາປະໂຣຫິດ ທີ່ສືບເຊື້ອສາຍມາຈາກອາໂຣນໄດ້ປະຕິບັດຕໍ່ໜ້າກະສັດດາວິດ, ຊາດົກ, ອາຮີເມເຫຼັກ ແລະບັນດາຫົວໜ້າຄອບຄົວຂອງປະໂຣຫິດແລະຂອງຊາວເລວີ ຕ່າງກໍໄດ້ຮູ້ເຫັນເປັນພະຍານນຳ.
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 25 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29