bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Chronicles 15
1 Chronicles 15
Lao Bible 2012 (ພຣະຄຳພີສັກສິ)
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 16 →
1
ກະສັດດາວິດໄດ້ສ້າງສຳນັກຫລາຍຫລັງສຳລັບຕົນທີ່ເມືອງຂອງດາວິດ. ເພິ່ນຍັງໄດ້ຈັດຕຽມບ່ອນໄວ້ຫີບຂອງພຣະເຈົ້າ ແລະສ້າງເຕັນສຳລັບບັນຈຸຫີບຢູ່ທີ່ນັ້ນ.
2
ແລ້ວເພິ່ນກໍກ່າວວ່າ, “ໃຫ້ພວກເລວີເທົ່ານັ້ນຫາມຫີບຂອງພຣະເຈົ້າ ເພາະພວກເຂົາແມ່ນພວກດຽວທີ່ພຣະເຈົ້າຢາເວໄດ້ເລືອກໄວ້ເພື່ອຫາມຫີບຂອງພຣະເຈົ້າຢາເວ ແລະຮັບໃຊ້ພຣະອົງຕະຫລອດໄປ.”
3
ສະນັ້ນ ກະສັດດາວິດຈຶ່ງເອີ້ນປະຊາຊົນອິດສະຣາເອນທັງໝົດ ມາທີ່ນະຄອນເຢຣູຊາເລັມເພື່ອນຳເອົາຫີບຂອງພຣະເຈົ້າຢາເວ ໄປບ່ອນທີ່ໄດ້ຖືກຈັດຕຽມໄວ້ແລ້ວ.
4
ແລ້ວເພິ່ນກໍເຊີນເອົາພວກເຊື້ອສາຍຂອງອາໂຣນ ແລະເອີ້ນເອົາເຊື້ອສາຍຂອງພວກເລວີ.
5
ຄົນເລວີຈາກຕະກຸນໂກຮາດແມ່ນອູຣິເອນ ເບິ່ງແຍງສະມາຊິກໜຶ່ງຮ້ອຍຊາວຄົນ ໃນຕະກຸນຂອງຕົນເອງ;
6
ຈາກຕະກຸນເມຣາຣີແມ່ນອາສາອີຢາ ເບິ່ງແຍງສອງຮ້ອຍຊາວຄົນ;
7
ຈາກຕະກຸນເກໂຊນແມ່ນໂຢເອນ ເບິ່ງແຍງໜຶ່ງຮ້ອຍສາມສິບຄົນ;
8
ຈາກຕະກຸນເອລີຊາຟັນແມ່ນເຊມາອີຢາ ເບິ່ງແຍງສອງຮ້ອຍຄົນ;
9
ຈາກຕະກຸນເຮັບໂຣນແມ່ນເອລີເອນ ເບິ່ງແຍງແປດສິບຄົນ;
10
ແລະຈາກຕະກຸນອຸດຊີເອນແມ່ນອຳມີນາດາບ ເບິ່ງແຍງໜຶ່ງຮ້ອຍສິບສອງຄົນ.
11
ກະສັດດາວິດໄດ້ເອີ້ນເອົາປະໂຣຫິດຊາດົກແລະອາບີອາທາ ເພື່ອໃຫ້ເຂົ້າມາພົບເພິ່ນພ້ອມດ້ວຍຊາວເລວີຫົກຄົນ ດັ່ງນີ້: ອູຣິເອນ, ອາສາອີຢາ, ໂຢເອນ, ເຊມາອີຢາ, ເອລີເອນ ແລະອຳມີນາດາບ.
12
ເພິ່ນກ່າວແກ່ພວກເລວີວ່າ, “ພວກເຈົ້າເປັນຜູ້ນຳບັນດາຕະກຸນຊາວເລວີ. ຈົ່ງຊຳລະຕົນເອງໃຫ້ສະອາດ ແລະພີ່ນ້ອງເລວີຄົນອື່ນດ້ວຍ ເພື່ອພວກເຈົ້າຈະນຳຫີບຂອງພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນ ມາສູ່ບ່ອນທີ່ຖືກຈັດຕຽມໄວ້ແລ້ວນັ້ນໄດ້.
13
ຍ້ອນພວກເຈົ້າບໍ່ໄດ້ໄປທີ່ນັ້ນເທື່ອທຳອິດ ເພື່ອຫາມຫີບພັນທະສັນຍາ; ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຈຶ່ງໄດ້ລົງໂທດພວກເຮົາ ເພາະບໍ່ໄດ້ນະມັດສະການພຣະອົງຕາມທີ່ສົມຄວນ.”
14
ແລ້ວບັນດາປະໂຣຫິດແລະພວກເລວີກໍຊຳລະຕົນເອງໃຫ້ສະອາດ ເພື່ອຈະຍົກຍ້າຍຫີບຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ.
15
ພວກເລວີໄດ້ໃຊ້ໄມ້ຄານຫາມຫີບຂອງພຣະເຈົ້າແບກໃສ່ບ່າ ຕາມຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ສັ່ງຜ່ານທາງໂມເຊ.
16
ກະສັດດາວິດໄດ້ສັ່ງບັນດາຜູ້ນຳໃຫ້ມອບໝາຍໜ້າທີ່ແກ່ພວກເລວີ ເພື່ອຮ້ອງລຳທຳເພງແລະບັນເລງດົນຕຼີຢ່າງມ່ວນຊື່ນ ຄືດີດພິນແລະຕົບແສ່ງໄປພ້ອມ.
17
ພວກເຂົາໄດ້ເລືອກເອົານັກດົນຕຼີຈາກຕະກຸນຂອງພວກນັກຮ້ອງໃຫ້ຕົບແສ່ງທຸ້ມ ມີດັ່ງນີ້: ເຮມານລູກຊາຍຂອງໂຢເອນ, ອາສັບລູກຊາຍຂອງເບເຣກີຢາທີ່ເປັນພີ່ນ້ອງຂອງລາວເອງ ແລະເອທານລູກຊາຍຂອງກູຊາອີຢາແຫ່ງຕະກຸນເມຣາຣີ. ເພື່ອເປັນການປະກອບສ່ວນຊ່ວຍກັນ.
18
ພວກເຂົາໄດ້ເລືອກເອົາຊາວເລວີໃຫ້ດີດພິນສຽງສູງ ມີດັ່ງນີ້: ເຊກາຣີຢາ, ຢາອາຊີເອນ, ເຊມີຣາໂມດ, ເຢຮີເອນ, ອຸນນີ, ເອລີອາບ, ເບນາອີຢາ ແລະມາອາເສອີຢາ. ພວກເຂົາໄດ້ເລືອກເອົາຊາວເລວີໃຫ້ດີດພິນສຽງຕໍ່າ ມີດັ່ງນີ້: ມັດຕີທີຢາ, ເອລີເຟເລຮູ, ມິກເນອີຢາ, ຜູ້ເຝົ້າຍາມພຣະວິຫານໄດ້ແກ່: ໂອເບັດເອໂດມແລະເຢອີເອນ.
19
ນັກຮ້ອງມີ ເຮມານ, ອາສັບ ແລະເອທານ
20
ເຊກາຣີຢາ, ອາຊີເອນ, ເຊມີຣາໂມດ, ເຢຮີເອນ, ອຸນນີ, ເອລີອາບ, ມາອາເສອີຢາ ແລະເບນາອີຢາ ຫຼິ້ນພິນໃຫຍ່ຕາມສຳນຽງອາລາໂມດ;
21
ແຕ່ມັດຕີທີຢາ ເອລີເຟເລຮູ, ມິກເນອີຢາ, ໂອເບັດເອໂດມ, ເຢອີເອນ ແລະອາຊາຊີຢາ ເປັນຜູ້ດີດພິນຄູ່ຕາມສຳນຽງເຊມີນິດ.
22
ເນື່ອງຈາກວ່າເກນານີຢາມີສີມືດີທາງດ້ານດົນຕຼີ ລາວຈຶ່ງຖືກເລືອກໃຫ້ເປັນຄົນເບິ່ງແຍງພວກນັກດົນຕຼີຊາວເລວີ.
23
ເບເຣກີຢາແລະເອນການາ ໄດ້ຖືກຮັບເລືອກໃຫ້ເປັນຜູ້ເຝົ້າຍາມຫີບພັນທະສັນຍາ.
24
ບັນດາປະໂຣຫິດເຊບານີຢາ, ໂຢຊາຟັດ, ເນທາເນນ, ອາມາໄສ, ເຊກາຣີຢາ, ເບນາອີຢາ ແລະເອລີເອເຊໄດ້ຖືກເລືອກໃຫ້ເປັນຜູ້ເປົ່າແກ ນຳໜ້າຫີບພັນທະສັນຍາຂອງພຣະເຈົ້າ. ໂອເບັດເອໂດມ ແລະເຢຮີຢາ ໄດ້ຖືກຮັບເລືອກໃຫ້ເປັນຜູ້ເຝົ້າຍາມຫີບພັນທະສັນຍາດ້ວຍ.
25
ສະນັ້ນ ກະສັດດາວິດ, ບັນດາຜູ້ນຳຊາດອິດສະຣາເອນ ແລະພວກຜູ້ບັນຊາການກອງທັບຈຶ່ງໄດ້ໄປທີ່ເຮືອນຂອງໂອເບັດເອໂດມ ເພື່ອນຳເອົາຫີບພັນທະສັນຍາຂອງພຣະເຈົ້າຢາເວ. ພວກເຂົາໄດ້ຈັດງານສະຫລອງຢ່າງໃຫຍ່ໂຕຂຶ້ນ.
26
ພວກເຂົາໄດ້ຖວາຍງົວເຖິກເຈັດໂຕກັບແກະເຖິກເຈັດໂຕ ເພື່ອເປັນການແນ່ໃຈວ່າພຣະເຈົ້າຈະຊ່ວຍພວກເລວີ ໃຫ້ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວໄປໄດ້.
27
ກະສັດດາວິດໄດ້ນຸ່ງເຄື່ອງທີ່ເຮັດດ້ວຍຜ້າປ່ານເນື້ອລະອຽດດີ ເຊັ່ນດຽວກັບເກນານີຢາຫົວໜ້າວົງດົນຕຼີກັບພວກນັກດົນຕຼີ ທີ່ຫາມຫີບພັນທະສັນຍາ. ກະສັດດາວິດຍັງໄດ້ນຸ່ງເສື້ອຄຸມສັ້ນເອໂຟດດ້ວຍ.
28
ສະນັ້ນ ຊາວອິດສະຣາເອນທັງໝົດຈຶ່ງແຫ່ຫີບພັນທະສັນຍາຂອງພຣະເຈົ້າຢາເວ ມາເຖິງນະຄອນເຢຣູຊາເລັມດ້ວຍສຽງໂຮຮ້ອງຊົມຊື່ນຍິນດີພ້ອມທັງເປົ່າແກ, ເປົ່າເຂົາສັດ, ຕົບແສ່ງ ແລະດີດພິນ.
29
ໃນຂະນະທີ່ນຳຫີບພັນທະສັນຍາຂອງພຣະເຈົ້າຢາເວເຂົ້າໄປໃນເມືອງນັ້ນ ນາງມີການ ຜູ້ເປັນລູກສາວຂອງກະສັດໂຊນໄດ້ແນມເບິ່ງໄປທາງປ່ອງຢ້ຽມ ໄດ້ເຫັນກະສັດດາວິດຟ້ອນແລະເຕັ້ນດ້ວຍຄວາມຊົມຊື່ນຍິນດີ ນາງຈຶ່ງດູຖູກໝິ່ນປະໝາດເພິ່ນໃນໃຈ.
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 16 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29