bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Chronicles 23
1 Chronicles 23
Lao Bible 2012 (ພຣະຄຳພີສັກສິ)
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 24 →
1
ເມື່ອກະສັດດາວິດໄດ້ແກ່ຊະຣາຫລາຍແລ້ວ ເພິ່ນໄດ້ແຕ່ງຕັ້ງໂຊໂລໂມນລູກຊາຍຂອງເພິ່ນໃຫ້ຂຶ້ນເປັນກະສັດຂອງຊາດອິດສະຣາເອນແທນເພິ່ນ.
2
ກະສັດດາວິດໄດ້ເອີ້ນຜູ້ນຳຊາດອິດສະຣາເອນທັງໝົດປະໂຣຫິດທຸກຄົນ ແລະພວກເລວີທັງໝົດມາປະຊຸມກັນ.
3
ເພິ່ນໄດ້ນັບຈຳນວນຜູ້ຊາຍຊາວເລວີທັງໝົດທີ່ມີອາຍຸສາມສິບປີຂຶ້ນໄປ. ຈຳນວນທັງໝົດມີສາມສິບແປດພັນຄົນ.
4
ກະສັດມອບໝາຍຊາວສີ່ພັນຄົນ ໃຫ້ບໍລິຫານວຽກງານໃນວິຫານຂອງພຣະເຈົ້າຢາເວ; ຫົກພັນຄົນ ໃຫ້ຮັກສາທະບຽນແລະຕັດສິນຂໍ້ໂຕ້ແຍ້ງຕ່າງໆ;
5
ສີ່ພັນຄົນ ໃຫ້ເຮັດໜ້າທີ່ເຝົ້າຍາມປະຕູ ແລະອີກສີ່ພັນຄົນ ສຳລັບສັນລະເສີນພຣະເຈົ້າຢາເວໂດຍໃຊ້ເຄື່ອງດົນຕຼີ ທີ່ກະສັດດາວິດໄດ້ຈັດຫາໄວ້ສຳລັບສັນລະເສີນໂດຍສະເພາະ.
6
ກະສັດດາວິດໄດ້ແບ່ງພວກເລວີອອກເປັນສາມໝວດ ຕາມຕະກຸນຂອງພວກເຂົາ ດັ່ງນີ້: ເກໂຊນ, ໂກຮາດ ແລະເມຣາຣີ.
7
ເກໂຊນມີລູກຊາຍສອງຄົນ ດັ່ງນີ້: ລາດານແລະຊີເມອີ.
8
ລາດານມີລູກຊາຍສາມຄົນ ດັ່ງນີ້: ເຢຮີເອນ, ເຊທາມ ແລະໂຢເອນ,
9
ຜູ້ທີ່ເປັນຫົວໜ້າຕະກຸນຊຶ່ງສືບເຊື້ອສາຍມາຈາກລາດານ. (ຊີເມອີມີລູກຊາຍສາມຄົນດັ່ງນີ້: ເຊໂລໂມດ, ຮາຊີເອນ ແລະຮາຣານ.)
10
ຊີເມອີມີລູກຊາຍສີ່ຄົນຕາມລຳດັບອາຍຸ ດັ່ງນີ້: ຢາຮາດ, ຊີນາ, ເຢອຸດ ແລະເບຣິຢາ. ເຢອຸດ ແລະເບຣິຢາບໍ່ໄດ້ມີເຊື້ອສາຍຫລາຍ. ດັ່ງນັ້ນ ທັງສອງຈຶ່ງໄດ້ນັບເຂົ້າເປັນຕະກຸນດຽວ.
12
ໂກຮາດມີລູກຊາຍສີ່ຄົນດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ ແລະອຸດຊີເອນ.
13
ອຳຣາມລູກຊາຍກົກຂອງເພິ່ນເປັນພໍ່ຂອງອາໂຣນແລະໂມເຊ. (ອາໂຣນແລະເຊື້ອສາຍຂອງລາວໄດ້ຖືກແຍກອອກຢູ່ຕ່າງຫາກ ເພື່ອເບິ່ງແຍງເຄື່ອງສັກສິດຕ່າງໆຕະຫລອດໄປເຊັ່ນ: ເຜົາເຄື່ອງຫອມຕ່າງໆຕໍ່ໜ້າພຣະເຈົ້າຢາເວ, ຮັບໃຊ້ພຣະອົງ ແລະອວຍພອນປະຊາຊົນໃນນາມຂອງພຣະອົງ.
14
ແຕ່ພວກລູກຊາຍຂອງໂມເຊຄົນຂອງພຣະເຈົ້ານັ້ນ ນັບເຂົ້າກັບພວກເລວີ.)
15
ໂມເຊມີລູກຊາຍສອງຄົນ ດັ່ງນີ້: ເກໂຊມ ແລະເອລີເອເຊ.
16
ຜູ້ນຳໃນບັນດາລູກຊາຍຂອງເກໂຊມແມ່ນເຊບູເອນເປັນຫົວໜ້າ.
17
ເອລີເອເຊມີລູກຊາຍພຽງຄົນດຽວເທົ່ານັ້ນຊື່ວ່າ ເຣຮາບີຢາເປັນຫົວໜ້າ ແຕ່ເຣຮາບີຢາມີເຊື້ອສາຍຫລາຍຄົນ.
18
ອີຊະຮາລູກຊາຍຜູ້ທີສອງຂອງໂກຮາດ ມີລູກຊາຍຜູ້ໜຶ່ງຊື່ວ່າ ເຊໂລມິດເປັນຫົວໜ້າ.
19
ເຮັບໂຣນ ລູກຊາຍຜູ້ທີສາມຂອງໂກຮາດມີລູກຊາຍສີ່ຄົນດັ່ງນີ້: ເຢຣີຢາເປັນຫົວໜ້າ, ອາມາຣີຢາ, ເຢຮາຊີເອນ ແລະເຢກາເມອາມ.
20
ອຸດຊີເອນ ລູກຊາຍຜູ້ທີສີ່ຂອງໂກຮາດມີລູກຊາຍສອງຄົນດັ່ງນີ້: ມີກາເປັນຫົວໜ້າແລະອິດຊີຢາ.
21
ເມຣາຣີມີລູກຊາຍສອງຄົນດັ່ງນີ້: ມາຮະລີແລະມູຊີ. ມາຮະລີມີລູກຊາຍສອງຄົນເຊັ່ນດຽວກັນດັ່ງນີ້: ເອເລອາຊາແລະກີເຊ,
22
ແຕ່ເອເລອາຊາໄດ້ຕາຍໄປໂດຍບໍ່ມີລູກຊາຍ ແລະມີແຕ່ລູກສາວ. ພວກລູກສາວຂອງລາວໄດ້ແຕ່ງງານກັບລູກຊາຍຂອງກີເຊ ພີ່ນ້ອງຕົນເອງ.
23
ມູຊີ ລູກຊາຍຜູ້ທີສອງຂອງເມຣາຣີ ມີລູກຊາຍສາມຄົນດັ່ງນີ້: ມາຮະລີ, ເອເດ ແລະເຢເຣໂມດ.
24
ຄົນເຫຼົ່ານີ້ເປັນເຊື້ອສາຍຂອງເລວີຕາມຕະກຸນ ແລະຄອບຄົວທີ່ທຸກຄົນໄດ້ຖືກຈົດຊື່ໄວ້ໃນບັນຊີຂອງໃຜລາວ. ແຕ່ລະຄົນໃນເຊື້ອສາຍຂອງລາວທີ່ມີອາຍຸຕັ້ງແຕ່ຊາວປີຂຶ້ນໄປ ກໍມີສ່ວນໃນວຽກງານຮັບໃຊ້ຢູ່ໃນວິຫານຂອງພຣະເຈົ້າຢາເວ.
25
ກະສັດດາວິດເວົ້າວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ໄດ້ໃຫ້ປະຊາຊົນຂອງພຣະອົງຢູ່ເຢັນເປັນສຸກ ແລະພຣະອົງເອງກໍຈະສະຖິດຢູ່ທີ່ນະຄອນເຢຣູຊາເລັມຕະຫລອດໄປ.
26
ດັ່ງນັ້ນ ຈຶ່ງບໍ່ມີຄວາມຈຳເປັນ ທີ່ພວກເລວີຕ້ອງຫາມຫໍເຕັນສັກສິດ ແລະເຄື່ອງໃຊ້ໃນການຮັບໃຊ້ອີກຕໍ່ໄປ.”
27
ຕາມຫລັກຄຳແນະນຳເທື່ອສຸດທ້າຍຂອງກະສັດດາວິດແລ້ວ ຄົນເລວີທີ່ມີອາຍຸຊາວປີຂຶ້ນໄປ ຕ້ອງຈົດຊື່ເຂົ້າຮັບໃຊ້ໃນວຽກງານ.
28
ພວກເຂົາໄດ້ຮັບມອບໝາຍໜ້າທີ່ດັ່ງຕໍ່ໄປນີ້: ຊ່ວຍປະໂຣຫິດທີ່ສືບເຊື້ອສາຍມາຈາກອາໂຣນ ກ່ຽວກັບການນະມັດສະການໃນວິຫານຂອງພຣະເຈົ້າຢາເວ ຮັກສາບົວລະບັດເດີ່ນແລະຫ້ອງຕ່າງໆ ແລະຮັກສາຄວາມສະອາດສິ່ງສັກສິດທຸກຢ່າງໃນວິຫານຂອງພຣະເຈົ້າ;
29
ຮັບຜິດຊອບເຂົ້າຈີ່ທີ່ຖວາຍແກ່ພຣະເຈົ້າ, ແປ້ງເຂົ້າທີ່ໃຊ້ໃນການຖວາຍບູຊາ, ເຂົ້າໜົມທີ່ບໍ່ມີເຊື້ອແປ້ງ, ເຄື່ອງປີ້ງບູຊາ ແລະແປ້ງເຂົ້າປະສົມນໍ້າມັນໝາກກອກເທດ; ຊັ່ງແລະຕັກຕວງເຄື່ອງຖວາຍໃນພຣະວິຫານ;
30
ແລະພວກເຂົາຈະຕ້ອງຢືນຮັບໃຊ້ເພື່ອໂມທະນາຂອບພຣະຄຸນແລະຍ້ອງຍໍສັນລະເສີນພຣະເຈົ້າຢາເວທຸກໆເຊົ້າແລະທຸກໆແລງ
31
ແລະເມື່ອໃດທີ່ມີການເຜົາບູຊາດ້ວຍໄຟຖວາຍແກ່ພຣະເຈົ້າຢາເວໃນວັນຊະບາໂຕ, ວັນຂຶ້ນເດືອນໃໝ່ ແລະວັນອື່ນໆອີກ. ກົດຕ່າງໆນີ້ໄດ້ເຮັດໄວ້ຢ່າງສະເພາະເຈາະຈົງຕໍ່ຈຳນວນຄົນເລວີ ທີ່ໄດ້ຖືກມອບໝາຍໃຫ້ເຮັດວຽກນີ້. ຊາວເລວີໄດ້ຖືກມອບໝາຍໃຫ້ປະຕິບັດໜ້າທີ່ຕໍ່ໜ້າພຣະເຈົ້າຢາເວສືບໄປ.
32
ພວກເຂົາຮັບຜິດຊອບຊ່ວຍພີ່ນ້ອງຂອງພວກເຂົາເບິ່ງແຍງຫໍເຕັນບ່ອນຊຸມນຸມແລະຫໍເຕັນສັກສິດ; ແລະຊ່ວຍບັນດາປະໂຣຫິດທີ່ສືບເຊື້ອສາຍມາຈາກອາໂຣນ ໃນການຮັບໃຊ້ໃນວິຫານຂອງພຣະເຈົ້າຢາເວ.
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 24 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29