bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Chronicles 9
1 Chronicles 9
Lao Bible 2012 (ພຣະຄຳພີສັກສິ)
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 10 →
1
ຊາວອິດສະຣາເອນທັງໝົດທີ່ຂຶ້ນທະບຽນລາຍຊື່ຂອງຕົນຕາມຄອບຄົວຕ່າງໆ ແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ ຕາມການແຈ້ງໃຫ້ຊາບນີ້. ຊາວຢູດາໄດ້ຖືກຈັບໄປເປັນຊະເລີຍທີ່ນະຄອນບາບີໂລນເປັນການລົງໂທດ ເພາະພວກເຂົາໄດ້ເຮັດບາບ.
2
ພວກທຳອິດທີ່ກັບຄືນມາສູ່ທີ່ດິນຂອງຕົນຕາມເມືອງຕ່າງໆ ມີທັງຊາວອິດສະຣາເອນຄົນທຳມະດາ, ປະໂຣຫິດ, ຊາວເລວີ ແລະຄົນຮັບໃຊ້ໃນພຣະວິຫານຮວມຢູ່ດ້ວຍ.
3
ປະຊາຊົນຈາກເຜົ່າຢູດາ, ເບັນຢາມິນ, ເອຟຣາອິມແລະມານາເຊໄດ້ໄປອາໄສຢູ່ໃນນະຄອນເຢຣູຊາເລັມ.
4
ເຜົ່າຢູດາ ຫົກຮ້ອຍເກົ້າສິບຄອບຄົວ ໄດ້ໄປອາໄສຢູ່ໃນນະຄອນເຢຣູຊາເລັມ. ເຊື້ອສາຍຂອງເປເຣັດລູກຊາຍຂອງຢູດາ ມີຜູ້ນຳຊື່ວ່າອູໄທເປັນລູກຊາຍຂອງອາມມີຮຸດແລະຫລານຊາຍຂອງອົມຣີ. ສ່ວນບັນພະບຸລຸດຄົນອື່ນໆຂອງລາວນັ້ນແມ່ນອິມຣີແລະບານີ. ເຊື້ອສາຍຂອງເຊລາລູກຊາຍຂອງຢູດາ ມີຜູ້ນຳຊື່ວ່າ ອາສາອີຢາ ຜູ້ເປັນຫົວໜ້າຄອບຄົວຂອງລາວເອງ. ເຊື້ອສາຍຂອງເຊຣາລູກຊາຍຂອງຢູດາ ມີຜູ້ນຳຊື່ວ່າ ເຢອູເອນ.
7
ສະມາຊິກຂອງເຜົ່າເບັນຢາມິນທີ່ອາໄສຢູ່ໃນນະຄອນເຢຣູຊາເລັມ ມີດັ່ງນີ້: ສານລູ ເປັນລູກຊາຍຂອງເມຊຸນລຳ, ເມຊຸນລຳ ເປັນລູກຊາຍຂອງໂຮດາວິຢາ ແລະໂຮດາວິຢາ ເປັນລູກຊາຍຂອງຮັດເສນູຢາ ອິບເນອີຢາ ເປັນລູກຊາຍຂອງເຢໂຣຮາມ ເອລາ ເປັນລູກຊາຍຂອງອຸດຊີແລະຫລານຊາຍຂອງມີກະຣີ ເມຊຸນລຳ ເປັນລູກຊາຍຂອງເຊຟາຕີຢາແລະຫລານຊາຍຂອງເຣອູເອນ ແລະເຣອູເອນ ເປັນລູກຊາຍຂອງອິບນີຢາ.
9
ເຜົ່າເບັນຢາມິນ ເກົ້າຮ້ອຍຫ້າສິບຫົກຄອບຄົວ ໄດ້ອາໄສຢູ່ທີ່ນັ້ນ. ຊາຍທຸກຄົນທີ່ໄດ້ມີຊື່ຢູ່ຂ້າງເທິງນັ້ນເປັນຫົວໜ້າຄອບຄົວທັງໝົດ.
10
ຕໍ່ໄປນີ້ແມ່ນບັນດາປະໂຣຫິດທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ ມີດັ່ງນີ້: ເຢດາອີຢາ, ເຢໂຮຍອາຣິບ, ຢາກິນ
11
ແລະອາຊາຣີຢາ ເປັນລູກຊາຍຂອງຮິນກີຢາ (ຫົວໜ້າເຈົ້າໜ້າທີ່ປະຈຳວິຫານຂອງພຣະເຈົ້າ), ຜູ້ເປັນລູກຊາຍຂອງເມຊຸນລຳ, ຜູ້ເປັນລູກຊາຍຂອງຊາດົກ, ຜູ້ເປັນລູກຊາຍຂອງເມຣາອີໂຢດ, ຜູ້ເປັນລູກຊາຍຂອງອາຮີຕຸບ
12
ແລະອາດາອີຢາ ເປັນລູກຊາຍຂອງເຢໂຣຮາມ, ຜູ້ເປັນລູກຊາຍຂອງປັດຊູ, ຜູ້ເປັນລູກຊາຍຂອງມັນກີຢາ, ແລະມາອາໄສ ເປັນລູກຊາຍຂອງອາດີເອນ, ຜູ້ເປັນລູກຊາຍຂອງຢາຮະເຊຣາ, ຜູ້ເປັນລູກຊາຍຂອງເມຊຸນລຳ, ຜູ້ເປັນລູກຊາຍຂອງເມຊິນເລມິດ, ຜູ້ເປັນລູກຊາຍຂອງອິມເມ.
13
ບັນດາປະໂຣຫິດຜູ້ເປັນຫົວໜ້າຄອບຄົວ ມີລວມທັງໝົດ ໜຶ່ງພັນເຈັດຮ້ອຍຫົກສິບຄົນ. ພວກເຂົາລ້ວນແລ້ວແຕ່ຊ່ຽວຊານກັບວຽກງານທີ່ໄດ້ປະຕິບັດໃນວິຫານຂອງພຣະເຈົ້າ.
14
ຕໍ່ໄປນີ້ແມ່ນຊາວເລວີທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ ມີດັ່ງນີ້: ເຊມາອີຢາ ເປັນລູກຊາຍຂອງຮັດຊຸບ, ຜູ້ເປັນລູກຊາຍຂອງອາຊະຣີກຳ, ຜູ້ເປັນລູກຊາຍຂອງຮາຊາບີຢາແຫ່ງຕະກຸນເມຣາຣີ
15
ແລະ ບັກບັກກາ, ເຮເຣັດ ແລະກາລານ ມັດຕານີຢາ ລູກຊາຍຂອງມີກາ, ຜູ້ເປັນລູກຊາຍຂອງຊີກະຣີ, ຜູ້ເປັນລູກຊາຍຂອງອາສັບ
16
ແລະ ໂອບາດີຢາ ລູກຊາຍຂອງເຊມາອີຢາ, ຜູ້ເປັນລູກຊາຍຂອງກາລານ, ຜູ້ເປັນລູກຊາຍຂອງເຢດູທູນ ແລະ ເບເຣກີຢາ ລູກຊາຍຂອງອາສາແລະຫລານຊາຍຂອງເອນການາ ຜູ້ໄດ້ອາໄສຢູ່ໃນເຂດແດນທີ່ເປັນເມືອງຂອງເນໂຕຟາ.
17
ຕໍ່ໄປນີ້ແມ່ນຄົນເຝົ້າຍາມພຣະວິຫານທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ ມີດັ່ງນີ້: ຊານລູມ, ອັກກຸບ, ຕານໂມນ ແລະອາຮີມານ. ຊານລູມເປັນຜູ້ນຳຂອງພວກເຂົາ.
18
ນັບລົງໄປເຖິງສະໄໝນັ້ນ ບັນດາສະມາຊິກໃນຕະກຸນຂອງພວກເຂົາ ແມ່ນໄດ້ຕັ້ງກອງປະຈຳການທາງດ້ານຕາເວັນອອກຂອງພຣະວິຫານ ທີ່ປະຕູເຂົ້າຂອງກະສັດ. ແຕ່ກ່ອນພວກເຂົາໄດ້ຢືນເຝົ້າຍາມທີ່ທາງປະຕູເຂົ້າຄ້າຍພັກຂອງຊາວເລວີ.
19
ຊານລູມ ລູກຊາຍຂອງໂກເຣແລະຫລານຊາຍຂອງເອບີອາສັບ ພ້ອມດ້ວຍພວກພີ່ນ້ອງໃນຕະກຸນໂກຣາ ຮັບຜິດຊອບເຝົ້າຍາມປະຕູເຂົ້າຫໍເຕັນຂອງພຣະເຈົ້າຢາເວ; ເຊັ່ນດຽວກັນກັບພວກບັນພະບຸລຸດຂອງພວກເຂົາທີ່ໄດ້ເຄີຍປະຕິບັດມາ ສະໄໝທີ່ພວກເຂົາໄດ້ຮັບຜິດຊອບຫໍເຕັນ.
20
ຟີເນຮາ ລູກຊາຍຂອງເອເລອາຊາໄດ້ເຄີຍປົກຄອງພວກເຂົາມາຄັ້ງໜຶ່ງ. ຂໍໃຫ້ພຣະເຈົ້າຢາເວສະຖິດຢູ່ນຳລາວດ້ວຍ.
21
ເຊກາຣີຢາລູກຊາຍຂອງເມເຊເລມີຢາ ເຊັ່ນດຽວກັນເປັນຄົນເຝົ້າຍາມທາງເຂົ້າຫໍເຕັນບ່ອນຊຸມນຸມ.
22
ຜູ້ທີ່ໄດ້ຖືກເລືອກໃຫ້ເຝົ້າຍາມປະຕູເຂົ້າແລະທາງເຂົ້າມີສອງຮ້ອຍສິບສອງຄົນ. ພວກເຂົາໄດ້ຖືກຈົດຊື່ເຂົ້າບັນຊີຕາມບ້ານຕ່າງໆທີ່ພວກເຂົາໄດ້ອາໄສຢູ່. ແມ່ນກະສັດດາວິດແລະຜູ້ທຳນວາຍຊາມູເອນ ທີ່ໄດ້ໃຫ້ບັນພະບຸລຸດຂອງພວກເຂົາຮັບໜ້າທີ່ນີ້.
23
ພວກເຂົາແລະເຊື້ອສາຍໄດ້ສືບຕໍ່ເຝົ້າຍາມປະຕູທັງຫຼາຍຂອງວິຫານແຫ່ງພຣະເຈົ້າຢາເວ, ວິຫານແຫ່ງຫໍເຕັນ.
24
ປະຕູນັ້ນປິ່ນໜ້າໃສ່ທຸກທິດເຊັ່ນ: ເໜືອ, ໃຕ້, ຕາເວັນອອກ ແລະຕາເວັນຕົກ ແລະແຕ່ລະປະຕູກໍມີນາຍຍາມເຝົ້າຢູ່.
25
ຄົນເຝົ້າຍາມເຫຼົ່ານີ້ມີພີ່ນ້ອງທີ່ໄດ້ອາໄສຢູ່ໃນບ້ານເປັນຜູ້ຊ່ວຍ ແລະໄດ້ປ່ຽນຜຽນກັນມາເຝົ້າຍາມທຸກໆເຈັດວັນ.
26
ນາຍເຝົ້າຍາມສີ່ຄົນແມ່ນຊາວເລວີ ແລະພວກເຂົາມີຄວາມຮັບຜິດຊອບຢ່າງເດັດຂາດ. ພວກເຂົາຮັບຜິດຊອບຫ້ອງຕ່າງໆແລະຊັບສົມບັດຕ່າງໆທີ່ເປັນຂອງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ.
27
ພວກເຂົາຢູ່ໃກ້ກັບວິຫານຂອງພຣະເຈົ້າເພາະແມ່ນໜ້າທີ່ຂອງພວກເຂົາທີ່ຈະຮັກສາແລະໄຂປະຕູທີ່ທາງເຂົ້າໃນທີ່ນັ້ນທຸກໆເຊົ້າ.
28
ຊາວເລວີອື່ນໆຮັບຜິດຊອບເຄື່ອງໃຊ້ຕ່າງໆທີ່ໄດ້ໃຊ້ໃນການນະມັດສະການ. ພວກເຂົາກວດນັບທຸກເທື່ອ ທີ່ມີຜູ້ເອົາອອກໄປໃຊ້ແລະເອົາມາສົ່ງຄືນ.
29
ຄົນອື່ນຮັບເບິ່ງແຍງເຄື່ອງໃຊ້ສັກສິດອື່ນໆແລະດູແລແປ້ງ, ເຫຼົ້າອະງຸ່ນ, ນໍ້າມັນໝາກກອກເທດ, ເຄື່ອງຫອມ ແລະເຄື່ອງເທດ.
30
ແຕ່ຄວາມຮັບຜິດຊອບປຸງເຄື່ອງເທດນັ້ນແມ່ນໜ້າທີ່ຂອງພວກປະໂຣຫິດ.
31
ຄົນເລວີຜູ້ໜຶ່ງຊື່ມັດຕີທີຢາ ລູກຊາຍກົກຂອງຊານລູມແຫ່ງຕະກຸນໂກຣາ ເປັນຜູ້ຮັບຜິດຊອບເຄື່ອງປີ້ງຖວາຍ.
32
ສະມາຊິກໃນຕະກຸນຂອງໂກຮາດເປັນຜູ້ຮັບຜິດຊອບ ຈັດແຈ່ງເຂົ້າຈີ່ສັກສິດ ລຽນໄວ້ເປັນແຖວ, ເພື່ອຈັດຕຽມເຂົ້າຈີ່ນັ້ນທຸກໆວັນຊະບາໂຕ.
33
ຊາວເລວີບາງຄອບຄົວຮັບຜິດຊອບດົນຕຼີໃນພຣະວິຫານ. ຫົວໜ້າຄອບຄົວເຫຼົ່ານີ້ໄດ້ຢູ່ໃນຕຶກອື່ນໆຂອງພຣະວິຫານ ແລະໄດ້ຖືກຍົກເວັ້ນຈາກໜ້າທີ່ອື່ນໆ ຍ້ອນພວກເຂົາຮັບຜິດຊອບເຮັດວຽກທັງເວັນແລະທັງຄືນ.
34
ພວກຜູ້ຊາຍທີ່ໄດ້ກ່າວຊື່ມານັ້ນແມ່ນຫົວໜ້າຄອບຄົວຊາວເລວີທັງຫລາຍ ຕາມເຊື້ອສາຍບັນພະບຸລຸດຂອງພວກເຂົາ. ພວກເຂົາເປັນຜູ້ນຳທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ.
35
ເຢອີເອນ ໄດ້ສ້າງເມືອງກີເບໂອນ ແລະໄດ້ຕັ້ງຫຼັກແຫຼ່ງຢູ່ທີ່ນັ້ນ. ເມຍຂອງເພິ່ນຊື່ວ່າ ມາອາກາ.
36
ລູກຊາຍກົກຂອງເພິ່ນຊື່ວ່າ ອັບໂດນ ແລະລູກຊາຍຄົນອື່ນໆຂອງເພິ່ນ ມີດັ່ງນີ້: ຊູຣະ, ກີເຊ, ບາອານ, ເນຣະ, ນາດາບ,
37
ເກໂດເຣ, ອາຮີໂອ, ເຊກາຣີຢາ ແລະມີກໂລດ,
38
ຜູ້ເປັນພໍ່ຂອງຊີເມຢາ. ເຊື້ອສາຍຂອງເພິ່ນໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ ໃກ້ກັບຄອບຄົວອື່ນໆໃນຕະກຸນຂອງພວກເຂົາ.
39
ເນຣະເປັນພໍ່ຂອງກີເຊ ແລະກີເຊເປັນພໍ່ຂອງໂຊນ. ໂຊນມີລູກຊາຍສີ່ຄົນ ດັ່ງນີ້: ໂຢນາທານ, ມັນກີຊູອາ, ອາບີນາດາບ ແລະເອຊະບາອານ.
40
ສ່ວນໂຢນາທານນັ້ນເປັນພໍ່ຂອງເມຣິບບາອານ, ແລະເມຣິບບາອານເປັນພໍ່ຂອງມີກາ.
41
ມີກາມີລູກຊາຍສີ່ຄົນ ດັ່ງນີ້: ປີໂທນ, ເມເລັກ, ຕາເຣອາ ແລະອາຮາດ.
42
ອາຮາດເປັນພໍ່ຂອງຢາຣາ ແລະຢາຣາມີລູກຊາຍສາມຄົນ ດັ່ງນີ້: ອາເລເມດ, ອາຊະມາເວດ ແລະຊິມຣີ. ຊິມຣີເປັນພໍ່ຂອງໂມຊາ,
43
ໂມຊາເປັນພໍ່ຂອງບີເນອາ, ບີເນອາເປັນພໍ່ຂອງເຣຟາອີຢາ, ເຣຟາອີຢາເປັນພໍ່ຂອງເອເລອາສາ ແລະເອເລອາສາເປັນພໍ່ຂອງອາເຊນ.
44
ອາເຊນມີລູກຊາຍຫົກຄົນ ດັ່ງນີ້: ອາຊະຣີກຳ, ໂບເກຣູ, ອິດຊະມາເອນ, ເຊອາຣີຢາ, ໂອບາດີຢາ ແລະຮານານ.
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 10 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29