bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Chronicles 25
1 Chronicles 25
Lao Bible 2012 (ພຣະຄຳພີສັກສິ)
← Chapter 24
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 26 →
1
ກະສັດດາວິດແລະບັນດາຜູ້ນຳຂອງຊາວເລວີໄດ້ເລືອກຫົວໜ້າຕະກຸນ ເພື່ອໃຫ້ນຳການນະມັດສະການ ມີດັ່ງນີ້: ອາສັບ, ເຮມານ ແລະເຢດູທູນ. ພວກເຂົາປະກາດຖ້ອຍຄຳຂອງພຣະເຈົ້າ ປະສົມປະສານກັບການບັນເລງພິນ ແລະຕົບແສ່ງ. ລາຍຊື່ຂອງບຸກຄົນທີ່ໄດ້ຖືກຄັດເລືອກໃຫ້ນຳການນະມັດສະການ ພ້ອມກັບໜ້າທີ່ຂອງແຕ່ລະກຸ່ມທີ່ຕົນສັງກັດຢູ່ມີດັ່ງນີ້:
2
ລູກຊາຍສີ່ຄົນຂອງອາສັບມີດັ່ງນີ້: ຊັກກູເຣ, ໂຢເຊັບ, ເນທານີຢາ ແລະອາຊາເຣລາ. ພວກເຂົາຢູ່ໃຕ້ການຊີ້ນຳຂອງອາສັບ ຜູ້ປະກາດຖ້ອຍຄຳຂອງພຣະເຈົ້າເມື່ອກະສັດສັ່ງການ.
3
ລູກຊາຍຫົກຄົນຂອງເຢດູທູນມີດັ່ງນີ້: ເກດາລີຢາ, ເຊຣີ, ເຢຊາອີຢາ, ຊີເມອີ, ຮາຊາບີຢາ ແລະມັດຕີທີຢາ. ພາຍໃຕ້ການຊີ້ນຳຂອງພໍ່ຕົນ ພວກເຂົາໄດ້ປະກາດຖ້ອຍຄຳຂອງພຣະເຈົ້າ ປະສົມປະສານກັບການບັນເລງພິນ ເພື່ອໂມທະນາຂອບພຣະຄຸນແລະຮ້ອງເພງສັນລະເສີນພຣະເຈົ້າຢາເວ.
4
ລູກຊາຍສິບສີ່ຄົນຂອງເຮມານມີດັ່ງນີ້: ບຸກກີຢາ, ມັດຕານີຢາ, ອຸດຊີເອນ, ເຊບູເອນ, ເຢຣີໂມດ, ຮານານີຢາ, ຮານານີ, ເອລີອາທາ, ກິດດັນຕີ, ໂຣມາມຕີເອເຊ, ໂຢຊະເບກາຊາ, ມັນໂລທີ, ໂຮທີເຣ ແລະມາຮາຊີອົດ.
5
ພຣະເຈົ້າໄດ້ໃຫ້ເຮມານ ຜູ້ທຳນວາຍຂອງກະສັດ ມີລູກຊາຍສິບສີ່ຄົນນີ້ກັບລູກສາວອີກສາມຄົນ ຕາມທີ່ພຣະອົງໄດ້ສັນຍາໄວ້ ເພື່ອໃຫ້ຣິດອຳນາດແກ່ເຮມານ.
6
ລູກຊາຍທຸກຄົນຕົບແສ່ງກັບດີດພິນພາຍໃຕ້ການຊີ້ນຳຂອງຜູ້ເປັນພໍ່ ເພື່ອປະສົມປະສານການນະມັດສະການໃນວິຫານຂອງພຣະເຈົ້າຢາເວ. ສ່ວນອາສັບ, ເຢດູທູນ ແລະເຮມານ ແມ່ນຢູ່ໃຕ້ຄຳສັ່ງຂອງກະສັດ.
7
ຊາຍຊາວສີ່ຄົນນີ້ລ້ວນແລ້ວແຕ່ເປັນຜູ້ຊ່ຽວຊານ; ແລະພີ່ນ້ອງຊາວເລວີກໍລ້ວນແລ້ວແຕ່ເປັນນັກດົນຕຼີ ທີ່ໄດ້ຮັບການຝຶກຊ້ອມຖວາຍແກ່ພຣະເຈົ້າຢາເວມາແລ້ວ. ພວກເຂົາມີທັງໝົດສອງຮ້ອຍແປດສິບແປດຄົນ.
8
ພວກເຂົາໃຊ້ສະຫລາກ ບໍ່ວ່າສຳລັບຜູ້ໜຸ່ມຫລືຜູ້ແກ່ ບໍ່ວ່າສຳລັບຜູ້ທີ່ຊຳນານຫລືເລີ່ມຕົ້ນໃໝ່ກໍຕາມ ເພື່ອຮັບໜ້າທີ່ມອບໝາຍ.
9
ສະຫລາກທີໜຶ່ງ ໄດ້ແກ່ໂຢເຊັບ ຄອບຄົວອາສັບ; ທີສອງ ໄດ້ແກ່ເກດາລີຢາ ພ້ອມທັງພວກພີ່ນ້ອງກັບພວກລູກຊາຍຂອງຕົນ ມີສິບສອງຄົນ;
10
ທີສາມ ໄດ້ແກ່ຊັກກູເຣ ພ້ອມທັງພວກລູກຊາຍກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
11
ທີສີ່ ໄດ້ແກ່ເຊຣີ ພ້ອມທັງພວກລູກຊາຍກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
12
ທີຫ້າ ໄດ້ແກ່ເນທານີຢາ ພ້ອມທັງພວກລູກຊາຍກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
13
ທີຫົກ ໄດ້ແກ່ບຸກກີຢາ ພ້ອມທັງພວກລູກຊາຍກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
14
ທີເຈັດ ໄດ້ແກ່ອາຊາເຣລາ ພ້ອມທັງພວກລູກຊາຍກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
15
ທີແປດ ໄດ້ແກ່ເຢຊາອີຢາ ພ້ອມທັງພວກລູກຊາຍກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
16
ທີເກົ້າ ໄດ້ແກ່ມັດຕານີຢາ ພ້ອມທັງພວກລູກຊາຍກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
17
ທີສິບ ໄດ້ແກ່ຊີເມອີ ພ້ອມທັງພວກລູກຊາຍກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
18
ທີສິບເອັດ ໄດ້ແກ່ອາຊາເຣນ ພ້ອມທັງພວກລູກຊາຍກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
19
ທີສິບສອງ ໄດ້ແກ່ຮາຊາບີຢາ ພ້ອມທັງພວກລູກຊາຍກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
20
ທີສິບສາມ ໄດ້ແກ່ຊູບາເອນ ພ້ອມທັງພວກລູກຊາຍກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
21
ທີສິບສີ່ ໄດ້ແກ່ມັດຕີທີຢາ ພ້ອມທັງພວກລູກຊາຍກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
22
ທີສິບຫ້າ ໄດ້ແກ່ເຢຣີໂມດ ພ້ອມທັງພວກລູກຊາຍກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
23
ທີສິບຫົກ ໄດ້ແກ່ຮານານີຢາ ພ້ອມທັງພວກລູກຊາຍກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
24
ທີສິບເຈັດ ໄດ້ແກ່ໂຢຊະເບກາຊາ ພ້ອມທັງພວກລູກຊາຍກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
25
ທີສິບແປດ ໄດ້ແກ່ຮານານີ ພ້ອມທັງພວກລູກຊາຍກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
26
ທີສິບເກົ້າ ໄດ້ແກ່ມັນໂລທີ ພ້ອມທັງພວກລູກຊາຍກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
27
ທີຊາວ ໄດ້ແກ່ເອລີອາທາ ພ້ອມທັງພວກລູກຊາຍກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
28
ທີຊາວເອັດ ໄດ້ແກ່ໂຮທີເຣ ພ້ອມທັງພວກລູກຊາຍກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
29
ທີຊາວສອງ ໄດ້ແກ່ກິດດັນຕີ ພ້ອມທັງພວກລູກຊາຍກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
30
ທີຊາວສາມ ໄດ້ແກ່ມາຮາຊີອົດ ພ້ອມທັງພວກລູກຊາຍກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ;
31
ທີຊາວສີ່ ໄດ້ແກ່ໂຣມາມຕີເອເຊ ພ້ອມທັງພວກລູກຊາຍກັບພວກພີ່ນ້ອງຂອງຕົນ ມີສິບສອງຄົນ.
← Chapter 24
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 26 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29