bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Chronicles 5
1 Chronicles 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 6 →
1
ບຸກຄົນເຫຼົ່ານີ້ແມ່ນເຊື້ອສາຍຂອງຣູເບັນຜູ້ເປັນລູກຊາຍກົກຂອງຢາໂຄບ. (ຍ້ອນຣູເບັນໄດ້ລັກນອນນຳເມຍນ້ອຍຄົນໜຶ່ງຂອງພໍ່ຕົນ ລາວຈຶ່ງໄດ້ສູນເສຍສິດການເປັນອ້າຍກົກ ແລະສິດນັ້ນໄດ້ຖືກມອບໝາຍໃຫ້ແກ່ໂຢເຊັບ.
2
ແຕ່ຢ່າງໃດກໍດີ ແມ່ນເຜົ່າຢູດາທີ່ໄດ້ເຂັ້ມແຂງທີ່ສຸດ ແລະໃຫ້ຜູ້ປົກຄອງຄົນໜຶ່ງສືບມາຈາກເຜົ່ານີ້ແກ່ເຜົ່າທັງໝົດ.)
3
ຣູເບັນລູກຊາຍກົກຂອງຢາໂຄບມີລູກຊາຍສີ່ຄົນ ດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ ແລະການໝີ.
4
ບຸກຄົນເຫຼົ່ານີ້ແມ່ນເຊື້ອສາຍຂອງໂຢເອນ, ແຕ່ເຊັ່ນໜຶ່ງຫາເຊັ່ນໜຶ່ງ ດັ່ງນີ້: ເຊມາອີຢາ, ໂກກ, ຊີເມອີ,
5
ມີກາ, ເຣອາອີຢາ, ບາອານ ແລະເບເອຣາ.
6
ຕີກະລາດປີເລເສກະສັດແຫ່ງອັດຊີເຣຍໄດ້ຈັບເບເອຣາ ຜູ້ເປັນຫົວໜ້າເຜົ່າຣູເບັນແລະໄດ້ເອົາລາວໄປເປັນຊະເລີຍ.
7
ບັນທຶກສຳມະໂນຄົວຂອງຕະກຸນຕ່າງໆໃນເຜົ່າຣູເບັນ ມີດັ່ງນີ້: ເຢອີເອນ, ເຊກາຣີຢາ,
8
ແລະເບລາລູກຊາຍຂອງອາສາ ແລະຫລານຊາຍເຊມາໃນຕະກຸນໂຢເອນ. ຕະກຸນນີ້ໄດ້ອາໄສຢູ່ທີ່ອາໂຣເອແລະທີ່ເຂດແດນ, ແຕ່ຕອນເໜືອໄປເຖິງເນໂບແລະບາອານເມໂອນ.
9
ພວກເຂົາມີຝູງສັດຢ່າງຫລວງຫລາຍໃນດິນແດນກີເລອາດ. ດັ່ງນັ້ນ ພວກເຂົາຈຶ່ງເຂົ້າຢຶດເອົາດິນແດນທາງທິດຕາເວັນອອກ ໄກໄປຈົນເຖິງຖິ່ນແຫ້ງແລ້ງກັນດານແລະເລີຍໄປຈຸແມ່ນໍ້າເອີຟຣັດ.
10
ໃນສະໄໝຂອງກະສັດໂຊນ ເຜົ່າຣູເບັນໄດ້ໂຈມຕີພວກຮັກກິດ, ສັງຫານພວກເຂົາໃນສະໜາມຮົບ ແລະຢຶດຄອງເອົາດິນແດນຂອງພວກເຂົາໃນພາກຕາເວັນອອກຂອງກີເລອາດ.
11
ເຜົ່າກາດໄດ້ອາໄສຢູ່ທາງພາກເໜືອເຜົ່າຣູເບັນໃນດິນແດນຂອງບາຊານ ຈົນໄປເຖິງພາກຕາເວັນອອກສຸດຂອງສາເລກາ.
12
ໂຢເອນເປັນຕົ້ນຕະກຸນທີ່ສຳຄັນທີໜຶ່ງ ແລະຊາຟາມເປັນຕະກຸນສຳຄັນທີສອງ. ຢານາຍແລະຊາຟັດໄດ້ເປັນຕົ້ນຕະກຸນອື່ນໆອີກໃນບາຊານ.
13
ບັນດາສະມາຊິກອື່ນໆຂອງເຜົ່າລວມເປັນເຈັດຕະກຸນ ມີດັ່ງນີ້: ມີກາເອນ, ເມຊຸນລຳ, ເຊບາ, ໂຢຣາຍ, ຢາການ, ຊີອາ ແລະເອເບ.
14
ພວກເຂົາແມ່ນເຊື້ອສາຍຂອງອາບີໄຮ ລູກຊາຍຂອງຮູຣິ. ປູ່ຍ່າຕາຍາຍຂອງພວກເຂົາເມື່ອໄລ່ຄືນຫລັງ ມີດັ່ງນີ້: ອາບີໄຮເປັນລູກຊາຍຂອງຮູຣິ, ຮູຣິເປັນລູກຊາຍຂອງຢາໂຣອາ, ຢາໂຣອາເປັນລູກຊາຍຂອງກີເລອາດ, ກີເລອາດເປັນລູກຊາຍຂອງມີກາເອນ, ມີກາເອນເປັນລູກຊາຍຂອງເຢຊີຊາຍ, ເຢຊີຊາຍເປັນລູກຊາຍຂອງຢາໂດ, ຢາໂດເປັນລູກຊາຍຂອງບູເຊ.
15
ອາຮີ ລູກຊາຍຂອງອັບດີເອນແລະຫລານຊາຍຂອງກູນີ ເປັນຫົວໜ້າຂອງຕະກຸນເຫຼົ່ານັ້ນ.
16
ພວກເຂົາໄດ້ອາໄສໃນເຂດແດນບາຊານແລະກີເລອາດ ໃນເມືອງທັງຫລາຍໃນທີ່ນັ້ນແລະຕາມທົ່ງຫຍ້າຂອງຊາໂຣນ.
17
ບັນທຶກເຫຼົ່ານີ້ໄດ້ຖືກຮິບໂຮມໄວ້ໃນສະໄໝຂອງກະສັດໂຢທາມແຫ່ງຢູດາຍ ແລະກະສັດເຢໂຣໂບອາມແຫ່ງອິດສະຣາເອນ.
18
ໃນເຜົ່າຣູເບັນ, ກາດ ແລະມານາເຊເຄິ່ງເຜົ່າ ມີທະຫານທີ່ຝຶກແອບຢ່າງດີໃນການໃຊ້ໂລ້, ດາບ ແລະທະນູຈຳນວນສີ່ສິບສີ່ພັນເຈັດຮ້ອຍຫົກສິບຄົນ.
19
ພວກເຂົາໄດ້ເຮັດເສິກຕໍ່ສູ້ພວກຮັກກິດຂອງເຜົ່າເຢຕູເຣ, ນາຟິດ ແລະໂນດາບ.
20
ພວກເຂົາໄວ້ວາງໃຈໃນພຣະເຈົ້າ ແລະພາວັນນາອະທິຖານຂໍພຣະອົງຊ່ວຍເຫລືອ ແລະພຣະເຈົ້າໄດ້ຕອບຄຳພາວັນນາອະທິຖານຂອງພວກເຂົາ; ພຣະອົງໃຫ້ພວກເຂົາເອົາຊະນະພວກຮັກກິດແລະພັນທະມິດ.
21
ພວກເຂົາໄດ້ຢຶດມາຈາກພວກສັດຕູ ມີດັ່ງນີ້: ອູດຫ້າສິບພັນໂຕ, ແກະສອງຮ້ອຍຫ້າສິບພັນໂຕ ແລະລໍສອງພັນໂຕ ພ້ອມທັງຊະເລີຍເສິກອີກໜຶ່ງແສນຄົນ.
22
ພວກເຂົາໄດ້ຂ້າສັດຕູຢ່າງຫລວງຫລາຍ ເພາະການເຮັດເສິກຄັ້ງນີ້ແມ່ນພຣະເຈົ້າພໍໃຈໃຫ້ເຮັດ ແລະພວກເຂົາໄດ້ເຂົ້າໄປອາໄສຢູ່ໃນດິນແດນນີ້ ຈົນຖືກກວາດໄປເປັນຊະເລີຍໃນຕ່າງຖິ່ນ.
23
ປະຊາຊົນມານາເຊເຄິ່ງເຜົ່າຕາເວັນອອກໄດ້ຕັ້ງຖິ່ນຖານຢູ່ທີ່ເຂດແດນຂອງບາຊານ ຈົນໄປເຖິງພາກເໜືອຂອງບາອານເຮີໂມນ, ເສນີ ແລະທີ່ພູເຮີໂມນ; ແລະປະຊາຊົນຂອງພວກເຂົາໄດ້ເພີ່ມຂຶ້ນຢ່າງຫລວງຫລາຍ.
24
ບຸກຄົນດັ່ງຕໍ່ໄປນີ້ແມ່ນຫົວໜ້າຂອງຕະກຸນຕ່າງໆມີດັ່ງນີ້: ເອເຟ, ອີຊີ, ເອລີເອນ, ອາຊະຣິເອນ, ເຢເຣມີຢາ, ໂຮດາວີຢາ ແລະຢາດີເອນ. ພວກເຂົາທັງໝົດເປັນທະຫານທີ່ເກັ່ງກ້າແລະເປັນຜູ້ນຳຕະກຸນທີ່ມີຊື່ສຽງດີ.
25
ແຕ່ປະຊາຊົນບໍ່ສັດຊື່ຕໍ່ພຣະເຈົ້າຂອງປູ່ຍ່າຕາຍາຍພວກເຂົາ ແລະໄດ້ປະຖິ້ມພຣະອົງໄປຂາບໄຫວ້ບັນດາພະຊົນຊາດອື່ນ ທີ່ພຣະເຈົ້າໄດ້ຂັບໄລ່ໜີອອກໄປຈາກດິນແດນ.
26
ດັ່ງນັ້ນ ພຣະເຈົ້າຈຶ່ງບັນດານໃຫ້ກະສັດປູນແຫ່ງອັດຊີເຣຍ (ມີຊື່ອື່ນອີກວ່າ ຕີກະລາດປີເລເສ) ມາຮຸກຮານປະເທດຂອງພວກເຂົາ. ເພິ່ນໄດ້ຈັບເຜົ່າຣູເບັນ, ກາດ, ມານາເຊເຄິ່ງເຜົ່າຕາເວັນອອກໄປເປັນຊະເລີຍ ແລະໃຫ້ພວກເຂົາໄດ້ຕັ້ງຫຼັກແຫຼ່ງຢູ່ໃນຮາລາ, ຮາບໍ ແລະຮາຣາ ແລະຕາມລຳແມ່ນໍ້າໂກຊານຈົນເຖິງທຸກວັນນີ້.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29