bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
1 Chronicles 7
1 Chronicles 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 8 →
1
ອິດຊາຄາມີລູກຊາຍສີ່ຄົນ ດັ່ງນີ້: ໂຕລາ, ປູອາ, ຢາຊຸບ ແລະຊີມໂຣນ.
2
ໂຕລາມີລູກຊາຍຫົກຄົນ ດັ່ງນີ້: ອຸດຊີ, ເຣຟາອີຢາ, ເຢຣິເອນ, ຢາມາຍ, ອີບສາມ ແລະເຊມູເອນ. ພວກເຂົາເປັນຫົວໜ້າຄອບຄົວຕ່າງໆໃນຕະກຸນໂຕລາແລະເປັນທະຫານທີ່ມີຊື່ສຽງດີ. ໃນສະໄໝຂອງກະສັດດາວິດ ເຊື້ອສາຍຂອງພວກເຂົາມີຊາວສອງພັນຫົກຮ້ອຍຄົນ.
3
ອຸດຊີມີລູກຊາຍຜູ້ໜຶ່ງຊື່ວ່າ ອີຊະຣາຮີຢາ. ອີຊະຣາຮີຢາແລະລູກຊາຍສີ່ຄົນຂອງລາວມີດັ່ງນີ້: ມີກາເອນ, ໂອບາດີຢາ, ໂຢເອນ ແລະອິດຊີຢາ. ພວກເຂົາເປັນຫົວໜ້າຄອບຄົວໝົດທຸກຄົນ.
4
ພວກເຂົາໄດ້ເມຍຫລາຍຄົນຈຶ່ງມີລູກຢ່າງຫລວງຫລາຍ ຈົນບັນດາເຊື້ອສາຍຂອງພວກເຂົາເປັນທະຫານໄດ້ມີສາມສິບຫົກພັນຄົນ.
5
ຈຳນວນທາງການຂອງຊາຍສະກັນໃນຄອບຄົວຂອງເຜົ່າອິດຊາຄາ ທີ່ເປັນທະຫານໄດ້ມີແປດສິບເຈັດພັນຄົນ.
6
ເບັນຢາມິນມີລູກຊາຍສາມຄົນ ດັ່ງນີ້: ເບລາ, ເບເຄ ແລະເຢດີອາເອນ.
7
ເບລາມີລູກຊາຍຫ້າຄົນ ດັ່ງນີ້: ເອຊະໂບນ, ອຸດຊີ, ອຸດຊີເອນ, ເຢຣິໂມດ ແລະອີຣິ. ພວກເຂົາເປັນຫົວໜ້າຄອບຄົວຕ່າງໆໃນຕະກຸນ ແລະເປັນທະຫານທີ່ມີຊື່ສຽງດີ. ຊາຍສະກັນໃນເຊື້ອສາຍຂອງພວກເຂົາທີ່ເປັນທະຫານໄດ້ມີຊາວສອງພັນສາມສິບສີ່ຄົນ.
8
ເບເຄມີລູກຊາຍເກົ້າຄົນ ດັ່ງນີ້: ເຊມີຣາ, ໂຢອາດ, ເອລີເອເຊ, ເອລີໂອນາຍ, ອົມຣີ, ເຢເຣໂມດ, ອາບີຢາ, ອານາທົດ ແລະອາເລເມັດ.
9
ຈຳນວນທາງການຂອງຊາຍສະກັນໃນເຊື້ອສາຍພວກເຂົາທີ່ເປັນທະຫານໄດ້ມີຊາວພັນສອງຮ້ອຍຄົນ.
10
ເຢດີອາເອນມີລູກຊາຍຜູ້ໜຶ່ງຊື່ວ່າ ບິນຮານ; ແລະບິນຮານມີລູກຊາຍເຈັດຄົນ ດັ່ງນີ້: ເຢອຸດ, ເບັນຢາມິນ, ເອຮຸດ, ເຄນາອານາ, ເຊທານ, ຕາກຊິດ ແລະອາຮິຊາຮາ.
11
ພວກເຂົາໄດ້ເປັນຫົວໜ້າຄອບຄົວຕ່າງໆໃນຕະກຸນ ແລະເປັນທະຫານທີ່ມີຊື່ສຽງດີ. ຈຳນວນຊາຍສະກັນໃນເຊື້ອສາຍຂອງພວກເຂົາທີ່ເປັນທະຫານໄດ້ມີສິບເຈັດພັນສອງຮ້ອຍຄົນ.
12
ຊຸບປິມແລະຮຸບປິມກໍລວມຢູ່ໃນເຜົ່ານີ້ເຊັ່ນກັນ. ດານມີລູກຊາຍຜູ້ໜຶ່ງຊື່ວ່າ ຮູຊິມ.
13
ເນັບທາລີມີລູກຊາຍສີ່ຄົນ ດັ່ງນີ້: ຢາຊີເອນ, ກູນີ, ເຢເຊ ແລະຊານລູມ. (ພວກເຂົາເປັນເຊື້ອສາຍຂອງນາງບິນຮາ.)
14
ມານາເຊມີລູກຊາຍສອງຄົນທີ່ເກີດຈາກເມຍນ້ອຍຊາວອາຣາມ ມີດັ່ງນີ້: ອາສະຣິເອນແລະມາກີ. ມາກີເປັນພໍ່ຂອງກີເລອາດ,
15
ມາກີໄດ້ຫາເມຍໃຫ້ຮຸບປິມແລະຊຸບປິມຜູ້ລະຄົນ. ເອື້ອຍຂອງລາວຊື່ວ່າ ມາອາກາ. ລູກຊາຍຜູ້ທີສອງຂອງມາກີຊື່ວ່າ ເຊໂລເຟຮັດ ແລະເຊໂລເຟຮັດມີແຕ່ລູກສາວເທົ່ານັ້ນ.
16
ມາອາກາເມຍຂອງມາກີ ມີລູກຊາຍສອງຄົນຊື່ວ່າ ເປເຣັດແລະເຊເຣັດ. ເປເຣັດມີລູກຊາຍສອງຄົນຊື່ວ່າ ອູລາມແລະເຣເກມ,
17
ແລະອູລາມມີລູກຊາຍຜູ້ໜຶ່ງຊື່ວ່າ ເບດານ. ບຸກຄົນທັງໝົດເຫຼົ່ານີ້ແມ່ນເຊື້ອສາຍຂອງກີເລອາດ ລູກຊາຍຂອງມາກີແລະຫລານຊາຍຂອງມານາເຊ.
18
ຮາມໂມເລເກັດເອື້ອຍຂອງກີເລອາດມີລູກຊາຍສາມຄົນ ດັ່ງນີ້: ອີໂຊດ, ອາບີເອເຊ ແລະມາລາ.
19
ເຊມີດາມີລູກຊາຍສີ່ຄົນ ດັ່ງນີ້: ອາຮີອານ, ຊີເຄມ, ລີຄີ ແລະອານີອາມ.
20
ບຸກຄົນເຫຼົ່ານີ້ແມ່ນເຊື້ອສາຍຈາກເຊັ່ນໜຶ່ງ ຫາອີກເຊັ່ນໜຶ່ງຂອງເອຟຣາອິມ ມີດັ່ງນີ້: ຊູເທລາ, ເບເຣັດ, ລູກຊາຍຂອງເບເຣັດແມ່ນຕາຮາດ, ລູກຊາຍຂອງຕາຮາດແມ່ນເອເລອາດາ, ລູກຊາຍຂອງເອເລອາດາແມ່ນຕາຮາດ
21
ລູກຊາຍຂອງຕາຮາດແມ່ນຊາບາດ, ລູກຊາຍຂອງຊາບາດແມ່ນຊູເທລາ. ນອກຈາກນີ້, ເອຟຣາອິມຍັງມີລູກຊາຍຄົນອື່ນອີກ ດັ່ງນີ້: ເອເຊແລະເອເລອາດຜູ້ທີ່ໄດ້ຖືກຂ້າຕາຍ ເມື່ອຊອກຫາລັກເອົາຝູງງົວຂອງຊາວກາດ.
22
ເອຟຣາອິມ ພໍ່ຂອງພວກເຂົາໄດ້ໄວ້ທຸກໃຫ້ເປັນເວລາຫລາຍວັນ ແລະພວກພີ່ນ້ອງກໍໄດ້ມາເລົ້າໂລມໃຈລາວ.
23
ແລ້ວລາວກໍສົມສູ່ກັບເມຍຂອງຕົນອີກ ນາງຈຶ່ງຖືພາແລະເກີດລູກຊາຍຜູ້ໜຶ່ງ. ເຂົາຈຶ່ງໃສ່ຊື່ໃຫ້ລາວວ່າ ເບຣິຢາ ເພາະຄວາມເດືອດຮ້ອນທີ່ໄດ້ເກີດຂຶ້ນກັບຄອບຄົວຂອງພວກເຂົານັ້ນ.
24
ເອຟຣາອິມມີລູກສາວຄົນໜຶ່ງຊື່ວ່າ ເຊເອຣາ. ນາງໄດ້ສ້າງເມືອງຕ່າງໆຢູ່ທາງເບັດໂຮໂຣນຕອນເທິງແລະຕອນລຸ່ມ ແລະອຸດເຊັນ-ເຊເອຣາ.
25
ເອຟຣາອິມຍັງມີລູກຊາຍຜູ້ໜຶ່ງຊື່ວ່າ ເຣຟາ. ເຊື້ອສາຍຂອງລາວ ດັ່ງນີ້: ລູກຊາຍຂອງເຣຟາແມ່ນເຣເຊັບ, ລູກຊາຍຂອງເຣເຊັບແມ່ນເຕລາ, ລູກຊາຍຂອງເຕລາແມ່ນຕາຮານ,
26
ລູກຊາຍຂອງຕາຮານແມ່ນລາດານ, ລູກຊາຍຂອງລາດານແມ່ນອາມມີຮຸດ, ລູກຊາຍຂອງອາມມີຮຸດແມ່ນເອລີຊາມາ,
27
ລູກຊາຍຂອງເອລີຊາມາແມ່ນນູນ, ລູກຊາຍຂອງນູນແມ່ນໂຢຊວຍ.
28
ເຂດແດນທີ່ພວກເຂົາຕັ້ງຫລັກແຫຼ່ງຢູ່ນັ້ນລວມເອົາທັງເບັດເອນ ແລະຕົວເມືອງຕ່າງໆທີ່ຢູ່ອ້ອມແອ້ມ ຈົນເຖິງທາງທິດຕາເວັນອອກຂອງນາອາຣານ ເລີຍໄປຮອດທິດຕາເວັນຕົກເກເຊແລະຕົວເມືອງຕ່າງໆທີ່ຢູ່ອ້ອມແອ້ມນັ້ນ. ເຂດແດນນີ້ໄດ້ລວມເອົາເມືອງທັງຫລາຍຂອງຊີເຄມແລະໄອຢາ ຕະຫລອດທັງເມືອງຕ່າງໆທີ່ຢູ່ອ້ອມແອ້ມນັ້ນດ້ວຍ.
29
ເຊື້ອສາຍຂອງມານາເຊໄດ້ປົກຄອງເມືອງຕ່າງໆ ດັ່ງນີ້: ເບັດເຊອານ, ຕາອານັກ, ເມກິດໂດ ແລະໂດເຣ, ຕະຫລອດທັງເມືອງຕ່າງໆທີ່ຢູ່ອ້ອມແອ້ມນັ້ນດ້ວຍ. ເມືອງທັງໝົດເຫຼົ່ານີ້ແມ່ນບ່ອນທີ່ເຊື້ອສາຍຂອງໂຢເຊັບ ລູກຊາຍຂອງຢາໂຄບ ອາໄສຢູ່.
30
ບຸກຄົນເຫຼົ່ານີ້ແມ່ນເຊື້ອສາຍຂອງອາເຊ. ອາເຊມີລູກຊາຍສີ່ຄົນ ດັ່ງນີ້: ອີມນາ, ອີຊະວາ, ອີຊະວີ ແລະເບຣິຢາ ແລະມີລູກສາວຜູ້ໜຶ່ງຊື່ວ່າ ເສຣາ.
31
ສ່ວນເບຣິຢານັ້ນມີລູກຊາຍສອງຄົນຊື່ວ່າ ເຮເບແລະມັນກີເອນ. (ມັນກີເອນຜູ້ເປັນພໍ່ຂອງບີຣະຊາອິດ.)
32
ເຮເບມີລູກຊາຍສາມຄົນ ດັ່ງນີ້: ຢາຟະເລດ, ໂຊເມ ແລະໂຮທາມ ແລະມີລູກສາວຜູ້ໜຶ່ງຊື່ວ່າ ຊູອາ.
33
ຢາຟະເລດມີລູກຊາຍສາມຄົນເຊັ່ນກັນ ດັ່ງນີ້: ປາສັກ, ບີມຮານ ແລະອາຊະວາດ.
34
ສ່ວນໂຊເມ ນ້ອງຊາຍຂອງລາວນັ້ນມີລູກຊາຍ ດັ່ງນີ້: ອາຮີ, ໂຣກາ, ຮຸບບາ ແລະອາຣາມ.
35
ໂຮທາມ ນ້ອງຊາຍຂອງລາວມີລູກຊາຍສີ່ຄົນ ດັ່ງນີ້: ໂຊພາ, ອີມນາ, ເຊເລັດ ແລະອາມານ.
36
ເຊື້ອສາຍຂອງໂຊພາ ມີດັ່ງນີ້: ສູອາ, ຮັກເນເຟ, ຊູອານ, ເບຣີ, ອິມຣາ,
37
ເບເຊ, ໂຮດ, ຊາມມາ, ຊິນຊາ, ອີທະຣານ ແລະເບເອຣາ.
38
ສ່ວນເຊື້ອສາຍຂອງເຢເທີ ມີດັ່ງນີ້: ເຢຟຸນເນ, ປີສະປາ, ອາຣາ,
39
ແລະເຊື້ອສາຍຂອງອຸນລາ ມີດັ່ງນີ້: ອາຣາ, ຮານນີເອນ, ຣີຊີອາ.
40
ຄົນທັງໝົດເຫຼົ່ານີ້ແມ່ນເຊື້ອສາຍຂອງອາເຊ. ພວກເຂົາທັງໝົດເປັນຫົວໜ້າຄອບຄົວ ທັງເປັນນັກຮົບທີ່ເກັ່ງກ້າແລະເປັນຜູ້ນຳທີ່ສຳຄັນ. ຈຳນວນຊາຍສະກັນໃນເຊື້ອສາຍຂອງອາເຊທີ່ເປັນທະຫານໄດ້ມີຊາວຫົກພັນຄົນ.
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29